ໃນວັນທີ 20 ພຶດສະພາ 2025, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນລັດຖະມົນຕີເສດຖະກິດອາຊຽນ ຂອງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ກັບປະເທດຄູ່ຮ່ວມເຈລະຈາ ສະໄໝພິເສດ (ແບບທາງໄກ) ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ, ນະຄອນຫລວງວຽງຈັນ ຊຶ່ງກອງປະຊຸມໃນຄັ້ງນີ້ບັນດາລັດຖະມົນຕີເສດຖະກິດອາຊຽນ ໄດ້ມີການພົບປະກັບ 3 ກອງປະຊຸມຄູ່ຮ່ວມເຈລະຈາ ຄື: 1. ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ກັບ ກະຊວງການຄ້າ ສປ ຈີນ, 2. ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນກັບ … Continue reading →
ໃນວັນທີ 13 ພຶດສະພາ 2025 ທີ່ໂຮງແຮມ ຮໍລິເດອິນ, ນະຄອນຫຼວງວຽງຈັນ ໄດ້ມີພິທີເປີດໂຕໂຄງການສ້າງຄວາມເຂັ້ມແຂງຂະບວນການແກ້ໄຂຂໍ້ຂັດແຍ່ງ ການຄ້າທາງເອເລັກໂຕຣນິກ ຢູ່ ສປປ ລາວ Strengthening E-Commerce Dispute Settlement Processes in Lao PDR ເຂົ້່າຮ່ວມເປັນປະທານ ຂອງທ່ານ ສັນຕິສຸກ ພູນສະຫວັດ ຫົວໜ້າກົມການຄ້າພາຍໃນ ກະຊວອຸດສາຫະກໍາ ແລະ ການຄ້າ, ມີທ່ານ Cameron Allan ຄະນະຮັບຜິດຊອບວຽກເສດຖະກິດ, ການຄ້າ ແລະ ໂຄງລ່າງພື້ນຖານສະຖານທູດອົດສະຕາລີປະຈໍາລາວ, ທ່ານ ນາງ ສີອານົງ ພົມກອງ ຜູ້ຈັດການ … Continue reading →
ສຳນັກງານສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ສຈນກ), ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດພິທີເປີດໂຕໂຄງການຕົວແບບການສ້າງຄວາມເຂັ້ມແຂງດ້ານຜະລິດຕະພາບ ໃນການຢັ້ງຢືນມາດຕະຖານອາຫານ ຮາລາລ ໃນ ສປປ ລາວ “Development of Demonstration Companies (DMP), Project on Enhancing Productivity for Halal Certification” ໂດຍຈັດຂຶ້ນໃນວັນທີ 12 ພຶດສະພາ 2025 ທີ່ ກະຊວງອຸດສາຫະກໍາ ແລະ ການຄ້າ, ນະຄອນຫຼວງວຽງຈັນ. ພາຍໃຕ້ການເປັນປະທານ ຂອງ ທ່ານ ມະໄລທອງ ກົມມະສີິດ, … Continue reading →
ງານວາງສະແດງ ແລະ ຈຳໜ່າຍສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະ ພັນ (ODOP) ແລະ ສິນຄ້າຄອບຄົວຕົວແບບ ຂອງນະຄອນຫຼວງວຽງຈັນ (ນວ) ຄັ້ງທີ XI ເປີດຂຶ້ນເປັນທາງການ ທີ່ສູນວາງສະແດງສິນຄ້າລາວ-ໄອເຕັກ (ຕຶກເກົ່າ) ໃນວັນທີ 5 ພຶດສະພາ 2025 ໂດຍທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ), ທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ (ນວ), ມີພາກ ສ່ວນກ່ຽວຂ້ອງພາກລັດ ແລະ ຜູ້ປະກອບການຫົວໜ່ວຍທຸລະກິດ ເຂົ້າຮ່ວມ. ທ່ານ ນາງ ວັນມະນີ … Continue reading →
ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ຈັດງານສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ ປະຈໍາປີ 2025 ໃນວັນທີ 26 ເມສາ 2025 ທີ່ ສູນການຄ້າພາກຊັນ, ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ນາງ ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ຜູ້ຊີ້ນຳກົມຊັບສິນທາງປັນຍາ, ມີ ທ່ານ Dong Ho Kim, ຮອງປະທານອົງການຮ່ວມມືສາກົນຂອງ ສ. ເກົາຫຼີ (KOICA). ໃນງານຄັ້ງນີ້ ມີທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມຊັບສິນທາງປັນຍາ, ບັນດາທ່ານ ທູຕານຸທູດ, … Continue reading →
ໃນວັນທີ 25 ເມສາ 2025, ທີ່ຫ້ອງປະຊຸມຊັ້ນ 1 ຂອງກະຊວງອຸດສາຫະກຳ ແລະ ການຄ້າ (ອຄ), ໄດ້ມີພິທີເຊັນບົດບັນທຶກການຮ່ວມມື ລະຫວ່າງ ອົງການຮ່ວມມືສາກົນ ແຫ່ງ ສ.ເກົາຫຼີ (KOICA) ແລະ ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ກ່ຽວກັບ “ໂຄງການສ້າງອາຄານສູນບໍລິການນະວັດຕະກຳ ຊັບສິນທາງປັນຍາແຫ່ງຊາດ ແລະ ຍົກລະດັບລະບົບຄຸ້ມຄອງຊັບສິນທາງປັນຍາ ຂອງ ສປປ ລາວ”. ໃນພິທີດັ່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ Jung … Continue reading →
ກະຊວງອຸດສາຫະກໍາ ແລະ ການຄ້າ ເປີດກອງປະຊຸມ ເຜີຍແຜ່ເຊື່ອມຊຶມ ກ່ຽວກັບ ການປັບປຸງກົງຈັກການຈັດຕັ້ງ ຂຶ້ນທີ່ຫໍປະຊຸມແຫ່ງຊາດ ໃນວັນທີ 9 ເມສາ 2025 ໂດຍການເປັນປະທານຂອງ ທ່ານ ຄຳພັນ ພົມມະທັດ ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງ, ຜູ້ຊີ້ນຳການໂຮມກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ມີທ່ານ ບົວຄົງ ນາມມະວົງ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກຳມະການຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງ, ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງ ອຄ ເຂົ້າຮ່ວມມີ ຄະນະປະຈຳພັກ, … Continue reading →
ກອງປະຊຸມທຸລະກິດລາວປະຈໍາປີ ໄດ້ປຶກສາຫາລື ແລະ ຮັບຮອງ ຂໍ້ສະເໜີບູລິມະສິດ ເພື່ອປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ ສໍາລັບປີ 2025-2026 ທີ່ນະຄອນຫຼວງວຽງຈັນ, ວັນທີ 03 ເມສາ 2025. ກອງປະຊຸມທຸລະກິດລາວປະຈຳປີ ຄັ້ງທີ 16 ໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ເພື່ອທົບທວນຄືນຄວາມຄືບໜ້າຂອງການປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ໃນປີຜ່ານມາ ທີ່ແນໃສ່ປັບປຸງສະພາບແວດລ້ອມການດໍາເນີນທຸລະກິດຢູ່ ສປປ ລາວ. ມີຕົວແທນຈາກທຸລະກິດພາຍໃນ ແລະ ຕ່າງປະເທດ, ໜ່ວຍງານພາກລັດ, ທູຕານຸທູດ ແລະ ຄູ່ຮ່ວມພັດທະນາຫຼາຍກ່ວາ 450 ທ່ານ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ. ໃນບົດກ່າວເປີດກອງປະຊຸມ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ … Continue reading →
ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດພິທີເປີດຊຸດຮຽນ ທິດສະດີການເມືອງ-ການປົກຄອງ ຂັ້ນຕົ້ນ ໄລຍະ 3 ເດືອນ ຊຸດທີ II ໃຫ້ສະມາຊິກພັກ-ພະນັກງານອ້ອມຂ້າງ ກະຊວງ ອຄ ໄດ້ຈັດຂຶ້ນ ໃນວັນທີ 31 ມີນາ 2025 ໂດຍມີທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງ ອຄ, ທ່ານ ນາງ ບຸນມີ ຈຸນລະຈັກ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ມີສະຫາຍ ເລຂາ ຮອງເລຂາ ຜູ່ຕ່າງໜ້າາໜ່ວຍພັກຫ້ອງການ, ກົມ, ສໍານັກງານ, ສະຖາບັນ, ສຄອຊ, ລັດວິສາຫະກິດນໍ້າມັນເຊື້ອໄຟລາວ, … Continue reading →
ໃນວັນທີ 27 ມີນາ 2025, ທີ່ ໂຮງແຮມດັບເບິນທີ ບາຍຮິວຕັນ, ນະຄອນຫຼວງວຽງຈັນ, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ຈັດງານສຳມະນາ “ການສົ່ງເສີມລະບົບຈົດທະບຽນ ຊັບສິນທາງປັນຍາອາຊຽນ” ASEAN Intellectual Property Register, ໂດຍການສະໜັບສະໜູນຂອງ ອົງການຊັບສິນທາງປັນຍາໂລກ WIPO, ໂດຍການເປັນປະທານຂອງ ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ນ. ທິຕາພາ ວັດທະນະພຸດທິໄພສານ, ຫົວໜ້າສຳນັກງານ ອົງການຊັບສິນທາງປັນຍາໂລກ ປະຈໍາສິງກະໂປ, ເຂົ້າຮ່ວມເປັນປະທານ ຜ່ານກອງປະຊຸມທາງໄກ ອອນລາຍ. ໃນງານສໍາມະນາຄັ້ງນີ້ມີທ່ານ ໄຊບັນດິດ … Continue reading →