ຂ່າວສຳຄັນ

ໂດຍ: admin ວັນທີ 4 Jul, 2022 ເວລາ 10:43 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
Minister at the Sekong on 01-3July22

            ວັນທີ 01 ກໍລະກົດ 2022,  ທ່ານ ມະໄລທອງ ກົມມະສິດ, ກຳມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍ​ຄະນະ ເຂົ້າຮ່ວມງານວາງສະແດງສິນຄ້າມິດຕະພາບ ລາວ-ຫວຽດນາມ 4 ແຂວງພາກໃຕ້ ສປປ ລາວ (ເຊກອງ, ສາລະວັນ, ຈຳປະສັກ ແລະ ອັດຕະປື) ແລະ 4 ແຂວງພາກກາງ ສສ ຫວຽດນາມ (ກວາງນາມ, ດາໜັງ, ເທື່ອທຽນເຫວ້ ແລະ … Continue reading

ໂດຍ: admin ວັນທີ 28 Jun, 2022 ເວລາ 11:53 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0008.1

            ຕອນ​ເຊົ້າເວລາ 10:30 ໂມງ ຂອງວັນທີ 27 ມິຖຸນາ 2022, ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ Han Dong-man, ​​ຜູ້ຕາງໜ້າທູດພິເສດ ຂອງທ່ານ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສ ເກົາຫຼີ, … Continue reading

ໂດຍ: admin ວັນທີ 23 Jun, 2022 ເວລາ 05:19 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0104

  ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ຜູ້ເກົ່າ ແລະ ຜູ້ໃໝ່ລະຫວ່າງ ທ່ານ ປອ. ຄຳແພງ ໄຊສົມແພງ​ກຳ​ມະ​ການ​ສູນ​ກາງ​ພັກ ເລຂາ​ຄະນະບໍລິຫານງານ​ພັກ, ລັດຖະມົນຕີ​​ກະຊວງ ອຸດສາຫະກຳ ແລະ ການຄ້າ ຜູ້ເກົ່າ ແລະ ທ່ານ ມະໄລທອງ ກົມມະສິດ ກຳ​ມະ​ການ​ສຳຮອງ ສູນກາງພັກ, ລັດຖະມົນ​ຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 23 ມິຖຸນາ 2022 ທີ່ຫ້ອງປະຊຸມໃຫຍ່ ກະຊວງອຸດສາຫະກຳ … Continue reading

ໂດຍ: admin ວັນທີ 21 Jun, 2022 ເວລາ 02:20 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
Than Nang Chansouk

       ໃນວັນທີ 20 ມິຖຸນາ, ທ່ານ ນ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກຖະແຫລງຂ່າວ ກ່ຽວກັບ ສະພາບການຄຸ້ມຄອງລາຄານໍ້າມັນເຊື້ອໄຟພາຍໃນປະເທດ ແລະ ບາງວິທີການແກ້ໄຂດັ່ງນີ້: ອຄ.ກຄພນ ແຫລ່ງຂ່າວ: ພະແນກຄຸ້ມຄອງສິນຄ້າ ແລະ ລາຄາ ກົມການຄ້າພາຍໃນ ຮຽບຮຽງໂດຍ: ນ ຖື ແຫວນວົງສົດ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ກຜຮ

ໂດຍ: admin ວັນທີ 21 Jun, 2022 ເວລາ 09:37 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
WhatsApp Image 2022-06-20 at 4.43.17 PM

     ທ່ານ ປອ ຄຳແພງ ໄຊສົມແພງ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະຜູ້ແທນຂອງ ສປປ ລາວ ໄດ້ສໍາເລັດການເຂົ້າຮ່ວມກອງປະຊຸມລັດຖະມົນຕີອົງການການຄ້າໂລກ (ອຄລ) ຄັ້ງທີ 12 ທີ່ ເຊີແນວ, ປະເທດ ສະວິດເຊີແລນ ໃນລະຫວ່າງວັນທີ 12-17 ມິຖຸນາ 2022 ຊຶ່ງໃນເບື້ອງຕົ້ນ ກອງປະຊຸມດັ່ງກ່າວຈະສິ້ນສຸດລົງໃນວັນທີ 15 ມິຖຸນາ ແຕ່ໄດ້ຕໍ່ເວລາຕື່ມອີກ 2 ວັນ ເພື່ອອໍານວຍຄວາມສະດວກໃນການເຈລະຈາ ແລະ ໃຫ້ສາມາດບັນລຸຂໍ້ຕົກລົງຮ່ວມກັນໄດ້. ຜ່ານການເຈລະຈາໃນກອງປະຊຸມ ປະເທດສະມາຊິກໄດ້ຮັບຮອງເອົາ ບັນດາຂໍ້ຕົກລົງຄື: (1) ການຖົມຂຸມການປະມົງ ຊຶ່ງເປັນບັນຫາທີ່ເຈລະຈາກັນນັບຕັ້ງແຕ່ປີ … Continue reading

ໂດຍ: admin ວັນທີ 13 Jun, 2022 ເວລາ 09:40 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
Minister at the meeting WTO in Swezerland 12 June 1

     ໃນລະຫວ່າງວັນທີ 12-15 ມິຖຸນາ 2022 ທ່ານ ປອ ຄຳແພງ ໄຊສົມແພງ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ອົງການການຄ້າໂລກ (ອຄລ) ຄັ້ງທີ 12 ທີ່ ເຊີແນວ, ປະເທດ ສະວິດ ໂດຍການເປັນປະທານຂອງທ່ານ Timur Suleimenov ລັດຖະມົນຕີປະຈໍາສໍານັກງານປະທານປະເທດກາຊັກສະຖານ. ກອງປະຊຸມດັ່ງກ່າວ ເປັນເວທີປຶກສາຫາລື ລະຫວ່າງບັນດາ​ລັດຖະມົນຕີຂອງ ອຄລ​ ເພື່ອ​ທົບທວນ​ຄືນ​ບັນດາວຽກງານຕ່າງໆທີ່ຕິດພັນກັບ ອຄລ, ຜັນຂະຫຍາຍການຈັດຕັ້ງປະຕິບັດວຽກງານລະບົບ​ການ​ຄ້າ​ຫຼາຍ​ຝ່າຍ ແລະ ໃຫ້ທິດຊີ້ນຳອັນຈຳເປັນໃນການຈັດຕັ້ງປະຕິບັດແຜນ​ວຽກ​ຂອງ ອຄລ ໃນ​ອະນາຄົດ … Continue reading

ໂດຍ: admin ວັນທີ 9 Jun, 2022 ເວລາ 09:51 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0032.1

ຕອນ​ເຊົ້າເວລາ 10:00 ໂມງ ຂອງວັນທີ 08 ມິຖຸນາ 2022  , ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ປອ. ຄໍາແພງ ໄຊສົມແພງ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ Viacheslav KHARINOV, ​​ຜູ້ຕາງໜ້າການຄ້າ ສະຫະພັນ ຣັດເຊຍ ປະຈໍາ ສສ ຫວຽດນາມ ພ້ອມດ້ວຍຄະນະ, ໃນ​ໂອ​ກາດ​ ເຂົ້າພົບປະປຶກສາຫາລືດ້ານການຄ້າ ແລະ ການລົງທຶນຢູ່ ສປປ ລາວ; ມີຫົວໜ້າ-ຮອງຫົວໜ້າກົມ … Continue reading

ໂດຍ: admin ວັນທີ 7 Jun, 2022 ເວລາ 10:33 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0018

      ຕອນເຊົ້າ ວັນທີ 07 ມິຖຸນາ 2022 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີຖະແຫຼງຂ່າວ ເນື່ອງໃນໂອກາດງານສະເຫຼີມສະຫຼອງວັນຮັບຮອງສາກົນ 9 ມິຖຸນາ ໄດ້ບັນຈົບຄົບຮອບ 13 ປີ. ຖະແຫຼງການໂດຍ ​ທ່ານ ນາງ ຈັນສຸກ ແສງພະຈັນ  ຮອງເລຂາຄະນະພັກ, ຮອງລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ເຊິ່ງມີເນື້ອໃນ ແລະ ຄຳເຫັນຕໍ່ວັນດັ່ງກ່າວວ່າ: ວັນທີ 9 ມິຖຸນາ ແມ່ນວັນຮັບຮອງສາກົນ, ເຊິ່ງໄດ້ໜູນວຽນມາບັນຈົບຄົບຮອບ 13 ປີ. ໃນປີ … Continue reading

ໂດຍ: admin ວັນທີ 3 Jun, 2022 ເວລາ 10:18 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
,2

             ເນື່ອງໃນໂອກາດວັນເດັກນ້ອຍສາກົນ, ວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ 2022 ແລະ ວັນສາກົນຢຸດຕິການໃຊ້ແຮງງານເດັກ 12 ມິຖຸນາ 2022 ທີ່ວຽນມາເຖິງນີ້. ທົ່ວປວງຊົນທັງຊາດໄດ້ຖືເປັນວັນສໍາຄັນອີກວັນໜຶ່ງຈິ່ງໄດ້ພ້ອມກັນສ້າງຂະບວນການສະເຫຼີມສະຫຼອງວັນດັ່ງກ່າວຂຶ້ນໃນຂອບເຂດທົ່ວປະເທດຕາມສະພາບເງື່ອນໄຂຕົວຈິງ ແລະ ສະພາບການລະບາດຂອງພະຍາດ ໂຄຣວິດ-19. ດັ່ງທີ່ທ່ານຮູ້ນໍາກັນແລ້ວວ່າ: ວັນເດັກນ້ອຍສາກົນ 1ມິຖຸນາ 2022 ແມ່ນ ຄົບຮອບ 98ປີ (1 ມິຖຸນາ1925- ວັນ1 ມິຖຸນາ 2022)  ແລະ ປູກຕົ້ນໄມ້ແຫ່ງຊາດ ວັນທີ 01 ມິຖຸນາ 2022 ແມ່ນ … Continue reading

ໂດຍ: admin ວັນທີ 18 May, 2022 ເວລາ 01:48 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0026

      ຕອນເຊົ້າຂອງວັນທີ 17 ພຶດສະພາ 2022, ທີ່ຫ້ອງປະຊຸມທາງໄກຊັ້ນ 3 ກະຊວງ ອຄ ໄດ້ຈັດກອງປະຊຸມຄົ້ນຄວ້າປຶກສາຫາລື ກ່ຽວກັບການປັບປຸງກົງຈັກການຈັດຕັ້ງ ຂອງຂະແໜງອຸດສາຫະກໍາ ແລະ ການຄ້າ ໂດຍການເປັນປະທານຂອງທ່ານ ປອ. ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຄ ພ້ອມນີ້ມີທ່ານຮອງລັດຖະມົນຕີຜູ້ຊີ້ນໍາກົມຈັດຕັ້ງ ແລະ ພະນັກງານ, ທ່ານຫົວໜ້າຫ້ອງການ, ຫົວໜ້າ-ຮອງຫົວໜ້າກົມຂອງບັນດາກົມ, ຫົວໜ້າສະຖາບັນອຸດສາຫະກໍາ ແລະ ການຄ້າ ແລະ ຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຂັ້ນກະຊວງ ອຄ ເຂົ້າຮ່ວມປະມານ 30 ທ່ານ.      ຈຸດປະສົງຂອງກອງປະຊຸມຄັ້ງນີ້ ໂດຍລວມການປັບປຸງກົງຈັກການຈັດຕັ້ງລັດ … Continue reading