ຂ່າວພາຍໃນ

ໂດຍ: admin ວັນທີ 10 Feb, 2016 ເວລາ 10:58 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
pic001-small

  ກອງ​ປະຊຸມ​ວຽກ​ງານ​ກວດກາ​ຂອງ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ (ອຄ) ປະຈຳ​ປີ 2015 ​ໄດ້​ຍົກ​ໃຫ້​ເຫັນ​ຫຼາຍ​ດ້ານ​ທີ່​ປະສົບຜົນສຳ​ເລັດ ​ແລະ ຫຼາຍ​ດ້ານ​ທີ່​ຍັງ​ເປັນ​ສິ່ງ​ທ້າ​ທາຍ ​ໂດຍ​ສະ​ເພາະ​ການ​ສົ່ງ​ເສີມ​ການ​ຜະລິດ​ເປັນ​ສິນຄ້າ​ຂອງ​ປະຊາຊົນ​ຍັງ​ບໍ່​ທັນ​ຫຼາກ​ຫຼາຍ, ຂໍ້​ມູນ​ການ​ເຊື່ອມ​ໂຍງ​ຍັງ​ບໍ່​ທັນ​ໄດ້​ເຜີຍ​ແຜ່​ຢ່າງ​ກວ້າງຂວາງ. ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​ວ່າການ​ກະຊວງ ອຄ ​ໄດ້​ກ່າວ​ໃນ​ກອງ​ປະຊຸມ​ວ່າ: ຜ່ານ​ການຈັດ​ຕັ້ງ​ປະຕິບັດ​ໜ້າ​ທີ່​ຂອງ​ກົມ​ກວດກາ ກໍ່​ໄດ້​ຮັບ​ການຈັດ​ຕັ້ງ​ປະຕິບັດ​ເປັນ​ປົກກະຕິ ​ແລະ ສາມາດ​ສະກັດ​ກັ້ນ ​ແລະ ​ແກ້​ໄຂ​ໄດ້​ສິ່ງ​ຫຍໍ້​ທໍ້, ຂໍ້​ຂາດ​ຕົກ​ບົກ​ຜ່ອງ ​ເພື່ອ​ປະກອບສ່ວນ​ອັນ​ສຳຄັນ​ໃນ​ການ​ເພີ່ມ​ທະວີ​ບົດບາດ​ການ​ນຳພາ​ຂອງ​ພັກ, ຍົກ​ສູງ​ຄວາມ​ສັກສິດ​ໃນ​ການ​ຄຸ້ມ​ຄອງ​ລັດ ຄຸ້ມ​ຄອງ​ສັງຄົມ​ໃຫ້​ເຂົ້າ​ສູ່​ລະບຽບທີ່​ດີ​ຂຶ້ນ​ເທື່ອ​ລະ​ກ້າວ. ທ່ານ​ລັດຖະມົນຕີ ກ່າວ​ຕື່ມ​ອີກ​ວ່າ: ຄຽງ​ຄູ່​ກັບ​ຜົນສຳ​ເລັດ​ທີ່​ຍາດ​ມາ​ໄດ້​ນັ້ນ ​ເມື່ອ​ທຽບ​ກັບ​ຄາດໝາຍ​ສູ້​ຊົນ​ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IX ຂອງ​ພັກ ​ແລະ ກອງ​ປະຊຸມ​ວຽກ​ງານ​ກວດກາ​ຄັ້ງ​ທີ II ວາງ​ອອກ ​ໂດຍ​ທຽບ​ໃສ່​ແຜນການ​ວຽກ​ງານ​ກວດກາ​ຂອງ​ກະຊວງ … Continue reading

ໂດຍ: admin ວັນທີ 13 Jan, 2016 ເວລາ 01:50 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_9724

  ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ (ອຄ) ຈັດ​ກອງ​ປະຊຸມ​ເຜີຍ​ແຜ່​ກົດໝາຍ​ວ່າ​ດ້ວຍ​ການ​ແຂ່ງຂັນ​ທາງ​ທຸລະ​ກິດ ​ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ​ການ​ຄ້າຂາຍ ​​ເພື່ອ​ສ້າງ​ຄວາມ​ເອກະ​ພາບ​ໃນ​ການ​ເຮັດ​ທຸລະ​ກິດ, ປົກ​ປ້ອງ​ຜູ້​ຊົມ​ໃຊ້ ​ແລະ ສ້າງ​ທ່າ​ແຮງ​ທາງ​ການ​ຄ້າ​ໃນ​ເວທີ​ອາ​ຊຽນ. ທ່ານ ສົມ​ຈິດ ອິນ​ທະ​ມິດ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາຫະກຳ​ ​ແລະ ການ​ຄ້າ ​ໄດ້​ກ່າວ​ວ່າ: ກົດໝາຍ​ວ່າ​ດ້ວຍ​ການ​ແຂ່ງຂັນ​ທາງ​ທຸລະ​ກິດ​ມີ​ຄວາມ​ສຳຄັນ​ຫຼາຍ​ໃນ​ການ​ສ້າງ ສປປ ລາວ ​ໃຫ້​ມີ​ຄວາມ​ສາມາດ​ແຂ່ງຂັນ​ສູງ​ໃນ​ລະດັບ​ພາກ​ພື້ນ ​ແລະ ສາກົນ ​ແລະ ​ເຮັດ​ໃຫ້​ລະ​ບົບກົດໝາຍ​ຂອງ ສປປ ລາວ ​ເຊື່ອມ​ໂຍງ​ກັບ​ສາກົນ. ກົດໝາຍ​ດັ່ງກ່າວ​ຈະ​ເນັ້ນໃຫ້​ລະບົບ​ເສດຖະກິດ​ຂະຫຍາຍຕົວ ​ແລະ ​ເຮັດ​ໃຫ້​ຜູ້​ຊົມ​ໃຊ້​ໄດ້​ຮັບ​ຜົນ​ປະ​ໂຫຍ​ດສູງ​ສຸດ​ຈາກ​ສະພາບ​ການ​ແຂ່ງຂັນ, ການ​ແຂ່ງຂັນ​ບໍ່​ພຽງ​ແຕ່​ຈະ​ເປັນ​ການ​ສົ່ງ​ເສີມ ​ແລ​ະ ຊຸກຍູ້ ​ໃຫ້​ບັນດາ​ຫົວໜ່ວຍ​ທຸລະ​ກິດ ​ໃຫ້​ມີ​ການ​ຄົ້ນຄວ້າ​ເທົ່າ​ນັ້ນ ​ແຕ່​ຍັງ​ເປັນ​ການ​ເຮັດ​ໃຫ້​ຫົວໜ່ວຍ​ທຸລະ​ກິດ​ພັດທະນາ​ສິນຄ້າ ​ແລະ ການ​ບໍລິການ​ຂອງ​ຕົນ​ໃຫ້​ມີ​ຄວາມ​ຫຼາກ​ຫຼາຍ, … Continue reading

ໂດຍ: admin ວັນທີ 13 Jan, 2016 ເວລາ 01:55 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
???????????????????????????????

  ໃນ​ວັນ​ພະຫັດ​ ທີ 7 ມັງກອນ 2016 ທີ່​ຜ່ານ​ມາ ທີ່​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ມີ​ພິທີ​ປະກາດແຕ່ງ​ຕັ້ງ ທາ່ນ ກຽງຄຳ​ໝັ້ນ ​ໂຄດ​ຕະວົງ ຂຶ້ນ​ເປັນ​ຮອງ​ຫົວໜ້າ​ກົມ​ນະ​ໂຍບາຍ​ການ​ຄ້າ​ຕ່າງປະ​ເທດ ​ແລະ ທ່ານ ຂວັນ​ໃຈ ອ່ຽມສຸທິ ຂຶ້ນ​ເປັນ​ຮອງ​ຫົວໜ້າ​ກົມ​ການ​ຄ້າ​ພາຍ​ໃນ ຄົນ​ໃໝ່, ​ໃຫ້​ກຽດ​ເປັນ​ປະທານ​ໂດຍ ທ່ານ ນາງ ​ເຂ​ັມມະນີ ພົນ​ເສນາ ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ພ້ອມ​ດ້ວຍ​ຕ່າງ​ໜ້າ​ຈາກ​ບັນດາ​ກົມ​ອ້ອມ​ຂ້າງ​ເຂົ້າ​ຮ່ວມ. ​ໂອກາດ​ດຽວ​ກັນ, ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ​ໄດ້​ກ່າວ​ວ່າ: ອີງ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າ​ທີ່​ວຽກ​ງານ ​ແລະ ຄວາມ​ກ້າວໜ້າ​ໃນ​ການ​ຝຶກ​ຝົນ​ຫຼໍ່​ຫຼອມຂອງ​ບັນດາ​ພະນັກງານ​ຂັ້ນ​ພະ​ແນ​ກທີ່​ມີ​ຄວາມ​ສາມາດ​ສູງ ຈົນ​ສາມາດ​ກ້າວ​ຂຶ້ນ​ໄປ​ເປັນ​ລະດັບ​ຮອງ​ຫົວໜ້າ​ກົມ​ໄດ້. … Continue reading

ໂດຍ: admin ວັນທີ 7 Jan, 2016 ເວລາ 10:23 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
???????????????????????????????

​​​​ ໃນ​ຕອນ​ບ່າຍ​ຂອງ​ມື້​ນີ້, ກົມ​ແຜນການ ​ແລະ ກາ​ນຮ່ວມ​ມື ກະຊວງ ອຸດສາຫະກຳ ​ແລະ ການ​ຄ້າ (ອຄ) ​ໄດ້​​​ຈັດພິທີ​ມອບ​ຮັບ ​ໃບ​ຢັ້ງຢືນ​ເປັນ​ໜ່ວຍ​ພັກ​ເຂັ້ມ​ແຂງ ຮູ້​ນຳພາ​ຮອບດ້ານ ຄັ້ງ​ທີ II ປະຈຳ​ສົກ​ປີ 2014-2015 ຂອງ​ໜ່ວຍ​ພັກ ກົມ​ແຜນການ ​ແລະ ການ​ຮ່ວມ​ມື ຂຶ້ນທີ່​ຫ້ອງ​ປະຊຸມ​ພັກ ກະຊວງ​ ອຄ ​ໂດຍການ​ເປັນ​ປະທານ​ຂອງ​ ທ່ານ ນາງ ​ເຂັມ​ມະນີ ພົນ​ເສ​ນາ ​ເລຂາ​ຄະນະ​ພັກ, ລັດຖະມົນຕີ​ວ່າການ ກະຊວງ​ ອຄ, ທ່ານ ສົມ​ຈິດ ອິນ​ທະ​ມິດ ຄະນະ​ປະຈຳ​ພັກ, ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ ອຄ, … Continue reading

ໂດຍ: admin ວັນທີ 29 Dec, 2015 ເວລາ 04:25 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_20151229_094438

ໃນ​ຕອນ​ເຊົ້າ​ຂອງ ​ວັນທີ 21 ແລະ 23 ທັນ​ວາ 2015 ທີ່​ຜ່ານ​ມາ ​ຢູ່​​ໂຮງ​ແຮມດອນ​ຈັນພາ​ເລດ, ນະຄອນຫຼວງວຽງຈັນ. ໄດ້​ຈັດ​ພິທີ​ເຊັນ​ສັນຍາ​​ກູ້​ຢືມ​ຕໍ່ຂຶ້ນ ລະ​ຫວ່າງ ກົ​ມ​ສົ່ງ​ເສີມວິ​ສາ​ຫະກິດ​ຂະໜາດນ້ອຍ ​ແລະ ກາງ (ກ​ສວ) ​ກັບ​ສອງ​ທະ​ນ​າ​ຄານ​ທຸ​ລະ​ກິດ ​ຊຶ່ງໄດ້​ແກ່ ​ທະ​ນາ​ຄານ ລາວ​ຈີນ ຈຳ​ກັດ ແລະ ​ທະທະ​ນາຄາ​ນ ເອັ​ສ​ທີ ຈຳ​ກັດ ຕາມ​ລຳ​ດັບ. ຈຸດ​ປະສົງຂອງການເຊັນສັນຍາຄັ້ງນີ້ ແມ່ນ​ເປັນ​ການສະໜອງແຫຼ່ງທຶນ​ໃຫ້ແກ່ ​ທະ​ນາ​ຄານທຸ​ລະ​ກິດ ​ ເພື່ອປ່ອຍເງິນ ກູ້ຕໍ່ໃຫ້ແກ່ SME ຢູ່ ສ ປ ປ ລາວ, ໂດຍ​ສະ​ເພາະ​ແມ່ນ​ສະ​ໜອງ​​ເງິນທຶນໄລ​ຍະ​ຍາວ (​​ທຶນ​ຄົງ​ທີ່). … Continue reading

ໂດຍ: admin ວັນທີ 10 Nov, 2015 ເວລາ 11:07 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
001nne

  ປະຕິບັດຕາມກົດໝາຍວ່າດ້ວຍການປົກປ້ອງຜູ່ຊົມໃຊ້ ສະບັບເລກທີ 02/ສພຊ, ລົງວັນທີ 30 ມິຖຸນາ 2010, ຕາມຫາງສຽງສະທ້ອນຂອງສັງຄົມກ່ຽວກັບການດໍາເນີນທຸລະກິດນໍ້າມັນເຊື້ອໄຟ ທີ່ມີບາງປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ຈໍາ ໜ່າຍນໍ້າມັນ ບໍ່ໄດ້ຄຸນນະພາບ, ມີນໍ້າ ແລະ ສິ່ງເປີະເປື້ອນ ເຈືອປົນ,  ຕໍ່ບັນຫາດັ່ງກ່າວໂດຍປະຕິບັດຕາມກົດໝາຍ ແລະ ລະບຽບການ ກົມການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມເປັນຜູ່ຄຸ້ມຄອງການດໍາເນີນທຸລະກິດ ນໍ້າມັນເຊື້ອໄຟ ທັງເປັນອົງການປົກປ້ອງຜູ່ຊົມໃຊ້ຂອງຂະແໜງອຸດສາຫະກໍາ ແລະ ການຄ້າ. ໃນຊ່ວງເດືອນ ກັນຍາ ປີ 2015 ກົມການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ແຕ່ງຕັ້ງເຈົ້າໜ້າທີ່ກວດກາການຄ້າ ລົງສົມທົບກັບ ກົມມາດຕະຖານ, … Continue reading

ໂດຍ: admin ວັນທີ 10 Nov, 2015 ເວລາ 06:37 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
005

  ​​​ເມື່ອ​ອາທິດ​ຜ່ານ​ມາ, ກົມ​ແຜນການ ​ແລະ ກາ​ນຮ່ວມ​ມື ກະຊວງ ອຸດສາຫະກຳ ​ແລະ ການ​ຄ້າ (ອຄ) ​ໄດ້​​​ເປີດກອງ​ປະຊຸມ​ຝຶກ​ອົມ​ຮົມ​ການ​ຂຽນ​ບົດ​ສະ​ເໜີ​ໂຄງການ ​ແລະ ກາ​ນຄຸ້ມ​ຄອງ​ໂຄງການ​ລົງທຶນ​ຂອງ​ລັດຂຶ້ນ ທີ່​ຫ້ອງການ​ພະ​ແນ​ກອຸດສາຫະກຳ ​​ແລະ ການ​ຄ້າ ​ແຂວງ​ຊຽງ​ຂວາງ ​ໂດຍ​ພາຍ​ໃນ​ການ​ເປັນ​ປະທານ​ກອງ​ປະຊຸມ​ຂອງ​ ທ່ານ ສົມ​ຈິດ ອິນ​ທະ​ມິດ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ ອຄ, ​ເຂົ້າ​ຮ່ວມກອງ​ປະຊຸມ​ຝຶກ​ອົບຮົມ​ໃນ​ຄັ້ງ​ນີ້​ມີ​ພະນັກງານ​ຈາກ​ບັນດາ​ກົມ​ອ້ອມ​ຂ້າງ​ກະຊວງ, ຈາກ​ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ​ແຂວງ ທົ່ວ​ປະ​ເທດ ລວມທັງ​ໝົດ 82 ສະຫາຍ ພ້ອມ​ດ້ວຍນັກ​ສຳ​ມະ​ນາ​ກອນຈາກ​ກົມ​ປະ​ເມີນ​ຜົນ ກະຊວງ​ແຜນການ ​ແລະ ການລົງທຶນ ອີກ 3 ສະຫາຍ. ຈຸດປະສົງ​​ຂອງ​ການ​ຝຶກ​ອົບຮົມ​ຄັ້ງ​ນີ້​​ເພື່ອ​ເປັນ​ການ​ປຶກສາ​ຫາລືຖອດ​ຖອນ​ບົດຮຽນ​ກ່ຽວ​ກັບ​ການ​ຂຶ້ນ​ແຜນຂໍ​ງົບປະມານ​ຂອງ​ລັດ, ການ​ຂຽນ​ບົດ​ສະ​ເໜີ​ໂຄງການ … Continue reading

ໂດຍ: admin ວັນທີ 26 Oct, 2015 ເວລາ 10:21 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
???????????????????????????????

  ເພື່ອ​ເປັນ​ການ​ເສີມ​ຂະຫຍາຍສາຍ​ການ​ພົວພັນ-ຮ່ວມ​ມື​ ​ລະຫວ່າງ ສປປ ລາວ ​ແລະ ສປປ ​ເກົາຫລີ ​ໃຫ້​ມີ​ຄວາມ​ແໜ້ນ​ແຝ້ນ ​ແລະ ​​ຂະຫຍາຍຕົວ​ຍິ່ງ​ຂຶ້ນ​, ​ໃນວັນ​ທີ 22 ຕຸລາ 2015 ທີ່​ຜ່ານ​ມາ ທີ່​ກະຊວງ​ອຸດ​ສາ​ຫະກໍາ ​ແລະ ການ​ຄ້າ ​ໄດ້​ຈັດ​ກອງ​ປະ​ຊຸມ​ພົບປະ ລະຫວ່າງ ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ແລະ ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ພົວພັນ​ເສດຖະກິດ​ກັບ​ຕ່າງປະ​ເທດ. ກອງ​ປະຊຸມ​ພົບ​ປະ​ໃນຄັ້ງ​ນີ້ໂດຍ​ການ​ເປັນ​ປະທານຮ່ວມ​ຂອງ​ທ່ານ​​ ນາງ ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ​ແລະ ທ່ານ ຣີ ຢອງ​ນາມ ລັດຖະມົນຕີ​ວ່າການ​ກະຊວງ​ພົວພັນ​ເສດຖະກິດ​ກັບ​ຕ່າງປະ​ເທດ ສປປ ​ເກົາຫລີ. … Continue reading

ໂດຍ: admin ວັນທີ 26 Oct, 2015 ເວລາ 07:09 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
???????????????????????????????

  ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 22 ຕຸລາ 2015 ຜ່ານ​ມາ, ທີ່ກະຊວງ​ອຸດສາຫະກຳ​ ​ແລະ ການ​ຄ້າ (ອຄ) ​ໄດ້​ຈັດ​ພິທີ ມອບ​-ຮັບ​ ​ເງິນ​ອຸປະຖຳ​ຈາກ​ທ່ານ​ປະທານ​ກຸ່ມ​ບໍລິສັດ​ຄຳ​ໄພ່​ກໍ່ສ້າງ​ຈຳກັດ​ຜູ້​ດຽວ ຈຳນວນ 50 ລ້ານ​ກີບ ​ເພື່ອ​ນຳ​ໃຊ້ ​ເຂົ້າ​ໃນ​ວຽກ​ງານ​ກະກຽມ​ງານ​ສະ​ເຫຼີມສະຫຼອງ​ວັນຊາດ​ທີ 2 ທັນວາ ຄົບຮອບ 40 ປີ ທີ່​ຈະ​ຈັດ​ຂຶ້ນ​ທ້າຍປີ​ນີ້. ພິທີ​ດັ່ງ​ກາວ​ໃຫ້​ກຽດ​ເຂ​ົ້າຮ່ວມ​ຮັບ​ເອົາ​ໂດຍ​ ທ່ານ ນາງ ​ເຂັມ​ມະນີ​ ພົນ​ເສນາ ລັດ​ຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ພ້ອມ​ດ້ວຍຕ່າງ​ໜ້າ​ຄະນະ​ຫ້ອງການ, ຄະນະ​ຮັບ​ຜິດ​ຊອບ​ສວນສະໜາມ ​ແລະ ພະນັກງານ​ຈຳນວນ​ໜຶ່ງ​ກໍ​ໄດ້​ເຂົ້າ​ຮ່ວມ. ​ເພື່ອ​ເປັນ​ກາ​ນສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ການ​ປະກອບສ່ວນ​ດັ່ງ​ກ່າວ ທ່ານ​ລັດຖະມົນຕີ​ວ່າການ ກໍ່​ໄດ້​ມອບ​ໃບ​ກຽດ​ຕິ​ຄຸນ​ໃຫ້​ແກ່​ທ່ານ​ປະ​ທ່ານ​ບໍລິສັດ ທີ່​ໄດ້​ໃຫ້ການ​ອຸປະຖຳ … Continue reading

ໂດຍ: admin ວັນທີ 19 Oct, 2015 ເວລາ 06:11 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
llp07

  ໃນວັນທີ 14 ຕຸລາ 2015 ທີ່​ຜ່ານ​ມາ, ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີວ່າການ ກະຊວງອຸດສາຫະກໍາ ແລະ ການຄ້າ ສືບຕໍ່ນໍາພາຄະນະພະນັກງານຂອງກະຊວງອຸດສາຫະກໍາ ແລະ ກາຄ້າ ພົບປະກັບຄະນະນໍາ ແລະ ພະນັກງານຂອງພະແນກອຸດສາຫະກໍາ ແລະ ການຄ້າແຂວງ ຫຼວງນໍ້າທາ ແລະ ເຂົ້າຢ້ຽມຂໍ່ານັບ ທ່ານ ເພັດຖາວອນ ພິລາວັນ ເຈົ້າແຂວງ ແຂວງຫຼວງນໍ້າທາ ຊຶ່ງໄດ້ແລກປ່ຽນຮ່ວມກັນກ່ຽວກັບສະພາບການພັດທະນາວຽກງານອຸດສາຫະກໍາ ແລະ ການຄ້າ ຂອງແຂວງ ໃນໄລຍະຜ່ານມາ. ຈາກນັ້ນໃນຕອນບ່າຍຂອງວັນດຽວກັນ, ຄະນະຜູ້ແທນຂອງກະຊວງ ອຄ ໄດ້ສືບຕໍ່ເດີນທາງໄປເຮັດວຽກທີ່ ແຂວງບໍ່ແກ້ວ … Continue reading