ຂ່າວພາຍໃນ

ໂດຍ: admin ວັນທີ 26 May, 2016 ເວລາ 08:17 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
web002

  ​ໃນ​ຕອນ​ເຊົ້າ​ຂອງ​ວັນທີ 23 ພຶດສະພາ 2016 ຜ່ານມາ, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ (ອຄ)​ ​ໄດ້​ຈັດ​ກອງ​ປະຊຸມ​ເຊື່ອມ​ຊຶມມະຕິ​ກອງ​ປະຊຸມ​ໃຫຍ່ຜູ້​ແທນ​ທົ່ວປ​ະ​ເທດ ຄັ້ງ​ທີ X ຂອງ​ພັກຂຶ້ນ ທີ່​ຫ້ອງ​ປະຊຸມ​ໃຫຍ່​ຂອງ​ກະຊວງ ອຄ ​ໂດຍ​ໃຫ້​ກຽດ​ເຂົ້າ​ຮ່ວມ​ເປັນ​ປະທານ​ໂດຍ ສະຫາຍ ນາງ ​ເຂັມ​ມະນີ ພົນ​ເສນາ ກຳມະການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ບໍລິຫານ​ງານ​ພັກ​ກະຊວງ, ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ, ມີ​ບັນດາ​ສະ​ຫາຍ​ໃນ​ຄະນະ​ບໍລິຫານ​ງານ​ພັກ​ກະຊວງ, ຮອງ​ລັດຖະມົນຕີ​ກະຊວງ, ຫົວໜ້າ​ກົມ, ຮອງ​ຫົວໜ້າ​ກົມ, ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ເສດຖະກິດ​ການ​ຄ້າ, ຮອງ​ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ເສດ​ຖະກິດ​ການ​ຄ້າ, ບັນດາ​ເລຂາ​ຄະນະ​ພັກ​ຮາກ​ຖານ, ​ເລຂາ, ຮອງ​ເລຂາ​ໜ່ວຍ​ພັກ​ລັດ​ວິ​ສາ​ຫະກິດ ​ແລະ ບໍລິສັດ​ອ້ອມ​ຂ້າງ​ອົງຄະ​ນະ​ພັກ​ກະຊວງ ລວມທັງ​ໝົດ 242 ທ່ານ. … Continue reading

ໂດຍ: admin ວັນທີ 26 May, 2016 ເວລາ 07:10 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
web0001

  ວັນທີ 18 ພຶດສະພາ ຜ່ານມາ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ການຜະລິດ ແລະ ຈໍລະຈອນ ໄດ້ໂອ້ລົມການນຳກະຊວງອຸດສາຫະກຳ ແລະ ການຄ້າ ເຊິ່ງທ່ານ ເນັ້ນ 3 ບັນຫາ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ຂອງກະຊວງ ບັນລຸຕາມລະດັບຄາດໝາຍ. ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ກ່າວວ່າ: ກ່ອນອື່ນທ່ານໄດ້ຊົມເຊີຍ ຜົນງານທີ່ກະຊວງ ຍາດໄດ້ໃນໄລຍະຜ່ານມາ ໂດຍສະເພາະການເຂົ້າເປັນສະມາຊິກຂອງອົງການການຄ້າໂລກ, ການເປີດປະຊາຄົມເສດຖະກິດອາຊຽນ. ໃນນັ້ນ ບັນຫາທີຂະແໜງອຸດສາຫະກຳ ແລະ ການຄ້າຕ້ອງເບິ່ງຄືນ ແມ່ນຈິນຕະນາການຕ້ອງໄດ້ຫັນປ່ຽນ ຕ້ອງເບິ່ງຢ່າງຮອບດ້ານ ເຫັນໄດ້ອັນໃດເປັນກາລະໂອກາດ ອັນໃດເປັນສິ່ງທ້າທາຍ ໃນເງື່ອນໄຂຂອງການເຊື່ອມໂຍງ, ຊອກໃຫ້ເຫັນໄດ້ບັນຫາ … Continue reading

ໂດຍ: admin ວັນທີ 26 May, 2016 ເວລາ 07:51 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_5971

  ໃນ​ວັນ​ທີ 17 ພຶດ​ສະ​ພາ 2016 ທີ່​ຜານ​ມາ. ກ​ະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ກາ​ນ​ຄ້າ, ກ​ະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ແລ​ະ ໂຄງ​ການ GIZ ໄດ້​ຮ່ວມ​ກັນ​ຈັດ​ກ​ອງ​ປະ​ຊຸມ ທົບ​ທວນ​ຄື​ນ ​ໂຄງ​ການ ເຊື່ອມ​ໂຍງ​ເສດ​ຖະ​ກິດ​ຂອງ ສ​ປ​ປ ​ລາວ​ ເພື່ອ​ພັດ​ທະ​ນາ​ດ້​ານ​ເສດ​ຖະ​ກິດ ແລະ ການ​ຄ້າ (RELATED Project) ແລະ ປຶກ​ສາ​ຫາ​ລືກ່ຽວ​ກັບ ຂໍ້ລິເລີ່ມຂອງໂຄງ​ການ ການເຊື່ອມໂຍງພາຍໃຕ້ຂອບຕະຫຼາດ ແລະ ຖານຜະລິດໜຶ່ງດຽວໃນອາຊຽນ (IAI) ພາຍ​ໃຕ້​ການ​ຊ່ວຍ​ເຫຼືອ​ຂອງ ປະ​ເທດ​ເຢຍ​ລະ​ມັນ. ກອງ​ປະ​ຊຸມ​ດັ່ງ​ກ່າວ​ຈັດ​ຂື້​ນ​ທີ່ ໂຮງ​ແຮມ​ເມ​ີ​ກຽວ, ນະ​ຄອນ​ຫຼວງວຽງ​ຈັນ ໂດຍ​​ການ​ເປັນ​ປະ​ທານ​ຂອງ​ທ່ານ ສີ​ລິ​ສຳ​ພັນ … Continue reading

ໂດຍ: admin ວັນທີ 7 Apr, 2016 ເວລາ 01:13 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_4260

ຜ່ານການລົງເກັບກໍາຂໍ້ມູນຢູ່ນະຄອນຫຼວງວຽງຈັນ ແລະ ການຄົ້ນຄ້ວາວິໄຈຂອງກົມການຄ້າພາຍໃນ, ໄດ້ຍັ້ງຢືນວ່າ ລາຄາຊີ້ນໝູແຕ່ນີ້ຮອດຫຼັງປີໃໝ່ລາວ 2016 ລາຄາຈະບໍ່ມີການເໜັງຕີງຫຼື ປ່ຽນແປງ.ຈາກການຕິດຕາມ ແລະ ເກັບກໍາຂໍ້ມູນຈາກພາກສ່ວນທີ່ກ່ຽວຂ້ອງ ແລະ 4 ຟາມໃຫ່ຍຢູ່ນະຄອນຄອນຫຼວງ ຄື: ຊີພີ, ເບຕາໂກ, ແສງເດືອນຟາມ ແລະ ຍູດີຟາມ ກ່ຽວກັບສະພາບການຜະລິດ ເພື່ອການສະໜອງຄວາມຕ້ອງການບໍລິໂພກ, ເຫັນວ່າການສະໜອງມີພຽງພໍກັບຄວາມຕ້ອງການບໍລິໂພກຊີ້ນໝູ ແລະ ອີງໃສ່ຕົວເລກຂໍ້ມູນຈາກກົມລ້ຽງສັດ ແລະ ການປະມົງ ແລະ ຂໍ້ມູນໂພຊະນາການ ແລະ ປະຊາກອນແລ້ວ ເຫັນວ່າ: ການຜະລິດ ເພື່ອສະໜອງຊີ້ນ ແມ່ນສາມາດຜະລິດໄດ້ 84,003 ໂຕນ/ປີ ແລະ ຄວາມຕ້ອງການບໍລິໂພກມີປະມານ 63,495 ໂຕນ/ປີ … Continue reading

ໂດຍ: admin ວັນທີ 25 Mar, 2016 ເວລາ 11:43 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
cplgroup

ກອງປະຊຸມຄະນະຜູ້ຊ່ຽວຊານວຽກງານແຂ່ງຂັນທາງທຸລະກິດອາຊຽນ ຄັ້ງທີ17 ແລະ ກອງປະຊຸມກ່ຽວຂ້ອງ ໃນວັນທີ 22-24 ມີນາ 2016 ທີ່ ນະຄອນຫລວງວຽງຈັນ ໃນວັນທີ 22-24ມີນາ 2016ຜ່ານມານີ້, ຢູ່ທີ່ໂຮງແຮມ ວຽງຈັນພຣາຊາ,ນະຄອນຫລວງວຽງຈັນ, ກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມຄະນະຜູ່ຊ່ຽວຊານວຽກງານແຂ່ງຂັນທາງທຸລະກິດອາຊຽນຄັ້ງທີ17 ແລະ ກອງປະຊຸມທີ່ກ່ຽວຂ້ອງຂຶ້ນຢ່າງເປັນທາງການ ​ໂດຍການເປັນປະທານ ຂອງທ່ານ ຂວັນໃຈ ອ່ຽມສຸທິ ຮອງຫົວໜ້າກົມການຄ້າພາຍໃນ ແລະ ທັງເປັນປະທານຄະນະຜູ່ຊ່ຽວຊານວຽກ​ງາ​ນແຂ່ງຂັນທາງທຸລະກິດອາ​ຊຽນໃນປີ 2016 ນອກນີ້ຍັງມີ​ບັນດາຊ່ຽວຊານວຽກງານແຂ່ງຂັນທາງທຸລະກິດຈາກ 10 ປະເທດອາຊຽນ, ຄະນະກອງເລຂາອາຊຽນ ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ຊຶ່ງ​ລວມທັງ​ໝົດ 30 ກວ່າ ທ່ານ. ຄະນະຜູ່ຊ່ຽວຊານວຽກງານແຂ່ງຂັນທາງທຸລະກິດອາຊຽນ … Continue reading

ໂດຍ: admin ວັນທີ 17 Mar, 2016 ເວລາ 02:15 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
Untitled-1

  ໃນຕອນ​ເຊົ້າ​ ຂອງ​ວັນ​ທີ 10 ມີນາ 2016  ທີ່ຜ່ານ, ຢູ່ທີ່​ຫ້ອງ​ປະຊຸມ​ຊັ້ນ 3 ຂອງຫ້ອງວ່າການປົກຄອງ​ແຂວງອຸດົມໄຊ ​ໄດ້​ມີ​ພິທີ​ເຊັນບົດບັນທຶກມອບ-ຮັບ ໜ້າທີ່ຕຳແໜ່ງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ລະຫວ່າງຜູ້ເກົ່າ ແລະ ມອບໃຫ້ຜູ້ໃໝ່ຂື້ນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ເພັດສາຄອນ ຫຼວງອາໄພ​ ເລຂາພັກແຂວງ ເຈົ້າແຂວງອຸດົມໄຊ, ​ເຂົ້າຮ່ວມເປັນສັກຂີພິຍານໃນຄັ້ງນີ້ມີແຂກເຊີນຈາກຂະແໜງການທີ່ກ່ຽວຂ້ອງຂອງແຂວງ ແລະ ພະນັກງານພາຍໃນພະແນກ ອຄ ພ້ອມດ້ວຍພະນັກງານພາຍໃນຫ້ອງການ ອຄ 7 ເມືອງ ​ເຂົ້າ​ຮ່ວມ​ທັງ​ໝົດ  62  ສະຫາຍ, ຍິງ  9   ສະຫາຍ, ເຊີ່ງຫົວໜ້າພະແນກ ອຄ … Continue reading

ໂດຍ: admin ວັນທີ 19 Feb, 2016 ເວລາ 12:03 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
???????????????????????????????

  ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ (ອຄ) ​ໄດ​້ຈັດ​ກອງ​ປະຊຸມ​ເຊື່ອມ​ຊຶມ​ເອກະສານ​ກະກຽມ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ​ແລະ ສະພາ​ປະຊາຊົນ​ຂັ້ນ​ແຂວງ​ໃຫ້​ພະນັກງານ​ທີ່​ຂຶ້ນ​ກັບ ກະຊວງ ອຄ ​ເພື່ອ​ໃຫ້​ເຂົ້າ​ໃຈ​ຈຸດປະສົງ, ​ເປົ້າ​ໝາຍ ຮັບປະກັນ​ຜົນສຳ​ເລັດ​ໃນ​ບັ້ນ​ເລືອກ​ຕັ້ງ ​ແລະ ສາມາດ​ເລືອກ​ໄດ້​ບຸກຄົນ​ທີ່​ເປັນ​ຕົວ​ແທນ​ຂອງ​ປະຊາຊົນ. ກອງ​ປະຊຸມ​ດັ່ງກ່າວ ມີ​ຜູ້​ເຂົ້າ​ຮ່ວມ​ທົ່ວ​ກະຊວງ ອຄ, ສະພາ​ການ​ຄ້າ ​ແລະ ອຸດສາຫະກຳ​ແຫ່ງ​ຊາດ ​ແລະ ລັດ​ວິ​ສາ​ຫະກິດ​ທີ່​ຂຶ້ນ​ກັບ​ກະຊວງ ອຄ ທັງ​ໝົດ 533 ທ່ານ ​ໂດຍ​ແບ່ງ​ເປັນ 2 ວັນ​ຄື: ວັນ​ທີ 17 ກຸມພາ 2016 ມີ​ຜູ້​ເຂົ້າ​ຮ່ວມ 279 ທ່ານ ​ແລະ … Continue reading

ໂດຍ: admin ວັນທີ 11 Feb, 2016 ເວລາ 03:12 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
ftpdd1

  ກົມ​ນະ​ໂຍບາຍ​ການ​ຄ້າ​ຕ່າງ​ປະ​ເທດ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ (ອຄ) ​ໄດ້​ຈັດ​ເວທີ​ສົນທະນາ​ແລກປ່ຽນ​ຄຳ​ຄິດ​ເຫັນ​ພາຍຫຼັງ​ເຂົ້າ​ເປັນ​ສະມາຊິກ​ອົງການໆ​ຄ້າ​ໂລກ (ອຄລ) ຂອງ ສປປ ລາວ ຄົບຮອບ 3 ປີ. ກອງ​ປະຊຸມ​ດັ່ງກ່າວ​ຈັດ​ຂຶ້ນ​ໃນ​ທ້າຍ​ອາທິດ ຜ່ານ​ມາ​ທີ່​ກະຊວງ ອຄ ​ໂດຍ​ການ​ເປັນ​ປະທານ​ຂອງ ທ່ານ ດຣ. ລາວ​ຮົວ ​ເຈີ​ຈິງ ຫົວໜ້າ​ກົມ​ນະ​ໂຍບາຍ​ການ​ຄ້າ​ຕ່າງປະ​ເທດ ກະຊວງ ອຄ, ມີ​ຄະນະ​ຊ່ຽວຊານ​ຈາກ​ຂະ​ແໜງ​ການ​ກ່ຽວຂ້ອງ, ຜູ້​ເຂົ້າ​ຮ່ວມ​ຈາກ​ພາກ​ລັດ, ສະ​ຖາ​ບັນ​ການ​ສຶກສາ. ທ່ານ ດຣ. ​ລາວ​ຮົວ ​ເຈີ​ຈິງ ​ໄດ້​ກ່າວ​ວ່າ: ກອງ​ປະຊຸມ​ມີ​ຂຶ້ນ​ເພື່ອທົບ​ທວນຄືນ​ວຽກ​ງານ ​ແລະ ພັນທະ​ພາຍຫຼັງ​ການ​ເຂົ້າ​ເປັນ​ສະມາຊິກ​ອົງການໆ​ຄ້າ​ໂລກ (ອຄລ) ຂອງ ສປປ ລາວ … Continue reading

ໂດຍ: admin ວັນທີ 10 Feb, 2016 ເວລາ 11:01 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
asean-bac1

  ກອງ​ປະຊຸມ​ສະພາທີ່​ປຶກສາ​ທຸລະ​ກິດ​ອາ​ຊຽນຄັ້ງ​ທີ 2 (ASEAN-BAC) ​ໄດ້​ຍົກ 3 ຫົວ​ຂໍ້ ​ໂດຍ​ສະ​ເພາະ​ແຜນ​ງານ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ພາຍຫຼັງ​ປີ 2015, ການ​ຫຼຸດ​ຊ່ອງ​ວ່າງ​ລະ​ຫວ່າງ​ປະ​ເທດ CLMV ກັບ​ອີກ 6 ປະ​ເທດ​ໃນ​ອາ​ຊຽນ ​ແລະ ຫົວ​ຂໍ້​ທຸລະ​ກິດ​ຂະໜາດ​ນ້ອຍ ​ແລະ ກາງ (SMEs) ​ໃນ​ການ​ພັດທະນາ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ​ໃຫ້​ພາກ​ລັດ ​ແລະ ທຸລະ​ກິດ​ຫາລື​ແລກປ່ຽນ​ຄວາມ​ຄິດ​ເຫັນ​ນຳ​ກັນ ​ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ຂອງ​ພາກ​ທຸລະ​ກິດ​ຫຼັງ​ປີ 2015 ​ແລະ ຄວາມ​ພ້ອມ​ຮອບດ້ານ​ໃນ​ການ​ເປັນ​ປະທານ​ອາ​ຊຽນຂອງ ສປປ ລາວ ປີ 2016. ກອງ​ປະຊຸມ​ຄັ້ງ​ນີ້, ​ແມ່ນ​ໄດ້​ເນັ້ນ​ໃສ່​ກ່ຽວ​ກັບ​ແຜນ​ງານ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນພາຍຫຼັງ​ປີ 2015 (Post-2015 Agenda of the AEC) ​ແລະ … Continue reading

ໂດຍ: admin ວັນທີ 10 Feb, 2016 ເວລາ 11:06 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
???????????????????????????????

  ໃນ​ວັນ​ທີ 4 ກຸມພາ ຂອງ​ອາທິດ​ທີ່​ຜ່ານ​ມາ ຢູ່​ກະຊວງ​ອຸດສາຫະກຳ​ ​ແລະ ການ​ຄ້າ, ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ (ອຄ) ​ໄດ້​ໃຫ້​ກຽດ​ຕ້ອນຮັບ ​ແລະ ພົບ​ປະ​ກັບ ທ່ານ ​ເລ ​ເລື່ອງ ມິນ ​ເລຂາທິການ​ໃຫຍ່​ອາ​ຊຽນ ພ້ອມ​ຄະນະ​ໃນ​ໂອກາດ​ທີ່​ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ ​ເພື່ອ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ​ໃນ​ປີ 2016. ​ໃນ​ໂອກາດ​ນີ້, ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ກໍ່​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ສຳລັບ​ການ​ຊ່ວຍ​ເຫຼືອ​ອັນ​ຕໍ່​ເນື່ອງ​ຂອງ​ກອງ​ເລຂາ​ອາ​ຊຽນ ຕໍ່​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ … Continue reading