ຂ່າວສຳຄັນ

ໂດຍ: ໄພວັນ ວັນທີ 13 Jun, 2025 ເວລາ 07:28 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0280.jpg12

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ Yasuda Futoshi, ຮອງຫົວໜ້າສໍານັກງານສິດທິບັດຍີ່ປຸ່ນ ພ້ອມດ້ວຍຄະນະທີ່ເດີນທາງມາເຮັດວຽກຢູ່ ສປປ ລາວ, ໃນຕອນບ່າຍຂອງວັນທີ 11 ມິຖຸນາ 2025 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ. ໂອກາດດັ່ງກ່າວ ທ່ານ ລັດຖະມົນຕີ ກະຊວງ ອຄ ກ່າວຕ້ອນຮັບ ແລະ ຄໍາຂອບໃຈຕໍ່ສໍານັກງານສິດທິບັດຍີ່ປຸ່ນ ທີ່ໄດ້ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ, ພ້ອມນັ້ນ ທ່ານຍັງໄດ້ມີຄໍາເຫັນບາງຕອນວ່າ ການລົງນາມໜັງສືຖະແຫຼງການໃນຄັ້ງນີ້ ແມ່ນການສະແດງເຖິງການພົວພັນການຮ່ວມມື ລະຫວ່າງ … Continue reading

ໂດຍ: ໄພວັນ ວັນທີ 12 Jun, 2025 ເວລາ 10:03 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
DSC_9026.jpg2

ໃນວັນທີ 11 ມິຖຸນາ 2025, ທີ່ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ), ໄດ້ມີການພົບປະ 2 ຝ່າຍ ໃນເວລາ 9:00-10:00 ໂມງ, ລະຫວ່າງ ກົມຊັບສິນທາງປັນຍາລາວ ແລະ ສໍານັກງານສິດທິບັດຍີ່ປຸ່ນ ເພື່ອປຶກສາຫາລື ກ່ຽວກັບການຮ່ວມມືໃນຕໍ່ໜ້າ. ພາຍຫຼັງສໍາເລັດການພົບປະ ທັງສອງຝ່າຍກໍໄດ້ເຂົ້າຮ່ວມ ພິທີລົງນາມຖະແຫຼງການຮ່ວມມື ລາວ-ຍີ່ປຸ່ນ ວ່າດ້ວຍການຮ່ວມມືໃນການກວດສອບເນື້ອໃນສິດທິບັດ ຢູ່ ສປປ ລາວ, ລະຫວ່າງ ກົມຊັບສິນທາງປັນຍາລາວ ແລະ ສໍານັກງານສິດທິບັດຍີ່ປຸ່ນ (JPO) ຊຶ່ງຕາງໜ້າຝ່າຍລາວ ລົງນາມໂດຍ  ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ ແລະ … Continue reading

ໂດຍ: ໄພວັນ ວັນທີ 11 Jun, 2025 ເວລາ 11:28 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
DSC_8741.jpg1

ໃນຕອນເຊົ້າວັນທີ 10 ມິຖຸນາ 2025 ທີ່ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ມີພິທີລົງນາມເຊັນບົດບັນທຶກຮ່ວມມື (MOU) ກ່ຽວກັບ ການຈັດຕັ້ງປະຕິບັດໂຄງການສຸດຍອດສິນຄ້າລາວ ລະຫວ່າງ ຫ້ອງການກະຊວງອຸດສາຫະກໍາ ແລະ ການຄ້າ ຕາງໜ້າໂດຍ ທ່ານ ປອ ບົວວັນ ວິລະວົງ ຫົວໜ້າຫ້ອງການ ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ບໍລິສັດ ພີທີທີ (ລາວ) ຈໍາກັດ ຕາງໜ້າລົງນາມໂດຍ ທ່ານ ພີຣະເວດ ນະຣະນອງ, ຜູ້ອໍານວຍການ ບໍລິສັດ ພີທີທີ (ລາວ) ຈໍາກັດ ແລະ … Continue reading

ໂດຍ: ໄພວັນ ວັນທີ 10 Jun, 2025 ເວລາ 02:52 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
DSC_8351.jpg1

ວັນທີ 09 ມິຖຸນາ 2025, ທີ່ຫ້ອງປະຊຸມກະຊວງອຸດສາຫະກໍາ ແລະ ການຄ້າ, ສະຖາບັນອຸດສາຫະກໍາ ແລະ ການຄ້າ (ສອຄ), ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມປືກສາຫາລື ແລະ ແລກປ່ຽນຄໍາເຫັນຕໍ່ຜົນການຄົ້ນຄວ້າພາຍໃຕ້ຫົວຂໍ້ ‘‘ຕົ້ນທຶນທາງການຄ້າໃນການສະໜອງສິນຄ້າຂອງລາວ ເຂົ້າຮ້ານຊັບພະສິນຄ້າ ແລະ ຮ້ານສະດວກຊື້ ຢູ່ ສປປ ລາວ’’ ໂດຍການເປັນປະທານຂອງ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ມີທ່ານ ພຸດທະວັນ ນັນທະວົງ ຫົວໜ້າກົມກວດກາ, ທ່ານ ນາງ … Continue reading

ໂດຍ: ໄພວັນ ວັນທີ 5 Jun, 2025 ເວລາ 02:15 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
5

ໃນວັນທີ 5 ມີຖຸນາ 2025, ທີ່ຫ້ອງປະຊຸມສະພາປະຊາຊົນ, ແຂວງອັດຕະປື, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ຈັດກອງປະຊຸມເຜີຍແຜ່ການແບ່ງຂັ້ນການຄຸ້ມຄອງ ວຽກງານຊັບສິນທາງປັນຍາ ແລະ ຝຶກອົບຮົມດ້ານການຮັບຄໍາຮ້ອງຂໍຈົດທະບຽນ ໃຫ້ແກ່ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງອັດຕະປື, ໃຫ້ກຽດເປັນປະທານຮ່ວມກອງປະຊຸມໂດຍ ທ່ານ ນ.ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ  ທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງອັດຕະປື. ໃນກອງປະຊຸມມີ ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ, … Continue reading

ໂດຍ: ໄພວັນ ວັນທີ 31 May, 2025 ເວລາ 05:28 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
DSC_7150.jpg1

ສະຖາບັນອຸດສາຫະກຳ ເເລະ ການຄ້າ ຈັດກອງປະຊຸມເຜີຍເເຜ່ບົດຄົ້ນຄວ້າຫົວຂໍ້ “ຕ່ອງໂສ້ການຜະລິດ ແລະ ຕົ້ນທຶນຂອງສິນຄ້າປະເພດເຄື່ອງກໍ່ສ້າງທີ່ຜະລິດໃນ ສປປ ລາວ” ຂື້ນໃນວັນທີ 30 ພຶດສະພາ 2025 ທີ່ຫ້ອງປະຊຸມ ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນປະທານຂອງທ່ານ ນາງ ຈັນສຸກ ແສງພະຈັກ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ມີທ່ານ ວຽງສະຫວ່າງ ທິບພະວົງ ຫົວໜ້າສະຖາບັນອຸດສາຫະກຳ ເເລະ ການຄ້າ, ທ່ານ ວັນທອງ ສິດທິກຸນ ປະທານກຸ່ມຊີມັງລາວ, ຕາງໜ້າບັນດາກົມ, ຕາງໜ້າຈາກໂຮງງານ ແລະ ຫົວໜ່ວຍທຸລະກິດຊີມັງ ແລະ … Continue reading

ໂດຍ: ໄພວັນ ວັນທີ 27 May, 2025 ເວລາ 10:25 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
1

ໃນລະຫວ່າງວັນທີ 24-27 ພຶດສະພາ 2025 ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທັງເປັນລັດຖະມົນຕີເສດຖະກິດອາຊຽນຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກ ສປປ ລາວ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມເສດຖະກິດອາຊຽນ ຄັ້ງທີ 25 ( The 25th AECC) ພ້ອມທັງຕິດຕາມ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄລຍະເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະ ກອງປະຊຸມສຸດຍອດອື່ນໆ ທີ່ກ່ຽວຂ້ອງ ທີ່ ຫໍປະຊຸມແຫ່ງຊາດ, … Continue reading

ໂດຍ: ໄພວັນ ວັນທີ 26 May, 2025 ເວລາ 10:03 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
DSC_6432.jpg1

ວັນທີ 21 ພຶດສະພາ 2025, ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ປອ ບົວວັນ ວິລະວົງ ຫົວໜ້າ  ຫ້ອງການ ກະຊວງ ພ້ອມດ້ວຍຄະນະ ຕ້ອນຮັບການເຂົ້າພົບປະ ຂອງ ທ່ານ ກ່າວ ວຽດ ຊິງ ອະດິດ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ໂຕ່ ຮ່ວງ ແອ້ງ ຕ້ວນ ອະດິດ ຮອງລັດຖະມົນຕີ ກະຊວງການເງິນ, ທ່ານ ຫງວຽນ ກິມ ແອງ ອະດິດ ຮອງຜູ້ວ່າການ … Continue reading

ໂດຍ: ໄພວັນ ວັນທີ 20 May, 2025 ເວລາ 03:29 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
DSC_6263.jpg11

ໃນວັນທີ 20 ພຶດສະພາ 2025,  ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນລັດຖະມົນຕີເສດຖະກິດອາຊຽນ ຂອງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ກັບປະເທດຄູ່ຮ່ວມເຈລະຈາ ສະໄໝພິເສດ (ແບບທາງໄກ) ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ, ນະຄອນຫລວງວຽງຈັນ  ຊຶ່ງກອງປະຊຸມໃນຄັ້ງນີ້ບັນດາລັດຖະມົນຕີເສດຖະກິດອາຊຽນ ໄດ້ມີການພົບປະກັບ 3 ກອງປະຊຸມຄູ່ຮ່ວມເຈລະຈາ ຄື: 1. ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ກັບ ກະຊວງການຄ້າ ສປ ຈີນ, 2. ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນກັບ … Continue reading

ໂດຍ: ໄພວັນ ວັນທີ 12 May, 2025 ເວລາ 06:27 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_4231.jpg1

ສຳນັກງານສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ສຈນກ), ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດພິທີເປີດໂຕໂຄງການຕົວແບບການສ້າງຄວາມເຂັ້ມແຂງດ້ານຜະລິດຕະພາບ ໃນການຢັ້ງຢືນມາດຕະຖານອາຫານ ຮາລາລ ໃນ ສປປ ລາວ   “Development of Demonstration Companies (DMP), Project on Enhancing Productivity for Halal Certification” ໂດຍຈັດຂຶ້ນໃນວັນທີ 12 ພຶດສະພາ 2025 ທີ່ ກະຊວງອຸດສາຫະກໍາ ແລະ ການຄ້າ, ນະຄອນຫຼວງວຽງຈັນ. ພາຍໃຕ້ການເປັນປະທານ ຂອງ ທ່ານ  ມະໄລທອງ ກົມມະສີິດ, … Continue reading