ຂ່າວສຳຄັນ

ໂດຍ: admin ວັນທີ 5 Jun, 2019 ເວລາ 10:30 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_5361.1

           ຕອນເຊົ້າ ເວລາ 10: 00 ໂມງ ຂອງວັນທີ 4 ມິຖຸນາ 2019 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດຫະກໍາ ແລະ ການຄ້າ ; ທ່ານ Dominic Goh,  ​ເອກ​ອັກ​ຄະ​ລັດຖະທູດຜູ້ມີອໍານາດເຕັມ​ແຫ່ງ ສາທາລະນະ​ລັດ ​ສິງກະ​ໂປປະຈໍາລາວ ​ໄດ້ເຂົ້າຢ້ຽມອໍາລາ ທ່ານ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ​ແຫ່ງສປປ ລາວ ໃນໂອກາດການສໍາເລັດການປະຕິບັດໜ້າທີ່ທາງການທູດປະຈໍາຢູ່ ສປປ ລາວ ແລະ ມີຜູ້ຕາງໜ້າເຂົ້າຮ່ວມທັງສອງຝ່າຍ ປະມານ 9 … Continue reading

ໂດຍ: admin ວັນທີ 5 Jun, 2019 ເວລາ 09:41 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_5317

           ໃນຕອນບ່າຍຂອງວັນທີ 03 ມິຖຸນາ 2019 ເວລາ 1:30 ໂມງ ທີ່ຫ້ອງປະຊຸມໃຫຍ່ຊັ້ນ 1  ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເປີດກອງປະຊຸມ ກອງເລຂາຄະນະປະສານງານໂຄງການສົ່ງເສີມການຜະລິດເປັນສິນຄ້າ ແລະ ຄໍ້າປະກັນສະບຽງອາຫານ ລະຫວ່າງ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງກະສິກຳ ແລະ ປ່າໄມ້ ເພື່ອປຶກສາຫາລືຊຸກຍູ້ສົ່ງເສີມສິນຄ້າກະສິກໍາສົ່ງອອກໄປ ສປ ຈີນ ຂຶ້ນ, ໂດຍການເປັນປະທານຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງ ອຸດສາຫະກຳ ແລະ … Continue reading

ໂດຍ: admin ວັນທີ 31 May, 2019 ເວລາ 02:26 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
664A4442

            ຕອນບ່າຍ ເວລາ 14:00ມ ຂອງວັນທີ 30 ພຶດສະພາ 2019, ທີ່ຫ້ອງປະຊຸມໃຫຍ່ຊັ້ນ 1 ຂອງກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ; ທ່ານ ນາງ ເຂັມ​ມະ​ນີ ​ພົນ​ເສ​ນາ, ລັດ​ຖະ​ມົນ​ຕີ ກະ​ຊວງ ​ອຄ ໄດ້ເປັນປະທານ​ເປີດພິ​ທີ​ມອບ-ຮັບ ຂັນ​ລາງວັນກຽດ​ຕິ​ຍົດ ການ​ແຂ່ງ​ຂັນ Rally ເຊື່ອມ​ສາຍ​ພົວ​ພັນລາວ-ໄທ ຄັ້ງ​ທີ 01;  ຊຶ່ງນໍາພາ​ຄະນະໂດຍທ່ານ​ ຈາ​ຕຸ​ລົງ ບຸນ​ນາກ ປະ​ທານ​ສະ​ພາ​ທຸ​ລະ​ກິດ​ໄທ-ລາວ​, ທ່ານ ນາງ ປະວິດຕາ ມ່ວງສະກຸນ … Continue reading

ໂດຍ: admin ວັນທີ 29 May, 2019 ເວລາ 02:19 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_5275.5

       ຕອນເຊົ້າ ເວລາ 9: 30 ໂມງ ຂອງວັນທີ 28 ພຶດສະພາ 2019 ທີ່ຫ້ອງປະຊຸມໃຫຍ່ຊັ້ນ I ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ Xu Lejiang ຮອງປະທານ ສະຫະພັນອຸດສາຫະກໍາ ແລະ ການຄ້າ ທົ່ວປະເທດຈີນ, ພ້ອມດ້ວຍຄະນະໄດ້ເຂົ້າຢ້ຽມຂໍ່ານັບພົບປະ ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ  ລັດຖະມົນຕີ​ ກະ​ຊວງ​ ອຄ  ໂດຍມີ ທ່ານ ປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ຮອງຫົວໜ້າຫ້ອງການ, ຫົວໜ້າກົມ-ຮອງກົມ, … Continue reading

ໂດຍ: admin ວັນທີ 22 May, 2019 ເວລາ 11:24 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_5095.1

      ຕອນບ່າຍ ເວລາ 4: 00 ໂມງ ຂອງວັນທີ 17 ພຶດສະພາ 2019 ທີ່ຫ້ອງຮັບແຂກຊັ້ນ 4 ຂອງກະຊວງອຸດຫະກໍາ ແລະ ການຄ້າ ທ່ານ Obaid Saeed Bin Taresh AI Dhaheri, ເອກອັກຄະລັດຖະທູດ ແຫ່ງ ສະຫະລັດອາລັບ ເອມີເຫລດ ປະຈໍາ ສປປ ລາວ ເຊິ່ງມີສໍານັກງານສະຖານເອກອັກຄະລັດສະຖະທູດ ຕັ້ງຢູ່ ຮ່າໂນ້ຍ, ສສ ຫວຽດນາມ ພ້ອມດ້ວຍຄະນະໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ນາງ ​ເຂັມ​ມະນີ … Continue reading

ໂດຍ: admin ວັນທີ 22 May, 2019 ເວລາ 09:59 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_5184

         ໃນຕອນເຊົ້າວັນທີ 21 ພຶດສະພາ 2019 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດພິທີເປີດການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອປັບປຸງລະບົບຂໍ້ມູນຂ່າວສານ (ICT) ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍການເຂົ້າຮ່ວມເປັນປະທານໃນພິທີຕັດແຖບຜ້າເປີດໂຄງການ ຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ Wang Qihui ທີ່ປຶກສາເສດຖະກິດການຄ້າ ປະຈຳສະຖານທູດຈີນ ປະຈຳສປປ ລາວ, ພ້ອມດຽວກັນນີ້ ກໍ່ມີຕາງໜ້າຈາກພາກສ່ວນຕ່າງໆ ໂດຍມີ ທ່ານ ສຸບັນ ວິຈິດຕາ ຮອງຫົວໜ້າຫ້ອງການຄະນະກຳມະການຮ່ວມມື ລາວ-ຈີນ … Continue reading

ໂດຍ: admin ວັນທີ 16 May, 2019 ເວລາ 09:24 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_5071.1

                  ຕອນເຊົ້າ ເວລາ 9: 30 ໂມງ ວັນທີ 14 ພຶດສະພາ 2019 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ມີການຕ້ອນຮັບການເຂົ້າຢ້ຽມຂໍ່ານັບພົບປະຂອງທ່ານ Ms. Eteri Kvintradze, Mission Chief Lao PDR(IMF) ຫົວໜ້າຄະນະປະເມີນເສດຖະກິດມະຫາພາກ ສໍາລັບ ສປປ ລາວ ປະຈໍາປີ 2019 ໂດຍທາງຄະນະທີມງານຂອງ IMF ກໍ່ຖືໂອກາດນີ້ ປຶກສາຫາລື … Continue reading

ໂດຍ: admin ວັນທີ 13 May, 2019 ເວລາ 10:34 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
5e8c129c-0d08-45b1-8da0-177c1bcb9fd8

          ຕອນເຊົ້າຂອງວັນທີ 9 ພຶດສະພາ 2019 ທີ່ໂຮງແຮມຄາວພາຊ້າ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສໍາມະນາການຄ້າທາງເອເລັກໂຕຣນິກ ສໍາລັບນັກເຈລະຈາການຄ້າ ໂດຍການເປັນປະທານ ທ່ານ ບຸນມີ ມະນີວົງ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍແຂກເຂົ້າຮ່ວມ ມີທ່ານເອກອັກຄະຖະທູດອົດສະຕາລີ ປະຈໍາ ສປປ ລາວ ແລະ ບັນດານັກສໍາມະນາກອນ ແລະ ນັກຄົ້ນຄວ້າ ຈາກບັນດາອົງການ ແລະ ສະຖາບັນ ທີ່ກ່ຽວຂ້ອງ ແລະ ບັນດາຜູ້ເຂົ້າຮ່ວມ ທີ່ໄດ້ເສຍສະຫລະເວລາ ແລະ ເຫັນເຖິງຄວາມສໍາຄັນໃນການເຂົ້າຮ່ວມກອງປະຊຸມສໍາມະນາ.     … Continue reading

ໂດຍ: admin ວັນທີ 11 Apr, 2019 ເວລາ 09:17 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_4995.1

        ຕອນບ່າຍ ເວລາ 3: 30 ໂມງ ຂອງວັນທີ 9 ເມສາ 2018 ທີ່ຫ້ອງສ່ອງແສງຊັ້ນ 3 ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ມີພິທີເຊັນບົດບັນທຶກການສໍາຫຼວດພາກສະໜາມວຽກງານການສຶກສາຄວາມເປັນໄປໄດ້ໂຄງການໝູ່ບ້ານຕົວແບບໃນການຊ່ວຍເຫຼືອແກ້ໄຂຄວາມທຸກຍາກຢູ່ ສປປ ລາວ ໂດຍສະເພາະການຈັດຕັ້ງປະຕິບັດ 8 ໂຄງການໃຫ່ຍທີ່ຕິດພັນກັບການປັບປຸງຊິວິດ ກິນຢູ່ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນຢູ່ເຂດຊົນນະບົດຂອງລາວ ທີ່ນໍາໃຊ້ໂຄງການບ່ວງເງິນຊ່ວຍເຫຼືອລ້າ 4 ຕື້ຢວນ, ມີໂຄງການກໍ່ສ້າງສຸກສາລາ, ໂຄງການສະໜອງນໍ້າສະອາດ, ໂຄງການສະໜອງໄຟຟ້າຊົນນະບົດ, ໂຄງການ ໂທລະພາບ ດິຈິຕອນ; ການລົງນາມເຊັນບົດບັນທຶກຄັ້ງນີ້ ມີ ທ່ານ ໄຊຊະນະ … Continue reading

ໂດຍ: admin ວັນທີ 4 Apr, 2019 ເວລາ 10:38 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_4941

          ໃນວັນທີ 3 ເມສາ 2019 ເວລາ 16:00 ໂມງ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຂວງອຸດສາຫະກໍາ ແລະ ການຄ້າ ໄດ້ຕ້ອນຮັບທ່ານ ຈົ່ງ ກົວຢິງ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງຜູ້ປະຈໍາການ ແຂວງຢູນນານ ພ້ອມດ້ວຍຄະນະ.          ຈຸດປະສົງ ເພື່ອການຮ່ວມມືໃນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງ ສອງປະເທດໄດ້ຂະ ຫຍາຍຕົວຢ່າງຕໍ່ເນື່ອງ ແລະ ນັບມື້ນັບເພີ່ມຂຶ້ນ, … Continue reading