ຂ່າວ

ໂດຍ: admin ວັນທີ 10 Apr, 2023 ເວລາ 04:52 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
4E7A3987

           ໃນວັນ​ທີ 07 ເມສາ 2023 ເປັນມື້ທີ 02 ທີ່ກະຊວງ​ອຸດສາ​ຫະກຳ ​ແລະ ການ​ຄ້າ ໄດ້​​​ຈັດກອງ​ປະຊຸມ​ປະຈຳ​ປີ 2022 ຂອງຂະ​ແໜງອຸດສາຫະກຳ ​ແລະ ການ​ຄ້າ ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ນະຄອນຫລວງວຽງຈັນ, ໂດຍການເປັນປະທານ ຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ​ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ; ມີລັດຖະມົນຕີ ປະຈຳຫ້ອງວ່າການປະທານປະເທດ, ລັດຖະມົນຕີຫົວຫນ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຮອງ​ລັດຖະມົນຕີ ກະຊວງ ອຄ, ບັນດາ​ທ່ານ … Continue reading

ໂດຍ: ໄພວັນ ວັນທີ 10 Apr, 2023 ເວລາ 02:44 PM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
WhatsApp Image 2023-04-10 at 12.51.14.jpg 444

ໂດຍອີງຕາມທິດຊີ້ນຳຂອງຄະນະພັກ, ຄະນະພະແນກ ເລື່ອງ ຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າ ໃນຊ່ວງເທດສະການບຸນປີໃໝ່ລາວ ພສ 2566 ຄັ້ງວັນທີ 19/3/2023 ໃນໄລຍະປີໃໝ່ລາວ ພສ 2566 ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ແຂວງອຸດົມໄຊ, ກໍຄືຂະແໜງການຄ້າພາຍໃນ ສົມທົບກັບ ຂະແໜງຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ  ໄດ້ເພີ່ມທະວີການລົງຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າ ຕາມຕະຫຼາດສົດ ແລະ ຮ້ານຊຸມເປີດມາເກັດ ພາຍໃນເທດສະບານ ເມືອງໄຊ ແຂວງອຸດົມໄຊ ເພື່ອປົກປ້ອງສິດ​ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ຊົມໃຊ້ ພ້ອມທັງຫຼີກເວັ້ນການສວຍໂອກາດກັກຕູສິນຄ້າ … Continue reading

ໂດຍ: ໄພວັນ ວັນທີ 10 Apr, 2023 ເວລາ 02:58 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0266.jpg 999

ວັນທີ 7 ເມສາ 2023 ຜ່ານມາ, ທີ່ນະຄອນຫຼວງວຽງຈັນ, ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມີທິດຊີ້ນໍາຕໍ່ກອງປະຊຸມປະຈໍາປີ 2022 ຂອງຂະແໜງອຸດສາຫະກຳ ແລະ ການຄ້າ ຄັ້ງນີ້ວ່າ: ກອງປະຊຸມສຸດທີ່ມີຄວາມ   ໝາຍ ແລະ ສຳຄັນຫລາຍ ຄືດັ່ງທີ່ຮູ້ດີແລ້ວວ່າ ຂະແໜງອຸດສາຫະກຳ ແລະ ການຄ້າ ເປັນຂະແໜງເສດຖະກິດທີ່ສຳຄັນ ຖ້າຂະແໜງການນີ້ ມີຄວາມເຂັ້ມແຂງ ເສດຖະກິດຂອງປະເທດ ກໍມີຄວາມເຂັ້ມແຂງ ໃນປີ 2022 ທີ່ຜ່ານມາ, ຂະແໜງອຸດສາຫະກຳ ແລະ ການຄ້າ ກໍຍັງສາມາດປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສຳເລັດຫຼາຍດ້ານທີ່ຜົນເດັ່ນ … Continue reading

ໂດຍ: admin ວັນທີ 10 Apr, 2023 ເວລາ 10:17 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
WhatsApp Image 2023-04-07 at 21.15.45 (2)

ໄລຍະບຸນປນໃໝ່ລາວປີນີ້ ພະແນກອຸດສະຫະກໍາແລະການຄ້າແຂວງອັດຕະປື​ ຈະໄດ້ເພີ່ມທະວີການຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫຼາດ ເພື່ອປົກປ້ອງສິດ​ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ຊົມໃຊ້ ພ້ອມທັງຫຼີກເວັ້ນການສວຍໂອກາດຂຶ້ນລາຄາສິນຄ້າ ຕາມລຳພັງ ໃຈຂອງຜູ້ປະກອບການໃນໄລຍະການສະເຫຼີມສະຫຼອງບຸນປີໃໝ່ລາວ.ໂດຍການວາງລະບຽບການ,ມາດຕະການໃນການຄວບຄຸມລາຄາສິນຄ້າຢູ່ຕາມທ້ອງຕະຫຼາດໃຫ້ເປັນເອກະພາບກັນໃນທົ່ວແຂວງ. ທ່ານ ເພັດສະຫມອນ ແກ້ວພິມພອນ ຮອງຫົວໜ້າຂະແໜງ ການຄ້າພາຍໃນ ຊີ້ນໍາວຽກງານ ຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ພະແນກອຸດສາຫະກຳແລະການຄ້າແຂວງອັດຕະປື​ ໄດ້ໃຫ້ສຳພາດຕໍ່ສື່ມວນຂອງແຂວງ ໃນວັນທີ 7ເມສາ 2023 ນີ້ວ່າ: ໃນໄລຍະບຸນປີໃໝ່ລາວ ປີ ພສ 2566 ນີ້ທາງພະແນກອຸດສາ ຫະກຳ ແລະ ການຄ້າແຂວງອັດຕະປື ໄດ້ເອົາໃຈໃສ່ຕິດ ຕາມ,ຄວບຄຸມ ລາຄາສິນຄ້າຕາມທ້ອງຕະຫຼາດພາຍໃນແຂວງ ເພື່ອປ້ອງກັນການສວຍໂອກາດຂື້ນລາຄາສິນຄ້າຂອງບັນດາຜູ້ປະກອບການຄ້າຂາຍ,ໂດຍໃນເບື້ອງຕົ້ນນັ້ນ ແມ່ນຈະໄດ້ເອົາໃຈໃສ່ຄຸ້ມຄອງ ລາຄາສິນຄ້າ ປະເພດສະບຽງອາຫານ ເຊັ່ນ: … Continue reading

ໂດຍ: admin ວັນທີ 10 Apr, 2023 ເວລາ 10:43 AM | ແຍກຕາມຫມວດ ຂ່າວ, ອື່ນໆ | % ຄຳເຫັນ 0 Comments
ແຈ້ງການ 0144-page-001.1

0305 ກຄພນ  

ໂດຍ: ໄພວັນ ວັນທີ 7 Apr, 2023 ເວລາ 02:29 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
WhatsApp Image 2023-04-06 at 16.34.13 (1)

ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມທາບທາມຄໍາເຫັນໃສ່ ຮ່າງປັບປຸງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ, ໃຫ້ກຽດເປັນປະທານຂອງ ທ່ານ ນ. ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ), ໃນວັນທີ 05 ເມສາ 2023, ທີ່ ຫ້ອງປະຊຸມ ຊັ້ນ 4 ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ ກະຊວງ ອຄ, ມີບັນດາທ່ານຄະນະກົມຊັບສິນທາງປັນຍາ, ມີຄະນະຮັບຜິດຊອບປັບປຸງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ, ຜູ້ຕາງໜ້າຈາກ ຫ້ອງການ, ບັນດາກົມ, … Continue reading

ໂດຍ: ໄພວັນ ວັນທີ 6 Apr, 2023 ເວລາ 03:52 PM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
WhatsApp Image 2023-04-06 at 10.19.58 (1).jpg 999

         ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງແຂວງ ອຸດົມໄຊ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານອຸດສາຫະກຳ ແລະ ການຄ້າ ປະຈໍາປີ 2022 ແລະ ວາງທິດທາງແຜນການປະ 2023 ຂຶ້ນໃນວັນທີ 31 ມີນາ 2023 ຜ່ານມານີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊ. ມີທ່ານ ນາງ ໄມພອນ ສີລິວົງ  ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ຄະນະພະແນກການ, ສະ ພາປະຊາຊົນແຂວງ, ເຈົ້າເມືອງ, ຮອງເຈົ້າເມືອງ, ບັນດາຂະແໜງການອ້ອມຂ້າງແຂວງ, … Continue reading

ໂດຍ: ໄພວັນ ວັນທີ 6 Apr, 2023 ເວລາ 02:59 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
WhatsApp Image 2023-04-06 at 13.48.51.jpg 789

         ກະຊວງ​ອຸດສາ​ຫະກຳ ​ແລະ ການ​ຄ້າ ຈັດກອງ​ປະຊຸມ​ປະຈຳ​ປີ 2022 ຂອງຂະ​ແໜງອຸດສາຫະກຳ ​ແລະ ການ​ຄ້າ ຂຶ້ນໃນວັນທີ 6-7 ເມສາ 2023 ທີ່ສູນຝຶກອົບຮົມ ແລະ ຮ່ວມມືສາກົນ ICTC, ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ຂອງ ທ່ານ ມະໄລທອງ ກົມມະສິດ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີ​ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ. ຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫລວງ, ຫົວໜ້າ​-ຮອງຫົວໜ້າກົມ, ຫົວໜ້າພະແນກ ຈາກບັນດາກົມ, ສະຖາບັນ ແລະ ຫ້ອງການກະຊວງ, … Continue reading

ໂດຍ: ໄພວັນ ວັນທີ 6 Apr, 2023 ເວລາ 09:46 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0052.jpg 789

         ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມສະຫຼຸບ-ຖອດຖອນບົດຮຽນການຈັດຕັ້ງປະຕິ ບັດວຽກງານກວດກາການຄ້າ ໃນໄລຍະ ປີ 2022 ຜ່ານມາ ແລະ ທິດທາງແຜນການ  ປີ 2023. ຂື້ນໃນວັນທີ 5 ເມສາ 2023, ທີ່ກະຊວງ ອຄ ໂດຍການເປັນປະທານ ຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນ ຕີ ກະຊວງອຸດສາຫະກໍາ ແລະ ການຄ້າ,  ກອງປະຊຸມຄັ້ງນີ້ ມີທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ, ຜູ້ຊີ້ນໍາກົມການຄ້າພາຍໃນ, ມີບັນດາທ່ານຫົວໜ້າກົມ/ຮອງຫົວໜ້າກົມ ແລະ … Continue reading

ໂດຍ: admin ວັນທີ 4 Apr, 2023 ເວລາ 04:46 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
72ae51cd-5b93-4959-9956-cf7c54a66747

  ໃນຕອນເຊົ້າຂອງວັນທີ 04 ເມສາ 2023 ທີ່ ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມພົບປະລະຫວ່າງການນຳຂອງ ທຫລ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໂດຍການເປັນປະທານຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການ ທຫລ ແລະ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະນຳ, ຄະນະກົມຂອງທັງ 2 ຝ່າຍເຂົ້າຮ່ວມຢ່າງພ້ອມພຽງ. ໃນກອງປະຊຸມໄດ້ຮັບຟັງລາຍງານສະພາບການປະຕິບັດແຜນເງິນຕາຂອງ ໄຕມາດທີ I ແລະ ທິດທາງແຜນການຂອງ ໄຕມາດທີ … Continue reading