ຂ່າວຕ່າງປະເທດ

ໂດຍ: ໄພວັນ ວັນທີ 26 Apr, 2024 ເວລາ 02:27 PM | ແຍກຕາມຫມວດ ຂ່າວຕ່າງປະເທດ | % ຄຳເຫັນ 0 Comments
IMG_01

ກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ, ກະຊວງ ອຸດສາຫະກໍາ ແລະ ການຄ້າ (ອຄ) ຈັດກອງປະຊຸມ ຝຶກອົບຮົມ ກ່ຽວກັບ ສັນຍາຂອບວຽກເສດຖະກິດດິຈິຕອນ ຂອງອາຊຽນ ຂື້ນໃນລະຫວ່າງວັນທີ 24 – 25 ເມສາ 2024, ທີ່ໂຮງແຮມ ເມືອງແທັງ, ນະຄອນຫຼວງວຽງຈັນ. ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ໄຊຊະນະ ໄຊຍະກອນ, ຫົວໜ້າກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ ມີບັນດາກົມ, ພາກລັດ ແລະ ພາກທຸລະກິດເຂົ້າຮ່ວມ. ທ່ານປະທານໄດ້ກ່າວວ່າ: ສັນຍາ DEFA ນີ້ຈະອຳນວຍຄວາມສະດວກໃຫ້ແກ່ການຄ້າດິຈິຕອນຂ້າມຊາຍແດນ, ຊ່ວຍໃຫ້ການເຮັດທຸລະກິດພາຍໃນພາກພື້ນງ່າຍດາຍຂື້ນ ໂດຍການປັບປຸງກົດລະບຽບດິຈິຕອນໃນຂົງເຂດທີ່ສໍາຄັນ ເຊັ່ນ: … Continue reading

ໂດຍ: admin ວັນທີ 24 Nov, 2023 ເວລາ 10:14 AM | ແຍກຕາມຫມວດ ຂ່າວຕ່າງປະເທດ | % ຄຳເຫັນ 0 Comments
402103902_728387829322317_7694447787790849157_n

 ນະຄອນຫຼວງວຽງຈັນ, ສປປ ລາວ — ໃນວັນທີ 21 ພະຈິກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ ຄັ້ງທີ 21 ເຊິ່ງເປັນເວທີ ປຶກສາຫາລື ລະຫວ່າງ ພາກລັດ, ພາກທຸລະກີດ ລວມທັງ ທຸລະກິດຂະໜາດນ້ອຍ ແລະ ກາງ ແລະ ຄູ່ຮ່ວມພັດທະນາ ເພື່ອຮ່ວມກັນ ປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ແລະ ສົ່ງເສີມການລົງທຶນ ໃນ ສປປ ລາວ. ກອງປະຊຸມ ຄັ້ງທີ 21 ນີ້ ໄດ້ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຖິງ … Continue reading

ໂດຍ: Miss Phetpakai SISOMBOUN ວັນທີ 30 Jun, 2023 ເວລາ 10:44 AM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ, ຂ່າວຕ່າງປະເທດ, ຂ່າວ | % ຄຳເຫັນ 0 Comments
5

ງານ​ວາງ​ສະ​ແດງກາເຟໂລກ (WOC) ຈັດໂດຍ ​ສະ​ມາ​ຄົມ​ກາ​ເຟພິເສດ​ ​ແມ່ນ​ກິດ​ຈະ​ກຳ​ປະ​ຈຳ​ປີ​ທີ່​ເຕົ້າ​ໂຮມ​ບັນ​ດາ​ນັກ​ຊ່ຽວ​ຊານ​ອຸດ​ສາ​ຫະ​ກຳ​ກາ​ເຟ​ຈາກ​ທົ່ວ​ໂລກ. ງານທີ່ຫຼາຍຄົນຕັ້ງໜ້າຕັ້ງຕາລໍຖ້ານີ້ ແມ່ນສ້າງເວທີສໍາລັບຜູ້ຜະລິດ, ຜູ້ຄ້າ, ຜູ້ນໍາເຂົ້າ, ຜູ້ຂົ້ວກາເຟ, ຮ້ານຂາຍຍ່ອຍ, ແລະ ຜູ້ທີ່ມັກກາເຟທັງຫຼາຍ ເພື່ອເຊື່ອມຕໍ່, ຮຽນຮູ້, ແລະ ສະແດງຜະລິດຕະພັນຂອງພວກເຂົາ. ​ໃນ​ປີ 2023, ງານ WOC ແມ່ນ​ຈັດ​ຂຶ້ນ​ແຕ່​ວັນ​ທີ 22-24 ມິຖຸນາ​ນີ້ ຢູ່​ນະຄອນຫຼວງເອເທັນ ປະ​ເທດ​ເກຼັກ. ຖືເປັນໂອກາດທີ່ພິເສດສໍາລັບ ຜູ້ຜະລິດກາເຟລາວ ທີ່ຈະໄດ້ສຳພັດ ແລະ ໄກ້ຊິດກັບຕະຫຼາດເອີຣົບ. ໃນປີທີ່ຜ່ານມານີ້ ກາເຟລາວໄດ້ຮັບການຍອມຮັບວ່າເປັນກາເຟທີ່ມີຕົ້ນກຳເນີດທີ່ມີລັກສະນະພິເສດ. ເນື່ອງຈາກ ສະພາບພູມສັນຖານທີ່ເປັນເອກະລັກ ແລະ ການປູກແບບດັ້ງເດີມຂອງ ລາວ ທີ່ ປະກອບສ່ວນເຂົ້າໃນການຜະລິດເມັດກາເຟທີ່ມີຄຸນນະພາບສູງ, … Continue reading

ໂດຍ: admin ວັນທີ 13 Sep, 2022 ເວລາ 10:15 PM | ແຍກຕາມຫມວດ ຂ່າວພາຍໃນ, ຂ່າວຕ່າງປະເທດ | % ຄຳເຫັນ 0 Comments
WhatsApp Image 2022-09-13 at 15.37.55

          ຕອນບ່າຍ ເວລາ 13: 00 ໂມງ ຂອງວັນທີ 13 ກັນຍາ 2022 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ແຄັດເທີລີນ ລີ່ ວີດັລ ຮອງລັດຖະມົນຕີການຄ້າ ດ້ານຊັບສິນທາງປັນຍາ, ຫົວໜ້າສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າ ສ.ອາເມລິກາ ພ້ອມດ້ວຍຄະນະມີຜູ້ຕາງໜ້າເຂົ້າຮ່ວມທັງສອງຝ່າຍປະມານ 15 … Continue reading

ໂດຍ: admin ວັນທີ 1 Sep, 2022 ເວລາ 09:34 PM | ແຍກຕາມຫມວດ ຂ່າວຕ່າງປະເທດ, ຂ່າວສຳຄັນ | % ຄຳເຫັນ 0 Comments
77777777

ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນລັດຖະມົນຕີເສດຖະກິດອາຊຽນຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີເສດຖະກິດອາຊຽນສະ ໄໝພິເສດກ່ຽວກັບການເຈລະຈາເພື່ອຍົກລະດັບສັນຍາການຄ້າເສລີອາຊຽນ-ອົດສະຕາລີ-ນິວຊີແລນ ໃນຮູບແບບທາງໄກ ໃນວັນທີ 01 ກັນຍາ 2022, ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ, ສປປ ລາວ. ກອງປະຊຸມຄັ້ງນີ້ ໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ Pan Sorasak, ລັດຖະມົນຕີກະຊວງການຄ້າ ກຳປູເຈຍ ໂດຍມີບັນດາທ່ານລັດຖະມົນຕີເສດຖະກິດອາຊຽນຈາກ 10 ປະເທດສະມາຊິກອາຊຽນ ແລະ ທ່ານເລຂາທິການໃຫຍ່ອາຊຽນເຂົ້າຮ່ວມ. ໂດຍມີຈຸດປະສົງເພື່ອຮັບຊາບກ່ຽວກັບຄວາມຄືບໜ້າຂອງການເຈລະຈາສັນຍາເຂດການຄ້າເສລີ ອາຊຽນ-ອົດສະຕາລີ-ນິວຊີແລນ ພ້ອມທັງ … Continue reading

ໂດຍ: sonsathit rasavong ວັນທີ 29 Jan, 2015 ເວລາ 06:13 AM | ແຍກຕາມຫມວດ ຂ່າວຕ່າງປະເທດ, ຂ່າວສຳຄັນ | % ຄຳເຫັນ 0 Comments
DSC09518

  ກອງ​ປະຊຸມ ​ເຜີ​ຍ​ແຜ່​ກ່ຽວ​ກັບ​ການ​ພັດທະນາ​ການ​ເຈລະຈາ​ໃນ​ຮອບ​ໂດ​ຮາ (DOHA) ພາຍ​ໃຕ້​ຂອບ​ຂອງ​ອົງການໆ​ຄ້າ​ໂລກ ຫຼື WTO, ​ເຊິ່ງຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 27 ມັງກອນ​ຜ່ານ​ມາ ທີ່​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ (ອຄ) ​ໂດຍ​ການ​ເປັນ​ປະທານ ຂອງ ທ່ານ ດຣ. ລາວ​ຮົວ ​ເຈີ​ຈິງ ຮອງ​ຫົວໜ້າ​ກົມ​ນະ​ໂຍບາຍ​ການ​ຄ້າ​ຕ່າງປະ​ເທດ ກະຊວງ ອຄ, ​ໂດຍ​ມີ ທ່ານ ນາງ ກິ່ງ​ສະ​ດອນ ​ເພັດ​ດາວ​ເຮືອງ ຫົວໜ້າ​ພະ​ແນ​ກກົມ​ນະ​ໂຍບາຍ​ການ​ຄ້າ​ຕ່າງປະ​ເທດ, ທ່ານ ພົມມາ ອິນ​ທະ​ນາມ ຫົວໜ້າ​ພະ​ແນ​ກກົມ​ການ​ຄ້າ​ພາຍ​ໃນ, ທ່ານ ມີ​ໄຊ ດວງ​ພະ​ຈັກ ຫົວໜ້າ​ພະ​ແນ​ກກົມ​ທະບຽນ ​ແລະ ຄຸ້ມ​ຄອງ​ວິ​ສາ​ຫະກິດ, ມີ​ບັນດາ​ພະນັກງານ​ພາຍ​ໃນ​ຂອງ​ກະຊວງ … Continue reading

ໂດຍ: Bounam chittanavong ວັນທີ 15 Aug, 2014 ເວລາ 12:57 PM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ, ຂ່າວຕ່າງປະເທດ | % ຄຳເຫັນ 0 Comments
Untitl

            ກອງປະຊຸມຝຶກອົບຮົມ ວຽກງານແຂ່ງຂັນການຄ້າ ແລະ ວຽກງານປົກປ້ອງຜູ້ຊົມໃຊ້  ແມ່ນໄດ້ຈັດຂຶ້ນພາຍ​ໃຕ້​​ໂຄງການຮ່ວມ​ມື​ລະຫວ່າງ​ກົມ​ການ​ຄ້າ​ພາຍ​ໃນ ​ແລະ ອົງການ GIZ ທີ່​ເປັນ​ຜູ້​ສະໜັບສະໜູນ​ດ້ານ​ທຶນຮອນກ່ຽວ​ກັບ​ວຽກ​ງານ​ແຂ່ງຂັນ​ການ​ຄ້າ ​​ ​ໂດຍ​ແມ່ນ​ອາຈານ​ຜູ້​ຊ່ຽວຊານ​ທາງ​ດ້ານ​ເສດຖະສາດ ​ແລະ ກົດໝາຍ ຈາກ​ມະຫາວິທະຍາ​ໄລ​ຊຽງ​ໃໝ່​ ​ເປັນຜູ້ບັນ​ລະ​ຍາຍ ເຊີ່ງການຝຶກອົບຮົມດັ່ງກ່າວໄດ້ຈັດຂຶ້ນເປັນສອງໄລຍະຄື: ໄລຍະທີ I ຈັດຂື້ນ ໃນລະຫວ່າງວັນທີ 7 -11  ກໍລະກົດ  2014 ທີ່ ສະຖາບັນຄົ້ນຄ້ວາເສດຖະກິດການຄ້າ ບ້ານ ໂພນທັນ ເມືອງ ສີສັດຕະນາກ ນະຄອນຫລວງວຽງຈັນ ສປປ ລາວ ພາຍໃຕ້ການເປັນປະທານຂອງ ທ່ານ ເຫລື່ອມ ຍົງວົງສິດທິ ຫົວໜ້າກົມການຄ້າພາຍໃນ … Continue reading