ເປີດໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ຂະບວນການດຳເນີນວຽກງານແກ້ໄຂຂໍ້ຂັດແຍ່ງໃນ ສປປ ລາວ
By ໄພວັນ On 14 May, 2025 At 10:52 AM | Categorized As ຂ່າວຕ່າງປະເທດ | With 0 Comments

IMG_4433.jpg11

ໃນວັນທີ 13 ພຶດສະພາ 2025 ທີ່ໂຮງແຮມ ຮໍລິເດອິນ, ນະຄອນຫຼວງວຽງຈັນ ໄດ້ມີພິທີເປີດໂຕໂຄງການສ້າງຄວາມເຂັ້ມແຂງຂະບວນການແກ້ໄຂຂໍ້ຂັດແຍ່ງ ການຄ້າທາງເອເລັກໂຕຣນິກ ຢູ່ ສປປ ລາວ Strengthening E-Commerce Dispute Settlement Processes in Lao PDR ເຂົ້່າຮ່ວມເປັນປະທານ ຂອງທ່ານ ສັນຕິສຸກ ພູນສະຫວັດ ຫົວໜ້າກົມການຄ້າພາຍໃນ ກະຊວອຸດສາຫະກໍາ ແລະ ການຄ້າ, ມີທ່ານ Cameron Allan ຄະນະຮັບຜິດຊອບວຽກເສດຖະກິດ, ການຄ້າ ແລະ ໂຄງລ່າງພື້ນຖານສະຖານທູດອົດສະຕາລີປະຈໍາລາວ, ທ່ານ ນາງ ສີອານົງ ພົມກອງ ຜູ້ຈັດການ RT4D ພ້ອມດ້ວຍຄະນະ, ບັນດາທ່ານ ຄະນະກົມ ພ້ອມດ້ວຍວິຊາການກ່ຽວຂ້ອງ ຈາກພາກລັດ, ບໍລິສັດທີ່ປຶກສາ NaturBalance, ຕາງໜ້າຫົວໜ່ວຍທຸລະກິດການຄ້າທາງເອເລັກໂຕຣນິກ ແລະ ບັນດາແຂກຖືກເຊີນເຂົ້າຮ່ວມ.

IMG_4383.jpg1

ທ່ານ ສັນຕິສຸກ ພູນສະຫວັດ  ໄດ້ກ່າວວ່າ: ການຄ້າທາງເອເລັກໂຕຣນິກ ປະຈຸບັນເຫັນວ່າມີການຂະຫຍາຍຕົວສູງ ແລະ ຕໍ່ເນື່ອງ ເຊັ່ນ: ມູນຄ່າການຄ້າທາງເອເລັກໂຕຣນິກຂອງໂລກ ປີ 2020 ມີມູນຄ່າເຖິງ 4.25 ພັນຕື້ໂດລາ ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 26.8% ມາຮອດປີ 2024 ເພີ່ມຂຶ້ນເປັນ 6.33 ພັນຕື້ໂດລາ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 8.8% ແລະ ທຽບໃສ່ປີ 2020 ເພີ່ມຂຶ້ນ 49%; ມູນຄ່າການຄ້າທາງເອເລັກໂຕຣນິກຂອງອາຊຽນ ປີ 2020 ມີມູນຄ່າ 120 ຕື້ໂດລາ ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 14.2% ມາຮອດປີ 2024 ເພີ່ມຂຶ້ນເປັນ 221.6 ຕື້ໂດລາ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 14.2% ແລະ ທຽບໃສ່ປີ 2020 ເພີ່ມຂຶ້ນ 84.6% ແລະ ທັງເປັນປັດໄຈຫຼັກໜຶ່ງໃນການຂັບເຄື່ອນເສດຖະກິດໃຫ້ມີການຂະຫຍາຍຕົວໄວ, ຕໍ່ເນື່ອງ ແລະ ຄຽງຄູ່ກັນກໍ່ເປັນການຊຸຍູ້-ສົ່ງເສີມ ແລະ ແກ້ໄຂຄວາມທຸກຍາກຂອງບັນດາປະເທດໃນທົ່ວໂລກເວົ້າລວມ ເວົ້າສະເພາະ ສປປ ລາວ ກໍ່ໄດ້ຖືເອົາວຽກງານການຄ້າທາງເອເລັກໂຕຣນິກເປັນໜຶ່ງທີ່ໄດ້ກໍານົດແຜນນະໂຍບາຍ, ຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນພັດທະນາຂອງຂະແໜງການ ແລະ ໂດຍສະເພາະໄດ້ກໍານົດໃນແຜນງານທີ 2 ແລະ 3 ຂອງແຜນພັດທະນາຂະແໜງອຸດສາຫະກໍາ ແລະ ການຄ້າ ແລະ ສອດຄ່ອງກັບການຫັນເປັນເສດຖະກິດດີຈີຕ໋ອນຂອງລັດຖະບານ.

IMG_4367.jpg1

ທ່ານກ່າວວ່າ: ຄຽງຄູ່ກັບການຂະຫຍາຍຕົວຂອງການຄ້າທາງເອເລັກໂຕຣນິກ ກໍເຫັນວ່າມີສິ່ງທ້າທາຍ ໂດຍສະເພາະບັນຫາການສໍ້ໂກງ, ສິນຄ້າບໍ່ຕົງກັບການໂຄສະນາ, ການບໍ່ຈັດສົ່ງສິນຄ້າ ແລະ ອື່ນໆ ສົ່ງຜົນກະທົບລວມຕໍ່ຜູ້ຊົມໃຊ້, ຜູ້ສະໜອງດ້ວຍກັນ.

ສະນັ້ນ, ເພື່ອເປັນການຊຸກຍູ້, ສົ່ງເສີມວຽກງານການຄ້າທາງເອເລັກໂຕຣນິກໃຫ້ມີຄວາມເຂັ້ມແຂງ,  ຮັບປະກັນຄວາມເປັນທຳ, ສ້າງຄວາມເຊື່ອໝັ້ນໃຫ້ແກ່ຫົວໜ່ວຍທຸລະກິດ, ຊ່ວຍຕ້ານການສໍ້ໂກງ ແລະ ການປົກປ້ອງຜູ້ຊົມໃຊ້. ອີກຢ່າງໜຶ່ງ ເພື່ອເປັນການຫຼຸດຕົ້ນທຶນ, ສ້າງສິ່ງອຳນວຍຄວາມສະດວກ, ວ່ອງໄວໃນການສະເໜີຄຳຮ້ອງທຸກ ແລະ ແກ້ໄຂຂໍ້ຂັດແຍ່ງຂອງທຸລະກິດ, ຜູ້ຊົມໃຊ້ ແລະ ໜ່ວຍງານຮັບຜິດ ຫຼາຍປະເທດໃນທົ່ວໂລກໄດ້ສ້າງກົນໄກການແກ້ໄຂຂໍ້ຂັດແຍ່ງຜ່ານຊ່ອງທາງອອນລາຍ (ODR) ເຊິ່ງມີຫຼາຍເພລັດຟອມທີ່ໄດ້ຮັບການຍອມຮັບຈາກສາກົນ ເຊັ່ນ: ຮູບແບບ ODR ຂອງ UNCITRAL; ເພລັດຟອມ ODR ຂອງຍູໂຣບ; ສູນແກ້ໄຂຂໍ້ຂັດແຍ່ງຂອງເພລັດຟອມ Alibaba; ສູນແກ້ໄຂຂໍ້ຂັດແຍ່ງຂອງເພລັດຟອມ ebay’s ເຫຼົ່ານີ້ເປັນຕົ້ນ.

IMG_4477.jpg1

ເພື່ອເປັນການຊຸກຍູ້, ສົ່ງເສີມວຽກງານຮັບຄຳຮ້ອງທຸກ ແລະ ແກ້ໄຂຂໍ້ຂັດແຍ່ງຂອງ ສປປ ລາວ ເຮົາມີຄວາມເຂັ້ມແຂງ, ວ່ອງໄວ ທັນກັບເວລາ ແລະ ອຳນວຍຄວາມສະດວກໃຫ້ທຸກພາກສ່ວນ ກະຊວງອຸດສາຫະກຳ ແລະ ການຄ້າ ກໍຄື ກົມການຄ້າພາຍໃນ ໄດ້ສະເໜີຂໍ ແລະ ຮັບໂຄງການ ສະໜັບສະໜູນຊ່ອຍເຫຼືອໃນການສ້າງຊ່ອງທາງຮັບຄຳຮ້ອງທຸກ ແລະ ແກ້ໄຂຂໍ້ຂັດແຍ່ງຜ່ານຊ່ອງທາງອອນລາຍ (ODR) ເຊິ່ງໄດ້ຮັບທຶນສະໜັບສະໜຸນຈາກກອງທຶນການຄ້າພາກພື້ນເພື່ອການພັດທະນາ (The Regional Trade for Development Facility ຫຼື RT4D ພາຍໃຕ້ຫົວຂໍ້ໂຄງການການສ້າງຄວາມເຂັ້ມແຂງໃຫ້ແກ່ຂະ ບວນການດຳເນີນວຽກງານແກ້ໄຂຂໍ້ຂັດແຍ່ງໃນ ສປປ ລາວ Strengthening E-Commerce Dispute Settlement Processes in Lao PDR ໃນຈຳນວນ 172,000 ໂດລາອົດສະຕາລີ ພາຍໃຕ້ຂອບການຮ່ວມມື ຂອບການຄ້າເສລີ ອາຊຽນ-ອົດສະຕຣາລີ-ນິວຊີແລນ (the ASEAN-Australia-New Zealand FTA ຫຼື AANZFTA), ໄລຍະການຈັດຕັ້ງປະຕິບັດໂຄງການ ແມ່ນເລີ່ມແຕ່ວັນທີ 21 ເມສາ 2025 ຫາ ວັນທີ 30 ສິງຫາ 2025 ເຊິ່ງກົມການຄ້າພາຍໃນໄດ້ຮັບທຶນໂຄງການຊ່ວຍເຫຼືອ ແລະ ທັງຈະເປັນເຈົ້າການຫຼັກໃນການຈັດຕັ້ງປະຕິບັດ ພ້ອມດ້ວຍກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ, ສຳນັກງານສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ສຈນກ) ທີ່ມີສ່ວນຮ່ວມ ແລະ ພາກສ່ວນຕ່າງໆກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ. ຖ້າເຮົາມາເບີ່ງໃນໄລຍະຈັດຕັ້ງປະຕິບັດໂຄງການ ແລະ ແຜນກິດຈະກໍາ ເຫັນວ່າມີໄລຍະເວລາທີ່ຈໍ້ ແລະ ວຍກງານດັ່ງກ່າວພົວພັນ ແລະ ຕິດພັນດັບຫຼາຍຂະແໜງການ; ສະນັ້ນ ຄະນະ ແລະ ກອງເລຂາ ຕ້ອງໄດ້ຮີບຮ້ອນ ແລະ ເອົາໃຈໃສ່ ຈັດຕັ້ງປະຕິບັດໂຄງການໃຫ້ສໍາເລັດ ແລະ ທັນກັບເວລາທີ່ໄດ້ກໍານົດຕາມວັດຖຸປະສົງ, ເປົ້າໝາຍ, ໝາກຜົນ ແລະ ແຜກິດຈະກໍາຂອງໂຄງການ.

ໃນພິທີ ໄດ້ມີການຂຶ້ນນໍາສະເໜີ ຈາກຜູ້ສະໜອງທຶນ, ເຈົ້າຂອງໂຄງການ, ບັນດາສັນຍາ ຄູ່ຮ່ວມມືເສດຖະກິດ ແບບຮອບດ້ານລະດັບພາກພື້ນ, ນໍາສະເໜີບົດຮຽນ ຈາກ ບໍລິສັດຮຸ່ງອາລຸນການຄ້າ ແລະ ພາກສ່ວນທຸລະກິດທີ່ເຂົ້າຮ່ວມ ເພື່ອພ້ອມກັນ ຖອດຖອນບົດຮຽນ ແລະ ເຮັດໃຫ້ ການຈັດຕັ້ງປະຕິບັດໂຄງການ ສໍາເລັດຕາມລະດັບຄາດໝາຍ.

ຂ່າວ-ພາບ: ໄພວັນ

About -