ວັນທີ 27 ມິຖຸນາ 2024 ຜ່ານມາ, ທ່ານ ມະໄລທອງ ກົມມະສິດ ກຳມະການສຳຮອງສູນກາງພັກ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມ ແລະ ຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດວຽກງານຂອງບໍລິສັດ ຢົງໄທ້ຢາງພາລາ ຈຳກັດ ຢູ່ເມືອງບຸນໃຕ້, ແຂວງຜົ້ງສາລີ ໂດຍມີການນຳແຂວງ, ການນຳເມືອງໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຕິດຕາມ. ທ່ານ ຕູເມົາເສີນ ອຳນວຍການບໍລິສັດ ຢົງໄທ້ຢາງພາລາ ໄດ້ລາຍງານໃຫ້ຮູ້ວ່າ: ບໍລິສັດ ຢົງໄທ້ຢາງພາລາ ຈຳກັດ ດໍາເນີນເຄື່ອນໄຫວຢູ່ແຂວງຜົ້ງສາລີຕັ້ງແຕ່ປີ 2006 ເປັນຕົ້ນມາ ແລະ ໂຮງງານປຸງແຕ່ງຢາງພາລາໄດ້ເລີ່ມດໍາເນີນເຄື່ອນໄຫວແຕ່ປີ 2016 ເຊິ່ງເປັນໂຄງການປຸກພືດທົດແທນການປຸກຝີ່ນ ໂດຍການລົງທຶນຂອງຕ່າງປະເທດ 100%, … Continue reading →
ໃນວັນທີ 2 ກໍລະກົດ 2024 ທີ່ໂຮງແຮມ ເມືອງແທັງ, ນະຄອນຫຼວງວຽງຈັນ, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ອົງການຊັບສິນທາງປັນຍາໂລກ WIPO, ຈັດກອງປະຊຸມສຳມະນາ ໃຫ້ແກ່ພາກລັດ ແລະ ຜູ້ປະກອບການເອກະຊົນ ໃນຫົວຂໍ້ “ຜົນປະໂຫຍດຂອງການເຂົ້າເປັນພາຄີຂອງສັນຍາເຮັກ ວ່າດ້ວຍການຈົດທະບຽນສາກົນ ກ່ຽວກັບແບບອຸດສາຫະກໍາ, ໃຫ້ກຽດເປັນປະທານຮ່ວມກອງປະຊຸມໂດຍ ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ນາງ Päivi LÄHDESMÄKI ທີ່ປຶກສາອາວຸໂສ ສໍານັກງານສັນຍາເຮັກ … Continue reading →
ກົມທະບຽນວິສາຫະກິດ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ທະນາຄານສົ່ງເສີມກະສິກຳ ຈຳກັດ ໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົົ້າໃຈ (MOU) ກ່ຽວກັບໂຄງການສຶກສາຄວາມເປັນໄປໄດ້ການຮ່ວມມືພັດທະນາລະບົບການຕິດຕາມ ແລະ ຄຸ້ມຄອງການປະກອບທຶນຈົດທະບຽນວິສາຫະກິດແບບທັນສະໄໝ ລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ທະນາຄານສົົ່ງເສີມກະສິກຳ ຈຳກັດ ຈັດຂື້ນໃນວັນທີ 26 ມິຖຸນາ 2024, ທີ່ໂຮງແຮມດອນຈັນພາເລດ. ພາຍໃຕ້ການເປັນປະທານຮ່ວມລະຫວ່າງ ທ່ານ ນາງ ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ພົງສະຫວັດ ເສນາພວນ, ປະທານສະພາບໍລິຫານທະນາຄານສົ່ງເສີມກະສິກຳ ຈຳກັດ ມີບັນດາຄະນະກົມ, ຄະນະຫ້ອງການ, … Continue reading →
ຕອນເຊົ້າ ເວລາ 9:00 ໂມງ ທີ່ຫ້ອງປະຊຸມທາງໄກ ຊັ້ນ 3 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ພຸດທະວັນ ນັນທະວົງ ຕາງໜ້າໃຫ້ຄະນະພັກ-ຄະນະນຳ ມື້ນີ້ ຂ້າພະເຈົ້າຮູ້ສຶກເປັນກຽດ ທີ່ໄດ້ເຂົ້າຮ່ວມເປັນປະທານກອງປະຊຸມ ແລະ ໃນນາມທີ່ຂ້າພະເຈົ້າ ເປັນຫົວໜ້າຄະນະຊ່ວຍວຽກງານຕິດຕາມ, ເກັບກໍາ ແລະ ສະຫຼຸບລາຍງານສະພາບການເມືອງ-ແນວຄິດ ຂອງພະນັກງານກະຊວງອຸດສາຫະກໍາ ແລະ ການຄ້າ, ຄະນະຊ່ວຍວຽກນີ້ ໄດ້ມີມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງ ສະບັບເລກທີ 035/ຄບພ.ອຄ, ລົງວັນທີ 17 ກຸມພາ 2023 ປະກອບມີປະທານກວດກາຄະນະພັກ, ຫົວໜ້າກົມກວດກາ … Continue reading →
ຕອນບ່າຍ ວັນທີ 26 ມີຖຸນາ 2024, ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານນາງ ອາລິຍາວັນ ອັກຄະວົງ ຮອງເລຂາຄະນະພັກ, ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງກຳມະບານ ຢູ່ກະຊວງອຸດສະຫະກຳ ແລະ ການຄ້າ, ໃຫ້ກຽດຕ້ອນຮັບໂດຍທ່ານນາງ ຈັນສຸກ ແສງພະຈັນ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງອຸດສະຫະກຳ ແລະ ການຄ້າ, ຜູ້ຊີ້ນໍາສາມອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍປະທານ, ຮອງປະທານ ແລະ ຄະນະບໍລິຫານງານເຂົ້າຮ່ວມ. ຈຸດປະສົງເພື່ອລາຍງານການລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານກຳມະບານໃນຄັ້ງນີ້, ເພື່ອເຮັດໃຫ້ການກະກຽມ ແລະ ດຳເນີນກອງປະຊຸມໃຫ່ຍ 3 ຂັ້ນຂອງກໍາມະບານມີຄວາມເປັນເອກະພາບ … Continue reading →
ໃນລະຫວ່າງວັນທີ 17-18 ມິຖຸນາ 2024 ນັກສຶກສາທິດສະດີການເມືອງ ຂັ້ນຕົ້ນ ລະບົບ 03 ເດືອນ ຮຸ່ນທີI ປີ 2024 ຂອງກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເຄື່ອນໄຫວທັດສະນະສຶກສາ ທີ່ ເມືອງປາກຊັນ ແຂວງບໍລິຄຳໄຊ ໂດຍການນຳພາຂອງທ່ານ ນາງ ສົມໝາຍ ພົມມຸນີວົງ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ພ້ອມດວ້ຍຄະນະຮັບຜິດຊອບທີ່ກ່ຽວຂ້ອງ, ຕາງໜ້າອາຈານຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ນັກສຳມະນາກອນ ລວມທັງໝົດ 39 ທ່ານ. ຈຸດປະສົງໃນການເຄື່ອນໄຫວໃນຄັ້ງນີ້ ເພື່ອແລກປ່ຽນຖອດຖອນບົດຮຽນ ກ່ຽວກັບການກໍ່ສ້າງຮາກຖານການເມືອງ ແລະ ເກັບກຳຂໍ້ມູນກັບບັນດາຫົວໜ່ວຍການຜະລິດ … Continue reading →
ໃນວັນທີ 24 ມິຖຸນາ 2024, ການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ໃນນາມເປັນຫ້ອງການກອງເລຂາຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ (ກຄອຄຂ.ສ) ໄດ້ຈັດກອງປະຊຸມຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ (ຄອຄຂ) ທົ່ວປະເທດ ຄັ້ງທີ II ຂຶ້ນທີ່ີ ທີ່ໂຮງແຮມຈໍາປາສັກແກຣນ, ແຂວງຈຳປາສັກ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ແລະ ໃຫ້ກຽດເຂົ້າຮ່ວມໂດຍບັນດາ ທ່ານລັດຖະມົນຕີ-ຮອງລັດຖະມົນຕີ, ເຈົ້າແຂວງ-ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຮອງປະທານສະພາການຄ້າ ແລະ … Continue reading →
ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະຫະກຳ ແລະ ການຄ້າ ໄດ້ຈັດການຝຶກອົບຮົມກ່ຽວກັບການກວດສອບຫົວຈ່າຍປ້ຳນໍ້າມັນ ຂື້ນໃນທົ່ວປະເທດ ໃນລະຫວ່າງວັນທີ 24-25 ມິຖຸນາ 2024 ທີ່ໂຮງແຮມ ລາວເທວ, ນະຄອນຫຼວງວຽງຈັນ. ໂດຍເປັນປະທານ ທ່ານ ພວງມາລາ ຈູມພະຈັນ ຮອງຫົວໜ້າກົມມາດຕະຖານ ແລະ ວັດແທກ ກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍພະນັກງານວິຊາການຈາກບັນດາພະແນກອຸດສາຫະກຳ ແລະ ການຄ້າ 8 ແຂວງຄື: ແຂວງວຽງຈັນ, ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ, ສາລະວັນ, ເຊກອງ, ອັດຕະປື ແລະ … Continue reading →
ງານສະເຫລີມສະຫລອງວັນ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ສາກົນ 2024 ໄດ້ຈັດຂຶ້ນໃນວັນທີ 24 ມິຖຸນາ 2024 ທີ່ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ), ມີຜູ້ເຂົ້າຮ່ວມຈາກພາກລັດ, ພາກທຸລະກິດ, ສະຖາບັນເງິນ, ນັກຄົ້ນຄວ້ານະໂຍບາຍ ແລະ ບັນດາອົງການຈັດຕັ້ງສາກົນ ຈາກທັງພາຍໃນ ແລະ ພາກພື້ນ ຈຳນວນ 150 ກວ່າທ່ານ ໂດຍເຂົ້າຮ່ວມແບບເຊິ່ງໜ້າ ແລະ ອອນລາຍ ພາຍໃຕ້ຫົວຂໍ້ “ສົ່ງເສີມນະວັດຕະກໍາ ແລະ ຄວາມເຂັ້ມແຂງ: ສ້າງຄວາມເຂັ້ມແຂງໃຫ້ … Continue reading →