ກະຊວງອຸດສາຫະກໍາ ແລະ ການຄ້າ ຜັນຂະຫຍາຍເນື້ອໃນແຈ້ງການ ເລກທີ 37/ຫສນຍ
By ໄພວັນ On 26 May, 2025 At 10:03 AM | Categorized As ຂ່າວສຳຄັນ | With 0 Comments

DSC_6456.jpg1

ວັນທີ 21 ພຶດສະພາ 2025, ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ປອ ບົວວັນ ວິລະວົງ ຫົວໜ້າ  ຫ້ອງການ ກະຊວງ ພ້ອມດ້ວຍຄະນະ ຕ້ອນຮັບການເຂົ້າພົບປະ ຂອງ ທ່ານ ກ່າວ ວຽດ ຊິງ ອະດິດ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ໂຕ່ ຮ່ວງ ແອ້ງ ຕ້ວນ ອະດິດ ຮອງລັດຖະມົນຕີ ກະຊວງການເງິນ, ທ່ານ ຫງວຽນ ກິມ ແອງ ອະດິດ ຮອງຜູ້ວ່າການ ທະນາຄານແຫ່ງລັດ ພ້ອມດ້ວຍຄະນະ ແລະ ແຂກຖືກເຊີນເຂົ້າຮ່ວມ.

ຈຸດປະສົງ: ແມ່ນເພື່ອພົບປະແລກປ່ຽນ ແລະ ໃຫ້ຄໍາແນະນໍາ ກ່ຽວກັບການແກ້ໄຂດ້ານເສດຖະກິດມະຫາພາກ ແລະ ການສ້າງຍຸດທະສາດ ການພັດທະນາເສດຖະກິດ-ສັງຄົມໄລຍະ 2026-2035 ແລະ ວິໄສທັດຮອດປີ 2045 ຂອງ ສປປ ລາວ ແລະ ພ້ອມທັງປຶກສາຫາລືຮ່ວມກັນ ໃນການຜັນຂະຫຍາຍເນື້ອໃນແຈ້ງການ ສະບັບເລກທີ 37/ຫສນຍ, ລົງວັນທີ 17 ເມສາ 2025 ທີ່ຕິດພັນ ກະຊວງອຸດສາຫະກຳ ແລະ ການຄ້າ.

DSC_6321.jpg2.jpg1

ຂະແໜງອຸດສາຫະກໍາ ແລະ ການຄ້າ (ອຄ) ແມ່ນຂະແໜງເສດຖະກິດ ທີ່ສໍາຄັນໃນການປະກອບສ່ວນເຂົ້າໃນກນຂັບເຄື່ອນຢ່າງແຂງແຮງເຮັດໃຫ້ເສດຖະກິດແຫ່ງຊາດ ຂອງ ສປປ ລາວ ຊຶ່ງປະຈຸບັນ ກໍາລັງຈະໂຮມເອົາວຽກກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າເປັນກະຊວງດຽວກັນ ຕາມນະໂຍບາຍຂອງພັກ ແລະ ລັດຖະບານ ເພື່ອຍົກບົດບາດຂອງຂະແໜງອຸດສາຫະກໍາ ແລະ ການຄ້າ ໃຫ້ມີການປະກອບສ່ວນຢ່າງແຂງແຮງ ແລະ ຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃນໄລຍະໃໝ່ ໃນຍຸກແຫ່ງການເຊື່ອມໂຍງເສດ ຖະກິດການຄ້າກັບພາກພື້ນ ແລະ ສາກົນ ຕິດພັນກັບເສດຖະກິດດີຈີຕອນ, ເສດຖະກິດພູມປັນຍາ ໃຫ້ຂະຫຍາຍຕົວຕາມທິດສີຂຽວ ແລະ ຍີນຍົງ ເວົ້າລວມ, ເວົ້າສະເພາະກໍແມ່ນການ ຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງ ຄົມຫ່ງຊາດ 5 ປີ ຄັ້ງທີ X (2026-2030) ກໍຄື ຍຸດທະສາດການພັດທະນາເສດຖະກິດ-ສັງຄົມ ໄລຍະ 2026-2035 ແລະ ວິໄສທັດຮອດປີ 2045 ຂອງ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນການສ້າງບາດລ້ຽວ ໃໝ່ໃນການພັດທະນາ ສ ປປ ລາວ ໃຫ້ກາຍເປັນປະເທດກຳລັງພັດທະນາທີ່ມີລາຍຮັບປານກາງສູງ ຕາມທິດເສດຖະກິດ-ສັງຄົມ ພູມປັນຍາ, ສີຂຽວ ແລະ ຍືນຍົງ, ພ້ອມທັງເປັນແຜນຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່  ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ເພື່ອພັດທະນາປະເທດຊາດ ຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາ, ເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງມີຄຸນນະພາບ, ໝັ້ນທ່ຽງ, ໜັກແໜ້ນ ຕາມທິດສີຂຽວ ແລະ ຍືນຍົງ ໃນ​ຕໍ່​ໜ້າ.

DSC_6322.jpg2.jpg1

ສໍາລັບວິໄສທັດ ຂອງ ຂະແໜງອຸດສາຫະກຳ ແລະ ການຄ້າ ຮອດປີ 2045 “ ອຸດສາຫະກໍາເປັນສາຍພານ, ການຄ້າເປັນຕ່ອງໂສ້ ໃນການຂັບເຄື່ອນເສດຖະກິດ ຕາມທິດສີຂຽວ ແລະ ຍືນຍົງ ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໃນເງິື່ອນໄຂການເຊື່ອມໂຍງເສດຖະກິດການຄ້າກັບພາກພື້ນ ແລະ ສາກົນ” ໂດຍກໍານົດທິດທາງຮອດ 2030 ຄື: 1) ໜູນໃຊ້ທ່າແຮງບົ່ມຊ້ອນ ສົ່ງເສີມການຜະລິດ-ປຸງແຕ່ງ ສິນຄ້າໃຫ້ຫຼາກຫຼາຍ ໄດ້ມາດຕະຖານ ແລະ ສ້າງມູນຄ່າເພີ່ມ ເພື່ອຕອບສະໜອງ ການຊົມໃຊ້ພາຍໃນ ແລະ ສົ່ງອອກ ຕາມທິດຫັນເປັນເສດຖະກິດດີຈີຕອນ,​ ສີຂຽວ ແລະ ຍືນຍົງ; 2) ພັດທະນາຕາໜ່າງການຄ້າ ແລະ ປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ເພື່ອຍົກລະດັບການຄ້າໃຫ້ເປັນລະບົບທັນສະໄໝ ແລະ ເປັນຫົວຈັກຂັບເຄື່ອນການພັດທະນາເສດຖະກິດ ໃນເງື່ອນ ໄຂການເຊື່ອມໂຍງເສດຖະກິດ;  3) ພັດທະນາຈຸລະວິສາຫະກິດ, ວິສາຫະກິຂະໜາດນ້ອຍ ແລະ ກາງ ໄປສູ່ຄຸນນະພາບໃໝ່ ນຳໃຊ້ເສດຖະກິດພູມປັນຍາ ແລະ ນະວັດຕະກຳ ເພື່ອຍົກລະດັບຄວາມອາດສາມາດການແຂ່ງຂັນ ແລະ 4) ຍົກລະດັບຂະ ແໜງອຸດສາຫະກຳ ແລະ ການຄ້າ ເພື່ອປະກອບສ່ວນຢ່າງຕັ້ງໜ້າ  ໃນການຫຸດພົ້ນອອກຈາກສະຖາ ນະປະເທດດ້ອຍພັດທະນາ ໃຫ້ມີຄວາມໝັ້ນທ່ຽງ ແລະ ຍືນຍົງ, ພ້ອມທັງມີເປົ້າໝາຍທີ່ຕ້ອງປະຕິບັດ ເຊັ່ນ: 1) ການສົ່ງເສີມ ແລະ ຄຸ້ມຄອງອຸດສາຫະກໍາ ຕາມທິດສົມດູນ, ສີຂຽວ ແລະ ຍືນຍົງ; 2)  ການສົ່ງເສີມ ແລະ ພັດທະນາການຄ້າໃນຍຸກເສດຖະກິດດີຈິຕອນ; 3) ການເຊື່ອມໂຍງເສດຖະ ກິດ ກັບພາກພື້ນ ແລະ ສາກົນ; 4) ການຍົກລະດັບຄວາມສາມາດໃນການແຂ່ງຂັນທຸລະກິດ ແລະ 5) ການຍົກລະດັບປະສິດທິພາບການຄຸ້ມຄອງລັດ.

 ຂ່າວ-ພາບ: ໄພວັນ

About -