ໂດຍປະຕິບັດຕາມແຜນການສ້າງ ແລະ ປັບປຸງ ກົດໝາຍ 5 ປີ ຂອງສະພາແຫ່ງຊາດຊຸດທີ VII (2011-2015) ສະບັບເລກທີ 05/ສພຊ , ລົງວັນທີ 24 ມີຖຸນາ 2011 ແລະ ອີງຕາມແຜນແມ່ບົດການສ້າງປະຊາຄົມເສດຖະກິດອາຊຽນ ທີ່ໄດ້ກຳນົດໃຫ້ບັນດາປະເທດສະມາຊິກອາຊຽນ ຕ້ອງໄດ້ນຳສະເໜີນະໂຍບາຍ ແລະ ກົດໝາຍວ່າດ້ວຍການແຂ່ງຂັນການຄ້າຂອງຕົນ ໃຫ້ສໍາເລັດໃນປີ 2015 . ສະນັ້ນ,ເພື່ອເປັນການສືບຕໍ່ຈັດກອງປະຊຸມລະດົມຄວາມຄິດຄວາມເຫັນຕໍ່ “ຮ່າງ” ກົດໝາຍວ່າດ້ວຍການແຂ່ງຂັນການຄ້າ ຈາກພາກສ່ວນຕ່າງໆຢູ່ຂັ້ນທ້ອງຖີ່ນ ໃນຂອບເຂດທົ່ວປະເທດ. ພາຍຫຼັງທີ່ສໍາເລັດການຈັດກອງປະຊຸມດັ່ງກ່າວຢູ່ບັນດາແຂວງໃນພາກເໜືອແລ້ວ. ກົມການຄ້າພາຍໃນ,ກະຊວງອຸດສາຫະກໍາ ແລະ ການຄ້າ ຖານະທີ່ຮັບຜິດຊອບໂດຍກົງກ່ຽວກັບວຽກງານແຂ່ງຂັນການຄ້າ ທັງເປັນກອງເລຂາຄະນະຮັບຜິດຊອບການສ້າງຮ່າງກົດໝາຍວ່າດ້ວຍການແຂ່ງຂັນການຄ້າ ໄດ້ຈັດກອງປະຊຸມສໍາມະນາກ່ຽວກັບວຽກງານດັ່ງກ່າວຂຶ້ນໃນລະຫວ່າງວັນທີ 17-18 ພະຈິກ 2014 … Continue reading →