ກະຊວງອຸດສາຫະກຳ ແລະ ການຄ້າ ຖະແຫຼ່ງຂ່າວເນື່ອງໃນວັນວັດແທກໂລກ
By ໄພວັນ On 23 May, 2024 At 10:56 AM | Categorized As ຂ່າວສຳຄັນ | With 0 Comments

IMG_0017.jpg 1

ວັນທີ 20 ພຶດສະພາ 2024 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດພິທີຖະແຫຼ່ງຂ່າວເນື່ອງໃນວັນວັດແທກໂລກ ຄົບຮອບ 149 ປີ ໃຫ້ກຽດຖະແຫຼງຂ່າວຂອງທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງ ຂອງການສະເຫຼີມສະຫຼອງ ວັນວັດແທກໂລກ ແມ່ນເພື່ອສ້າງຈິດສຳນຶກ ແລະ ຄວາມຮັບຮູ້ ໃຫ້ແກ່ທຸກຄົນໃນສັງຄົມ ເປັນຕົ້ນແມ່ນຜູ້ສ້າງລະບຽບການ ແລະ ຄຸ້ມຄອງ ວຽກງານການວັດແທກ, ຜູ້ປະກອບການ,​ ນັກທຸລະກິດ, ຜູ້ຜະລິດ, ຜູ້ຄ້າຂາຍ ແລະ ຜູ້ຊົມໃຊ້ທັງໝົດ ໄດ້ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບບົດບາດ ແລະ ຄວາມສຳຄັນຂອງວຽກງານ ການວັດແທກ ຕໍ່ການພັດທະນາເສດຖະກິດ-ສັງຄົມ ໃນລະດັບຊາດ, ພາກພື້ນ ແລະ ສາກົນ.

ສປປ ລາວ ໃນນາມເປັນຜູ້ສັງເກດການ ຂອງອົງການວັດແທກສາກົນ ພ້ອມດ້ວຍບັນດາປະເທດທົ່ວໂລກ ພ້ອມກັນສະເຫຼີມສະຫຼອງວັນວັດແທກໂລກ 20 ພຶດສະພາ 2024 ພາຍໃຕ້ຄຳຂວັນທີ່ວ່າ: ເລີ່ມວັດແທກແຕ່ມື້ນີ້ ເພື່ອອະນາຄົດທີ່ຍືນຍົງຂອງພວກເຮົາ (We measure today for a sustainable tomorrow), ວັນວັດແທກໂລກໃນປີ 2024 ແມ່ນ “ຄວາມຍືນຍົງ ( Sustainability )”. ໃນປີນີ້ ອົງການ ຢູເນສໂກ້ ​ໄດ້​​ຮັບຮອງ​ເອົາ ວັນ​ທີ 20 ພຶດສະພາ​ ຂອງທຸກໆປີ​ ​ຂອງອົງການ ຢູເນສໂກ້ (UNESCO) ຢ່າງ​ເປັນ​ທາງ​ການ. ການກໍານົດໃນຄັ້ງນີ້ເປັນການເປີດຊ່ອງທາງໃຫມ່ ເພື່ອສົ່ງເສີມການວັດແທກ, ໂດຍສອດຄ່ອງກັບພາລະກິດຂອງ ອົງການອຸຍເນດໂກ້ ໃນການເສີມສ້າງໂລກໃຫ້ດີຂຶ້ນກວ່າເກົ່າໂດຍຜ່ານ ວິທະຍາສາດ ແລະ ການສຶກສາ.

IMG_0032.jpg 1

ວັນ​ວັດ​ແທກ​ໂລກ​ແມ່ນ​ການ​ສະ​ເຫຼີມ​ສະ​ຫຼອງ​ປະ​ຈໍາ​ປີ​ ຂອງ​ການລົງນາມສົນ​ທິ​ສັນ​ຍາ​ວັດ​ແທກ​ໃນວັນທີ 20 ເດືອນ​ ພຶດ​ສະ​ພາ ປີ 1875 ໂດຍ​ຜູ້​ຕາງ​ຫນ້າ​ຈາກ 17 ​ປະ​ເທດ​. ສົນທິສັນຍາ​ໄດ້​ກຳນົດ​ຂອບ​ເຂດ​ການ​ຮ່ວມ​ມື​ທົ່ວ​ໂລກ​ ໃນ​ດ້ານ​ວິທະຍາສາດ​ການ​ວັດ​ແທກ ​ແລະ ​ໃນ​ການ​ນຳ​ໃຊ້​ອຸດສາຫະກຳ, ການ​ຄ້າ ​ແລະ ສັງຄົມ. ຈຸດປະສົງ ເບື້ອງຕົ້ນ ຂອງສົນທິສັນຍາການວັດແທກ ຄວາມເປັນເອກະພາບກັນທົ່ວໂລກ ກ່ຽວກັບການວັດແທກ ທີໃຫ້ຄວາມສໍາຄັນມາ ຕັ້ງແຕ່ ປີ 1875 ສືບຕໍ່ຈົນມາຮອດປັດຈຸບັນ.

​          ​ສໍາລັດໃນ​ປີ 2024 ສິ່ງທີ່​ພວກ​ເຮົາເອົາໃຈໃສ່ແມ່ນ​ຢູ່​ໃນບັນດາກາ​ລະ​ໂອ​ກາດ ​ທີ່ມີວຽກງານການ​ວັດ​ແທກ​ເກີດຂຶ້ນນັບມື້ນັບຫຼາຍ ​ທີ່​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ເສດ​ຖະ​ກິດ​ ແລະ​ ສິ່ງ​ແວດ​ລ້ອມໂລກ​ແບບ​ຍືນ​ຍົງ. ຊຶ່ງແຜນຕິດໂຄສະນາໃນປີ 2024 ນີ້ແມ່ນໄດ້ຖືກອອກແບບໂດຍການຮ່ວມມື ຂອງສະມາຄົມເອີຣົບ ກ່ຽວກັບ ວຽກງານການວັດແທກແຫ່ງຊາດ (EURAMET) ແລະ ສະຖາບັນວັດແທກແຫ່ງຊາດ ປະເທດ ຕວກກີ (TÜBİTAK UME, Türkiye).

ປະຈຸບັນ ວຽກງານການວັດແທກຂອງ ສປປ ລາວ ເຮົາໄດ້ມີການເຄື່ອນໄຫວຢ່າງຕັ້ງໜ້າພາຍໃຕ້ການມອບໝາຍໜ້າທີ່ ແລະ ຄວາມຮັບຜິດຊອບໃຫ້ແກ່ ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກໍາ ແລະ ການຄ້າ. ໃນຊຸມປີຜ່ານມາ, ພາຍໃຕ້ຄວາມຮັບຜິດຊອບດັ່ງກ່າວ ສາມາດສ້າງໄດ້ບັນດາ ນິຕິກຳໃນການຄຸ້ມຄອງ,​ພັດທະນາ ແລະ ບໍລິການວຽກງານວັດແທກ ກໍ່ຄື ການສ້າງກົດໝາຍ, ດຳລັດ, ບັນດານິຕິກໍາ ລຸ່ມກົດໝາຍ ເພື່ອເປັນການຊຸກຍູ້ໃນການກວດສອບ, ສອບທຽບ ແລະ ຢັ້ງຢືນເຄື່ອງມືອຸປະກອນການວັດແທກ ແລະ ສິນຄ້າຫຸ້ມຫໍ່ ໃຫ້ບັນດາບໍລິສັດ ໂຮງຈັກ, ໂຮງງານ ໃນຂົງເຂດຕ່າງໆ ແນໃສ່ໃຫ້ສອດຄ່ອງກັບ ຫຼັກການ, ລະບຽບ ແຫ່ງຊາດ ທັງພາກພື້ນ ແລະ ສາກົນ.

IMG_0035.jpg 1

ວຽກງານພົ້ນເດັ່ນໄລຍະປີ 2023 ຜ່ານມາ ແມ່ນໄດ້ ກວດສອບ ເຄື່ອງມືອຸປະກອນວັດແທກ ໄດ້ປະມານ 5 ລ້ານກວ່າເຄື່ອງ ແລະ ສິນຄ້າຫຸ້ມຫໍ່ ໄດ້ຈໍານວນ 68 ບໍລິສັດ ໜຶ່ງຮ້ອຍກວ່າລາຍການ  ຕາມບັນດາໂຮງຈັກໂຮງງານຕ່າງໆ ໃນຂອບເຂດທົ່ວປະເທດ. ນອກນັ້ນ ຫ້ອງທົດລອງຂອງ ສປປ ລາວ ກໍ່ຍັງໄດ້ຮັບການຢັ້ງຢືນ ລະບົບບໍລິຫານຫ້ອງທົດລອງ (ISO/IEC 17025) ໃຫ້ແກ່ 3 ຫ້ອງທົດລອງຄື: ຫ້ອງທົດລອງໄຟຟ້າ, ຫ້ອງທົດລອງນໍ້າໜັກ ແລະ ຫ້ອງທົດລອງອຸນຫະພູມ. ພ້ອມນີ້, ຍັງໄດ້ມີການຮ່ວມມືກັບພາກເອກະຊົນ ເພື່ອພັດທະນາວຽກງານການວັດແທກ ຂອງ ສປປ ລາວ ໃຫ້ທຽບເທົ່າພາກພື້ນ ແລະ ສາກົນ.

ພາບ-ຂ່າວ: ໄພວັນ ຫອຄ

About -