ຂ່າວພາຍໃນ

ໂດຍ: phaikhame evilay ວັນທີ 21 Dec, 2023 ເວລາ 11:57 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_000,1

               ຕອນເຊົ້າເວລາ 08:30-16:00 ໂມງ ໃນວັນທີ 19 ທັນວາ 2023, ທີ່ໂຮງແຮມ ທະວີສຸກ, ເມືອງວັງວຽງ, ແຂວງວຽງຈັນ, ກົມທະບຽນວິສາຫະກີດ (ກົມ ທວ), ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມຄະນະປະສານງານປັບປຸງຂໍ້ມູນລົງເວບໄຊຖານຂໍ້ມູນດ້ານລະບຽບການຂໍອະນຸຍາດດໍາເນີນທຸລະກິດ ຢູ່ ສປປ ລາວ(www.bned.moic.gov.la), ພາຍໃຕ້ການເປັນປະທານຂອງທ່ານ ນາງ ວົງປະດິດ ວົງສະຫວາດ, ຮອງຫົວໜ້າກົມ ພ້ອມດ້ວຍຄະນະກອງເລຂາຈາກ ກົມ ທວ, ຕາງໜ້າບັນດາພະແນກພາຍໃນກົມ, ຄະນະປະສານງານປັບປຸງຂໍ້ມູນຈາກພາກສ່ວນທີ່ກ່ຽວຂ້ອງພາຍໃນ ກະຊວງອຸດສາຫະກໍາ ແລະ … Continue reading

ໂດຍ: Miss Phetpakai SISOMBOUN ວັນທີ 18 Dec, 2023 ເວລາ 10:12 AM | ແຍກຕາມຫມວດ ຂ່າວພາຍໃນ, ຂ່າວ | % ຄຳເຫັນ 0 Comments
ແກ້ໄຂ7

                             ໃນວັນທີ 14 ທັນວາ 2023 ທີ່ ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ ໄດ້ຈັດງານສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດໃຫ້ແກ່ແມ່ຍິງ ຄັ້ງທີ 2 ໃນຫົວຂໍ້: “ບົດບາດຂອງເພດຊາຍໃນການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ” ພາຍໃຕ້ການສະໜັບສະໜູນຈາກໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ, ສະມາຄົມນັກທຸລະກິດຍິງ ແລະ ບັນດາວິທະຍາກອນ ໂດຍໃຫ້ກຽດເປັນປະທານຂອງທ່ານ ປອ ມະໂນທອງ … Continue reading

ໂດຍ: theu vaenvongsod ວັນທີ 12 Dec, 2023 ເວລາ 11:34 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
PB_ການຄຸ້ມຄອງລາຄາແກັສຫຸງຕົ້ມ ຢູ່ສປປລາວ_ສອຄ-1

ໃນເດືອນທັນວາ 2023, ທາງສະຖາບັນອຸດສາຫະກໍາ ແລະ ການຄ້າ, ກະຊວງ ອຄ ໄດ້ຂຽນບົດຄົ້ນຄວ້າຫຍໍ້ (ກໍລະນີສຶກສາຢູ່ນະຄອນຫລວງວຽງຈັນ) ກ່ຽວກັບການຄຸ້ມຄອງລາຄາແກັສຫຸງຕົ້ມ ຢູ່ ສປປ ລາວ, ຊຶ່ງບົດຄົ້ນຄວ້າສະບັບນີ້ ໄດ້ຍົກໃຫ້ເຫັນ 3 ສາເຫດ/ປັດໃຈທີ່ເຮັດໃຫ້ ແກັສຢູ່ລາວແພງ. ຈາກນັ້ນຍັງກຳນົດ3ແນວທາງໃນການແກ້ໄຂບັນຫາລາຄາແກັສແພງ. ສອຄ  

ໂດຍ: ໄພວັນ ວັນທີ 8 Dec, 2023 ເວລາ 08:44 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_01

ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມຮັບຜິດຊອບເສົາຄໍ້າເສດຖະກິດອາຊຽນ ໄດ້ຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ ແບບວົງແຄບ (SEOM Retreat) ໃນລະຫວ່າງວັນທີ 7-8 ທັນວາ 2023, ທີ່ ນະຄອນຫຼວງພະບາງ, ແຂວງຫຼວງພະບາງ ໂດຍການເປັນປະທານຂອງ ທ່ານ ໄຊຊະນະ ໄຊຍະກອນ, ຫົວໜ້າກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ, ຕິມໍແລັດສເຕ (ໃນຖານະປະເທດສັງເກດການ), ທ່ານຮອງເລຂາທິການໃຫຍ່ອາຊຽນ ແລະ ບັນດາຄະນະຜູ້ແທນຈາກປະເທດສະມາຊິກອາຊຽນເຂົ້າຮ່ວມຫຼາຍກວ່າ 70 ທ່ານ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນຮ່ວມກັນກ່ຽວກັບການກະກຽມໃຫ້ແກ່ກອງປະຊຸມລະດັບລັດຖະມົນຕີເສດຖະກິດອາຊຽນ ແລະ ກອງປະຊຸມສໍາຄັນອື່ນໆທີ່ກ່ຽວຂ້ອງໃນປີ … Continue reading

ໂດຍ: theu vaenvongsod ວັນທີ 7 Dec, 2023 ເວລາ 10:10 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
pics8

ໃນວັນທີ 29-30 ພະຈິກ 2023, ທີ່ ໂຮງແຮມ ຄຣາວພຣາຊ່າ ນະຄອນຫຼວງວຽງຈັນ, ກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ (DTNC), ກະຊວງອຸດສາຫະກຳ ແລະ ການຄ້າ ສົມທົບ ກັບສູນການຄ້າສາກົນ (ITC) ພາຍໃຕ້ທຶນຊ່ວຍເຫລືອຈາກສະຫະພາບເອີຣົບ ຈາກໂຄງການ ARISE Plus ປະຈຳ ສປປ ລາວ ໄດ້ຈັດຝຶກອົບຮົມ ກ່ຽວກັບ ການສ້າງຄວາມເຂົ້າໃຈຕໍ່ການຄ້າດ້ານບໍລິການໃນຮູບແບບ Negative List (ຮູບແບບປິດ). ຝຶກອົບຮົມໄດ້ຮັບການກ່າວເປີດຮ່ວມ ລະຫວ່າງ ທ່ານ ນົງຈິດ ຄຳບຸນເຮືອງ, ຫົວໜ້າພະແນກການຄ້າດ້ານບໍລິການ ກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ … Continue reading

ໂດຍ: ໄພວັນ ວັນທີ 28 Nov, 2023 ເວລາ 01:46 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_0353

ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດຝຶກອົບຮົມໃນຫົວຂໍ້    ວັນລິຂະສິດ (Copyring Day) ຂື້ນໃນວັນທີ 24 ພະຈິກ 2023, ທີ່ ຫ້ອງປະຊຸມໃຫຍ່ຊັ້ນ 1 ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນປະທານກ່າວເປີດຂອງ ທ່ານ ສັນຕິສຸກ ພູນສະຫວັດ, ອາດີດຫົວໜ້າກົມຊັບສິນທາງປັນຍາ, ມີບັນດາສິນລິປິນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ຈຸດປະສົງການຝືກອົບຮົມໃນມື້ນີ້ ເພື່ອເປັນການແລກປ່ຽນ, ແບ່ງປັນ ແລະ ສົນທະນາ ໂດຍເນັ້ນໃສ່ການສ້າງຄວາມຮູ້ຄວາມເຂົ້າໃຈ ກ່ຽວກັບ ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ເຊິ່ງເປັນໜຶ່ງໃນຫົວຂໍ້ທີ່ສໍາຄັນຂອງວຽກງານຊັບສິນທາງປັນຍາ. ທ່ານ ສັນຕິສຸດ ພູນສະຫວັດ … Continue reading

ໂດຍ: phaikhame evilay ວັນທີ 28 Nov, 2023 ເວລາ 09:51 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
DSC_07290.1

            ກົມຊັບສິນທາງປັນຍາ  ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ອົງການ AFD, ໄດ້ຈັດງານແຂ່ງຂັນ ປະກວດສູດອາຫານ ທີ່ເຮັດຈາກເຂົ້າໄກ່ນ້ອຍ ແຂວງຊຽງຂວາງ ແລະ ຫົວພັນ ຂຶ້ນໃນວັນທີ 23 ພະຈິກ 2023, ທີ່ສູນການຄ້າລາວ-ໄອເຕັກ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ໄຊສົມເພັດ ນໍຣະສິງ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ອາກໂນລ ວົງໂຕເບລ ຜູ້ຕາງໜ້າ ອົງການ ເກຣັດ ປະຈໍາ ສປປ … Continue reading

ໂດຍ: ໄພວັນ ວັນທີ 22 Nov, 2023 ເວລາ 12:14 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_0020

          ກົມຊັບສິນທາງປັນຍາ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຮ່ວມກັບ ຫ້ອງການຊັບສິນທາງປັນຍາໂລກ ປະຈຳປະເທດ ສິງກະໂປ ໄດ້ຈັດກອງປະຊຸມຝຶກອົບຮົມ ພາຍໃຕ້ໂຄງການ ຄລີນິກການບໍລິຫານຈັດການຊັບສິນທາງປັນຍາ ສຳລັບວິສາຫະກິດອາຊຽນ, ໂດຍສະເພາະວິສາຫະກິດຂອງ ສປປ ລາວ. ຂື້ນໃນລະຫວ່າງວັນທິີ 21-22 ພະຈິກ 2023 ທີ່ໂຮງແຮມຄຣາວພລາຊາ, ນະຄອນຫຼວງວຽງຈັນ. ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມຊັບສິນທາງປັນຍາ ກະຊວງ ອຄ ແລະ  ທ່ານ Kenichiro NATSUME ຜູ້ຊ່ວຍອໍານວຍການອົງການຊັບສິນທາງປັນຍາໂລກ, ທ່ານ ນາງ … Continue reading

ໂດຍ: Miss Phetpakai SISOMBOUN ວັນທີ 16 Nov, 2023 ເວລາ 07:27 PM | ແຍກຕາມຫມວດ ຂ່າວພາຍໃນ, ຂ່າວສຳຄັນ | % ຄຳເຫັນ 0 Comments
6.ແປງ

                     ໃນຕອນເຊົ້າ ຂອງວັນທີ 16 ພະຈິກ 2023 ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດຕັ້ງພິທີປະກາດການຈັດຕັ້ງຂັ້ນຫົວໜ້າກົມ ສັງກັດກະຊວງຂຶ້ນ ພາຍໃຕ້ການເປັນປະທານ ແລະ ຊີ້ນຳຂອງທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີບັນດາທ່ານຄະນະນຳກະຊວງ, ບັນດາທ່ານ ຫົວໜ້າ/ຮອງຫົວໜ້າຫ້ອງການ, ບັນດາກົມ, ສະຖາບັນ, ສະມາຊິກພັກ-ພະນັກງານຫຼັກແຫ່ງ, ຜູ້ຕາງໜ້າຈາກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ,ບັນດາລັດວິສາຫະກິດ, ບໍລິສັດທີ່ຂຶ້ນກັບກະຊວງອຸດສາຫະກຳ ແລະ … Continue reading

ໂດຍ: ໄພວັນ ວັນທີ 15 Nov, 2023 ເວລາ 01:57 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_0166

ກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມ ​​ປຶກສາຫາລື ການຈັດຕັ້ງປະຕິບັດ ດໍາລັດ ວ່າດ້ວຍການຄຸ້ມຄອງທຸລະກິດຍານພາຫະນະທາງບົກ ແລະ ຂໍ້ຕົກລົງວ່າດ້ວຍຊິ້ນສ່ວນຍານພາຫະນະທາງບົກ ໃນວັນ​ທີ 14 ພະຈິກ 2023, ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນປະທານຂອງທ່ານ ປອ ບົວວັນ ວິລະວົງ ຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງ ອຄ, ມີຜູ້ຕາງໜ້າຈາກກົມທີ່ກ່ຽວຂ້ອງກະຊວງອຸດສາຫະກຳ ແລະ ການຄ້າ, ກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກົມພາສີ ກະຊວງການເງິນ, ພະແນກອຸດສາຫະກໍາ ແລະ … Continue reading