ໃນວັນທີ 20 ພຶດສະພາ 2025, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນລັດຖະມົນຕີເສດຖະກິດອາຊຽນ ຂອງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ກັບປະເທດຄູ່ຮ່ວມເຈລະຈາ ສະໄໝພິເສດ (ແບບທາງໄກ) ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ, ນະຄອນຫລວງວຽງຈັນ ຊຶ່ງກອງປະຊຸມໃນຄັ້ງນີ້ບັນດາລັດຖະມົນຕີເສດຖະກິດອາຊຽນ ໄດ້ມີການພົບປະກັບ 3 ກອງປະຊຸມຄູ່ຮ່ວມເຈລະຈາ ຄື:
1. ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ກັບ ກະຊວງການຄ້າ ສປ ຈີນ, 2. ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນກັບ ກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ, ແລະ 3. ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ກັບ ອົດສະຕາລີ ແລະ ນິວຊີແລນ. ພາຍໃຕ້ການເປັນປະທານກອງປະຊຸມ ຂອງ ທ່ານ ເຊນາເຕີ ເຕັງກູ ດາຕຸກ ສິຣິ ອຸຕາມາ ຊາຟູນ ລັດຖະມົນຕີກະຊວງລົງທຶນ, ການຄ້າ ແລະ ອຸດສາຫະກຳ ແຫ່ງ ມາເລເຊຍ ໃນຖານະເປັນປະເທດເຈົ້າພາບ ແລະ ປະທານອາຊຽນ ປີ 2025 ແລະ ປະທານຮ່ວມກັບ 3 ຄູ່ຮ່ວມເຈລະຈາ. ກອງປະຊຸມໃນຄັ້ງນີ້ມີບັນດາລັດຖະມົນຕີເສດຖະກິດອາຊຽນ, ລັດຖະມົນຕີກະຊວງການຄ້າ ຕີມໍ ເລສເຕ ໃນນາມເປັນປະເທດສັງເກດການ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງ ຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນຮ່ວມກັນ ກ່ຽວກັບສະພາບຜັນແປ ຂອງເສດຖະກິດ ໃນພາກພື້ນ ແລະ ສາກົນ ໂດຍສະເພາະບັນຫາການຂື້ນອັດຕາພາສີຂອງລັດຖະບານ ສ.ອາເມລິກາ ທີ່ປະກາດ ໃນວັນທີ 2 ເມສາ 2025 ທີ່ຜ່ານມາ. ຜົນຂອງກອງປະຊຸມໃນຄັ້ງນີ້ ບັນດາລັດຖະມົນຕີເສດຖະກິດອາຊຽນ ແລະ ບັນດາລັດຖະມົນຕີປະເທດຄູ່ຮ່ວມເຈລະຈາ ໄດ້ສະແດງເຖີງຄວາມເປັນຫ່ວງຕໍ່ກັບສະພາບຜັນແປທາງດ້ານ ເສດຖະກິດໃນພາກພື້ນ ແລະ ສາກົນ ໂດຍສະເພາະການຂື້ນອັດຕາພາສີນໍາເຂົ້າຂອງ ສ.ອາເມລິກາ. ພ້ອມນັ້ນ, ກອງປະຊຸມຍັງໄດ້ສະແດງເຖີງຈຸດຢືນທີ່ສະໜັບສະໜຸນລະບົບການຄ້າຫຼາຍຝ່າຍ ພາຍໃຕ້ອົງການການຄ້າໂລກ ແລະ ກອງປະຊຸມຍັງໄດ້ເນັ້ນເຖີງການເພີ່ມທະວີການຮ່ວມມືກັບບັນດາປະເທດຄູ່ຮ່ວມພັດທະນາ ເພື່ອສ້າງຄວາມເຂັ້ມແຂງ ແລະ ຍືດຍຸນໃຫ້ ແກ່ເສດຖະກິດພາຍໃນອາຊຽນ. ພາຍຫຼັງການປຶກສາຫາລື ກອງປະຊຸມໄດ້ເຫັນດີຮັບຮອງເອົາຮ່າງຖະແຫລງການຮ່ວມທັງສາມກອງປະຊຸມ ໂດຍເນື້ອໃນຂອງຖະແຫລງການແມ່ນຮຽກຮ້ອງໃຫ້ທຸກປະເທດສະມາຊິກ ເຄົາລົບ ແລະ ຮັກສາລະບຽບຫລັກການພື້ນຖານຂອງອົງການການຄ້າໂລກ ແລະ ເພີ່ມທະວີການຮ່ວມມືໃນຂອບການຄ້າເສລີທີ່ມີຢູ່ແລ້ວ ແລະ ໃຫມ່ ເຊັ່ນ: ສັນຍາການເປັນຄູ່ຮ່ວມມືທາງດ້ານເສດຖະກິດຮອບດ້ານລະດັບພາກພື້ນ ຫລື ອາເຊັບ ແລະ ສັນຍາການຄ້າເສລີອາຊຽນບວກ.
ຂ່າວ: ໄພວັນ
ພາບ: ສູນທອງ