1848 ອຄ. ກຄພນ
ໃນວັນທີ 13 ທັນວາ 2022 ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດພິທີ ປາຖະກະຖາວັນສໍາຄັນຂອງຊາດ ຄື: ວັນຊາດທີ 2 ທັນວາ 1975 ຄົບຮອບ 47 ປີ, ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 102 ປີ, ເຜີຍແຜ່ມະຕິກອງປະຊຸມຄົບຄະນະ ຄັ້ງທີ 5 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI, ເຜີຍແຜ່ຜົນສໍາເລັດກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V ແລະ ສະຫຼຸບຕີລາຄາວຽກງານການເມືອງ-ແນວຄິດຂອງກະຊວງ ອຸດສາຫະກໍາ ແລະ ການຄ້າ ໂດຍການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ, … Continue reading →
ໃນວັນທີ 08 ທັນວາ 2022, ເຈົ້າໜ້າທີ່ທະບຽນວິສາຫະກິດ, ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ກະຊວງ ອຄ ໄດ້ອອກແຈ້ງການ ໂຈະການເຄື່ອນໄຫວທຸລະກິດ ຕໍ່ວິສາຫະກິດທີ່ຖືກຖອນ ໃບອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາ ຈໍານວນ 173 ຫົວໜ່ວຍ ຕາມສະໂນດນໍາສົ່ງຈາກກົມນະໂຍບາຍເງິນຕາ ທະນາຄານແຫ່ງ ສປປ ລາວ, ສະບັບເລກທີ 1752/ກນງ, ລົງວັນທີ 20 ຕຸລາ 2022 ຊຶ່ງ ລາຍລະອຽດດັ່ງນີ້: 372 ຈທວ ແຫຼ່ງຂ່າວ: ພະແນກຄຸ້ມຄອງທະບຽນວິສາຫະກິດ, ກທຄວ ຮຽບຮຽງໂດຍ: ນ ຖື ແຫວນວົງສົດ … Continue reading →
ແຂວງຈໍາປາສັກ, ວັນທີ 06 ທັນວາ 2022, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ອົງການພັດທະນາສາກົນສະຫະລັດອາເມລິກາ ປະຈໍາ ສປປ ລາວ (USAID) ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດຂອງໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ຄັ້ງທີ 5 ຂຶ້ນ ທີ່ ໂຮງແຮມຈໍາປາສັກແກຣນ, ແຂວງຈໍາປາສັກ. ໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ແມ່ນໂຄງການ 5 ປີ ທີ່ສະໜັບສະໜູນລັດຖະບານຂອງ ສປປ ລາວ ແລະ ພາກທຸລະກິດ ໃນການສົ່ງເສີມການຄ້າ ແລະ ການລົງທຶນ ແລະ ການສ້າງຂີດຄວາມສາມາດໃຫ້ແກ່ພາກເອກະຊົນ. ກອງປະຊຸມດັ່ງກ່າວ … Continue reading →
ຕອນບ່າຍ ເວລາ 1: 30 ໂມງ ຂອງວັນທີ 30 ພະຈິກ 2022 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງ ອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ LIU JINXIN (ຫລິວ ຈິນຊິນ) ປະທານສະຖາບັນຄົ້ນຄວ້າວຽກງານ ໂລຈິດສະຕິກ (Logistics) ຄຸນໝິງ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະ, ຈຸດປະສົງການເຂົ້າຢ້ຽມຂໍ່ານັບຄັ້ງນີ້ ເພື່ອປຶກສາຫາລືກ່ຽວກັບວຽກງານການຮ່ວມມື ແລະ … Continue reading →
1761 ອຄ.ກຄພນ
ໃນຕອນເຊົ້າຂອງວັນຈັນ, ວັນທີ 28 ພະຈິກ 2022, ທີ່ຫ້ອງປະຊຸມໃຫຍ່ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ກົມຊັບສິນທາງປັນຍາ, ກະຊວງ (ອຄ) ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດໂຄງການນໍາໃຊ້ຊັບສິນທາງປັນຍາ ເຂົ້າສູ່ຂະບວນການຜະລິດເຂົ້າ ແລະ ຊີ້ນສັດ ໂດຍການສ້າງເຄື່ອງໝາຍການຄ້າ ແລະ ເຄື່ອງໝາຍລວມໝູ່ ເພື່ອເປັນຍີ່ຫໍ້ສິນຄ້າຂອງລາວ. ໃຫ້ກຽດເປັນປະທານໂດຍ ທ່ານ ນາງ ສີດາ ຢູຕຣີຈັນທະຈັກ, ຮັກສາການແທນຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ຜູ້ເຂົ້າຮ່ວມມີ ທ່ານຮອງຫົວໜ້າກົມຊັບສິນາປັນຍາ, ທ່ານຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ, ນະຄອນຫຼວງວຽງຈັນ, ທ່ານຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ, … Continue reading →
ລັດຖະບານ, ຄູ່ຮ່ວມພັດທະນາ ແລະ ພາກເອກະຊົນ ປຶກສາຫາກ່ຽວກັບ ຄວາມຄືບໜ້າຂອງການປັບປຸງສະພາບແວດລ້ອມການດຳເນີນທຸລະກິດ, ການຈັດຕັ້ງປະຕິບັດແຜນດຳເນີນງານການອຳນວຍຄວາມສະດວກທາງດ້ານການຄ້າ (2017-2022) ແລະ ແຜນພັດທະນາຂະແໜງການຄ້າ ແລະ ພາກທຸລະກິດ (2022-2026) ໃນຕອນເຊົ້າ ຂອງວັນທີ 25 ພະຈິກ 2021, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ ຄັ້ງທີ 19 (19th Trade and Private Sector Working Group Meeting), ທີ່ໂຮງແຮມ ຄລາວ ພຣາຊາ, ນະຄອນຫຼວງວຽງຈັນ. … Continue reading →