ກອງປະຊຸມຄະນະເຈລະຈາການເປັນຄູ່ຮ່ວມມືເສດຖະກິດຮອບດ້ານລະດັບພາກພື້ນ (Regional Comprehensive Economic Partnership (RCEP)) ຄັ້ງທີ 15 ໄດ້ຈັດຂື້ນທີ່ ເມືອງ ທຽນຈິນ ສປ ຈີນ ໃນລະຫວ່າງວັນທີ 11-21ຕຸລາ 2016. ກອງປະຊຸມຄັ້ງນີ້ ໄດ້ລວມເອົາ 15 ກອງປະຊຸມຍ່ອຍທີ່ປີ່ນອ້ອມ ໂດຍກະກອບມີ: 1. ກອງປະຊຸມ ຮ່ວມມືທາງເສດຖະກິດ, 2. ກອງປະຊຸມ ແຫລ່ງກຳເນີດສິນຄ້າ, 3.ກອງປະຊຸມ ລົງທືນ,4.ກອງປະຊຸມ ຊັບສິນທາງປັນຍາ, 5.ກອງປະຊຸມ ການຄ້າດ້ານສີນຄ້າ, 6.ກອງປະຊຸມຫນ່ວຍງານກົດຫມາຍ, 7.ກອງປະຊຸມການຄ້າດ້ານການບໍລິການ, 8. ກອງປະຊຸມຫນ່ວຍງານ ມາດຕະຖານ, 9. ກອງປະຊຸມຫນ່ວຍງານ SPS, 10. ກອງປະຊຸມຫນ່ວຍງານ Ecommerce, 11. ກອງປະຊຸມ ຫນ່ວຍງານ ແກ້ໄຂທາງດ້ານການຄ້າ, 12.ກອງປະຊຸມ ວຽກງານພາສີ, 13.ກອງປະຊຸມຫນ່ວຍງານໂທລະຄົມ, 14.ກອງປະຊຸມຫນ່ວຍງານການທະນາຄານ, 15.ກອງປະຊຸມຫນ່ວຍງານການແຂ່ງຂັນທາງການຄ້າ. … Continue reading →
ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ລົງຕິດຕາມຂັ້ນຕອນການກອດສອບຄຸນນະພາບນ້ຳມັນທີ່ນຳເຂົ້າພາຍຫຼັງ ທີ່່ກົມມາດຕະຖານ ແລະ ວັດແທກ ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ປະຕິບັດການກວດສອບຄຸນນະພາບໄດ້ 1 ເດືອນ. ທ່ານ ນາງ ເຂັມມະນີ ພົນເສນາ ໄດ້ກ່າວວ່າ: ໃນການມາຕິດຕາມເບິ່ງຂັ້ນຕອນການເຮັດວຽກກວດສອບບໍລິມາດ ແລະ ຄຸນນະພາບນ້ຳມັນເຊື້ອໄຟ ເພື່ອເບິ່ງຂັ້ນຕອນຂອງການກວດສອບຕ່າງໆ ໄລຍະການປະຕິບັດງານມາໄດ້ 1 ເດືອນຜ່ານມາ ເຊິ່ງກວດກາບໍລິມາດ ແລະ ຄຸນນະພາບນໍ້າມັນເຊື້ອໄຟແມ່ນສົ່ງຜົນດີຕໍ່ການເກັບລາຍຮັບດ້ານພາສີອາກອນ ສ່ວນຜູ້ຊົມໃຊ້ເອງກໍໄດ້ໃຊ້ນ້ຳມັນທີ່ໄດ້ຄຸນນະພາບ. ດ້ານ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ … Continue reading →
ໃນລະຫວ່າງວັນທີ 9 – 10 ສີງຫາ 2016 ທີ່ຜ່ານມານີ້ຢູ່ທີ່ຫ້ອງປະຊຸມພະແນກອຸດສາຫະກຳ ແລະ ການຄ້າແຂວງອຸດົມໄຊ. ໄດ້ຈັດກອງປະຊຸມປະເມີນຜົນງານພະນັກງານລັດຖະກອນພາຍໃນພະແນກອຸດສາຫະກຳ ແລະ ການຄ້າ ປະຈຳປີ 2016 ຂື້ນຢ່າງເປັນທາງການໂດຍການເປັນປະທານຂອງທ່ານ ຄຳເພົ້າ ສີລິສຸກ ກຳມະການພັກແຂວງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ມີພະນັກງານສະມາຊິກພັກ-ລັດຖະກອນພາຍໃນພະແນກອຸດສາຫະກຳ ແລະ ການຄ້າ ເຂົ້າຮ່ວມທັງໝົດຈຳນວນ 43 ສະຫາຍ, ຍິງ 11 ສະຫາຍ. ກອງປະຊຸມດຳເນີນຊີວິດການເມືອງໃນຄັ້ງນີ້ແຕ່ລະສະຫາຍກໍ່ໄດ້ຜ່ານໃບສຳຫຼວດຂອງຕົນເອງ ແລະ ມີການປະກອບຄຳຄິດເຫັນ, ຕຳນິສົ່ງຂ່າວເພື່ອກໍ່ສ້າງຊ່ວຍເຫຼືອຊຶ່ງກັນ ແລະ ກັນໂດຍສະເພາະ ເພື່ອເສີມຂະຫຍາຍດ້ານດີ ແລະ ປັບປຸງແກ້ໄຂດ້ານອ່ອນຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະ 1 … Continue reading →
ກະຊວງ ອຄ ປະເມີນຜົນການນຳໃຊ້ປຶ້ມຄູ່ມືວຽກງານສະຖິຕິອຸດສາຫະກຳປຸງແຕ່ງ ແລະ ການຄ້າ, ແລະ ຄວາມເປັນໄປໄດ້ໃນການນຳໃຊ້ຮ່າງປຶ້ມຄູ່ມືສຳນວນຂ່າວສານຂອງບັນດາຕົວຊີ້ບອກຂະແໜງອຸດສາຫະກຳປຸງແຕ່ງ ແລະ ການຄ້າ ກອງປະຊຸມປະເມີນຜົນການນຳໃຊ້ປຶ້ມຄູ່ມືວຽກງານສະຖິຕິອຸດສາຫະກຳປຸງແຕ່ງ ແລະ ການຄ້າ, ແລະ ຄວາມເປັນໄປໄດ້ໃນການນຳໃຊ້ຮ່າງປຶ້ມຄູ່ມືສຳນວນຂ່າວສານຂອງບັນດາຕົວຊີ້ບອກຂະແໜງອຸດສາຫະກຳປຸງແຕ່ງ ແລະ ການຄ້າ ໄດ້ຈັດຂຶ້ນລະຫວ່າງວັນທີ 20 ຫາ 21 ກຳລະກົດ 2016 ທີ່ຜ່ານມາ ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ). ກອງປະຊຸມດັ່ງກ່າວໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ພັນທອງ ພິດທຸມມາ ຮອງລັດຖະມົນຕີ ກະຊວງ ອຄ, ແລະ ທ່ານ ບົວຈັນ ບຸນວົງໄຊ ຮອງກົມແຜນການ … Continue reading →
ສະມາຄົມເຟີນີເຈີລາວ ໄດ້ຈັດງານວາງສະແດງເຄື່ອງເຮືອນລາວຄັ້ງທີ່ 1 ປະຈຳປີ 2016 ໄດ້ຈັດຂຶ້ນແຕ່ວັນທີ 18 ຫາ 24 ກໍລະກົດ 2016 ທີ່ສູນການຄ້າລາວ ໄອເຕັກ ເພື່ອສົ່ງເສີມການປູກໄມ້ ແລະ ຫັນມາໃຊ້ໄມ້ປູກທົດແທນໄມ້ທຳມະຊາດ, ສ້າງຄວາມເຂັ້ມແຂງໃຫ້ກັບສະມາຄົມເຟີນີເຈີລາວ ແລະ ເພື່ອສົ່ງເສີມ ແລະ ສ້າງຄວາມເຂັ້ມແຂງໃຫ້ກັບສີໄມ້ລາຍມືຂອງຄົນລາວເຮົາ ແລະ ຫົວໜ່ວຍທຸລະກິດໄມ້ລາວ ໃຫ້ຂະຫຍາຍຕົວສາມາດເຂົ້າສູ່ຕະຫຼາດພາກພື້ນ ແລະ ສາກົນໃນອະນາຄົດ. ພິທີເປີດງານວາງສະແດງດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 20 ກໍລະກົດ 2016 ທີ່ຜ່ານມາ, ທີ່ສູນການຄ້າລາວໄອເຕັກ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ດຣ. ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ … Continue reading →
ໃນຕອນເຊົ້າຂອງມື້ນີ້, ກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ເປີດກອງປະຊຸມຄົ້ນຄວ້າ ແລະ ປຶກສາຫາລືກ່ຽວກັບການກຳນົດລາຍການ (ບັນຊີ) ຜະລິດຕະພັນໄມ້ທີ່ສາມາດສົ່ງອອກ ໂດຍການເປັນປະທານຂອງ ທ່ານ ສຽວສະຫວາດ ສະແຫວງສຶກສາ ຮອງລັດຖະມົນຕີ ກະຊວງ ອຄ ເຊິ່ງມີແຂກເຂົ້າຮ່ວມຈາກ ບັນດາກະຊວງ, ສຳນັກງານນາຍົກລັດຖະມົນຕີ, ພະແນກອຸດສາຫະກຳ ແລະ ການຄ້າແຂວງ ທົ່ວປະເທດ ແລະ ພາກສ່ວນນັກທຸລະກິດໃນຂອບເຂດທົ່ວປະເທດເຂົ້າຮ່ວມ ລວມທັງໝົດ 109 ທ່ານ [ສູນສະຖິຕິ ແລະ ຂໍ້ມູນຂ່າວສານ]
ກະຊວງອຸດສາຫະກຳ ແລະ ການຄ້າລາວ ແລະ ຫວຽດນາມ ພ້ອມດ້ວຍພາກທຸລະກິດຂອງສອງປະເທດ ໄດ້ເປີດກອງປະຊຸມຫາລືວຽກງານການຄ້າຮ່ວມກັນ ເພື່ອກະຕຸ້ນການຄ້າການລົງທຶນ ແລະ ສ້າງເງື່ອນໄຂໃຫ້ທຸລະກິດສອງຊາດໄດ້ພົບປະ ກ້າວສູ່ການເຮັດການຄ້າຮ່ວມກັນໃຫ້ຫຼາຍຂຶ້ນ. ກອງປະຊຸມດັ່ງກ່າວຈັດຂຶ້ນໃນທ້າຍອາທິດຜ່ານມາ ທີ່ສູນການຄ້າລາວ – ໄອເຕັກ ໂດຍການເປັນປະທານຂອງ ທ່ານ ສຽວສະຫວາດ ສະແຫວງສຶກສາ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ, ທ່ານ ຫງວຽນ ເກີມ ຕູ ຮອງລັດຖະມົນຕີກະຊວງການຄ້າ ແຫ່ງ ສສ ຫວຽດນາມ. ທ່ານ ສຽວສະຫວາດ ສະແຫວງສຶກສາ ໄດ້ກ່າວວ່າ: ເພື່ອຜັນຂະຫຍາຍການຈັດຕັ້ງປະຕິບັດສັນຍາຮ່ວມມືທະວິພາຄີໄລຍະ 2016 … Continue reading →
ກົມສົ່ງເສີມ ແລະ ພັດທະນາສິນຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ຮ່ວມກັບກົມສົ່ງເສີມການຄ້າຫວຽດນາມ ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ແລະ ນັກທຸລະກິດທັງສອງປະເທດໄດ້ຮ່ວມກັນເປີດງານວາງສະແດງສິນຄ້າ ລາວ – ຫວຽດ ຂຶ້ນເປັນທາງການໃນວັນທີ 7 – 11 ກໍລະກົດ 2016 ທີ່ສູນການຄ້າ ລາວ - ໄອເຕັກ ນະຄອນຫຼວງວຽງຈັນ ເພື່ອເພີ່ມໂອກາດໃນການຄ້າ ແລະ ເຈລະຈາທຸລະກິດຮ່ວມກັນຂອງ 2 ປະເທດ. ເຂົ້າຮ່ວມໃນພິທີມີ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ … Continue reading →
ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກ ໃນວັນທີ 29-30 ມີຖຸນາ 2016 ຜ່ານມາ ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍມີ ທ່ານ ບຸນມີ ມະນີວົງ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ເປັນຜູ້ເຜີຍແຜ່. ການເຊື່ອມຊຶມມະຕິດັ່ງກ່າວ ແມ່ນແນໃສ່ຍົກລະດັບຄວາມຮັບຮູ້ຄວາມເຂົ້າໃຈ ແລະ ເປັນເອກະພາບກ່ຽວກັບແນວທາງການປ່ຽນແປງໃໝ່ຂອງພັກເຮົາ ສືບຕໍ່ດຳເນີນໄປຢ່າງເລິກເຊິ່ງ, ຮອບດ້ານ ແລະ ມີຜົນສຳເລັດໃຫຍ່ຫຼວງກວ່າເກົ່າ ເປັນຕົ້ນແມ່ນວິໄສທັດຮອດ 2030, ແຜນຍຸດທະສາດ 2016-2025 ແລະ ແຜນການ … Continue reading →
ໃນຕອນບ່າຍຂອງວັນທີ 26 ພຶດສະພາ 2016 ທີ່ຜ່ານມາ, ກົມສົ່ງເສີມ ແລະ ພັດທະນາສິນຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຖະແຫຼງຂ່າວກຽມຈັດງານວາງສະແດງເຄື່ອງເຮືອນລາວ ຄັ້ງທີ 1 ປະຈຳປີ 2016 (1th Lao Home & Living Fair 2016) ທີ່ຈະຈັດຂຶ້ນໃນວັນທີ່ 18 -24 / 07 / 2016 ທີ່ ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ສົມຫວັງ ນິນທະວົງ … Continue reading →