ຂ່າວສຳຄັນ

ໂດຍ: admin ວັນທີ 6 Dec, 2021 ເວລາ 10:06 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0021.1

        ຕອນ​ເຊົ້າໃນເວລາ 9: 00 ໂມງ ຂອງວັນທີ 30 ພະຈິກ 2021, ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ປອ. ຄໍາແພງ ໄຊສົມແພງ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ IM Moo Hong, ​ເອກ​ອັກ​ຄະ​ລັດຖະທູດ ສ.ເກົາຫຼີ ປະຈໍາ ສປປ ລາວ ​  ​ໃນ​ໂອ​ກາດ​ ເຂົ້າພົບປະປຶກສາຫາລືດ້ານການຄ້າ ແລະ … Continue reading

ໂດຍ: admin ວັນທີ 29 Nov, 2021 ເວລາ 04:24 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0027

       ຕອນບ່າຍ ເວລາ 15: 30 ໂມງ ຂອງວັນທີ 29 ພະຈິກ 2021 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ,  ທ່ານ ປອ. ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ​ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ  ທ່ານ ນ Le Thi Phuong Hoa , ທີ່​ປຶກສາທູດ​ເສດຖະກິດ-ການ​ຄ້າ ​ແຫ່ງ ສສ ຫວຽດນາມ … Continue reading

ໂດຍ: admin ວັນທີ 12 Nov, 2021 ເວລາ 10:48 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
WhatsApp Image 2021-11-10 at 3.38.05 PM

     ນະຄອນຫຼວງວຽງຈັນ, 10 ພະຈິກ 2021 ຜ່ານມາ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ ຄັ້ງທີ 18 (the 18th Trade and Private Sector Working Group Meeting), ທີ່ໂຮງແຮມ ຄລາວ ພຣາຊາ ໂດຍນໍາໃຊ້ຮູບແບບປະສົມປະສານ ຂອງລະບົບກອງປະຊຸມທາງໄກ ແລະ ຫ້ອງປະຊຸມ ເພື່ອຈໍາກັດຈໍານວນຜູ້ເຂົ້າຮ່ວມຕາມມາດຕະການປ້ອງກັນ ການແຜ່ລະບາດຂອງ ໂຄວິດ-19. ກອງປະຊຸມດັ່ງກ່າວໄດ້ໃຫ້ກຽດການເປັນປະທານໂດຍ ທ່ານ ປອ ຄໍາແພງ … Continue reading

ໂດຍ: admin ວັນທີ 9 Nov, 2021 ເວລາ 02:03 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0019

        ຕອນເຊົ້າ ເວລາ 11: 00 ໂມງ ຂອງວັນທີ 09 ພະຈິກ 2021 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ປອ. ຄຳ​ແພງ ໄຊ​ສົມ​ແພງ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ Katsuichi IWAKAMI, ຫົວໜ້າອົງການສົ່ງເສີມການຄ້າຍີ່ປຸ່ນ (JETRO) ປະ​ຈຳ ສປປ ລາວ ພ້ອມຄະນະ, ​ ມີຜູ້ຕາງໜ້າເຂົ້າຮ່ວມທັງສອງຝ່າຍ ປະມານ 13 ທ່ານ. … Continue reading

ໂດຍ: admin ວັນທີ 2 Nov, 2021 ເວລາ 01:47 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_6294

          ໃນຕອນເຊົ້າຂອງວັນທີ 2 ພະຈິກ 2021 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໄດ້​​ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງອຸດສາຫະກຳ ແລະ ການຄ້າ ຄັ້ງທີ V ຂຶ້ນ, ໂດຍການເປັນປະທານ ຂອງ ສະຫາຍ ປອ ຄໍາແພງ ໄຊສົມແພງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ.           ​ ​ເຂົ້າຮ່ວມໃນກອງປະຊຸມ ມີ ຜູ້ແທນສົມບູນ ຈາກບັນດາຮາກຖານພັກອ້ອມຂ້າງກົມ, ຫ້ອງການ, ສະຖາບັນ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດ ແລະ ບັນດາຫົວໜ່ວຍວິສາຫະກິດ … Continue reading

ໂດຍ: admin ວັນທີ 1 Nov, 2021 ເວລາ 03:41 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_6143

               ຕອນບ່າຍ ເວລາ 14:00 ໂມງ ຂອງວັນທີ 29 ຕຸລາ 2021 ຜ່ານມາ ທີ່ຫ້ອງປະ​ຊຸມໃຫຍ່ຊັ້ນ I ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້​ຈັດ​ພິທີປະ​ກາດ​ ການຈັດຕັ້ງຂັ້ນຮອງລັດຖະມົນຕີ ​ແລະ ຮັກສາການແທນຫົວໜ້າ​ກົມ​ຄົນ​ໃໝ່ ໂດຍການເປັນ​ປະ​ທານ ​ຂອງ ທ່ານ ປອ. ຄໍາ​ແພງ ​ໄຊ​ສົມ​ແພງ, ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ​ແລະ ມີ​ຜູ້​ເຂົ້າ​ຮ່ວມ​ ຄື: ທ່ານຮອງ​ລັດ​ຖະມົນ​ຕີ, … Continue reading

ໂດຍ: admin ວັນທີ 7 Oct, 2021 ເວລາ 10:04 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0035.3

         ກະຊວງອຸດສາຫະກຳ ແລະ ການຄ້າ(ອຄ) ສົມທົບກັບພະແນກ ອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ(ອຄ.ນວ) ລົງຕິດຕາມ ແລະ ຊຸກຍູ້ວຽກງານ ອຄ ພາຍໃນນະຄອນຫຼວງວຽງຈັນ ໂດຍເນັ້ນໃຫ້ເຈົ້າໜ້າທີ່ ການຄ້າເອົາໃຈໃສ່ເພີ່ມທະວີການກວດກາການຄ້າ ບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າ, ຜູ້ປະກອບການຊາວຄ້າຂາຍ ມີມາດຕະການທີ່ດີໃນການປ້ອງກັນໂຄວິດ-19, ສ່ວນໂຮງງານ ອຸດສາຫະກຳໃຫ້ເຂັ້ມງວດມາດຕະການປ້ອງກັນໂຄວິດ-19. ຕອນເຊົ້າເວລາ 9: 00 ໂມງ ຂອງວັນທີ 6 ຕຸລາ 2021 ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຄ ພ້ອມຄະນະລົງເຮັດວຽກຢູ່ພະແນກ ອຄ.ນວ, ໂຮງງານຕັດຫຍິບ ໄຮ … Continue reading

ໂດຍ: admin ວັນທີ 14 Sep, 2021 ເວລາ 03:04 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_6020.1

ຕອນ​ບ່າຍ​ໃນເວລາ 2:30 ໂມງ ຂອງວັນທີ 13 ກັນ​ຍາ 2021, ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ປອ. ຄໍາແພງ ໄຊສົມແພງ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ Dinkar Asthana, ​ເອກ​ອັກ​ຄະ​ລັດຖະທູດ ​ແຫ່ງປະເທດ ອົນເດຍ ປະ​ຈຳ ສປປ ລາວ ​ໃນ​ໂອ​ກາດ​ ເຂົ້າພົບປະປຶກສາຫາລືດ້ານການຄ້າ ແລະ ການລົງທຶນຢູ່ ສປປ ລາວ ແລະ  ທ່ານໄດ້ມາຮັບຕໍາແໜ່ງໃໝ່,​ ມີຜູ້ຕາງໜ້າເຂົ້າຮ່ວມທັງສອງຝ່າຍ … Continue reading

ໂດຍ: admin ວັນທີ 13 Sep, 2021 ເວລາ 02:24 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_5993

             ຕອນ​ບ່າຍ​ໃນເວລາ 2: 30 ໂມງ ຂອງວັນທີ 10 ກັນ​ຍາ 2021, ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ປອ. ຄໍາແພງ ໄຊສົມແພງ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ Paul Kelly,  ​ເອກ​ອັກ​ຄະ​ລັດຖະທູດ ​ແຫ່ງ ອົດ​ສະ​ຕ​ຣາ​ລີ ປະ​ຈຳ ສປປ ລາວ ​ໃນ​ໂອ​ກາດ​ ເຂົ້າພົບປະປຶກສາຫາລືດ້ານການຄ້າ … Continue reading

ໂດຍ: admin ວັນທີ 2 Sep, 2021 ເວລາ 03:15 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_9324.1

                      ໃນວັນທີ 2 ກັນຍາ 2021, ທີ່ຫ້ອງປະຊຸມທາງໄກຊັ້ນ 3, ຫ້ອງການກະຊວງອຸດສາຫະກໍາ ແລະ ການຄ້າໄດ້ຈັດກອງປະຊຸມເຜີຍແຜ່ທາງໄກຂຶ້ນ ໂດຍຈຸດປະສົງຕົ້ນຕໍ ຂອງກອງປະຊຸມເພື່ອເຜີຍແຜ່ແນະນຳ ກ່ຽວກັບບັນດານິຕິກຳໃນຂົງເຂດວຽກງານຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ,  ເພື່ອສ້າງຄວາມເຂົ້າໃຈ ພາຍຫຼັງຍ້າຍມາຂຶ້ນກັບກະຊວງອຸດສາຫະກຳ ແລະ ການຄ້າແລ້ວ ຈະສືບຕໍ່ຈັດຕັ້ງປະຕິບັດຄືແນວໃດ; ພ້ອມນີ້ ກໍ່ແນະນຳກ່ຽວກັບ ຈັດຕັ້ງປະຕິບັດລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ສະບັບປັບປຸງໃໝ່ ໂດຍອີງ​ໃສ່​ແຈ້ງ​ການ​ຄື: … Continue reading