ຂ່າວ

ໂດຍ: admin ວັນທີ 31 Mar, 2023 ເວລາ 10:33 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0005.1

          ຕອນບ່າຍ ເວລາ 05 : 00 ໂມງ ຂອງວັນທີ 30 ມີນາ 2023 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງ  ອຸດສາຫະກໍາ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ Yang Xingping ຮອງ​ເຈົ້າ​ແຂວງໆ ​ເສ​ສວນ ແລະ ທ່ານຫົວໜ້າ​ພະ​ແນ​ກການ​ຄ້າ ​ແຂວງ ເສສວນ ແຫ່ງ … Continue reading

ໂດຍ: ໄພວັນ ວັນທີ 30 Mar, 2023 ເວລາ 07:40 PM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
WhatsApp Image 2023-03-30 at 13.31.06

ກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ໃນນາມເປັນຈຸດປະສານງານວຽກການເຊື່ອມໂຍງເສດຖະກິດອາຊຽນ ຂອງ ສປປ ລາວ ແລະ ໃນນາມຈຸດປະສານງານຄະນະກໍາມະການປະສານງານດ້ານການຄ້າດ້ານບໍລິການອາຊຽນ ຂອງ ສປປ ລາວ (Coordinating Committee on Services-CCS)  ຮ່ວມກັບ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນພາຍໃຕ້ຂອບແຜນງານຂໍ້ລິເລີ່ມການເຊື່ອມໂຍງ (“Promotion of Competitiveness within the Framework of the Initiative for ASEAN Integration” (COMPETE Project II), ໄດ້ຈັດກອງປະຊຸມຂື້ນໃນວັນທີ  30 ມີນາ 2023, ທີ່ ໂຮງແຮມລາວພລາຊາ, … Continue reading

ໂດຍ: admin ວັນທີ 30 Mar, 2023 ເວລາ 10:02 AM | ແຍກຕາມຫມວດ ຂ່າວ, ອື່ນໆ | % ຄຳເຫັນ 0 Comments
ແຈ້ງການ 0144-page-001.1

0305 ກຄພນ  

ໂດຍ: ໄພວັນ ວັນທີ 29 Mar, 2023 ເວລາ 03:43 PM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
WhatsApp Image 2023-03-28 at 11.49.58 (1).jpg 234

        ໃນວັນທີ 28 ມີນາ 2023, ທີ່ໂຮງແຮມ ວຽງຈັນພຣາຊາ ມີກອງປະຊຸມສໍາມະນາ ໃນຫົວຂໍ້: “ຜົນປະໂຫຍດຂອງລະບົບສະຫະພັນສາກົນ ເພື່ອການປົກປ້ອງພັນພືດໃໝ່ (UPOV) ໃຫ້ແກ່ຊາວກະສິກອນ ແລະ ຜູ້ປູກ”, ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ໄຊບັນດິດ ໄຊຍະວົງຄຳດີ, ຮອງຫົວໜ້າ ກົມສັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ມີທ່ານ ນາງ Akiko Nagano, ຮອງຫົວໜ້າພະແນກຊັບສິນທາງປັນຍາ, ຫ້ອງການສົ່ງອອກ ແລະ ພົວພັນຕ່າງປະເທດ, ກະຊວງກະສິກໍາ, ປ່າໄມ້ ແລະ ການປະມົງ (MAFF) … Continue reading

ໂດຍ: admin ວັນທີ 29 Mar, 2023 ເວລາ 11:51 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0012

                 ຕອນບ່າຍ ເວລາ 04 : 30 ໂມງ ຂອງວັນທີ 28 ມີນາ 2023 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງ  ອຸດສາຫະກໍາ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະ ຂອງ ທ່ານ Arai Masayoshi ຫົວໜ້າ​ຫ້ອງການ … Continue reading

ໂດຍ: ໄພວັນ ວັນທີ 29 Mar, 2023 ເວລາ 11:53 AM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
WhatsApp Image 2023-03-27 at 14.07.45.jpg 1

ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ, ສປປ ລາວ ຮ່ວມກັບ ອົງການຊັບສິນທາງປັນຍາໂລກ (WIPO), ໂດຍໄດ້ຮັບການສະໜັບສະໜູນຈາກ ສໍານັກງານສິດທິບັດແຫ່ງປະເທດ ຍີ່ປຸ່ນ (JPO). ໄດ້ຈັດກອງປະຊຸມສໍາມະນາທາງດ້ານເຕັກໂນໂລຊີຂໍ້ມູນຂ່າວສານໄອທີ (IT) ແລະ ກອງປະຊຸມຜູ້ປະສານງານລະບົບຖານຂໍ້ມູນສິດທິບັດອາຊຽນ ASEAN PatentScope, ຂື້ນໃນລະຫວ່າງວັນທີ 27-31 ມີນາ 2023, ທີ່ໂຮງແຮມ ເລີ ທາດຫຼວງ ດຣໍ, ນະຄອນຫຼວງວຽງຈັນ ໃຫ້ກຽດເປັນປະທານຮ່ວມ ແລະ ກ່າວເປີດ ໂດຍທ່ານ ໄຊບັນດິດ ໄຊຍະວົງຄໍາດີ, ຮອງຫົວໜ້າກົມຊັບສິນທາງປັນຍາ, ກະຊວງ ອຄ, ທ່ານ ນາງ Shiho … Continue reading

ໂດຍ: ໄພວັນ ວັນທີ 28 Mar, 2023 ເວລາ 03:14 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
989

ໃນວັນທີ 27 ມີນາ 2023 ຜ່ານມາ, ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ. ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຊີ້ແຈງຕໍ່ການແກ້ໄຂຂໍ້ສະເໜີຂອງພາກທຸລະກິດ ຕິດພັນກັບກະຊວງອຸດສາຫະກໍາ ແລະ ການຄ້າ ໃນກອງປະຊຸມທຸລະກິດລາວ ຄັ້ງທີ 14, ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ພາກເອກະຊົນ ພາຍໃນ ແລະ ຕ່າງປະເທດ ຫຼາຍກ່ວາ 400 ທ່ານ. ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ … Continue reading

ໂດຍ: ໄພວັນ ວັນທີ 27 Mar, 2023 ເວລາ 02:36 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0037.jpg 999

   ໃນຕອນເຊົ້າຂອງວັນທີ 27 ມີນາ 2023, ກອງປະຊຸມທຸລະກິດລາວ ຄັ້ງທີ 14 (Lao Business Forum-14th) ໄດ້ຈັດຂຶ້ນທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ເພື່ອທົບທວນຄືນຜົນຂອງການປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ ທີ່ແນ​ໃສ່ປັບປຸງສະພາບແວດລ້ອມ ການດໍາເນີນທຸລະກິດໃນ ສປປ ລາວ ໃນປີ 2022 ແລະ ກໍານົດທິດທາງປັບປຸງ ສຳລັບປີ 2023 ຫາ 2024, ກອງປະຊຸມໄດ້ຮັບກຽດເປັນປະທານໂດຍ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີຜູ້ເຂົ້າຮ່ວມຕາງໜ້າຈາກຂະແໜງການຕ່າງໆຂອງພາກລັດ, ບັນດາຜູ້ປະກອບການລາວ ແລະ … Continue reading

ໂດຍ: ໄພວັນ ວັນທີ 26 Mar, 2023 ເວລາ 12:54 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0005.jpg 88

ໃນຕອນເຊົ້າ ຂອງວັນທີ 24 ມີນາ 2023 ທີ່ຫ້ອງຮັບແຂກ ຊັ້ນ 4 ກະຊວງ ອຄ. ທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຕ້ອນຮັບການເຂົ້າຢ້ຽມ ແລະ ພົບປະ ຂອງທ່ານ ຢຽນ ຢົງ ຮອງປະທານບໍລິສັດ ສວນຊາ 36, ຈຸດປະສົງເພື່ອພົບປະ ແລກປ່ຽນຄຳຄິດເຫັນນໍາກັນກ່ຽວກັບສະພາບການເຄື່ອນໄຫວ ຂອງສວນຊາ 36 ໃນປັດຈຸບັນ, ແຜນການຜະລິດ ແລະ ຈໍາໜ່າຍໃນປີ 2023 ແລະ ມອບຮັບ ຜະລິດຕະພັນສວນຊາ 36 ເພື່ອໃຊ້ສະເພາະເປັນຂອງຂວັນໃຫ້ແກ່ ການນຳຂັ້ນສູງ ແລະ ຮັບແຂກຕ່າງປະເທດ ເພື່ອນໍາໃຊ້ເປັນຂອງຝາກ-ຂອງທີ່ລະນຶກ  … Continue reading

ໂດຍ: ໄພວັນ ວັນທີ 24 Mar, 2023 ເວລາ 08:51 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
WhatsApp Image 2023-03-24 at 19.42.23 (2).jpg 5

ໃນລະຫວ່າງວັນທີ 20-22 ມີນາ 2023 ຜ່ານມາ, ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ນຳພາຄະນະຜູ້ແທນຈາກ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີເສດຖະກິດອາຊຽນແບບວົງແຄບ ຄັ້ງທີ 29 (AEM Retreat), ທີ່ເມືອງມາເກີລັງ, ຢອກຈາກາຕາ, ປະເທດ ອິນໂດເນເຊຍ. ໂດຍມີບັນດາທ່ານ ລັດຖະມົນຕີເສດຖະກິດອາຊຽນ, ລັດຖະມົນຕີ ກະຊວງທ່ອງທ່ຽວ, ການຄ້າ ແລະ ອຸດສາຫະກຳ ປະເທດ ຕິມໍເລສເຕ້, ເລຂາທິການໃຫຍ່ອາຊຽນ ແລະ ບັນດາຄະນະຜູ້ແທນຈາກປະເທດສະມາຊິກອາຊຽນ ເຂົ້າຮ່ວມກອງປະຊຸມ ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນຮ່ວມກັນຫຼາຍບັນຫາ … Continue reading