ຂ່າວ

ໂດຍ: ໄພວັນ ວັນທີ 15 Nov, 2023 ເວລາ 01:57 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_0166

ກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມ ​​ປຶກສາຫາລື ການຈັດຕັ້ງປະຕິບັດ ດໍາລັດ ວ່າດ້ວຍການຄຸ້ມຄອງທຸລະກິດຍານພາຫະນະທາງບົກ ແລະ ຂໍ້ຕົກລົງວ່າດ້ວຍຊິ້ນສ່ວນຍານພາຫະນະທາງບົກ ໃນວັນ​ທີ 14 ພະຈິກ 2023, ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນປະທານຂອງທ່ານ ປອ ບົວວັນ ວິລະວົງ ຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງ ອຄ, ມີຜູ້ຕາງໜ້າຈາກກົມທີ່ກ່ຽວຂ້ອງກະຊວງອຸດສາຫະກຳ ແລະ ການຄ້າ, ກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກົມພາສີ ກະຊວງການເງິນ, ພະແນກອຸດສາຫະກໍາ ແລະ … Continue reading

ໂດຍ: ໄພວັນ ວັນທີ 15 Nov, 2023 ເວລາ 09:11 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG 0122

ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ໄດ້ຈັດກອງປະຊຸມ ເພື່ອປຶກສາຫາລືແກ້ໄຂບັນຫາທ່າບົກ ຂື້ນໃນວັນທີ 14 ພະຈິກ 2023, ທີ່ໂຮງແຮມເມືອງແທັງ, ນະຄອນຫຼວງວຽຈັນ, ໂດຍການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສີດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ມີທ່ານລັດຖະມົນຕີ ປະຈໍາສໍານັກງານນາຍົກລັດຖະມົນຕີ, ທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານຮອງປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ສະພາແຫ່ງຊາດ, ບັນດາທ່ານຮອງລັດຖະມົນຕີ, ຮອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຍກຈັນ, ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາທ່ານຕາງໜ້າຈາກພາກລັດ, ຜູ້ພັດທະນາທ່າບົກ ແລະ ພາກທຸລະກິດກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ … Continue reading

ໂດຍ: admin ວັນທີ 9 Nov, 2023 ເວລາ 03:26 PM | ແຍກຕາມຫມວດ ຂ່າວດ່ວນ, ອື່ນໆ | % ຄຳເຫັນ 0 Comments
358678632_657864786374174_5291353132788218485_n

    ໃນວັນທີ 08 ພະຈິກ 2023, ກົມການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ອອກແຈ້ງການປັບລາຄານໍ້າມັນເຊື້ອໄຟດັ່ງນີ້: ແອັດຊັງພິເສດປັບລົງ 170ກີບ/ລິດ, ແອັດຊັງທໍາມະດາປັບລົງ 70 ກີບ/ລິດ, ສ່ວນນໍ້າມັນກາຊວນປັບລົງ 360 ກີບ/ລິດ ລາຍລະອຽດໃນແຈ້ງການລຸ່ມນີ້: ແຈ້ງການ 1128 ກຄພນ  

ໂດຍ: admin ວັນທີ 7 Nov, 2023 ເວລາ 02:35 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0046.1

            ໃນຕອນບ່າຍ 2: 00 ໂມງ ວັນທີ 6 ພະຈິກນີ້ ທີ່ສູນວາງສະແດງສິນຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ມີບັນດາພັນລະຍາການນຳ ບັນດາທູດ ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳລາວ ມີບັນດາບໍລິສັດ ແລະ ຫົວໜ່ວຍທຸລະກິດພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ ຊຶ່ງມີຈຳນວນ 213 ຮ້ານ ເຂົ້າຮ່ວມງານມະຫາກໍາ ສີມືຫັດຖະກໍາລາວ ຄັ້ງທີ 22 ປີ 2023 ພາຍໃຕ້ຄໍາຂວັນ: ສີໄມ້ລາຍມືຄືອຸທິຍານແຫ່ງການທ່ອງທ່ຽວ “ຕໍານານສິນລະປະລາຍນາກລາວ” ປີນີ້ ຄົບຮອບ … Continue reading

ໂດຍ: ໄພວັນ ວັນທີ 3 Nov, 2023 ເວລາ 12:19 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_0033

ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດຝຶກອົບຮົມກ່ຽວກັບ ການສ້າງມູນຄ່າຊັບສິນທາງປັນຍາ ໃຫ້ແກ່ກຸ່ມທຸລະກິດຂະໜາດນ້ອຍ ແລະ ກາງ ຢູ່ ສປປ ລາວ, ຂື້ນໃນວັນທີ 02 ພະຈິກ 2023 ທີ່ ຫ້ອງປະຊຸມຊັ້ນ 1 ກະຊວງອຸດສາຫະກໍາ ແລະ ການຄ້າ, ໂດຍການເປັນປະທານກ່າວເປີດຝຶກອົບຮົມຂອງ ທ່ານ ໄຊບັນດິດ ໄຊຍະວົງຄໍາດີ ຮອງຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ. ເຂົ້າຮ່ວມເປັນນັກວິທະຍາກອນໃນຄັ້ງນີ້ ມີ ທ່ານ ແພງທອງ ແຈ່ມມາໄລ, ຫົວໜ້າພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ, ມີທ່ານ … Continue reading

ໂດຍ: ໄພວັນ ວັນທີ 3 Nov, 2023 ເວລາ 11:41 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
7

ຜ່ານການຮັບຟັງການລາຍງານ ແລະ ປະກອບຄຳເຫັນໃສ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາຈາກຂະແໜງການກ່ຽວຂ້ອງໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 1-2 ພະຈິກ 2023 ສສຊ ໄດ້ຊັກຖາມກ່ຽວກັບການຄຸ້ມຄອງລາຄາສິນຄ້າ ຢູ່ພາຍໃນ. ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຂຶ້ນຊີ້ແຈງວ່າ: ການຄຸ້ມຄອງລາຄາສິນຄ້າ ແລະ ການຄຸ້ມຄອງການນຳເຂົ້າລາຄາສິນຄ້າເໜັງຕີງສູງຂຶ້ນຍ້ອນຫຼາຍເຫດຜົນ ໃນນັ້ນສາເຫດຕົ້ນຕໍແມ່ນ: ຍ້ອນເງິນເຟີ້ ເຮັດໃຫ້ລາຄາສິນຄ້າເພີ່ມຂຶ້ນຕາມເວລາ; ຍ້ອນເງິນກີບອ່ອນຄ່າ ທຽບໃສ່ເງິນຕາຕ່າງປະເທດ ເຮັດໃຫ້ລາຄາສິນຄ້ານຳເຂົ້າເພີ່ມຂຶ້ນ ລາຄາຂາຍກໍເພີ່ມຂຶ້ນເປັນເງົາຕາມຕົວ; ຍ້ອນຕົ້ນທຶນການຜະລິດ ເປັນຕົ້ນວັດຖຸດິບ, ແຮງງານ ໄຟຟ້າ, … Continue reading

ໂດຍ: admin ວັນທີ 2 Nov, 2023 ເວລາ 10:03 AM | ແຍກຕາມຫມວດ ຂ່າວດ່ວນ, ອື່ນໆ | % ຄຳເຫັນ 0 Comments
358678632_657864786374174_5291353132788218485_n

    ໃນວັນທີ 01 ພະຈິກ 2023, ກົມການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ອອກແຈ້ງການປັບລາຄານໍ້າມັນເຊື້ອໄຟດັ່ງນີ້: ແອັດຊັງພິເສດປັບລົງ 50ກີບ/ລິດ, ແອັດຊັງທໍາມະດາປັບລົງ 110 ກີບ/ລິດ, ສ່ວນນໍ້າມັນກາຊວນປັບລົງ 490 ກີບ/ລິດ ລາຍລະອຽດໃນແຈ້ງການລຸ່ມນີ້: ແຈ້ງການ 1108 ກຄພນ  

ໂດຍ: ໄພວັນ ວັນທີ 1 Nov, 2023 ເວລາ 05:20 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0015

ໃນວັນທີ 31 ຕຸລາ 2023 ທີ່ ຫ້ອງປະຊຸມໃຫຍ່ ຊັ້ນ 1 ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ), ນະຄອນຫຼວງວຽງຈັນ, ໄດ້ຈັດ “ ພິທີເປີດການນຳໃຊ້ລະບົບທະບຽນ ແລະ ຄຸ້ມຄອງຖານຂໍ້ມູນ ຜູ້ນຳເຂົ້າ-ສົ່ງອອກ” ໂດຍການເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີທ່ານລັດຖະມົນຕີກະຊວງການເງິນ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮອງຜູ້ວ່າທະນາຄານແຫ່ງ ສປປ ລາວ, ຜູ້ຕາງໜ້າບັນດາຂະແໜງ ການທີ່ກ່ຽວຂ້ອງ ແລະ ບໍລິສັດຜູ້ພັດທະນາແອັບເຂົ້າຮ່ວມ. ທ່ານ ນາງ ມະນີວອນ ວົງໄຊ … Continue reading

ໂດຍ: ໄພວັນ ວັນທີ 31 Oct, 2023 ເວລາ 02:42 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
1

ກະຊວງອຸດສາຫະກໍາ ແລະ ການຄ້າ, ຈັດກອງປະຊຸມປຶກສາຫາລືກ່ຽວກັບການຈັດຕັ້ງຜັນຂະ ຫຍາຍວຽກງານ ຂອງຄະນະ 19/ກມສພ ໃນຂະແໜງອຸດສາຫະກໍາ ແລະ ການຄ້າ ໃນໄລຍະ 03 ເດືອນຜ່ານມາ ເເລະ ເເຜນວຽກຈຸດສຸມ 03 ເດືອນໃນຕໍ່ໜ້າປີ 2023, ຂື້ນໃນວັນທີ  27 ຕຸລາ 2023 ທີ່ ຫ້ອງປະຊຸມໃຫຍ່ ຊັ້ນ 1, ກະຊວງ ອຄ, ໃຫ້ກຽດກເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ປະລິນຍາເອກ ໄຊບັນດິດ … Continue reading

ໂດຍ: ໄພວັນ ວັນທີ 30 Oct, 2023 ເວລາ 01:09 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_2

ກົມອຸດສາຫະກໍາ ແລະ ຫັດຖະກໍາ, ກະຊວອຸດສາຫະກໍາ ແລະ ການຄ້າ (ອຄ) ຮ່ວມກັບ ບໍລິສັດ MR ທີ່ປຶກສາມາດຕະຖານສາກົນ ໄດ້ຈັດຝຶກອົບຮົມໃນຫົວຂໍ້ມາດຕະຖານສາກົນ GHPs, ISO 9001:2015 ແລະ ISO 14001:2015, ຂື້ນໃນລະຫວ່າງວັນ​ທີ 26-27 ຕຸລາ 2023, ທີ່ສະພາການຄ້າ ແລະ ອຸດສຸດສາຫະກໍາແຫ່ງຊາດ, ນະຄອນຫຼວງວຽງຈັນ ໃຫ້ກຽດເປັນປະທານ ຂອງທ່ານ ສໍາລີ ບຸດສະດີ ຮອງຫົວນ້າກົມອຸດສາຫະກໍາ ແລະ ຫັດຖະກໍາ, ອຄ ມີພະນັກງານພາກລັດ ແລະ ທຸລະກິດ ເຂົ້າຮ່ວມ. ຈຸດປະສົງກອງປະຊຸມຝຶກອົບຮົມຄັ້ງນີ້ ເພື່ອນໍາສະເໜີບົດຮຽນ … Continue reading