ຂ່າວ

ໂດຍ: ໄພວັນ ວັນທີ 19 Dec, 2023 ເວລາ 10:21 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0024

ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ (ອຄ) ໄດ້​ຈັດກອງປະຊຸມຄະນະກໍາມະການ ຊີ້ນໍາແຜນງານຈັດຕັ້ງປະຕິບັດໂຄງການ ປະຈຳປີ 2023 ຂື້ນໃນວັນ18 ທັນ​ວາ 2023 ​ທີ່​ໂຮງ​ແຮມ ຄ​ຣາວພາ​ຊາ ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ ມະ​ໄລ​ທອງ ກົມ​ມະ​ສິດ, ລັດ​ຖະ​ມົນ​ຕີ ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ (ອ​ຄ) ພ້ອມ​ດ້ວຍ​ຜູ້​ເຂົ້າ​ຮ່ວມ​ຈາກ​ບັນ​ດາ​ຄູ່​ຮ່ວມ​ພັດ​ທະ​ນາ, ພາກ​ສ່ວນ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ ແລະ ຄູ່​ຮ່ວມ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ຈາກ​ພາກ​ລັດ ແລະ ພາກ​ເອ​ກະ​ຊົນ ເຂົ້າ​ຮ່ວມຈຳ​ນວນ 100 ​ທ່ານ. ກອງ​ປະ​ຊຸມ​ໃນ​ຄັ້ງ​ນີ້ ແມ່ນເພື່ອ​ປຶກ​ສາ​ຫາ​ລື ບັນ​ດາ​ຜົນ​ງານໄດ້​ຮັບ​ທີ່​ຫຼັກ​ທີ່​ຍາດມາ​ໄດ້ ຈາກ​ສອງ​ໂຄງ​ການ​ທີ່​ຫາກໍ່​ສຳ​ເລັດ​ລົງ ​ເຊິ່ງລວມ​ມີ ໂຄງ​ການ ສົ່ງ​ເສີ​ມ​ຄວາມ​ສາ​ມາດ​ໃນ​ການ​ແຂ່ງ​ຂັນ​ເພື່ອ​ສົ່ງ​ອອກ​ຢູ່ 3 ແຂວງ​ພາກ​ເໜືອ​ຂອງ ສ​ປ​ປ … Continue reading

ໂດຍ: admin ວັນທີ 18 Dec, 2023 ເວລາ 10:12 AM | ແຍກຕາມຫມວດ ຂ່າວພາຍໃນ, ຂ່າວ | % ຄຳເຫັນ 0 Comments
ແກ້ໄຂ7

                             ໃນວັນທີ 14 ທັນວາ 2023 ທີ່ ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ ໄດ້ຈັດງານສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດໃຫ້ແກ່ແມ່ຍິງ ຄັ້ງທີ 2 ໃນຫົວຂໍ້: “ບົດບາດຂອງເພດຊາຍໃນການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ” ພາຍໃຕ້ການສະໜັບສະໜູນຈາກໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ, ສະມາຄົມນັກທຸລະກິດຍິງ ແລະ ບັນດາວິທະຍາກອນ ໂດຍໃຫ້ກຽດເປັນປະທານຂອງທ່ານ ປອ ມະໂນທອງ … Continue reading

ໂດຍ: ໄພວັນ ວັນທີ 13 Dec, 2023 ເວລາ 04:48 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0027

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຕ້ອນຮັບການເຂົ້າພົບຂອງທ່ານ ຫວັງ ຮ້າວ ຮອງເຈົ້າແຂວງຢຸນນານ ສປ ຈີນ ພ້ອມດ້ວຍຄະນະ ທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 10 ທັນວາ 2023 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ. ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ກ່າວບາງຕອນວ່າ:  ສະແດງຄວາມຕ້ອນຮັບ ທ່ານ ຫວັງ ຮ້າວ ຮອງເຈົ້າແຂວງຢຸນນານ ທັງເປັນຫົວນ້າຄະນະຜູ້ແທນ ທີ່ໃຫ້ກຽດມາພົບປະຢ້ຽມຢາມ ກະຊວງ … Continue reading

ໂດຍ: admin ວັນທີ 13 Dec, 2023 ເວລາ 10:04 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0078

ຕອນບ່າຍ ເວລາ 14 : 30 ໂມງ ຂອງວັນທີ 11 ທັນວາ 2023 ທີ່ຫ້ອງປະຊຸມທາງໄກຊັ້ນ 3 ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງ ທ່ານ Yau Ying Wah ລັດຖະມົນຕີ ກະຊວງເສດຖະກິດ-ການຄ້າ ແລະ ທ່ານ HUI Ching Yu ລັດຖະມົນຕີ ກະຊວງການເງິນ ຂອງເຂດປົກຄອງພິເສດຮົງກົງ ແຫ່ງ ສປ ຈີນ ພ້ອມຄະນະ, ມີຜູ້ຕາງໜ້າ​ຈາກສອງຝ່າຍເຂົ້າຮ່ວມ ຈໍານວນປະມານ 35 … Continue reading

ໂດຍ: admin ວັນທີ 12 Dec, 2023 ເວລາ 02:36 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_9890

          ຕອນບ່າຍ ເວລາ 15 : 30 ໂມງ ຂອງວັນທີ 08 ທັນວາ 2023 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງ ທ່ານ ຄິມ ເທຮືມ  (Kim Tea Heum) ເຈົ້າແຂວງຊຸງຊອງນໍາໂດ ແຫ່ງ ສ ເກົາຫລີ ພ້ອມຄະນະ, ມີຜູ້ຕາງໜ້າ​ຈາກສອງຝ່າຍເຂົ້າຮ່ວມ ຈໍານວນປະມານ 39 ​ທ່ານ.   … Continue reading

ໂດຍ: admin ວັນທີ 12 Dec, 2023 ເວລາ 02:20 PM | ແຍກຕາມຫມວດ ຂ່າວດ່ວນ, ຂ່າວ | % ຄຳເຫັນ 0 Comments

ໃນວັນທີ 6 ທັນວາ 2023, ກົມການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການປັບລາຄານໍ້າມັນເຊື້ອໄຟດັ່ງນີ້: ແອັດຊັງພິເສດປັບລົງ 690ກີບ/ລິດ, ແອັດຊັງທໍາມະດາປັບລົງ 350 ກີບ/ລິດ, ສ່ວນນໍ້າມັນກາຊວນປັບລົງ 360 ກີບ/ລິດ ລາຍລະອຽດໃນແຈ້ງການລຸ່ມນີ້: ແຈ້ງການ 1196/ກຄພນ   

ໂດຍ: admin ວັນທີ 12 Dec, 2023 ເວລາ 11:34 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
PB_ການຄຸ້ມຄອງລາຄາແກັສຫຸງຕົ້ມ ຢູ່ສປປລາວ_ສອຄ-1

ໃນເດືອນທັນວາ 2023, ທາງສະຖາບັນອຸດສາຫະກໍາ ແລະ ການຄ້າ, ກະຊວງ ອຄ ໄດ້ຂຽນບົດຄົ້ນຄວ້າຫຍໍ້ (ກໍລະນີສຶກສາຢູ່ນະຄອນຫລວງວຽງຈັນ) ກ່ຽວກັບການຄຸ້ມຄອງລາຄາແກັສຫຸງຕົ້ມ ຢູ່ ສປປ ລາວ, ຊຶ່ງບົດຄົ້ນຄວ້າສະບັບນີ້ ໄດ້ຍົກໃຫ້ເຫັນ 3 ສາເຫດ/ປັດໃຈທີ່ເຮັດໃຫ້ ແກັສຢູ່ລາວແພງ. ຈາກນັ້ນຍັງກຳນົດ3ແນວທາງໃນການແກ້ໄຂບັນຫາລາຄາແກັສແພງ. ສອຄ  

ໂດຍ: admin ວັນທີ 8 Dec, 2023 ເວລາ 10:41 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_9750

ຕອນບ່າຍ ວັນທີ 07 ທັນວາ 2023, ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ, ສະຫະພາບເອີີຣົບ ປະຈຳ ສປປ ລາວ ແລະ ສູນການຄ້າສາກົນ (ITC) ໄດ້ສຳເລັດການສະຫລຸບຜົນການຈັດຕັ້ງປະຕິບັດຂອງໂຄງການຊ່ວຍເຫຼືອ ວຽກງານການຄ້າຂອງສະຫະພາບເອີຣົບ ແກ່ ສປປ ລາວ ພາຍໃຕ້ແຜນງານເຊື່ອມໂຍງພາກພື້ນອາຊຽນ (ARISE) Plus ທີ່ນະຄອນຫຼວງວຽງຈັນ. ໂດຍແນໃສ່ສົ່ງເສີມການຂະຫຍາຍຕົວທາງດ້ານເສດຖະກິດທີ່ສົມດຸນ, ປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ, ຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ ແລະ ສ້າງວຽກເຮັດງານທຳ; ໂຄງການດັ່ງກ່າວແມ່ນພາຍໃຕ້ການສະໜັບສະໜູນດ້ານການເງິນຈາກສະຫະພາບເອີຣົບ. ໂຄງການ ARISE Plus ປະຈຳ ສປປ ລາວ ມີ … Continue reading

ໂດຍ: ໄພວັນ ວັນທີ 8 Dec, 2023 ເວລາ 08:44 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_01

ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມຮັບຜິດຊອບເສົາຄໍ້າເສດຖະກິດອາຊຽນ ໄດ້ຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ ແບບວົງແຄບ (SEOM Retreat) ໃນລະຫວ່າງວັນທີ 7-8 ທັນວາ 2023, ທີ່ ນະຄອນຫຼວງພະບາງ, ແຂວງຫຼວງພະບາງ ໂດຍການເປັນປະທານຂອງ ທ່ານ ໄຊຊະນະ ໄຊຍະກອນ, ຫົວໜ້າກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ, ຕິມໍແລັດສເຕ (ໃນຖານະປະເທດສັງເກດການ), ທ່ານຮອງເລຂາທິການໃຫຍ່ອາຊຽນ ແລະ ບັນດາຄະນະຜູ້ແທນຈາກປະເທດສະມາຊິກອາຊຽນເຂົ້າຮ່ວມຫຼາຍກວ່າ 70 ທ່ານ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນຮ່ວມກັນກ່ຽວກັບການກະກຽມໃຫ້ແກ່ກອງປະຊຸມລະດັບລັດຖະມົນຕີເສດຖະກິດອາຊຽນ ແລະ ກອງປະຊຸມສໍາຄັນອື່ນໆທີ່ກ່ຽວຂ້ອງໃນປີ … Continue reading

ໂດຍ: admin ວັນທີ 7 Dec, 2023 ເວລາ 10:10 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
pics8

ໃນວັນທີ 29-30 ພະຈິກ 2023, ທີ່ ໂຮງແຮມ ຄຣາວພຣາຊ່າ ນະຄອນຫຼວງວຽງຈັນ, ກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ (DTNC), ກະຊວງອຸດສາຫະກຳ ແລະ ການຄ້າ ສົມທົບ ກັບສູນການຄ້າສາກົນ (ITC) ພາຍໃຕ້ທຶນຊ່ວຍເຫລືອຈາກສະຫະພາບເອີຣົບ ຈາກໂຄງການ ARISE Plus ປະຈຳ ສປປ ລາວ ໄດ້ຈັດຝຶກອົບຮົມ ກ່ຽວກັບ ການສ້າງຄວາມເຂົ້າໃຈຕໍ່ການຄ້າດ້ານບໍລິການໃນຮູບແບບ Negative List (ຮູບແບບປິດ). ຝຶກອົບຮົມໄດ້ຮັບການກ່າວເປີດຮ່ວມ ລະຫວ່າງ ທ່ານ ນົງຈິດ ຄຳບຸນເຮືອງ, ຫົວໜ້າພະແນກການຄ້າດ້ານບໍລິການ ກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ … Continue reading