ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ Yasuda Futoshi, ຮອງຫົວໜ້າສໍານັກງານສິດທິບັດຍີ່ປຸ່ນ ພ້ອມດ້ວຍຄະນະທີ່ເດີນທາງມາເຮັດວຽກຢູ່ ສປປ ລາວ, ໃນຕອນບ່າຍຂອງວັນທີ 11 ມິຖຸນາ 2025 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ. ໂອກາດດັ່ງກ່າວ ທ່ານ ລັດຖະມົນຕີ ກະຊວງ ອຄ ກ່າວຕ້ອນຮັບ ແລະ ຄໍາຂອບໃຈຕໍ່ສໍານັກງານສິດທິບັດຍີ່ປຸ່ນ ທີ່ໄດ້ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ, ພ້ອມນັ້ນ ທ່ານຍັງໄດ້ມີຄໍາເຫັນບາງຕອນວ່າ ການລົງນາມໜັງສືຖະແຫຼງການໃນຄັ້ງນີ້ ແມ່ນການສະແດງເຖິງການພົວພັນການຮ່ວມມື ລະຫວ່າງ … Continue reading →
ໃນວັນທີ 11 ມິຖຸນາ 2025, ທີ່ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ), ໄດ້ມີການພົບປະ 2 ຝ່າຍ ໃນເວລາ 9:00-10:00 ໂມງ, ລະຫວ່າງ ກົມຊັບສິນທາງປັນຍາລາວ ແລະ ສໍານັກງານສິດທິບັດຍີ່ປຸ່ນ ເພື່ອປຶກສາຫາລື ກ່ຽວກັບການຮ່ວມມືໃນຕໍ່ໜ້າ. ພາຍຫຼັງສໍາເລັດການພົບປະ ທັງສອງຝ່າຍກໍໄດ້ເຂົ້າຮ່ວມ ພິທີລົງນາມຖະແຫຼງການຮ່ວມມື ລາວ-ຍີ່ປຸ່ນ ວ່າດ້ວຍການຮ່ວມມືໃນການກວດສອບເນື້ອໃນສິດທິບັດ ຢູ່ ສປປ ລາວ, ລະຫວ່າງ ກົມຊັບສິນທາງປັນຍາລາວ ແລະ ສໍານັກງານສິດທິບັດຍີ່ປຸ່ນ (JPO) ຊຶ່ງຕາງໜ້າຝ່າຍລາວ ລົງນາມໂດຍ ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ ແລະ … Continue reading →
ໃນຕອນເຊົ້າວັນທີ 10 ມິຖຸນາ 2025 ທີ່ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ມີພິທີລົງນາມເຊັນບົດບັນທຶກຮ່ວມມື (MOU) ກ່ຽວກັບ ການຈັດຕັ້ງປະຕິບັດໂຄງການສຸດຍອດສິນຄ້າລາວ ລະຫວ່າງ ຫ້ອງການກະຊວງອຸດສາຫະກໍາ ແລະ ການຄ້າ ຕາງໜ້າໂດຍ ທ່ານ ປອ ບົວວັນ ວິລະວົງ ຫົວໜ້າຫ້ອງການ ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ບໍລິສັດ ພີທີທີ (ລາວ) ຈໍາກັດ ຕາງໜ້າລົງນາມໂດຍ ທ່ານ ພີຣະເວດ ນະຣະນອງ, ຜູ້ອໍານວຍການ ບໍລິສັດ ພີທີທີ (ລາວ) ຈໍາກັດ ແລະ … Continue reading →
ວັນທີ 09 ມິຖຸນາ 2025, ທີ່ຫ້ອງປະຊຸມກະຊວງອຸດສາຫະກໍາ ແລະ ການຄ້າ, ສະຖາບັນອຸດສາຫະກໍາ ແລະ ການຄ້າ (ສອຄ), ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມປືກສາຫາລື ແລະ ແລກປ່ຽນຄໍາເຫັນຕໍ່ຜົນການຄົ້ນຄວ້າພາຍໃຕ້ຫົວຂໍ້ ‘‘ຕົ້ນທຶນທາງການຄ້າໃນການສະໜອງສິນຄ້າຂອງລາວ ເຂົ້າຮ້ານຊັບພະສິນຄ້າ ແລະ ຮ້ານສະດວກຊື້ ຢູ່ ສປປ ລາວ’’ ໂດຍການເປັນປະທານຂອງ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ມີທ່ານ ພຸດທະວັນ ນັນທະວົງ ຫົວໜ້າກົມກວດກາ, ທ່ານ ນາງ … Continue reading →
ຕອນເຊົ້າຂອງວັນທີ 06 ມີຖຸນາ 2025, ທີ່ໂຮງແຮມ ລາວພລາຊາ, ນະຄອນຫຼວງວຽງຈັນ, ຫ້ອງການກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ໄດ້ຈັດກອງປະຊຸມຄະນະຊີ້ນໍາວຽກງານສຶກສາເວລາກວດປ່ອຍສິນຄ້າ (TRS) ປີ 2024, ເປັນປະທານຂອງ ທ່ານ ນ. ມະນີວອນ ວົງໄຊ ຫົວໜ້າກົມການຄ້າຕ່າງປະເທດ, ຜູ້ປະຈໍາການຫ້ອງການ ກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ, ມີບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ວິຊາການ ຂອງພາກລັດທີ່ກ່ຽວຂ້ອງ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງປະຈໍາດ່ານ ແລະ ທ່າບົກ ເຂົ້າຮ່ວມທັງແບບເຊິ່ງໜ້າ ແລະ ທາງໄກ. ຈຸດປະສົງ … Continue reading →
ໃນວັນທີ 5 ມີຖຸນາ 2025, ທີ່ຫ້ອງປະຊຸມສະພາປະຊາຊົນ, ແຂວງອັດຕະປື, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ຈັດກອງປະຊຸມເຜີຍແຜ່ການແບ່ງຂັ້ນການຄຸ້ມຄອງ ວຽກງານຊັບສິນທາງປັນຍາ ແລະ ຝຶກອົບຮົມດ້ານການຮັບຄໍາຮ້ອງຂໍຈົດທະບຽນ ໃຫ້ແກ່ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງອັດຕະປື, ໃຫ້ກຽດເປັນປະທານຮ່ວມກອງປະຊຸມໂດຍ ທ່ານ ນ.ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງອັດຕະປື. ໃນກອງປະຊຸມມີ ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ, … Continue reading →
ສະຖາບັນອຸດສາຫະກຳ ເເລະ ການຄ້າ ຈັດກອງປະຊຸມເຜີຍເເຜ່ບົດຄົ້ນຄວ້າຫົວຂໍ້ “ຕ່ອງໂສ້ການຜະລິດ ແລະ ຕົ້ນທຶນຂອງສິນຄ້າປະເພດເຄື່ອງກໍ່ສ້າງທີ່ຜະລິດໃນ ສປປ ລາວ” ຂື້ນໃນວັນທີ 30 ພຶດສະພາ 2025 ທີ່ຫ້ອງປະຊຸມ ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນປະທານຂອງທ່ານ ນາງ ຈັນສຸກ ແສງພະຈັກ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ມີທ່ານ ວຽງສະຫວ່າງ ທິບພະວົງ ຫົວໜ້າສະຖາບັນອຸດສາຫະກຳ ເເລະ ການຄ້າ, ທ່ານ ວັນທອງ ສິດທິກຸນ ປະທານກຸ່ມຊີມັງລາວ, ຕາງໜ້າບັນດາກົມ, ຕາງໜ້າຈາກໂຮງງານ ແລະ ຫົວໜ່ວຍທຸລະກິດຊີມັງ ແລະ … Continue reading →
ໃນວັນທີ 26 ພຶດສະພາ 2025, ທີ່ໂຮງແຮມລາວພຣາຊາ, ນະຄອນຫຼວງວຽງຈັນ. ກົມຊັບສິນທາງປັນຍາ (ກຊປ), ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຮ່ວມກັບ ອົງການຊັບສິນທາງປັນຍາໂລກ ຈັດກອງປະຊຸມ ເປີດໂຄງການ ການສ້າງຍຸດທະສາດຊັບສິນທາງປັນຍາ ແຫ່ງຊາດ (NIPS Launching Meeting), ໃຫ້ກຽດເປັນປະທານກອງປະຊຸມໂດຍ ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ເຢມິນ ທັນ, ຕາງໜ້າຈາກອົງການຊັບສິນທາງປັນຍາໂລກ (WIPO), ມີບັນດາທ່ານຫົວໜ້າກົມ, ຮອງກົມ, ມີຜູ້ຕາງໜ້າຫ້ອງການ, ກົມ, ສະຖາບັນ ອ້ອມຂ້າງກະຊວງ, ຜູ້ຕາງໜ້າຈາກ ກະຊວງຕ່າງໆທີ່ກ່ຽວຂ້ອງ, … Continue reading →
ໃນລະຫວ່າງວັນທີ 24-27 ພຶດສະພາ 2025 ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທັງເປັນລັດຖະມົນຕີເສດຖະກິດອາຊຽນຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກ ສປປ ລາວ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມເສດຖະກິດອາຊຽນ ຄັ້ງທີ 25 ( The 25th AECC) ພ້ອມທັງຕິດຕາມ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄລຍະເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະ ກອງປະຊຸມສຸດຍອດອື່ນໆ ທີ່ກ່ຽວຂ້ອງ ທີ່ ຫໍປະຊຸມແຫ່ງຊາດ, … Continue reading →
ວັນທີ 21 ພຶດສະພາ 2025, ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ປອ ບົວວັນ ວິລະວົງ ຫົວໜ້າ ຫ້ອງການ ກະຊວງ ພ້ອມດ້ວຍຄະນະ ຕ້ອນຮັບການເຂົ້າພົບປະ ຂອງ ທ່ານ ກ່າວ ວຽດ ຊິງ ອະດິດ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ໂຕ່ ຮ່ວງ ແອ້ງ ຕ້ວນ ອະດິດ ຮອງລັດຖະມົນຕີ ກະຊວງການເງິນ, ທ່ານ ຫງວຽນ ກິມ ແອງ ອະດິດ ຮອງຜູ້ວ່າການ … Continue reading →