ຂ່າວສຳຄັນ

ໂດຍ: admin ວັນທີ 13 Dec, 2019 ເວລາ 10:31 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_7574.1

        ຕອນເຊົ້າ ເວລາ 9: 00 ໂມງ ຂອງວັນທີ 12 ທັນ​ວາ 2019 ທີ່​ໂຮງ​ແຮມ ຄ​ລາວ​ພ​ລາ​ຊາ ຊັ້ນ II ນະ​ຄອນ​ຫລວງວຽງ​ຈັນ,  ພະ​ແນກຄຸ້ມ​ຄອງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ຊ່ວຍ​ເຫຼືອ​ຂອງ​ຕ່າງ​ປະ​ເທດ,  ກົມ​ແຜນ​ການ ແລະ ການ​ຮ່ວມ​ມື ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ໄດ້ຈັດ​ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ຊີ້​ນຳ​ແຜນ​ງານ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ປະ​ຈຳ​ປີ 2019   ​ເພື່ອ​ສະຫຼຸບທົບ​ທວນຄືນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂອງ ໂຄງ​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ ແລະ ສົ່ງ​ເສີມ​ຄວາມ​ສາ​ມາດ​ໃນ​ການ​ແຂ່ງ​ຂັນ​ດ້ານ​ການ​ຄ້າ,​ມີ​ຜູ້​ຕາງ​ໜ້າ​ຈາກກົມ​ທີ່​ກ່ຽວ​ຂ້ອງ​​ອ້ອມ​ຂ້າງ ກະ​ຊວງ ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ​ແລະ ສະພາອຸດສາຫະກໍາ​ ​ແລະ ການຄ້າ ​ແຫ່ງ​ຊາດ​ລາວ … Continue reading

ໂດຍ: admin ວັນທີ 3 Dec, 2019 ເວລາ 04:19 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_7515.1

ຕອນເຊົ້າ ເວລາ 9: 00 ໂມງ ຂອງວັນທີ 29 ພະ​ຈິກ 2019 ທີ່ຫ້ອງປະຊຸມ​ໃຫຍ່ຊັ້ນ I ກະຊວງອຸດສາຫະກໍາ ແລະ ການຄ້າ; ໄດ້ຈັດ​ພິ​ທີ​ລະ​ນຶກວັນ​ສາ​ກົນ ເພື່ອ​ຢຸດ​ຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ​ຂຶ້ນ​ ພາຍ​ໃຕ້​ຫົວ​ຂໍ້: “ຄວາມ​ສະ​ເໝີ​ພາບ​ຍຸກ​ໃໝ່ ​ໂດຍ​ບໍ່​ປະ​ໃຜ​ໄວ້​ຂ້າງ​ຫຼັງ ​ແລະ ຢຸດຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ​ແລະ ​ເດັກນ້ອຍ” ມີຜູ້​ຕາງ​ໜ້າຈາກ​ບັນດາ​ກົມ, ຫ້ອງການ, ສະຖາບັນ ແລະ ບັນດາບໍ​ລິ​ສັດ​ທີ່​ຂຶ້ນກັບກະຊວງ ອຄ ເຂົ້າ​ຮ່ວມ​ປະ​ມານ 90 ກວ່າທ່ານ​.          ໃຫ້​ກຽດ​ເປັນ​ປະ​ທານ ​ໂດຍ ທ່ານ ສົມ​ຈິດ ອິນ​ທະ​ມິດ ຮອງ​ລັດ​ຖະ​ມົນ​ຕີ ກະຊວງອຸດສາຫະກໍາ … Continue reading

ໂດຍ: admin ວັນທີ 3 Dec, 2019 ເວລາ 10:09 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
WhatsApp Image 2019-11-30 at 10.56.09 (2)

                ເພື່ອ​ຈັດ​ຕັ້ງ​ຜັນ​ຂະ​ຫ​ຍາຍ​ມະ​ຕິ​ຕົ​ກ​ລົງ​ ຂອງ​​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ບັບ​ເລກ​ທີ 51/ນຍ, ລົງ​ວັນ​ທີ 30/8/2019, ວ່າດ້ວຍ​ການ​ສົ່ງ​ເສີມ​ການ​ຊົມ​ໃຊ້​ຜະ​ລິດ​ຕະ​ພັນ​ທີ່​ຜະ​ລິດ​ໄດ້​ຢູ່​ພາຍ​ໃນ ແລະ ຄຸ້ມ​ຄອງ​ການ​ນຳ​ເຂົ້າ​ສິນ​ຄ້າ​ອຸ​ປ​ະ​ໂພກ-ບໍ​ລິ​ໂພກ ໃຫ້​ນັ​ບ​ມື້​ຫລຸດ​ລົງ,  ເພື່ອປູກ​ຈິດ​ສຳ​ນຶກ​ໃຫ້​ປະ​ຊາ​ຊົນ, ອົງ​ການ​ຈັດ​ຕັ້ງ​ພາກ​ລັດ ແລະ ເອ​ກະ​ຊົນ​ໄດ້​ຊົມ​ໃຊ້​ສິນ​ຄ້າທີ່​​ຄົນ​ລາວ​ຜະ​ລິດພາຍ​ໃນ​ປະ​ເທດ​​ຫລາຍ​ຂຶ້ນ​ເວົ້າ​ລວມ, ເວົ້າ​ສະ​ເພາະ​ກໍ່​ເພື່ອ​ສົ່ງ​ເສີມ​ການ​ຜະ​ລິດ​ພາຍ​ໃນ​ໃຫ້​ມີ​ບ່ອນ​ຈຳ​ຫ​ນ່າຍ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ແກ່​ຜູ້​ຜະ​ລິດ ແລະ ຜູ້​ຊື້​ໄດ້​ມີ​ການ​ພົບ​ປະ​ແລກ​ປ່ຽນ​ຂໍ້​ມູນ​ຮ່ວມ​ກັນ​ເພື່ອ​ເຈ​ລະ​ຈາ​ຊື້​-ຂາຍ​ໃນ​ຕໍ່​ຫ​ນ້າ ເພື່ອ​ກະ​ຕຸ້ນ​ເສດ​ຖະ​ກິດ​ພາຍ​ໃນ​ປະ​ເທດ​ໃຫ້​ມີ​ບັນ​ຍາ​ກາດ​ຄຶກ​ຄື້ນ, ອີກ​ຢ່າງ​ໜຶ່ງ​ກໍ່​ເປັນ​ການສ້າງ​ຂະ​ບວນ​ການ​ຂ່ຳ​ນັບ​ຕ້ອນ​ຮັບ​ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 8 ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ VIII ຢ່າງ​ເປັນ​ທາງ​ການ ແລະ ທັງ​ເປັນ​ການ​ຂ່ຳ​ນັບ​ຮັບ​ຕ້ອນ​ວັນ​ຊາດ​ທີ 2 ທັນ​ວາ,  ທາງກອງ​ເລ​ຂາຄະ​ນະ​ສະ​ເພາະ​ກິດ​ສົ່ງ​ເສີມ​ການ​ຜະ​ລິດ ແລະ ຊົມ​ໃຊ້​ຜະ​ລິດ​ຕະ​ພັນ​ທີ່​ຜະ​ລິດ​ໄດ້​ຢູ່​ພາຍ​ໃນ (ຈາກກະຊວງ … Continue reading

ໂດຍ: admin ວັນທີ 26 Nov, 2019 ເວລາ 02:51 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_7433.1

         ຕອນເຊົ້າ 10: 30 ໂມງ ຂອງວັນທີ 25 ພະ​ຈິກ 2019 ທີ່ສູນ​ການ​ຄ້າ ລາວ-ໄອ​ເຕັກ ນະ​ຄອນຫຼວງວຽງ​ຈັນໄດ້​ມີ​ພິ​ທີ​ເປີດ​ງານວາງ​ສະ​ແດງ​ຂຶ້ນ​ ໄດ້​ໃຫ້​ກຽດ​ເຂົ້າ​ຮ່ວມເປັນປະທານຕັດແຖບຜ້າ​ໂດຍ ທ່ານ ບຸນ​ມີ ​ມະ​ນີ​ວົງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ​ແຫ່ງ ສປປ ລາວ ແລະ ທ່ານ ນາງ ສື ຕົງຫຼີ ຮອງ​ຫົວ​ໜ້າ​ກົມ​ສົ່ງ​ເສີມ​ການ​ຄ້າ ແລະ ການ​ລົງ​ທຶນ ສະ​ພາ​ສົ່ງ​ເສີມ​ການ​ຄ້າ​ສາ​ກົນ ສ​ປ ຈີນ ພ້ອມ​ດ້ວຍຕາງໜ້າ​ທັງ​ສອງ​ຝ່າຍ​​ຈາກພາກ​ສ່ວນກ່ຽວ​ຂ້ອງ​ເຂົ້າຮ່ວມຫຼາຍ​ກວ່າ 30 ທ່ານ. ​  … Continue reading

ໂດຍ: admin ວັນທີ 25 Nov, 2019 ເວລາ 09:04 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
WhatsApp Image 2019-11-22 at 17.25.18 (2)

    ໃນວັນທີ 18-20 ພະຈິກ 2019, ຄະນະຜູ້ແທນລາວ ນໍາໂດຍທ່ານນາງ ເຂັມມະນີ ພົນເສນາ, ລັັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເຂົ້າຮ່ວມກອງປະຊຸມການທົບທວນນະໂຍບາຍການຄ້າ ຂອງ ສປປ ລາວ ທີ່ເຈນີວາ, ປະເທດສະວິດເຊີແລນ ຊຶ່ງມີເອກອັກຄະລັດຖະທູດຟີລິບປິນ ປະຈຳອົງການການຄ້າໂລກ (ອຄລ) ເປັນປະທານ, ເອກອັກຄະລັດຖະທູດຝຣັ່ງ ເປັນຜູ້ນຳພາການສົນທະນາ. ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອທົບທວນນະໂຍບາຍການຄ້າຂອງ ສປປ ລາວ ໃນນາມສະມາຊິກ ອຄລ ໂດຍອີງຕາມພັນທະສັນຍາ ຊຶ່ງທຸກສະມາຊິກ ຕ້ອງໄດ້ທົບທວນນະໂຍບາຍການຄ້າຂອງຕົນ; ໃນນັ້ນ ສະມາຊິກທີ່ມີສ່ວນແບ່ງທາງການຄ້າໃນ 4 ອັນດັບຕົ້ນຂອງໂລກ ແມ່ນຈະໄດ້ຮັບການທົບທວນນະໂຍບາຍການຄ້າທຸກໆ 3 ປີ; … Continue reading

ໂດຍ: admin ວັນທີ 22 Nov, 2019 ເວລາ 03:37 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
thansomchit at Phongsaly

         ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຜົ້ງສາລີ ໃນວັນທີ 21 ພະຈິກ 2019 ຜ່ານມາ ໃຫ້ກຽດຕ້ອນຮັບໂດຍທ່ານ ທະນູຄຳ ປີດຈະວົງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງຜົ້ງສາລີ, ມີ ບັນດາ​ທ່ານຮອງຫົວໜ້າພະແນກ, ຫົວໜ້າ ຂະແໜງ, ຮອງຫົວໜ້າຂະແໜງ ແລະ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ບັນດາເມືອງ ​ເຂົ້າຮ່ວມ ຈໍານວນ 37 ທ່ານ … Continue reading

ໂດຍ: admin ວັນທີ 20 Nov, 2019 ເວລາ 12:50 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
Thanbuonmy chairman

         ລະຫວ່າງວັນທີ 13-14 ພະຈິກ 2019 ທີ່ຜ່ານມາ, ທີ່ໂຮງແຮມ ຊະນະແກ້ວ ບູຕິກ, ແຂວງຫຼວງພະບາງ ກົມນະໂຍບາຍການຄ້າຕ່າງປະເທດ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມທາບທາມ (ຮ່າງ) ດໍາລັດວ່າດ້ວຍການຄ້າທາງເອເລັກໂຕຣນິກ (E-commerce) ຂອງ ສປປ ລາວ.  ຊຶ່ງໃຫ້ກຽດເປັນປະທານໂດຍ ທ່ານ ບຸນມີ ມະນີວົງ, ຮອງລັດຖະມົນຕີກະຊວງ ອຸດສາຫະກໍາ ແລະ ການຄ້າ ທັງເປັນຫົວໜ້າຄະນະຮັບຜິດຊອບຮ່າງດໍາລັດດັ່ງກ່າວ ແລະ ປະທານຮ່ວມ ທ່ານ ສຸກັນ ບຸນຍົງ ຮອງເຈົ້າແຂວງ ແຂວງຫຼວງພະບາງ. … Continue reading

ໂດຍ: admin ວັນທີ 8 Nov, 2019 ເວລາ 03:20 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_7365

ຕອນບ່າຍ ເວລາ 14:00 ໂມງ ຂອງວັນທີ 08 ພະຈິກ 2019 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ,  ທ່ານ ບຸນມີ ມະນີວົງ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບຂອງ  ທ່ານ ນາງ Marinela Petkova , ເອກ​ອັກ​ຄະ​ລັດຖະທູດ ແຫ່ງສາທາລະນະ​ລັດ ບູນກາລີ ປະ​ຈໍາ ສປປ ລາວ ຄົນ​ໃໝ່ພ້ອມດ້ວຍທ່ານທີ່ປຶກສາທູດເສດຖະກິດການຄ້າ ​ເຊິ່ງມີສໍານັກງານສະຖານ​ເອກ​ອັກຄະ​ລັດຖະທູດຕັ້ງຢູ່ ຮ່າໂນ້ຍ ສສ ຫວຽດນາມ ​ໃນໂອກາດ​ມາຍື່ນ​ສານ​ຕາຕັ້ງຕໍ່​ທ່ານ​ປະທານ​ປະ​ເທດ ​ແຫ່ງ ສປປ … Continue reading

ໂດຍ: admin ວັນທີ 8 Nov, 2019 ເວລາ 10:20 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_7348

            ຕອນເຊົ້າເວລາ 9:00 ໂມງ ຂອງວັນທີ 07 ພະຈິກ 2019 ທີ່ຫ້ອງປະຊຸມ​ໃຫຍ່ຊັ້ນ I ກະຊວງ ອຄ ໄດ້ເປີດກອງປະຊຸມ​ເຜີຍ​ແຜ່ ຄໍາ​ສັ່ງ​ຂອງ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ, ວ່າ​ດ້ວຍ​ການ​ນໍາ​ໃຊ້​ສື່​ສັງຄົມ​ອອນ​ລາຍ​​ໃນ​ໝູ່​ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ​ແລະ ປະຊາຊົນ​ບັນດາ​ເຜົ່າ ແລະ ມີບັນດາ​ທ່ານ​ ຮອງ​ຫົວໜ້າກົມ, ຫົວໜ້າ-ຮອງ​ພະ​ແນ​ກ ຂອງບັນດາ​ກົມ, ຫ້ອງການ, ສະ​ຖາ​ບັນ​ຄົ້ນຄວ້າ​ເສດຖະກິດ​ອຸດສາຫະກໍາ ​ແລະ ການ​ຄ້າ, ບັນດາລັດ​ວິ​ສາ​ຫະກິດ, ບໍລິສັດ ທີ່​ຂຶ້ນກັບ​ຄວາມ​ຮັບຜິດຊອບ​ຂອງ​ກະຊວງ ອຄ ເຂົ້າຮ່ວມຮັບ​ຟັງ​ການ​ເຜີຍ​ແຜ່, ​ເຊື່ອມ​ຊຶມ​ໂຄສະນາ, ສຶກສາ​ອົບຮົມ​ການ​ເມືອງ​ແນວ​ຄິດນີ້ທັງໝົດ 60 ກວ່າທ່ານ.           ກອງປະຊຸມຄັ້ງນີ້ ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ບຸນມີ ມະນີວົງ … Continue reading

ໂດຍ: admin ວັນທີ 6 Nov, 2019 ເວລາ 12:54 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_7307

      ຕອນບ່າຍ ເວລາ 14:30ມ ຂອງ​ວັນ​ທີ 05 ພະຈິກ 2019, ຢູ່ຫ້ອງຮັບ​ແຂກຊັ້ນ 4 ຂອງກະຊວງ ອຄ  ທ່ານ​ ສົມ​ຈິດ ອິນ​ທະ​ມິດ ຮອງລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ຕ້ອນຮັບການ​ເຂົ້າຢ້ຽມ​ຂໍ່ານັບຂອງ​​ ທ່ານ Zhu Ning​ ອະດີດ​ຮອງ​ປະທານ​ຄະນະ​ກໍາມະການ​ວຽກ​ງານ​ງົບປະມານ ​ສະພາ​ຜູ້​ແທນ​ທົ່ວ​ປະ​ເທດ, ອະດີດ​ປະທານ China UnionPay ພ້ອມດ້ວຍຄະນະຊ່ຽວຊານທາງດ້ານການເງິນ-ການທະນາຄານ ຂອງຈີນ ໃນໂອກາດທີ່ ໄດ້ເດີນທາງມາເຮັດວຽກຢູ່ ສປປ ລາວ ແລະ ມີຜູ້ຕາງໜ້າເຂົ້າຮ່ວມທັງສອງຝ່າຍ ປະມານ 25 ກວ່າທ່ານ. … Continue reading