ຕອນເຊົ້າ ເວລາ 9: 00ໂມງ ຂອງວັນທີ 10 ມີນາ 2023 ທີ່ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ, ເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ, ກະຊວງ ອຸດສາຫະກຳ ແລະ ການຄ້າ ຮ່ວມກັບສະມາຄົມນັກທຸລະກິດຍິງ ໄດ້ຈັດງານສົນທະນາ ພາຍໃຕ້ຫົວ ຂໍ້ “ການກ້າວເຂົ້າສູ່ຂະແໜງທຸລະກິດ ທີ່ມີຜູ້ຊາຍເຮັດເປັນຫຼັກ”. ງານສົນທະນາດັ່ງກ່າວມີຈຸດປະສົງເພື່ອສ້າງຄວາມເຂົ້າໃຈ ກ່ຽວກັບອຸປະສັກທີ່ພົ້ນເດັ່ນທີ່ຜູ້ປະກອບການຍິງຕ້ອງປະເຊີນ ແລະ ສ້າງຄວາມຮັບຮູ້ກ່ຽວກັບບົດບາດຂອງຜູ້ນຳທີ່ເປັນແມ່ຍິງໃນຂະແໜງ ທຸລະກິດທີ່ຜູ້ຊາຍເຮັດເປັນຫຼັກນັ້ນ ໄດ້ຊ່ວຍເສດຖະກິດແນວໃດ ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ19. ໃນສປປ ລາວ, ຜູ້ປະກອບການຍິງ ມີທ່າອ່ຽງທີ່ຈະສຸມໃສ່ໃນວິສາຫະກິດຂະໜາດນ້ອຍກວ່າ, ສ່ວນຫຼາຍຈະສຸມຢູ່ໃນຂົງເຂດການບໍລິການ ກະຈາຍທົ່ວປະເທດລາວ … Continue reading →
ໃນຕອນເຊົ້າຂອງວັນທີ 07 ມີນາ 2023, ທີ່ກະຊວງອຸດສາຫະກຳ ແແລະ ການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ (ຂັ້ນສູນກາງ) ເພື່ອສະຫຼຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານຂອງຄະນະຊີ້ນຳວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ປະຈຳປີ 2022 ແລະ ກຳນົດທິດທາງແຜນການຈຸດສຸມໃນປີ 2023. ໂດຍການໃຫ້ກຽດເປັນປະທານຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທັງເປັນປະທານຄະນະຊີ້ນໍາວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ໂດຍມີທ່ານຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ທັງເປັນຮອງປະ ທານຜູ້ປະຈໍາການ, ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, … Continue reading →
ໃນວັນທີ 22 ກຸມພາ 2023 ວ່າງບໍ່ດົນຜ່ານມາ, ທີ່ຫ້ອງປະຊຸມຂອງ ພະແນກກະສິກໍາ ແລະ ປ່າໄມ້ ແຂວງຫຼວງພະບາງ, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫຼວງພະບາງ, ຈັດກອງປະຊຸມ ເຜີຍແຜ່ ຈຸດປະສົງຂອງໂຄງການ ນຳໃຊ້ຊັບສິນທາງປັນຍາ ເຂົ້າສູ່ຂະບວນການຜະລິດ ແລະ ກັບກຳຂໍ້ມູນ ກ່ຽວກັບຜູ້ຜະລິດ ໜຶ່ງເມືອງ ໜຶ່ງຜະລິດຕະພັນ (ODOP), ໂດຍໃຫ້ກຽດເປັນປະທານກອງປະຊຸມຂອງ ທ່ານ ນ. ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ … Continue reading →
0204 ອຄ. ກຄພນ
ເພື່ອເປັນການສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານຜ່ານມາ ຕິດພັນກັບການຊຸກຍູ້ສົ່ງເສີມວຽກດີຄົນເດັ່ນ, ສ້າງຂະບວນການແຂ່ງຂັນທີ່ກ້າວໜ້າ ມີຄວາມທັນສະໄໝ ຕາມທິດສີຂຽວ ແລະ ຍືນຍົງ. ກະຊວງ ອຄ ໄດ້ຈັດພິທີສະຫຼຸບ ແລະ ເປີດຂະບວນການວຽກງານແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ 5 ປີ (2016-2020) ແລະ ທິດທາງແຜນການຮອດປີ 2025. ພິທີດັ່ງກ່າວຈັດຂຶ້ນໃນວັນທີ 28 ກຸພາ 2023 ທີ່ຫ້ອງປະຊຸມ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ພາຍໃຕ້ການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ; … Continue reading →
ໃນຕອນບ່າຍຂອງວັນທີ 27 ກຸມພາ 2023 ສະຫະພັນກຳມະບານ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ຂອງສະຫະພັນກຳມະບານ ຫົວຂໍ້ “ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ໃນຂົງເຂດເສດຖະກິດ (ອຸດສາຫະກຳ ແລະ ການຄ້າ)” ທີ່ ຫ້ອງປະຊຸມໃຫຍ່ (ຊັ້ນ I) ຂອງກະຊວງອຸດສາຫະກໍາ ແລະ ການຄ້າ. ໂດຍໃຫ້ກຽດເປັນປະທານຮ່ວມຂອງ ສະຫາຍ ມະໄລທອງ ກົມມະສິດ ເລຂາຄະນະພັກ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ສະຫາຍ ນາງ ອາລີຍາວັນ ອັກຄະວົງ, ຮອງປະທານສູນກາງສະຫະພັນກໍາມະບານລາວ. ຊຶ່ງມີທ່ານ … Continue reading →
ຕອນເຊົ້າຂອງ ວັນທີ 27 ກຸມພາ 2023 ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ກຽດເປັນປະທານກອງປະຊຸມຄັ້ງປະຖົມມະເລີກ ຂອງຄະນະຊີ້ນໍາລວມ ແລະ ບັນດາອະນຸກໍາມະການຮັບຜິດຊອບ ແລະ ກະກຽມດໍາເນີນການເປັນເຈົ້າພາບ ແລະ ເປັນປະທານອາຊຽນຂອງ ສປປ ລາວ ປີ 2024 ສໍາລັບເສົາຄໍ້າເສດຖະກິດ, ເພື່ອເຜີຍແຜ່ເນື້ອໃນຂອງຂໍ້ຕົກລົງ ແລະ ບັນດາໜ້າວຽກຂອງແຕ່ລະອະນຸກໍາມະການ ຊຶ່ງມີຫຼາຍຫົວຂໍ້ວາລະນຳເຂົ້າມາປຶກສາຫາລືໃນກອງປະຊຸມ ເປັນຕົ້ນ: ເຜີຍແຜ່ເນື້ອໃນ ຂໍ້ຕົກລົງວ່າດ້ວຍ ການແຕ່ງຕັ້ງຄະນະຊີ້ນໍາລວມ ແລະ ບັນດາອະນຸກໍາມະການຮັບຜິດຊອບກະກຽມ ແລະ ດໍາເນີນການເປັນເຈົ້າພາບຈັດກອງປະຊຸມ ທີ່ຕິດພັນກັບເສົາຄໍ້າປະຊາຄົມເສດຖະກິດອາຊຽນ ໃນໄລຍະການເປັນປະທານອາຊຽນຂອງ ສປປ … Continue reading →
ຕອນບ່າຍ ເວລາ 15:00 ໂມງ ຂອງວັນທີ 23 ກຸມພາ 2023 ທີ່ຫ້ອງຮັບແຂກຊັ້ນ 4 ກະຊວງ ອຸດສາຫະກໍາ ແລະ ການຄ້າ ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ Uladzimir Baravikou, ເອກອັກຄະລັດຖະທູດ ແຫ່ງ ສ ເບລາຣຸດສ໌ ປະຈໍາ ສປປ ລາວ ເນື່ອງໃນໂອກາດທີ່ໄດ້ມາດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ ປະຈໍາ ສປປ ລາວ ຄົນໃໝ່, ມີຜູ້ຕາງໜ້າຈາກສອງຝ່າຍເຂົ້າຮ່ວມ ຈໍານວນ … Continue reading →
ຕອນບ່າຍ ເວລາ 02 : 00 ໂມງ ຂອງວັນທີ 23 ກຸມພາ 2023 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງ ອຸດສາຫະກໍາ ແລະ ການຄ້າ ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ Nicolai Prytz, ເອກອັກຄະລັດຖະທູດ ແຫ່ງ … Continue reading →
0184 ອຄ. ກຄພນ