ໃນວັນທີ 3 ກໍລະກົດ 2021 ທ່ານ ປອ. ຄໍາແພງ ໄຊສົມແພງ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ນຳພາຄະນະບັນດາຫົວໜ້າກົມຈາກຫ້ອງການກະຊວງ, ກົມຈັດຕັ້ງ-ພະນັກງານ, ກົມສົ່ງເສີມການຄ້າ, ກົມອຸດສາຫະກຳ-ຫັດຖະກຳ ແລະ ກົມມາດຕະຖານ-ວັດແທກ ພ້ອມທັງພະແນກອຸດສາຫະກຳ ແລະ ການຄ້າແຂວງ ລົງຢ້ຽມຢາມສຳນັກງານໃຫຍ່ຂອງໂຮງສີເຂົ້າ ຂອງບໍລິສັດອິນດູຈີນຮ່ວມມືພັດທະນາລາວ (Indochina Development Partners: IDP) ຊຶ່ງຕັ້ງຢູ່ບ້ານສະໜາມໄຊ, ນະຄອນປາກເຊ, ແຂວງຈຳປາສັກ. ໃນໂອກາດດັ່ງກ່າວ ທ່ານ … Continue reading →
ໃນລະຫວ່າງວັນທີ 29-30 ມິຖຸນາ 2021 ທ່ານ ປອ.ຄຳແພງໄຊສົມແພງ,ລັດຖະມົນຕີກະຊວງອຸດສາຫະກຳແລະການຄ້າໄດ້ນຳພາຄະນະໂດຍມີບັນດາຫົວໜ້າກົມ, ຮັກສາການຫົວໜ້າຫ້ອງການ, ຮອງກົມພ້ອມດ້ວຍວິຊາການໄດ້ລົງໄປເຄື່ອນໄຫວເຮັດວຽກຢູ່ແຂວງສະຫວັນນະເຂດ,ພາຍຫຼັງທີ່ທ່ານລັດຖະມົນຕີໄດ້ມາຮັບໜ້າທີ່ໃໝ່ຢູ່ກະຊວງອຸດສາຫະກຳແລະການຄ້າ. ໃນຕອນບ່າຍຂອງວັນທີ 29 ມິຖຸນາ 2021, ໄດ້ເຂົ້າຢ້ຽມຂ່ຳນັບແລະພົບປະໂອ້ລົມກັບທ່ານສັນຕິພາບພົມວິຫານ,ເຈົ້າແຂວງສະຫວັນນະເຂດພ້ອມດ້ວຍຄະນະໂດຍມີຫົວໜ້າຫ້ອງວ່າການປົກຄອງແຂວງ, ຫົວໜ້າພະແນກອຸດສາຫະກຳແລະການຄ້າແຂວງແລະຄະນະຢູ່ທີ່ຫ້ອງຮັບແຂກຫ້ອງວ່າການປົກຄອງແຂວງ,ໃນໂອກາດດັ່ງກ່າວນີ້ທ່ານເຈົ້າແຂວງສະຫວັນນະເຂດກໍ່ໄດ້ກ່າວສະແດງຄວາມຕ້ອນຮັບທ່ານປອ.ຄຳແພງໄຊສົມແພງ, ລັດຖະມົນຕີກະຊວງອຸດສາຫະກຳແລະການຄ້າພ້ອມດ້ວຍຄະນະດ້ວຍຄວາມອົບອຸ່ນໃນການລົງມາເຄື່ອນໄຫວເຮັດວຽກຢູ່ແຂວງສະຫວັນນະເຂດໃນຄັ້ງນີ້, ແລະໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ຈຸດພິເສດ-ທີ່ຕັ້ງ, ທ່າແຮງບົ່ມຊ້ອນທີ່ສຳຄັນໃນການພັດທະນາແຂວງເປັນຕົ້ນແມ່ນ: ທ່າແຮງທາງດ້ານກະສິກຳ-ປ່າໄມ້, ແຫຼ່ງຊັບພະຍາກອນທຳມະຊາດ, ທ່າແຮງທາງດ້ານການເຊື່ອມໂຍງຕາມແລວເສດຖະກິດຕາເວັນອອກ-ຕາເວັນຕົກ, ເໜືອ-ໃຕ້ ເຊື່ອມໂຍງພາກພື້ນແລະທ່າແຮງທາງດ້ານການຂຸດຄົ້ນບໍ່ແຮ່ (ຄຳ, ທອງແດງ, ຫີນກາວ, ບາຣິກ, ເຫຼັກ, ເກືອກາຣີ, ຫີນກໍ່ສ້າງ ແລະ ອື່ນໆ), ສ່ວນວຽກງານອຸດສາຫະກຳແລະການຄ້າກໍໄດ້ມີການສົ່ງເສີມບັນດາໂຮງງານອຸດສາຫະກຳທັງຂະໜາດໃຫຍ່, ຂະໜາດກາງແລະຂະໜາດນ້ອຍ,ການສົ່ງອອກສິນຄ້າແລະອື່ນໆ. ຈາກນັ້ນ,ທ່ານລັດຖະມົນຕີ ຍັງໄດ້ສົນທະນາກ່ຽວກັບການກະກຽມໃຫ້ແກ່ການເຂົ້າຮ່ວມງານວາງສະແດງ ຈີນ-ອາຊຽນ … Continue reading →
ໃນລະຫວ່າງວັນທີ 1-2 ກໍລະກົດ 2021, ທ່ານ ປອ. ຄຳແພງ ໄຊສົມແພງ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ນຳພາຄະນະ ໂດຍມີບັນດາຫົວໜ້າກົມ, ຜູ້ຮັກສາ ການຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຮອງກົມ ພ້ອມດ້ວຍຄະນະ ໄດ້ລົງໄປເຄື່ອນໄຫວເຮັດວຽກ ຢູ່ແຂວງເຊກອງ. ຊຶ່ງໃນຕອນບ່າຍຂອງວັນທີ 1 ກໍລະກົດ 2021, ກໍໄດ້ພົບປະໂອ້ລົມກັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງເຊກອງ, ຊຶ່ງ ທ່ານ ປອ ຄຳແພງ … Continue reading →
ວັນທີ 1 ກໍລະກົດຜ່ານມາ, ກະຊວງອຸດສາຫະກຳ ແລະ ການຄ້າ ເຜີຍແຜ່ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ, ຕິດຕາມໄມ້ສົ້ນເຂົ້າ ແລະ ໄມ້ສົ້ນອອກ ສະບັບເລກທີ 0777/ອຄ ລົງວັນທີ 25 ສິງຫາ 2020 ຊຶ່ງຈັດຂຶ້ນ ທີ່ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ; ໃຫ້ກຽດເປັນປະທານໂດຍ ທ່ານ ປອ. ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ປະທານຮ່ວມທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງໆຈຳປາສັກ ແລະ ພາກສ່ວນກ່ຽວຂ້ອງທີ່ຂຶ້ນກັບພະແນກອຸດສາຫະກຳ ແລະ ການຄ້າ 4 … Continue reading →
ຕອນເຊົ້າ ເວລາ 09: 00 ໂມງ ຂອງວັນທີ 18 ມິຖຸນາ 2021 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ປອ. ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ພົບປະຂອງ ທ່ານ ໂຕສິໂອະ ນາກະເຊະ ຫົວໜ້າຫ້ອງການ ອົງການຮ່ວມມືສາກົນ JICA ປະຈຳ ສປປ ລາວ ພ້ອມຄະນະ, ມີຜູ້ຕາງໜ້າເຂົ້າຮ່ວມທັງສອງຝ່າຍ ປະມານ 15 ທ່ານ. … Continue reading →
ຕອນເຊົ້າ ເວລາ 09: 00 ໂມງ ຂອງວັນທີ 17 ມິຖຸນາ 2021 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ປອ. ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ Orhan ISIK (ໂອຼຮັນ ເອີເຊີກ) , ເອກອັກຄະລັດຖະທູດ ແຫ່ງ ຕວັກກີ ປະຈຳ ສປປລາວ ພ້ອມດ້ວຍຄະນະ, ມີຜູ້ຕາງໜ້າເຂົ້າຮ່ວມທັງສອງຝ່າຍ ປະມານ 15 … Continue reading →
ຕອນເຊົ້າ ເວລາ 09: 00 ໂມງ ຂອງວັນທີ 16 ມີຖຸນາ 2021 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້ ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ Pratito Soeharyo, ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ແຫ່ງ ປະເທດ ອິນໂດເນເຊຍ ຊຶ່ງມີສໍານັກງານສະຖານທູດທີ່ຕັ້ງຢູ່ ສປປ … Continue reading →
ຕອນບ່າຍ ເວລາ 14:00 ໂມງ ຂອງວັນທີ 14 ມິຖຸນາ 2021 ທີ່ຫ້ອງປະຊຸມໃຫຍ່ຊັ້ນ I ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ຈັດພິທີປະກາດ ການຈັດຕັ້ງຂັ້ນຫົວໜ້າກົມ ແລະ ຮອງຫົວໜ້າກົມອອກພັກການ-ຮັບອຸດໜູນບໍານານ, ການແຕ່ງຕັ້ງຫົວໜ້າກົມ ແລະ ຮອງຫົວໜ້າກົມຄົນໃໝ່ ໂດຍການເປັນປະທານ ຂອງ ທ່ານ ປອ. ຄໍາແພງ ໄຊສົມແພງ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ມີຜູ້ເຂົ້າຮ່ວມເປັນສັກຂີພິຍານເປັນຕົ້ນ ທ່ານຮອງລັດຖະມົນຕີ, ເລຂາ- ຮອງເລຂາໜ່ວຍພັກບັນດາກົມ, ຫ້ອງການ, … Continue reading →
ຕອນເຊົ້າ ເວລາ 09: 00 ໂມງ ຂອງວັນທີ 11 ມິຖຸນາ 2021 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ປອ. ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ Ina MARCIULIONYTE, ເອກອັກຄະລັດຖະທູດ ແຫ່ງ ສະຫະພາບເອີຣົບ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ, ມີຜູ້ຕາງໜ້າເຂົ້າຮ່ວມທັງສອງຝ່າຍ ປະມານ 20 ທ່ານ. … Continue reading →
ຕອນເຊົ້າ ເວລາ 09: 00 ໂມງ ຂອງວັນທີ 10 ມິຖຸນາ 2021 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ປອ. ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ Vladimir KALININ , ເອກອັກຄະລັດຖະທູດ ແຫ່ງ ຣັດເຊຍ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ, ມີຜູ້ຕາງໜ້າເຂົ້າຮ່ວມທັງສອງຝ່າຍ ປະມານ 15 ທ່ານ. … Continue reading →