ກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ ຈັດກອງປະຊຸມເຜີຍແຜ່ຫົວຂໍ້ການເຊື້ອມໂຍງເສດຖະກິດກັບສາກົນ ແລະ ການກະກຽມເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນຂອງ ສປປ ລາວ ທີ່ສະໂມສອນແຂວງບໍ່ແກ້ວ ໃນວັນທີ 15 ຕຸລາ ທີ່ຜ່ານມາ, ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ, ລັດຖະມົນຕີເສດຖະກິດອາຊຽນ ຂອງ ສປປ ລາວ ແລະ ທ່ານ ດຣ ຄຳພັນ ເຜີຍຍະວົງ ເຈົ້າແຂວງ ແຂວງບໍ່ແກ້ວ, ເຊິ່ງມີຜູ້ເຂົ້າຮ່ວມໂດຍແມ່ນ ຄະນະພັກແຂວງ, ບັນດາເຈົ້າແຂວງ, ຄະນະພະແນກການ, ອົງການຈັດຕັ້ງອ້ອມຂ້າງແຂວງ, ແລະ … Continue reading →
ໃນຕອນເຊົ້າຂອງວັນອັງຄານ, ວັນທີ 13 ຕຸລາ 2015, ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີວ່າການ ກະຊວງອຸດສາຫະກໍາ ແລະ ການຄ້າ ສືບຕໍ່ນໍາພາຄະນະພະນັກງານຂອງກະຊວງອຸດສາຫະກໍາ ແລະ ການຄ້າ ພົບປະກັບຄະນະນໍາ ແລະ ພະນັກງານຂອງພະແນກອຸດສາຫະກໍາ ແລະ ການຄ້າແຂວງ ຜົ້ງສາລີ ແລະ ເຂົ້າຢ້ຽມຂໍ່ານັບ ທ່ານ ຄໍາເຈນ ວົງໂພສີ ເຈົ້າແຂວງ ແຂວງຜົ້ງສາລີ, ຊຶ່ງໄດ້ແລກປ່ຽນຮ່ວມກັນກ່ຽວກັບສະພາບການພັດທະນາວຽກງານອຸດສາຫະກໍາ ແລະ ການຄ້າ ຂອງແຂວງ ໃນໄລຍະຜ່ານມາ ໂດຍສະເພາະແມ່ນບັນຫາການສົ່ງອອກສິນຄ້າກະສິກໍາ ຂອງ ແຂວງຜົ້ງສາລີ ໄປ ສປ … Continue reading →
ໃນຕອນເຊົ້າວັນຈັນ, ວັນທີ 12 ຕຸລາ 2015, ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີວ່າການ ກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍຄະນະຕາງໜ້າຈາກ ຫ້ອງການກະຊວງ, ກົມຈັດຕັ້ງ ແລະ ພະນັກງານ, ກົມແຜນການ ແລະ ການຮ່ວມມື, ກົມການຄ້າພາຍໃນ, ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ແລະ ກົມການນໍາເຂົ້າ ແລະ ສົ່ງອອກ ໄດ້ພົບປະກັບຄະນະນໍາ ແລະ ພະນັກງານຂອງພະແນກອຸດສາຫະກໍາ ແລະ ການຄ້າແຂວງ ອຸດົມໄຊ ນໍາໂດຍ ທ່ານ ບຸນທັນ ວັນນະໃຈ … Continue reading →
ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ເປີດກອງປະຊຸມປະກາດການແຕ່ງຕັ້ງ ຂອງຄະນະກົມຈຳນວນໜຶ່ງ ແລະ ຫົວໜ້າຫ້ອງການ ໂດຍອີງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ກະຊວງ ອຄ ໃນໄລຍະໃໝ່. ກອງປະຊຸມໄດ້ຈັດຂຶ້ນໃນ ວັນທີ 09 ຕຸລາ ຜ່ານມາ ທີ່ກະຊວງ ອຄ ໂດຍການເປັນປະທານຂອງ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີວ່າການກະຊວງ ອຄ ມີບັນດາຄະນະນຳກະຊວງ ອຄ, ລັດວິສາຫະກິດທີ່ຂຶ້ນກັບ ແລະ ພະນັກງານຊອງກະຊວງເຂົ້າຮ່ວມ. ເນື້ອໃນການປະກາດການຈັດຕັ້ງໃນນີ້, ນາຍົກລັດຖະມົນຕີ ອອກດຳລັດເລກທີ 293/ນຍ ລົງວັນທີ 02 ຕຸລາ 2015 … Continue reading →
ກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ໃນຖານະທີ່ຮັບຜິດຊອບໂດຍກົງວຽກງານປົກປ້ອງຜູ້ຊົມໃຊ້ ແລະ ວຽກງານແຂ່ງຂັນທາງທຸລະກິດ ໄດ້ຈັດກອງປະຊຸມສຳມະນາ ການສ້າງຄວາມຮັບຮູ້ ຄວາມເຂົ້າໃຈ ກ່ຽວກັບວຽກງານ ປົກປ້ອງຜູ້ຊົມໃຊ້ ແລະ ການແຂ່ງຂັນທາງທຸລະກິດ ທີ່ແຂວງຈຳປາສັກ ໃນລະຫວ່າງວັນທີ 21-24 ກັນຍາ 2015 ແລະ ແຂວງຫຼວງພະບາງ ໃນລະຫວ່າງວັນທີ 27-30 ກັນຍາ 2015 ທີ່ຜ່ານມາ, ຊຶ່ງທັງສອງກອງປະຊຸມດັ່ງກ່າວນີ້ ແມ່ນໄດ້ຮັບການສະໜັບສະໜູນທຶນ ຈາກອົງການ AANZ – CLIP ອົດສະຕຣາລີ – ນິວຊີແລນ ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນທຽນ ແກ້ວສີພາ … Continue reading →
ໃນຕອນເຊົ້າທີ່ຂອງມື້ນີ້, ກົມນະໂຍບາຍການຄ້າຕ່າງປະເທດ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ເປີດກອງປະຊຸມເຜີຍແຜ່ສັນຍາການຄ້າສອງຝ່າຍ ແລະ ສັນຍາການຄ້າຊາຍແດນ ລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານ ສສ ຫວຽດນາມຂຶ້ນ ພາຍໃຕ້ການເປັນປະທານຂອງທ່ານ ດຣ ລາວຮົວ ເຈີຈິງ ຮັກສາການຫົວໜ້າກົມນະໂຍບາຍການຄ້າຕ່າງປະເທດ ກະຊວງ ອຄ. ທີ່ກອງປະຊຸມ ທ່ານ ດຣ ລາວເຮີ ເຈີຈິງ ຮັກສາການຫົວໜ້າກົມຍະໂຍບາຍການຄ້າຕ່າງປະເທດໄດ້ກ່າວສະເໜີຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ວ່າ: ສັນຍາການຄ້າສອງຝ່າຍ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານ ສສ ຫວຽດນາມ … Continue reading →
ໃນລະຫວ່າງວັນທີ 5-11 ກັນຍາ 2015 ທ່ານ ນາງ ເຂັມມະນີ ພົນເສນາ ລັດທະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມຄະນະໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື. ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລືລະດົມຄວາມຄິດເຫັນຕໍ່ຮ່າງສັນຍາວ່າດ້ວຍການສົ່ງເສີມ ແລະ ອຳນວຍຄວາມສະດວກດ້ານການຄ້າໃນເຂດສາມຫຼ່ຽມພັດທະນາ ກຳປູເຈຍ – ລາວ – ຫວຽດນາມ CLV ແລະ ກອງປະຊຸມສຳມະນາລະດົມຄວາມຄິດ ເພື່ອກຽມການເປັນເຈົ້າພາບກອງປະຊຸມອາຊຽນ ຂອງ ສປປລາວ ໃນປີ 2016. ສະເພາະວັນທີ 7 ກັນຍາ … Continue reading →
ວັນທີ 1 ກັນຍາ 2015 ທີ່ຜ່ານມາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມລະດົມຄວາມຄິດເຫັນຕໍ່ກົດລະບຽບພັກສະບັບປັບປຸງໃໝ່ ແລະ ທາບທາມບຸກຄະລາກອນຄະນະບໍລິຫານງານສູນກາງພັກສະໄໝທີ X ຮອບທີ I ທີ່ ຫ້ອງປະຊຸມໃຫຍ່ຂອງກະຊວງ ພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ນາງ ເຂັມມະນີ ພົນເສນາ ເລຂາຄະນະພັກ, ລັດຖະມົນຕີວ່າການ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ສະຫາຍ ວັນໄຊ ພອງສະຫວັນ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ຊຶ່ງເຂົ້າຮ່ວມໂດຍ ບັນດາສະຫາຍຄະນະປະຈໍາພັກ, ລັດຖະມົນຕີຊ່ວຍວ່າການ, ຄະນະພັກກະຊວງ, ເລຂາຄະນະພັກຮາກຖານ, ຄະນະໜ່ວຍພັກ, ຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ, … Continue reading →
ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໃຫ້ຮູ້ວ່າ: ໃນການເປັນປະທານອາຊຽນປີ 2016 ທີ່ຈະມາເຖິງນີ້ ຈາກຜົນກອງປະຊຸມຂອງກະຊວງ ອຄ, ພາກສ່ວນກ່ຽວຂ້ອງ ແລະ ຈາກພາກທຸຸລະກິດ ພວກເຮົາໄດ້ກຳນົດເອົາ 4 ຂົງເຂດບຸລິມະສິດ ໃນການລົງເລິກເພື່ອຍາດແຍ່ງຜົນປະໂຫຍດສູງສຸດ ເພື່ອພັດທະນາປະເທດເຮົາ ແລະ ຕໍ່ການພັດທະນາອາຊຽນ. ພິທີຖະແຫຼງຂ່າວຜົນກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 47 ໃນລະຫວ່າງວັນທີ 22 – 25 ສິງຫາ ຜ່ານມາ ທີ່ປະເທດມາເລເຊຍ ໄດ້ມີຂຶ້ນໃນຕອນບ່າຍວານນີ້ທີ່ກະຊວງ ອຄ ເຊິ່ງທ່ານລັດຖະມົນຕີວ່າການກະຊວງ ອຄ ໄດ້ແຈ້ງຜົນສຳເລັດຂອງກອງປະຊຸມດັ່ງກ່າວ. … Continue reading →
ໃນລະຫວ່າງວັນທີ 12 – 14 ສີງຫາ 2015 ທີ່ຜ່ານມານີ້ ທີ່ຫ້ອງປະຊຸມພະແນກອຸດສາຫະກຳ ແລະ ການຄ້າແຂວງອຸດົມໄຊ, ໄດ້ຈັດກອງປະຊຸມປະເມີນຜົນງານຂອງພະນັກງານລັດຖະກອນພາຍໃນພະແນກອຸດສາຫະກຳ ແລະ ການຄ້າ ປະຈຳສົກປີ 2014-2015 ຂື້ນຢ່າງເປັນທາງການໂດຍການເປັນປະທານຂອງທ່ານ ບຸນທັນ ວັນນະໄຈ ກຳມະການປະຈຳພັກແຂວງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ມີພະນັກງານລັດຖະກອນສົມບູນພາຍໃນພະແນກອຸດສາຫະກຳ ແລະ ການຄ້າ ເຂົ້າຮ່ວມທັງໝົດຈຳນວນ 44 ສະຫາຍ, ຍິງ 12 ສະຫາຍ. ເພື່ອເຮັດໃຫ້ກອງປະຊຸມໃນຄັ້ງນີ້ມີບັນຍາກາດ, ມີຄວາມໝາຍຄວາມສຳຄັນ ແລະ ຝົດຝື້ນນັ້ນ ບັນດາແຕ່ລະສະຫາຍກໍ່ໄດ້ຂື້ນຜ່ານໃບສຳຫຼວດຂອງຕົນເອງ ໃຫ້ສະມາຊິກພາຍໃນປະກອບຄຳຄິດເຫັນ, ຕຳນິສົ່ງຂ່າວເພື່ອກໍ່ສ້າງຊຶ່ງກັນ ແລະ ກັນໂດຍສະເພາະເພື່ອເສີມຂະຫຍາຍດ້ານດີ … Continue reading →