ໃນລະຫວ່າງວັນທີ 19-20 ກັນຍາ 2023, ທີ່ເມືອງ ວັງວຽງ, ແຂວງ ວຽງຈັນ, ກົມການນໍາເຂົ້າ ແລະ ສົ່ງອອກ (ກົມ ຂອ), ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໃນນາມເປັນກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ (ກຄອຄຂ.ສ) ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ໃຫ້ແກ່ກອງເລຂາ ແລະ ໜ່ວຍງານອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນແຂວງ (ອນຄ.ສ) ທົ່ວປະເທດ ຄັ້ງທີ 1, ໃຫ້ກຽດເປັນປະທານ ໂດຍ ທ່ານ ປອ ມະໂນທອງ … Continue reading →
ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຮ່ວມກັບ ບໍລິສັດບໍລິສັດ ທິລລິກີ ແອນ ກິບບິນສ໌ ລາວຈໍາກັດ ໄດ້ຈັດກອງປະຊຸມສຳມະນາ ກ່ຽວກັບ ວຽກງານແກ້ໄຂຂໍ້ໍຂັດແຍ່ງຊັບສິນທາງປັນຍາ ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງໃນຂັ້ນຕອນການດຳເນີນການແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາ ໃຫ້ຫຼາຍຂື້ນ. ກອງປະຊຸມໄດ້ຈັດຂື້ນໃນລະຫວ່າງວັນທີ 21-22 ກັນຍາ 2023, ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນປະທານຮ່ວມຂອງ ທ່ານ ມາຄະ ຈັນທະລາ ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ດີໂນ້ ຊານຕາເນຍໂລ້ ຫົວໜ້າຫ້ອງການ ບໍລິສັດ ທິລລິກີ ແອນ ກິບບິນສ໌ ລາວຈໍາກັດ … Continue reading →
ລະຫວ່າງວັນທີ 20-21 ກັນຍາ 2023, ທີ່ຫ້ອງປະຊຸມ ນາປາກວາງ, ເມືອງແກ້ວອຸດົມ, ແຂວງວຽງຈັນ, ກົມກົດໝາຍ, ສະພາແຫ່ງຊາດ ຮ່ວມກັບ ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ), ຈັດກອງປະຊຸມກວດກາເນື້ອໃນຮອບດ້ານ ຮ່າງກົດໝາຍວ່າດ້ວຍທາງປັນຍາ (ສະບັບປັບປຸງ) ໂດຍໃຫ້ກຽດເປັນປະທານກອງປະຊຸມຂອງ ທ່ານ ສົມມາດ ພົລເສນາ, ຮອງປະທານສະພາແຫ່ງຊາດ. ໃນກອງປະຊຸມຄັ້ງນີ້ ມີທ່ານ ນ. ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ (ກອຄ), ທ່ານ ອໍາໄພ ຈິດມານົນ, ຮອງປະທານກໍາມາທິການກົດໝາຍ, ທ່ານ ກົງຈີ … Continue reading →
ໃນວັນທີ 18 ກັນຍາ 2023, ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມການນໍາເຂົ້າ ແລະ ສົ່ງອອກ ໄດ້ເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຂື້ນໂດຍການເປັນປະທານຂອງ ທ່ານ ນາງ ມະນີວອນ ວົງໄຊ, ຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ, ມີຄະນະກົມ, ຄະນະພະແນກ ພ້ອມດ້ວຍວິຊາການພາຍໃນກົມເຂົ້າຮ່ວມ. ທ່ານປະທານກອງປະຊຸມ ໄດ້ກ່າວວ່າ: ເພື່ອປະຕິບັດຕາມດຳລັດຂອງລັດຖະບານ ວ່າດ້ວຍການແຂ່ງຂັນແລະ ຍ້ອງຍໍ ສະບັບເລກທີ 116/ລບ, ລົງວັນທີ 22 ເມສາ 2019; ອີງຕາມ ເນື້ອໃນແຜນການຂໍ້ແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ … Continue reading →
ແຈ້ງການ 0955 ກຄພນ
ໃນວັນທີ 19 ກັນຍາ 2023, ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມອຸດສາຫະກຳ ແລະ ຫັດຖະກຳ ໄດ້ເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຂື້ນໂດຍການເປັນປະທານຂອງ ທ່ານ ປອ ບົວວັນ ວິລະວົງ, ຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ, ມີຄະນະກົມ, ຄະນະພະແນກ ພ້ອມດ້ວຍວິຊາການພາຍໃນກົມເຂົ້າຮ່ວມ. ທ່ານ ປອ ບົວວັນ ວິລະວົງ, ຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ ໄດ້ກ່າວວ່າ: ເພື່ອປະຕິບັດຕາມແຈ້ງການຂອງກົມຈັດຕັ້ງ ແລະ ພະນັກງານ ສະບັບເລກທີ 637/ກຈພງ, ລົງວັນທີ 3 … Continue reading →
ໃນວັນທີ 15 ກັນຍາ 2023, ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມນະໂຍບາຍການຄ້າຕ່າງປະເທດ (ກນຄຕ) ໄດ້ເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຂື້ນໂດຍການເປັນປະທານຂອງ ທ່ານ ໄຊຊະນະ ໄຊຍະກອນ, ຫົວໜ້າກົມນະໂຍບາຍການຄ້າຕ່າງປເທດ, ມີຄະນະກົມ, ຄະນະພະແນກ ພ້ອມດ້ວຍວິຊາການພາຍໃນກົມເຂົ້າຮ່ວມ. ທ່ານ ໄຊຊະນະ ໄຊຍະກອນ, ຫົວໜ້າກົມນະໂຍບາຍການຄ້າຕ່າງປເທດ ໄດ້ກ່າວວ່າ: ເພື່ອເປັນການສືບຕໍ່ປະຕິບັດ ໜ້າທີ່ຍຸດທະສາດປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ພ້ອມທັງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ມະຕິກອງປະຊຸມໃຫ່ຍຄັ້ງທີ V ຂອງອົງຄະນະພັກ … Continue reading →
ໃນວັນທີ 7 ກັນຍາ 2023 ຜ່ານມາ, ທີ່ສໍານັກງານໜັງສືພິມເສດຖະກິດການຄ້າ, ບ້ານ ສົມຫວັງ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ, ກອງເລຂາຄະນະໂຄສະນາປະຊາສໍາພັນ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍ ທ່ານ ທິລາວັນ ວົງວິຈິດ, ທ່ານ ນ ຖື ແຫວງວົງສົດ ຫົວໜ້າພະແນກ, ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ຖອດຖອນບົດຮຽນທີ່ສໍານັກງານໜັງສືພິມເສດຖະກິດການຄ້າ ຕ້ອນຮັບໂດຍ ທ່ານ ໄຊລະຄໍາ ຂະຫຍອງເອກ, ບັນນາທິການໜັງສືພິມເສດຖະກິດການຄ້າ ພ້ອມດ້ວຍຄະນະຕ້ອນຮັບດ້ວຍຄວາມໄມຕິຈິດ ມິດຕະພາບ. … Continue reading →
ໃນວັນທີ 14 ກັນຍາ 2023, ຜ່ານມາ ທີ່ຫ້ອງປະຊຸມ ຊັ້ນ 1, ກະຊວງອຸດສາຫະກໍາ ແລະ ການຄ້າ, ມີກອງປະຊຸມເປີດຂະບວນການແຂ່ງຂັນ, ຮັກຊາດ ແລະ ພັດທະນາ ຂອງກົມຊັບສິນທາງປັນຍາ ຮອດປີ 2023, ໂດຍການເປັນປະທານຂອງ ທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ. ໃນກອງປະຊຸມຄັ້ງນີ້ ມີທ່ານ ມາຄະ ຈັນທະລາ, ຮອງຫົວໜ້າກົມຊັບສິນທາງປັນຍາ, ມີທ່ານຜູ້ຕາງໜ້າຈາກ ກົມຈັດຕັ້ງ ແລະ … Continue reading →
ແຈ້ງເຊີນບັນດາບໍລິສັດ ໃຫ້ເຂົ້າມາລົງທະບຽນເປັນຜູ້ນຳເຂົ້າ ແລະ ສົ່ງອອກສິນຄ້າ ແລະ ເປີດ/ຫັນ ບັນຊີສະເພາະເພື່ອຊຳລະສະສາງຕ່າງໆ ແຫຼ່ງຂໍ້ມູນ: ກົມການນຳເຂົ້າ ແລະ ສົ່ງອອກ ເຜີຍແຜ່ໂດຍ: ເພັດປະກາຍ ສີສົມບູນ