Author

ໂດຍ: Bounam chittanavong ວັນທີ 27 Jun, 2014 ເວລາ 09:15 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_2746

ເພື່ອເປັນການແລກປ່ຽນບົດຮຽນ ໃນການຄຸ້ມຄອງບໍລິຫານ ແລະ ຈັດຕັ້ງປະຕິບັດໂຄງການ ຊ່ວຍເຫຼືອດ້ານການຄ້າ ໂດຍສະເພາະແມ່ນໂຄງການ EIF ພ້ອມທັງຄົ້ນຄ້ວາສິ່ງທ້າທາຍຕໍ່ກັບປະສິດທິຜົນຂອງການຊ່ວຍເຫຼືອ, ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂອງຄະນະຜູ້ແທນ ຈາກກະຊວງການຄ້າ ຂອງ ມຽນມາ ທີ່ນຳໂດຍພະນະທ່ານ ດຣ. ພະວິນ ສານ (Pwint San), ລັດຖະມົນຕີຊ່ວຍວ່າການ ກະຊວງການຄ້າ ຂອງ ມຽນມາ. ໃນວັນທີ 23 ມິຖຸນາ 2014, ຄະນະຜູ້ແທນ ໄດ້ເຂົ້າຢ້ຽມຄຳນັບ ພະນະທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີວ່າການ ກະຊວງ ອຸດສາຫະກຳ … Continue reading

ໂດຍ: Bounam chittanavong ວັນທີ 11 Jun, 2014 ເວລາ 10:04 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_5118

ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ກະຊວງ ອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ I ຂຶ້ນ ເພື່ຶອດຳເນີນຊີວິດການເມືອງປັບປຸງການຈັດຕັ້ງພາຍໃນຫນ່ວຍພັກ ໃຫ້ມີຄວາມຮັບຜິດຊອບຫນ້າທີ່ການເມືອງຂອງຕົນ. ພ້ອມດຽວກັນນັ້ນ, ກໍ່ຍັງມີພິທີມອບ-ຮັບໃບຢັ້ງຢືນຫນ່ວຍພັກເຂັ້ມແຂງ ຮູ້ນຳພາຮອບດ້ານໃຫ້ກົມດັ່ງກ່າວ. ພິທີດັ່ງກ່າວເລີ່ມຂຶ້ນໃນຕອນບ່າຍຂອງວັນທີ 6 ມີຖຸນາ 2014 ທີ່ສະຖາບັນຄົ້ນຄວ້າເສດຖະກິດການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ພາຍໃຕ້ການເປັນປະທານຂອງ ທ່ານ ສຽວສະຫວາດ ສະແຫວງສຶກສາ ຮອງເລຂາຫນ່ວຍພັກກະຊວງ ລັດຖະມົນຕີຊ່ວຍວ່າການກະຊວງ ອຄ, ທ່ານ ດຣ. ສົມພວງ ພຽນພິນິດ ເລຂາໜ່ວຍພັກ ຫົວໜ້າກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ທ່ານ … Continue reading

ໂດຍ: Bounam chittanavong ວັນທີ 11 Jun, 2014 ເວລາ 10:55 AM | ແຍກຕາມຫມວດ ອື່ນໆ | % ຄຳເຫັນ 0 Comments

ກົມ​ທະບຽນ ​ແລະ ຄຸ້ມ​ຄອງ​ວິ​ສາ​ຫະກິດ ກະຊວງ​ ອຸດສາຫະກຳ ​ແລະ ການ​ຄ້າ (ອຄ) ​ໄດ້​ຈັດ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ I ຂຶ້ນ ​ເພື່ຶອດຳ​ເນີນ​ຊີ​ວິດ​ການ​ເມືອງປັບປຸງ​ການຈັດ​ຕັ້ງ​ພາຍ​ໃນ​ຫນ່ວຍ​ພັກ ​ໃຫ້​ມີ​ຄວາມ​ຮັບຜິ​ດຊອບ​ຫນ້າ​ທີ່​ການ​ເມືອງ​ຂອງ​ຕົນ. ພ້ອມດຽວກັນ​ນັ້ນ, ກໍ່​ຍັງ​ມີ​ພິທີ​ມອບ-ຮັບໃບ​ຢັ້ງຢືນ​ຫນ່ວຍ​ພັກ​ເຂັ້ມ​​ແຂງ ຮູ້​ນຳພາ​ຮອບດ້ານ​ໃຫ້​ກົມ​ດັ່ງກ່າວ. ພິທີດັ່ງກ່າວ​ເລີ່ມ​ຂຶ້ນ​ໃນ​ຕອນ​ບ່າຍ​ຂອງວັນທີ 6 ມີຖຸນາ 2014 ທີ່​ສະ​ຖາ​ບັນຄົ້ນຄວ້າ​ເສດຖະກິດ​ການ​ຄ້າ, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ພາຍ​​ໃຕ້​ການ​ເປັນ​ປະທານຂອງ​ ທ່ານ ສຽວສະຫວາດ ສະ​ແຫວ​ງສຶກສາ ຮອງ​ເລຂາ​ຫນ່ວຍ​ພັກກະຊວງ ລັດຖະມົນຕີຊ່ວຍວ່າການກະຊວງ ອຄ, ທ່ານ ດຣ. ສົມພວງ ພຽນພິນິດ ເລຂາໜ່ວຍພັກ ຫົວໜ້າກົມ​ທະບຽນ ​ແລະ ຄຸ້ມ​ຄອງ​ວິ​ສາ​ຫະກິດ, ທ່ານ … Continue reading

ໂດຍ: Bounam chittanavong ວັນທີ 5 Jun, 2014 ເວລາ 04:00 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
DSC08553

ໃນຕອນບາຍຂອງວັນທີ 4 ມີຖຸນາ 2014 ໄດ້ມີພິທີມອບ-ຮັບ ຕຶກກະຊວງອຸດສາຫະກໍາ ແລະ ການຄ້າ ຫຼັງໃໝ່ ລະຫວ່າງຫ້ອງການກະຊວງອຸດສາຫະກໍາ ແລະ ການຄ້າ (ເຈົ້າຂອງໂຄງການ) ກັບ ບໍລິສັດກໍ່ສ້າງ COECCO ລາວ (ຜູ້ຮັບເໝົາກໍ່ສ້າງ). ຕາງໜ້າໃນການຮັບຄັ້ງນີ້ໂດຍ ທ່ານ ສົມຫັວງ ນິນທະວົງ ຫົວໜ້າຫ້ອງການກະຊວງອຸດສາຫະກໍາ ແລະ ການຄ້າ, ຊຶ່ງມອບໂດຍ ທ່ານ ເລຮືວຢ໋ວນ ຮອງອໍານວຍການບໍລິສັດກໍ່ສ້າງ COECCO ລາວ ໂດຍການເຂົ້າຮ່ວມ ເປັນສັກຂີພິຍານຂອງ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີວ່າການກະຊວງອຸດສາຫະກໍາ ແລະ ການຄ້າ, … Continue reading

ໂດຍ: Bounam chittanavong ວັນທີ 21 May, 2014 ເວລາ 10:52 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
DSC084981

ໂດຍປະຕິບັດຕາມມະຕິຕົກລົງສະບັບເລກທີ 087/ຄພ.ອຄ, ລົງວັນທີ 29 ພຶດສະພາ 2014 ວ່າດ້ວຍການຮັບຮອງເອົາໜ່ວຍພັກກົມອຸດສາຫະກໍາ ​ແລະ ຫັດຖະ​ກໍາ ເປັນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານຄັ້ງ​ທີ VI ປະ​ຈໍາ​ສົກ​ປີ 2012-2013 ​ແລະ ຂໍ້​ຕົກລົງ​ ສະບັບ​ເລກທີ 0797/ອຄ.ຈພງ, ລົງ​ວັນ​ທີ 06 ​ເມສາ 2014 ວ່າ​ດ້ວຍ​ການ​ຍ້ອງຍໍໜ່ວຍພັກ​ເຂັ້ມ​ແຂງ-ຮູ້​ນໍາພາ​ຮອບດ້ານ​ຕິດຕໍ່ກັນ. ໃນຕອນບ່າຍຂອງວັນທີ 20 ພຶດສະພາ 2014 ທີ່​ຫ້ອງ​ປະຊຸມ​ໃຫຍ່ ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ, ໜ່ວຍພັກກົມອຸດສາຫະກໍາ ​ແລະ ຫັດຖະ​ກໍາ ໄດ້ຈັດພິທີມອບ-ຮັບ ໃບຢັ້ງຢືນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານຄັ້ງທີ VI ປະຈຳປີ 2012-2013 ​ແລະ ​ໃບ​ຍ້ອງ​ຍໍ​ທີ່​ມີ​ຜົນງານ​ໃນ​ການກໍ່ສ້າງໜ່ວຍພັກ​ເຂັ້ມ​ແຂງ-ຮູ້​ນໍາພາ​ຮອບດ້ານ … Continue reading

ໂດຍ: Bounam chittanavong ວັນທີ 15 May, 2014 ເວລາ 02:23 PM | ແຍກຕາມຫມວດ ຂ່າວ, ຂ່າວສຳຄັນ | % ຄຳເຫັນ 0 Comments
MPG01

ກອງ​ປະຊຸມ​ໜ່ວຍ​ງານ​ຂະ​ແໜງ​ການ​ຄ້າ ​ແລະ ພາກ​ທຸລະ​ກິດ ຄັ້ງ​ທີ 5 (TPSWG) ​ເພື່ອ​ທົບ​ທວນຄືນ​ບັນດາ​ຂະ​ບວນການຈັດ​ຕັ້ງປະຕິບັດ​ບົດ​ວິ​ໄຈ​ການ​ເຊື່ອມ​ໂຍມ​ເຂົ້າ​ສາກົນ​ດ້ານ​ການ​ຄ້າ (Diagnostic Trad Integration Study DTIS) ​ເປີດ​ຂຶ້ນ​ໃນ​ເຊົ້າ​ວານ​ນີ້. ຂະນະ​ທີ່​ພາກ​ທຸລະ​ກິດສະ​ເໜີ​ກ່ຽວ​ກັບ​ອັດຕາ​ຫຼຸດ​ພາສີ​ນຳ​ເຂົ້າ, ບັນຫາ​ແຮງ​ງານ, ການ​ມີ​ສ່ວນ​ຮ່ວມ​ຂອງ​ສະພາ​ທຸລະ​ກິດ​ຕ່າງປະ​ເທດ​ກັບ​ສະພາ​ການ​ຄ້າ ​ແລະ ອຸດ​ສາ​ຫະກຳ​ແຫ່ງ​ຊາດ​ລາວ. ​      ​ໃນ​ກອງປະຊຸມ​ພາກ​ລັດ, ພາກ​ທຸລະ​ກິດ ​ແລະ ບັນດາ​ຄູ່​ຮ່ວມ​ພັດທະນາ​ໄດ້​ປຶກສາ​ຫາລື-​ນຳ​ສະ​ເໜີ​ຄວາມ​ຄືບ​ໜ້າ​ຂອງ​​ແຜນ​ງານ ​ເພື່ອ​ພັດທະນາ​ຂະ​ແໜງ​ການ​ຄ້າ ​ແລະ ພາກ​ທຸລະ​ກິດ ພ້ອມ​ທັງ​ປຶກສາ​ກ່ຽວ​ກັບ​ການ​ກຽມ​ຄວາມ​ພ້ອມ​ຂອງ ສປປ ລາວ ​ໃນ​ການ​ເຂົ້າ​ຮ່ວມ​ປະຊາ​ຄົມ​ເສ​ດຖະກິດ​ອາ​ຊຽນ (​ເອອີ​ຊີ), ບັນດາຫຼັກການ ​ແລະ ວິທີ​ການ​ເພື່ອ​ພັດທະນາ​ແຜນ​ພັດທະນາ​ເສດຖະກິດ-​ສັງຄົມ​ແຫ່ງ​ຊາດ ຄັ່ງ​ທີ 8 (NSEDP 8) ​ແລະ ​ແຜນ​ງານ​ຂອງ​ສະພາ​ການ​ຄ້າ … Continue reading

ໂດຍ: Bounam chittanavong ວັນທີ 14 May, 2014 ເວລາ 09:57 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
DSC08419

​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 13 ພຶດ​ສະພາ 2014 ​ເວລາ 15:00 ​ໄດ້​ມີ​ການຈັດ​ພິທີ​ມອບ​ໃບ​ຍ້ອງຍໍ​ໃຫ້​ແກ່​ບຸກຄົນ ​ແລະ ກົມ​ກອງ​ຕ່າງປະ​ເທດ​ຈໍານວນໜຶ່ງທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ​ຂະ​ບວນການ​ເຈລະຈາ​ເຂົ້າ​ເປັນ​ສະມາ​ຊິກ ອຄລ ຂອງ ສປປ ລາວ ທີ່​ກະຊວງອຸດສາຫະກໍາ ​ແລະ ການ​ຄ້າ ​ເຊິ່ງ​ໃຫ້ກຽດມອບ​ໃບ​ຍ້ອງຍໍໂດຍ ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​ວ່າການ ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ. ຈຸດປະສົງ​ຂອງ​ການຈັດ​ພິທີ​ດັ່ງກ່າວ ​ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸນຄຸນ ພ້ອມ​ທັງ​ຍ້ອງຍໍ​ຊົມ​ເຊີຍ​ບຸກຄົນ ​ແລະ ກົມ​ກອງ​ຕ່າງປະ​ເທດ​ຈໍານວນໜຶ່ງທີ່​ໄດ້​ປະກອບສ່ວນ​ສຸມ​ສະຕິ​ປັນຍາ, ທຸ້ມ​ເທ​ເຫື່ອ​ແຮງ ​ແລະ ສະໜັບສະໜູນທາງ​ດ້ານ​ການ​ເງິນ​ເຂົ້າ​ໃນ​ຂະ​ບວນການ​ເຈລະຈາ​ເຂົ້າ​ເປັນ ສະມາຊິກ ອຄລ ຂອງ ສປປ ລາວ ຕະຫຼອດ​ໄລຍະ​ເວລາ 15 … Continue reading

ໂດຍ: Bounam chittanavong ວັນທີ 23 Apr, 2014 ເວລາ 03:49 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
free092

ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດເປັນປະທານ ແລະ ໂອ້ລົມ ຕໍ່ກອງປະຊຸມພົບປະ ລະຫວ່າງ ນາຍົກລັດຖະມົນຕີ ກັບສະພາການຄ້າ ແລະ ອຸດສາຫະກຳ ປະຈຳປີ 2014 ຊຶ່ງໄດ້ຈັດຂຶ້ນໃນວັນທີ 21 ເມສາ 2014 ຢູ່ຫໍປະແຫ່ງຊາດ, ນະຄອນຫລວງວຽງຈັນ ໂດຍມີບັນດາຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ, ເຈົ້າຄອງນະຄອນຫລວງວຽງຈັນ,  ບັນດາເຈົ້າແຂວງໃນທົ່ວປະເທດ, ມີປະທານສະພາ ການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ບັນດາຜູ້ປະກອບການທຸລະກິດ ທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມ. ໃນໂອກາດນີ້ ທ່ານ ທອງສິງ ທຳມະວົງ ໄດ້ຕີລາຄາບັນດາຂໍ້ສະເໜີຂອງພາກທຸລະກິດ ຕໍ່ລັດຖະບານ … Continue reading

ໂດຍ: Bounam chittanavong ວັນທີ 21 Apr, 2014 ເວລາ 10:16 AM | ແຍກຕາມຫມວດ ຂ່າວພາຍໃນ, ຂ່າວ | % ຄຳເຫັນ 0 Comments
DSC08275

ເພື່ອເປັນການຊ່ວຍເຫຼືອໃນການປັບປຸງ ແລະ ສ້າງບັນຍາກາດໃຫ້ແກ່ໂຮງຮຽນປະຖົມສົມບູນບ້ານດົງຊຽງດີໃຫ້ມີຄວາມສະອາດ ເປັນລະບຽບ ແລະ ມີບັນຍາກາດດີທີ່ເອື້ອອໍານວຍຕໍ່ການຮໍ່າຮຽນຂອງບັນດານ້ອງນ້ອຍນັກຮຽນຕາມຄໍາຂວັນທີ່ວ່າ: “ໂຮງຮຽນສະອາດສ້າງບັນຍາກາດໃນການຮໍ່າຮຽນ” ແລະ ທັງເປັນການເຄື່ອນໄຫວສ້າງກິດຈະກໍາຂອງຄະນະຊາວໜຸມກົມແຜນການ ແລະ ການຮ່ວມມື ກະຊວງອຸດສາຫະກໍາ ແລະ ການຄ້ານັ້ນໃນຕອນແລງຂອງວັນທີ 04 ເມສາ2014 ຄະນະຊາວໜຸ່ມຂອງກົມ, ຊຶ່ງນໍາພາໂດຍ ທ່ານ ພູວຽງ ພົງສາ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ປະກອບມີຫົວໜ້າ, ຮອງຫົວໜ້າ ແລະ ຄະນະສະມາຊິກຊາວໜຸ່ມຂອງກົມແຜນການ ແລະ ການຮ່ວມມື ໄດ້ພາກັນນຳເອົາວັດຖຸອຸປະກອນການຮຽນຈໍານວນໜຶ່ງ ລົງເຄື່ອນໄຫວສ້າງກິດຈະກໍາຊ່ວຍເຫຼືອແກ່ໂຮງຮຽນປະຖົມສົມບູນບ້ານດົງຊຽງດີ, ຊຶ່ງໂຮງຮຽນປະຖົມດັ່ງກ່າວເປັນອາຄານຊັ້ນດຽວມີ 05 ຫ້ອງຮຽນ ແລະ ມີ 01 ຫ້ອງການ, ມີຈໍານວນຄູອາຈານ … Continue reading

ໂດຍ: Bounam chittanavong ວັນທີ 1 Apr, 2014 ເວລາ 04:35 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
DSC08258

ວັນທີ 31 ມີນາ ຜ່ານມານີ້, ຢູ່ຫ້ອງປະຊຸມກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີພິທີມອບ-ຮັບໜ້າທີ່ລະຫວ່າງ ທ່ານ ດຣ. ນາມ ວິຍະເກດ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີວ່າການກະຊວງ ອຸດສາຫະກຳ ແລະ ການຄ້າ ຜູ້ເກົ່າ ເຊິ່ງຍົກຍ້າຍໄປຮັບໜ້າທີ່ໃໝ່ຢູ່ຫ້ອງ ວ່າການລັດຖະບານ ແລະ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີຊ່ວຍວ່າການກະຊວງດັ່ງກ່າວ ຮັບໜ້າທີ່ເປັນ ເລຂາຄະນະພັກ, ລັດຖະມົນ ຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າຜູ້ໃໝ່. ເປັນກຽດເຂົ້າຮ່ວມໃນພິທີດັ່ງກ່າວ ໂດຍທ່ານ ສົມສະຫວາດ ເລັ່ງສະຫວັດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກ … Continue reading