ຂ່າວການເຄື່ອນໄຫວ

ໂດຍ: Miss Phetpakai SISOMBOUN ວັນທີ 16 Aug, 2023 ເວລາ 03:59 PM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
12

                        ໃນຕອນເຊົ້າ ຂອງວັນທີ  16 ສິງຫາ 2023 ທີ່ກະຊວງ ອຸດສາຫະກຳ ແລະ ການຄ້າ ຄະນະກວດກາພັກກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມຜັນຂະຫຍາຍເນື້ອໃນຈິດໃຈຂອງກອງປະຊຸມວຽກງານກວດກາທົ່ວປະເທດປະຈຳປີ 2022 ແລະ ທິດທາງຄາດໝາຍສູ້ຊົນວຽກງານກວດກາປີ 2023 ແລະ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກວດກາພັກ-ລັດກະຊວງ ອຸດສາຫະກຳ ແລະ ການຄ້າ ປີ 2022 ແລະ ທິດທາງແຜນການ ປີ … Continue reading

ໂດຍ: admin ວັນທີ 17 Jul, 2023 ເວລາ 01:50 PM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ, ຂ່າວພາຍໃນ | % ຄຳເຫັນ 0 Comments
WechatIMG35-edit

ໃນວັນທີ 13-14 ກໍລະກົດ 2023 ທີ່​  ເມືອງວັງວຽງ, ແຂວງວຽງ​ຈັນ ກົມແຜນການ ແລະ ການຮ່ວມມື ໄດ້ຈັດຝຶກອົບຮົມຫຼັກສູດຕໍ່ເນື່ອງ ກ່ຽວກັບ ການເຊື່ອມສານບົດບາດຍິງ-ຊາຍເຂົ້າໃນຂະແໜງການຄ້າ. ພາຍໃຕ້ໂຄງ​ການ​ສົ່ງ​ເສີມ​ຄວາມ​ສາ​ມາດ​ໃນ​ການ​ແຂ່ງ​ຂັນ ແລະ ການ​ຄ້າ ຂອງ    ສ​ປ​ປ ລາວ – LCT . ໂດຍການເປັນປະທານຂອງທ່ານ ແສງພະນົມຈອນ ອິນທະສານ ແລະ ພ້ອມດ້ວຍປະທານຮ່ວມທ່ານ ນາງ ສົມໝາຍ ພົມມຸນິວົງ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງອຸດສາຫະກຳ ແລະ ການຄ້າ, ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ແລະ ຕາງໜ້າຈາກກົມອ້ອມຂ້າງກະຊວງ ອຄ ແລະ … Continue reading

ໂດຍ: Miss Phetpakai SISOMBOUN ວັນທີ 30 Jun, 2023 ເວລາ 10:44 AM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ, ຂ່າວຕ່າງປະເທດ, ຂ່າວ | % ຄຳເຫັນ 0 Comments
5

ງານ​ວາງ​ສະ​ແດງກາເຟໂລກ (WOC) ຈັດໂດຍ ​ສະ​ມາ​ຄົມ​ກາ​ເຟພິເສດ​ ​ແມ່ນ​ກິດ​ຈະ​ກຳ​ປະ​ຈຳ​ປີ​ທີ່​ເຕົ້າ​ໂຮມ​ບັນ​ດາ​ນັກ​ຊ່ຽວ​ຊານ​ອຸດ​ສາ​ຫະ​ກຳ​ກາ​ເຟ​ຈາກ​ທົ່ວ​ໂລກ. ງານທີ່ຫຼາຍຄົນຕັ້ງໜ້າຕັ້ງຕາລໍຖ້ານີ້ ແມ່ນສ້າງເວທີສໍາລັບຜູ້ຜະລິດ, ຜູ້ຄ້າ, ຜູ້ນໍາເຂົ້າ, ຜູ້ຂົ້ວກາເຟ, ຮ້ານຂາຍຍ່ອຍ, ແລະ ຜູ້ທີ່ມັກກາເຟທັງຫຼາຍ ເພື່ອເຊື່ອມຕໍ່, ຮຽນຮູ້, ແລະ ສະແດງຜະລິດຕະພັນຂອງພວກເຂົາ. ​ໃນ​ປີ 2023, ງານ WOC ແມ່ນ​ຈັດ​ຂຶ້ນ​ແຕ່​ວັນ​ທີ 22-24 ມິຖຸນາ​ນີ້ ຢູ່​ນະຄອນຫຼວງເອເທັນ ປະ​ເທດ​ເກຼັກ. ຖືເປັນໂອກາດທີ່ພິເສດສໍາລັບ ຜູ້ຜະລິດກາເຟລາວ ທີ່ຈະໄດ້ສຳພັດ ແລະ ໄກ້ຊິດກັບຕະຫຼາດເອີຣົບ. ໃນປີທີ່ຜ່ານມານີ້ ກາເຟລາວໄດ້ຮັບການຍອມຮັບວ່າເປັນກາເຟທີ່ມີຕົ້ນກຳເນີດທີ່ມີລັກສະນະພິເສດ. ເນື່ອງຈາກ ສະພາບພູມສັນຖານທີ່ເປັນເອກະລັກ ແລະ ການປູກແບບດັ້ງເດີມຂອງ ລາວ ທີ່ ປະກອບສ່ວນເຂົ້າໃນການຜະລິດເມັດກາເຟທີ່ມີຄຸນນະພາບສູງ, … Continue reading

ໂດຍ: ໄພວັນ ວັນທີ 29 Jun, 2023 ເວລາ 10:46 AM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
IMG_0011

ໝ່ວຍພັກຮາກຖານ ກົມມາດຕະຖານ ແລະ ວັດແທກ ໄດ້ເປີດກອງປະຊຸມຄົບຄະນະກາງສະໄໝ ຂອງໝ່ວຍພັກຮາກຖານ ກົມມາດຕະຖານ ແລະ ວັດແທກ ຂື້ນວັນທີ 27 ມິຖຸນາ 2023, ໂດຍການເປັນປະທານ ຂອງ ສະຫາຍ ວຽງທອງ ວົງທະວິໄລ ຄະນະບໍລິຫານງານພັກກະຊວງ, ເລຂາໜ່ວຍພັກຮາກຖານ ກົມມາດຕະຖານ ແລະ ວັດແທກ ມີບັນດາສະຫາຍຄະນະໜ່ວຍພັກ, ຄະນະຕິດຕາມຈາກໜ່ວຍພັກຮາກຖານກົມຈັດຕັ້ງ ແລະ ພະນັກງານ, ກົມກວດກາ ພ້ອມດ້ວຍສະມາຊິກພັກເຂົ້າຮ່ວມ. ສະຫາຍປະທານໄດ້ກ່າວເປີດໃຫ້ຮູ້ວ່າ: ໂດຍການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ປະຕິບັດ 2 ວາລະແຫ່ງຊາດ ແລະ ກອງປະຊຸມໃຫຍ່ຄັ້ງທີ V … Continue reading

ໂດຍ: Miss Phetpakai SISOMBOUN ວັນທີ 21 Jun, 2023 ເວລາ 12:16 PM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ, ຂ່າວພາຍໃນ | % ຄຳເຫັນ 0 Comments
1

ໃນຕອນເຊົ້າ  ຂອງວັນທີ 21 ມິຖຸນາ 2023 ທີ່ ຫ້ອງປະຊຸມຊັ້ນ 1, ກະຊວງອຸດສາຫະກຳ ແລະ ການຄ້າ ກົມຊັບສິນທາງປັນຍາ ໄດ້ຈັດພິທີເປີດຝຶກອົບຮົມໂຄງການຊັບສິນທາງປັນຍາສໍາລັບນັກປະດິດສ້າງໄວໜຸ່ມໃນ ສປປ ລາວ, ຊຶ່ງການຈັດຝຶກອົບຮົມໃນຄັ້ງນີ້ແມ່ນລະຫວ່າງວັນທີ 21 – 22 ມິຖຸນາ 2023 ພາຍໃຕ້ການຊ່ວຍເຫຼືອຂອງອົງການຊັບສິນທາງປັນຍາໂລກ ໂດຍການເປັນປະທານຂອງ ທ່ານ ໄຊບັນດິດ ໄຊຍະວົງຄໍາດີ ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ໃຫ້ກຽດເຂົ້າຮ່ວມຂອງທ່ານ ເຢືອງ ຈິ ຊຸງ, ຫົວໜ້າພະແນກສຳລັບປະເທດດ້ອຍພັດທະນາ, ຂະແໜງພັດທະນາພາກພຶ້ນ ແລະ ພາຍໃນປະເທດ, ອົງການຊັບສິນທາງປັນຍາໂລກ ພ້ອມທັງຜູ້ເຂົ້າຮ່ວມຈາກພະແນກ ອຄ ແຂວງ … Continue reading

ໂດຍ: ໄພວັນ ວັນທີ 11 Jun, 2023 ເວລາ 04:31 PM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
IMG_0015

ໃນວັນທີ່ 10 ມິຖຸນາ 2023, ເວລາ 14:15 ໂມງ ໄດ້ມີພິທີທໍາລາຍສິນຄ້າປອມແປງ, ລອກຮຽນແບບ ແລະ ລະເມີດເຄື່ອງໝາຍການຄ້າ ທັງບໍ່ຮັບປະກັນຄຸນນະພາບປະເພດສິນຄ້ານໍ້າມັນເຄື່ອງ ແລະ ນໍ້າມັນເກຶອ ຍີ່ຫໍ້ ກາຊ້າງ, ທີ່ໂຮງງານກັ່ນນໍ້າມັນເຕົາພັນເພັດ ຫຼັກ 33, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບຸນຈັນ ລໍວັນໄຊ ຮອງຫົວໜ້າກົມການຄ້າພາຍໃນ, ມີຕາງໜ້າຫ້ອງການ, ກົມກວດກາ, ກົມຊັບສິນທາງປັນຍາ, ກົມມາດຕະຖານ ແລະ ວັດແທກ ແລະ ພະແນກກ່ຽວຂ້ອງຂອງກົມການຄ້າພາຍໃນ. ນອກນີ້ຍັງມີ ກົມຕໍາຫຼວດເສດຖະກິດ, ກົມຕໍາຫຼວດສິ່ງແວດ ລ້ອມ, ກະຊວງປ້ອງກັນຄວາມສະຫງົບ, … Continue reading

ໂດຍ: ໄພວັນ ວັນທີ 8 Jun, 2023 ເວລາ 03:56 PM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
IMG_1361

ໃນວັນທີ 07 ມີຖຸນາ 2023, ທີ່ ຫ້ອງປະຊຸມໃຫຍ່ກະຊວງ ອຄ, ກົມການນໍາເຂົ້າ ແລະ ສົ່ງອອກ ຈັດກອງປະຊຸມປຶກສາຫາລື ລະຫວ່າງ ພາກລັດ ແລະ ທຸລະກິດ ກ່ຽວກັບບັນຫາຂອງພາກທຸລະກິດທີ່ຕິດພັນກັບການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ໂດຍການເປັນປະທານຂອງ ນາງ ມະນີວອນ ວົງໄຊ ຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ, ມີພາກລັດ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດ, ສະມາຄົມ, ລັດວິສາຫະກິດ, ກຸ່ມຜູ້ຜະລິດ, ສະພາການຄ້າຂອງຕ່າງປະເທດ ແລະ ບັນດາບໍລິສັດ ທີ່ກ່ຽວຂ້ອງເຂົ້າຮ່ວມ ທ່ານປະທານໄດ້ໃຫ້ຮູ້ວ່າ: ວຽກງານອໍານວຍຄວາມສະດວກທາງດ້ານການຄ້າ, ກໍ່ຄືການແກ້ໄຂບັນຫາຂອງພາກທຸລະກິິດທີ່ຕິດພັນກັບການອໍານວຍຄວາມສະດວກທາງດ້ານການຄ້າ … Continue reading

ໂດຍ: ໄພວັນ ວັນທີ 24 May, 2023 ເວລາ 12:51 PM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
IMG_0100.jpg 1

ໃນວັນທີ 23 ພຶດສະພາ ປີ 2023  ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ,  ໄດ້ເປີດກອງປະຊຸມຮ່ວມກັບຂະແໜງການທີ່ກ່ຽວຂ້ອງ ຢູ່ທີ່ຫ້ອງປະຊຸມໃຫຍ່ຊັ້ນ 1 ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ພາຍໃຕ້ການເປັນປະທານຮ່ວມລະຫວ່າງ ທ່ານ ອະພິສິດ ແສງສຸລິວົງ, ຫົວໜ້າກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງອຸດສາຫະກໍາ ແລະ ການຄ້າ  ແລະ ທ່ານ ວັນທະນາ ນໍລິນທາ, ຫົວໜ້າກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ ມີຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານທີ່ກ່ຽວຂ້ອງ ຈາກບັນດາຂະແໜງການທີ່ກ່ຽວຂ້ອງທັງໝົດ 13 … Continue reading

ໂດຍ: ໄພວັນ ວັນທີ 12 May, 2023 ເວລາ 12:00 PM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
111

ກອງປະຊຸມ ຄົບຄະນະຫນ່ວຍພັກຮາກຖານ ກາງສະໄຫມທີ XV ຂອງພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງອຸດົມໄຊ, ໄດ້ຈັດຂຶ້ນ ລະຫວ່າງ ວັນທີ 9-10 ພຶດສະພາ 2023 ຜ່ານມາ, ທີ່ພະແນກ ອຄ ແຂວງ ອຸດົມໄຊ. ໂດຍການເປັນປະທານຂອງ ສະຫາຍ ນາງ ໄມພອນ ສີລິວົງ ເລຂາຫນ່ວຍພັກຮາກຖານ, ຫົວຫນ້າພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ, ເປັນກຽດເຂົ້າຮ່ວມມີ ສະຫາຍ ສົມຈິດ ປັນຍາສັກ ກຳມະການປະຈຳພັກແຂວງ, ຮອງເຈົ້າແຂວງອຸດົມໄຊ, ມີຄະນະຫນ່ວຍພັກຮາກຖານ, ສະມາຊິກພັກ ພາຍໃນຫນ່ວຍພັກ … Continue reading

ໂດຍ: ໄພວັນ ວັນທີ 10 Apr, 2023 ເວລາ 02:44 PM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
WhatsApp Image 2023-04-10 at 12.51.14.jpg 444

ໂດຍອີງຕາມທິດຊີ້ນຳຂອງຄະນະພັກ, ຄະນະພະແນກ ເລື່ອງ ຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າ ໃນຊ່ວງເທດສະການບຸນປີໃໝ່ລາວ ພສ 2566 ຄັ້ງວັນທີ 19/3/2023 ໃນໄລຍະປີໃໝ່ລາວ ພສ 2566 ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ແຂວງອຸດົມໄຊ, ກໍຄືຂະແໜງການຄ້າພາຍໃນ ສົມທົບກັບ ຂະແໜງຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ  ໄດ້ເພີ່ມທະວີການລົງຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າ ຕາມຕະຫຼາດສົດ ແລະ ຮ້ານຊຸມເປີດມາເກັດ ພາຍໃນເທດສະບານ ເມືອງໄຊ ແຂວງອຸດົມໄຊ ເພື່ອປົກປ້ອງສິດ​ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ຊົມໃຊ້ ພ້ອມທັງຫຼີກເວັ້ນການສວຍໂອກາດກັກຕູສິນຄ້າ … Continue reading