ທ່ານ ມະໄລທອງ ກົມມະສິດ ນຳພາຄະນະຜູ້ແທນຈາກ ສປປ ລາວ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມເສດຖະກິດອາຊຽນ ຄັ້ງທີ 25
By ໄພວັນ On 27 May, 2025 At 10:25 AM | Categorized As ຂ່າວສຳຄັນ | With 0 Comments

12

ໃນລະຫວ່າງວັນທີ 24-27 ພຶດສະພາ 2025 ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທັງເປັນລັດຖະມົນຕີເສດຖະກິດອາຊຽນຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກ ສປປ ລາວ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມເສດຖະກິດອາຊຽນ ຄັ້ງທີ 25 ( The 25th AECC) ພ້ອມທັງຕິດຕາມ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄລຍະເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະ ກອງປະຊຸມສຸດຍອດອື່ນໆ ທີ່ກ່ຽວຂ້ອງ ທີ່ ຫໍປະຊຸມແຫ່ງຊາດ, ກົວລາລໍາເປີ, ປະເທດ ມາເລເຊຍ.

123

ໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ບັນດາທ່ານລັດຖະມົນຕີເສດຖະກິດອາຊຽນ ໄດ້ຮັບຊາບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານພາຍໃຕ້ເສົາຄໍ້າເສດຖະກິດອາຊຽນ ໂດຍສະເພາະແມ່ນ: ແຜນວຽກບູລິມະສິດຂອງເສົາຄໍ້າເສດຖະກິດ (PEDs) ພາຍໃຕ້ການເປັນປະທານອາຊຽນຂອງ ມາເລເຊຍ ປີ 2025, ລວມທັງ ໄດ້ຮັບຊາບ ຜົນສຳເລັດໃນການຈັດຕັ້ງປະຕິບັດແຜນວຽກບູລິມະສິດຂອງເສົາຄໍ້າເສດຖະກິດ (PEDs) ພາຍໃຕ້ການເປັນປະທານອາຊຽນຂອງ ສປປ ລາວ ປີ 2024  ຜ່ານມາ ທີ່ສາມາດຈັດຕັ້ງປະຕິບັດໄດ້ສຳເລັດຢ່າງສົມບູນ ທັງໝົດ 14 ແຜນວຽກບູລິມະສິດ, ເຊິ່ງບັນດາປະເທດສະມາຊິກອາຊຽນ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ພາຍໃຕ້ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ຜ່ານມາ. ນອກນັ້ນ, ກອງປະຊຸມ ໄດ້ຮັບຊາບຄວາມຄືບໜ້າ ແລະ ຜົນສຳເລັດໃນການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມອາຊຽນ 2025 (AEC Blueprint 2025), ແຜນວຽກບູລິມະສິດປະຈຳປີ 2024-2025 (Annual Priorities), ຜົນສໍາເລັດໃນການສ້າງວິໄສທັດປະຊາຄົມເສດຖະກິດອາຊຽນ 2045, ການສ້າງແຜນຍຸດທະສາດປະຊາຄົມເສດຖະກິດອາຊຽນ ສຳລັບ ປີ 2026-2030 (AEC Strategic Plan 2026-2030) ເຊິ່ງຖືເປັນການປະກອບສ່ວນຫນຶ່ງຂອງ ສປປ ລາວ ໃນໄລຍະການເປັນປະທານອາຊຽນປີ 2024 ຜ່ານມາທີ່ສາມາດຮ່າງຍຸດທະສາດດັ່ງກ່າວໄດ້ສຳເລັດເຖິງ 90% ແລະ ໄດ້ຖືກຮັບຮອງໂດຍຜູ້ນຳຂອງອາຊຽນໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ນີ້ ເພື່ອເລີ່ມຈັດຕັ້ງປະຕິບັດແຜນຍຸດທະສາດດັ່ງກ່າວໃຫ້ປະກົດເປັນຮູບປະທຳ.

3

ນອກຈາກນັ້ນ, ບັນດາທລັດຖະມົນຕີເສດຖະກິດ ຍັງໄດ້ແລກປ່ຽນທັດສະນະຮ່ວມກັນ ກ່ຽວກັບບັນຫາຄວາມເຄັ່ງຮ້ອນທາງດ້ານເສດຖະກິດໂລກທີ່ໄດ້ຮັບຜົບກະທົບ ຈາກນະໂຍບາຍການປັບອັດຕາຂຶ້ນພາສີນຳເຂົ້າສິນຄ້າ ຈາກ ລັດຖະບານ ສ. ອາເມລິກ, ໄດ້ຮັບຊາບຄວາມຄືບໜ້າ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດບັນດາຂໍ້ລິເລີ່ມກ່ຽວກັບວາລະຄວາມຍືນຍົງຂອງອາຊຽນ ໂດຍສະເພາະແມ່ນ ການຫຼຸດຜ່ອນອາຍກາກໂບນິກອາຊຽນ, ການນຳໃຊ້ພະລັງງານສະອາດ ແລະ ສາຍສົ່ງພະລັງງານອາຊຽນ, ການຫັນເປັນດິຈິຕອນອາຊຽນ, ການສ້າງຂອບວຽກໂຄງການລິເລີ່ມອຸດສາຫະກຳອາຊຽນ ແລະ ອື່ນໆ ທີ່ເປັນຜົນສຳເລັດຂອງປະຊາຄົມເສດຖະກິດອາຊຽນໃນໄລຍະປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຄັ້ງນີ້.

ຂ່າວ-ພາບ: ກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ

About -