Author

ໂດຍ: Bounam chittanavong ວັນທີ 23 Sep, 2014 ເວລາ 01:25 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
aa

ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີວ່າການກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ມອບໃບແຕ່ງຕັ້ງຜູ້ຕ່າງໜ້າດ້ານເສດຖະກິດ ແລະ ການຄ້າ ແຫ່ງ ສປປ ລາວ ປະຈໍາ ສ.ເກົາຫຼີ ໃຫ້ແກ່ທ່ານ ສຈ .ດຣ. ນາງ ຢູ ຮຽນ ສຸກ ປະທານສະມາຄົມ ສິລະປະ ແລະ ວັດທະນາທໍາມວນຊົນ ສ.ເກົາຫຼີ ປະຈໍາ ສປປ ລາວ ແທນທ່ານ ນາງ ລີ ແຈ ຊຸກ ຜູ້ເກົ່າ. ໂດຍປະຕິບັດຕາມແຈ້ງການຂອງຫ້ອງວ່າການລັດຖະບານ ສະບັບເລກທີ 1210/ຫຼບ.ກລຂ, ລົງວັນທີ … Continue reading

ໂດຍ: Bounam chittanavong ວັນທີ 15 Aug, 2014 ເວລາ 12:57 PM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ, ຂ່າວຕ່າງປະເທດ | % ຄຳເຫັນ 0 Comments
Untitl

            ກອງປະຊຸມຝຶກອົບຮົມ ວຽກງານແຂ່ງຂັນການຄ້າ ແລະ ວຽກງານປົກປ້ອງຜູ້ຊົມໃຊ້  ແມ່ນໄດ້ຈັດຂຶ້ນພາຍ​ໃຕ້​​ໂຄງການຮ່ວມ​ມື​ລະຫວ່າງ​ກົມ​ການ​ຄ້າ​ພາຍ​ໃນ ​ແລະ ອົງການ GIZ ທີ່​ເປັນ​ຜູ້​ສະໜັບສະໜູນ​ດ້ານ​ທຶນຮອນກ່ຽວ​ກັບ​ວຽກ​ງານ​ແຂ່ງຂັນ​ການ​ຄ້າ ​​ ​ໂດຍ​ແມ່ນ​ອາຈານ​ຜູ້​ຊ່ຽວຊານ​ທາງ​ດ້ານ​ເສດຖະສາດ ​ແລະ ກົດໝາຍ ຈາກ​ມະຫາວິທະຍາ​ໄລ​ຊຽງ​ໃໝ່​ ​ເປັນຜູ້ບັນ​ລະ​ຍາຍ ເຊີ່ງການຝຶກອົບຮົມດັ່ງກ່າວໄດ້ຈັດຂຶ້ນເປັນສອງໄລຍະຄື: ໄລຍະທີ I ຈັດຂື້ນ ໃນລະຫວ່າງວັນທີ 7 -11  ກໍລະກົດ  2014 ທີ່ ສະຖາບັນຄົ້ນຄ້ວາເສດຖະກິດການຄ້າ ບ້ານ ໂພນທັນ ເມືອງ ສີສັດຕະນາກ ນະຄອນຫລວງວຽງຈັນ ສປປ ລາວ ພາຍໃຕ້ການເປັນປະທານຂອງ ທ່ານ ເຫລື່ອມ ຍົງວົງສິດທິ ຫົວໜ້າກົມການຄ້າພາຍໃນ … Continue reading

ໂດຍ: Bounam chittanavong ວັນທີ 4 Aug, 2014 ເວລາ 04:14 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
lao thai 1  1-8-2014

ກົມ​ສົ່ງ​ເສີມ ​ແລະ ພັດທະນາ​ສິນຄ້າ, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ (ກະຊວງ ອຄ) ຮ່ວມ​ກັບ​ກົມ​ສົ່ງ​ເສີມ​ກາ​ນຄ້າ​ລະຫວ່າງ​ປະ​ເທດ, ກະຊວງ​ພານິດ ​ແຫ່ງ​ຣາຊະ​ອານາ​ຈັກ​​ໄທ ​ໄດ້​ເປີດ​ງານ​ວາງ​ສະ​ແດງ​ສິນຄ້າ​ລາວ-​ໄທ ປະຈຳ​ປີ 2014 ພາຍ​ໃຕ້​ຫົວ​ຂໍ້ Lao-Thai trade Exhibition/Thailand Week 2014 ​ໃນ​ລະຫວ່າງ​ວັນ​ທີ 30 ກໍລະກົດ-3 ສິງຫາ 2014 ຂຶ້ນທີ່ ສູນ​ການ​ຄ້າ​ລາວ-​ໄອ​ເຕັກ ນະຄອນຫຼວງວຽງຈັນ ​ເພື່ອ​ສ້າງ​ໂອກາດ​ດ້ານ​ການ​ຄ້າ ​ແລະ ສ້າ​ງພາບ​ລັກ​ລະຫວ່າງ​ຜູ້​ຊື້-ຜູ້​ຂາຍ ​ໂດຍ​ມີ​ຜູ້​ປະກອບ​ການ​ລາວ-​ໄທ ​ເຂົ້າຮ່ວມ 213 ບໍລິສັດ ມີ​ຈຳ​ນວນ​ຫ້ອງ​ວາງສະ​ແດງ​ທັງໝົດ 254 ຫ້ອງ. ພ້ອມ​ກັນນັ້ນຍັງມີ​ກອງ​ປະ​ຊຸມ​ສຳ​ມະ​ນາດ້ານວິ​ຊາ​ການ ​ແລະ … Continue reading

ໂດຍ: Bounam chittanavong ວັນທີ 4 Aug, 2014 ເວລາ 03:12 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
bunmi

ທ່ານ ບຸນ​ມີ ມະນີ​ວົງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ຊີ້​ແຈງ​ບັນຫາ​ຂອງ​ປະຊາຊົນ​ຜ່ານ​ສາຍ​ດ່ວນ​ສະພາ 156 ບັນຫາ​ການ​ຄຸ້ມ​ຄອງ​ຕະຫຼາດ​ເຊົ້າ ​ແລະ ຕະຫຼາດຂົວ​ດິນ​ທີ່​ມີ​ການ​ຂາຍ​ເຄື່ອງ​ຕາມ​ທາງ​ຢ່າ​ງຊະ​ຊາຍ​ພ້ອມ​ທັງ​ການ​ຈອດ​ລົດ​ບໍ່​ເປ​ັນລະບຽບອັນ​ກໍ່​ໃຫ້​ເກີດ​ການ​ຈໍລະ​ຈອນ​​ແອ​ອັດ ​ແລະ ບໍ່​ມີ​ຄວາມ​ເປັນ​ລະບຽບຮຽບຮ້ອຍ, ຕໍ່​ບັນຫາ​ດັ່ງກ່າວ ທ່ານ​ໃຫ້​ຄຳ​ຊີ້​ແຈງ​ວ່າ: ​ແມ່ນ​ຄວາມ​ຈິງ​ບໍ່​ສະ​ເພາະ​ແຕ່​ໃນ​ສະຖານ​ທີ່ໆປະຊາຊົນ​ສະ​ເໜີມາ​ທຸກໆຕະຫຼາດ ຫຼື ຕາມ​ສະຖານ​ທີ່​ອື່ນໆຕາມ​ສາທາລະນະ ​ແມ່ນ​ໄດ້​ມີ​ຄະນະ​ຄຸ້ມ​ຄອງ​ຈັດ​ສັນ​ຈາກ​ພາກສ່ວນ​ກ່ຽວຂ້ອງ​ບໍ່​ວ່າ​ຈະ​ເປັນ​ການ​ຄ້າຂາຍ​ໃນ ​ແລະ ນອກ​ຕະຫຼາດ, ການ​ຈັດ​ສັນ​ການ​ຈອດ​ລົດ, ການ​ຕິດ​ປ້າຍ​ຫ້າມ​ຂາຍ​ເຄື່ອງ, ປ້າຍ​ກາ​ນສັນຈອນ​ໃນ​ສະຖານ​ທີ່​ຕ້ອງ​ຫ້າມ ພ້ອມ​ດຽວກັນນັ້ນ, ກໍ່​ຍັງ​ມີ​ພະນັກງານ​-​ເຈົ້າໜ້າທີ່​ກ່ຽວຂ້ອງ​ອື່ນໆ​ໄດ້​ຕິດຕາມ ​ແລະ ຄຸ້ມ​ຄອງ ​ແຕ່​ກໍ່​ຍັງ​ມີ​ການລະ​ເມີດ ​ເຊິ່ງບັນຫາ​ດັ່ງ​ກ່າວ​ຕ້ອງ​ອາ​ໄສຫຼາຍພາກສ່ວນ​ເປັນ​ເຈົ້າການ​ນຳ​ກັນ. ການ​ປະຕິບັດ​ຜ່ານ​ມາ ກະຊວງ ອຄ ​ໄດ້​ເຮັດ​ພາລະ​ບົດບາດ​ຄຸ້ມ​ຄ​ອງມະຫາ​ພາກ​ຕາມ​ລະບຽບກົດໝາຍ ​ແລະ ນິຕິ​ກຳ​ຕ່າງໆ ສ່ວນ​ການ​ຄຸ້ມ​ຄອງ​ການ​ຄ້າຂາຍ​ຢູ່​ຕະຫຼາດຕົວ​ຈິງ​ນັ້ນ ​ໄດ້​ແບ່ງ​ການ​ຄຸ້ມ​ຄອງ​ໃຫ້​ແກ່​ພະ​ແນ​ກການ​ຄ້າ​ນະຄອນຫຼວງ, ​ແຂວງ ​ແລະ … Continue reading

ໂດຍ: Bounam chittanavong ວັນທີ 4 Aug, 2014 ເວລາ 03:59 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
download

ໃນລະຫວ່າງດຳເນີນກອງປະຊຸມສະໄໝສາມັນ­ເທື່ອທີ 7 ສະພາແຫ່ງຊາດຊຸດທີ VII ມີປະຊາຊົນທັງພາຍໃນ ແລະ ຕ່າງປະເທດ ໃຫ້ຄວາມ ສົນໃຈໃນຫລາຍບັນຫາທີ່ກ່ຽວຂ້ອງກັບບັນດາກະຊວງຕ່າງໆ ເຊິ່ງໄດ້ສົ່ງຄວາມຄິດເຫັນຜ່ານ­ໂທລະສັບສາຍດ່ວນ ຂອງກອງປະຊຸມດັ່ງກ່າວ ໂດຍສະ ເພາະໃນມື້ສຸດທ້າຍຂອງກອງປະຊຸມ ວັນທີ 25 ເດືອນກໍລະກົດ ປີ 2014 ທ່ານ ບຸນມີ ມະນີວົງ ລັດຖະມົນຕີຊ່ວຍວ່າການກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຕາງໜ້າໃຫ້ກະຊວງດັ່ງກ່າວຊີ້ແຈງ ແລະ ແກ້ຂໍ້ຂ້ອງໃຈ ຂອງປະຊາຊົນ ກ່ຽວກັບບັນຫາຢາງພາລາຢູ່ແຂວງຫລວງນ້ຳທາ ຕົກຕ່ຳມີຜົນ ກະທົບຕໍ່ການຜະລິດ ແລະ ລາຍຮັບ.ຕໍ່ກັບບັນຫາດັ່ງກ່າວ ທ່ານ ບຸນມີ ມະນີວົງ ຊີ້ແຈງວ່າ: ສາເຫດຂອງຢາງພາລາຕົກຕ່ຳໃນໄລຍະນີ້ ເກີດຈາກການຜະລິດມີຫລາຍກວ່າຄວາມຕ້ອງການ ຂອງຕະຫລາດໂລກ ໂດຍສະເພາະແມ່ນການ … Continue reading

ໂດຍ: Bounam chittanavong ວັນທີ 25 Jul, 2014 ເວລາ 10:08 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
???????????????????????????????

ໃນ​ຕອນ​ບ່າຍ​ຂອງວັນ​ທີ 23 ກໍລະກົດ 2014 ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ​ ໄດ້​ຈັດ​ກອງ​ປະຊຸມ​ເຜີຍ​ແຜ່​ດໍາ​ລັດ ວ່າ​ດ້ວຍ​ການ​ແຈ້ງ​ຊັບ​ສິນ ​ແລະ​ ລາຍ​ຮັບ​ຂອງ​ພະນັກງານ-​ລັດຖະກອນ ​ ​ໂດຍ​ການ​ເປັນ​ປະທານ ຂອງ​ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກໍາ ​ແລະ ກາ​ຄ້າ ​ເຊິ່ງມີ​ບັນດາ​ຫົວໜ້າ​ກົມ, ຮອງ​ຫົວໜ້າກົມ, ຫົວໜ້າ​ພະ​ແນ​ກ, ຮອງ​ຫົວໜ້າພະ​ແນ​ກ ​ແລະ ພະນັກງານ​ທີ່​ຮຽນ​ຈົບ​ປະລິນຍາ​ເອກອ້ອມ​ຂ້າງ​ກະຊວງ ອ.ຄ ​ເຂົ້າ​ຮ່ວມ. ທ່ານ ລັດຖະມົນຕີວ່າການ​ໄດ້​ກ່າວ​ບາງ​ຕອນ​ວ່າ: ດໍາລັດ​ສະບັບ​ນີ້​ກໍານົດ​ຫຼັກການ, ລະບຽບ​ການ ​ແລ​ະ ມາດ​ຕະການ ກ່ຽວ​ກັບ​ການ​ແຈ້ງ​ຊັບ​ສິນ ​ແລະ ລາຍ​ຮັບ​ຂອງ​ພະນັກງານ-​ລັດຖະກອນ, ທະຫານ, ຕໍາຫຼວດ ທີ່​ສັງກັດ​ຢູ່​ໃນ​ກົງຈັກ​ການຈັດ​ຕັ້ງ​ຂອງ​ພັກ​-ລັດຖະບານ, … Continue reading

ໂດຍ: Bounam chittanavong ວັນທີ 25 Jul, 2014 ເວລາ 10:00 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
assembly

ພາຍຫຼັງທີ່​ກະຊວງ​ການ​ເງີິນ​ໄດ້ສະ​ເໜີຕໍ່ສະພາ​​ແຫ່ງ​ຊາດ​ກ່ຽວກັບ​ກົດໝາຍ​ວ່າ​ດ້ວຍ​ອາກອນ​ມູນ​ຄ່າ​ເພີ່ມ​ເຄື່ອງ​ຈັກ, ວັດຖຸ​ອຸປະກອນ ​ແລະ ພາຫະນະ​ການ​ຜະລິດ ທີ່ເປັນ​ຜະລິດ​ຕະພັນ​ພາຍ​ໃນ ​ແລະ ນໍາ​ເຂົ້າ​ຈາກ​ຕ່າງປະ​ເທດ​ເຊິ່ງຈະ​ເຮັດ​ໃຫ້​ຕົ້ນ​ທຶນ​ການ​ຜະລິດ​ໃນ​ຂະ​ແໜງ​ການ​ຕ່າງໆ​ຕໍ່າ​ລົງ ​ ໃນ​ຕອນ​ເຊົ້າ​ ວັນ​ທີ23 ກໍລະກົດ 2014 ຜ່ານ​ມາ ທ່ານ ບຸນ​ໂຈມ ອຸບົນ​ປະ​ເສີດ ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນໄດ້ ​ສະ​ເໜີ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ອາກອນ​ມູນ​ຄ່າ​ເພີ່ມ​ສະບັບປັບປຸງ​ຕໍ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ່ 7 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ່ VII ​ເພື່ອ​ໃຫ້​ສອດຄ່ອງ​ກັບ​ສະພາບ​ການ​ປ່ຽນ​ແປງຂອງ​ເສດຖະກິດ​ພາຍ​ໃນ, ຫຼຸດ​ຜ່ອນການ​ເກັບອາກອນ​ມູນ​ຄ່າ​ເພີ່ມ, ລາຍການ​ບັນຊີ​ທີ່​ພົວພັນ​ເຖີງຂະ​ບວນການ​ຜະລິດ​ ​ເພື່ອ​ຫຼຸດ​ຕົ້ນ​ທຶນ​ລົງ ພ້ອມ​ທັງ​ໃຫ້​ສອດຄ່ອງ​ກັບ​ລະບຽບ​ການ​ຂອງ​ອົງການ​ການ​ຄ້າ​ໂລກ ​ແລະ ​ເປັນ​ການກຽມຄວາມ​ພ້ອມ​​ເຂົ້າ​ ປະຊາ​ຄົມ​​ເສດຖະກິດ​ອາ​ຊຽນ​ໃນ​ທ້າຍ​ປີ 2015 ທີ່​ຈະ​ມາ​ເຖິງ​ນີ້ ຮ່າງ​ກົດໝາຍ​ສະບັບ​ປັບປຸງ​ໃໝ່ ​ໃນ​ມາດຕາ 16 ມີ​ການ​ປັບປຸງ​ຄື​: ໄດ້​ລະບຸ​ໄວ້​ຊັດ​ເຈນກ່ຽວ​ກັບ​ການ​ກຳຈັດ​ອັດ​ຕາການ​ເກັບ​ອາກອນ​ມູນ​ຄ່າ​ເພີ່ມ​ໃນ​ບາງ​ລາຍການ​ສີນ​ຄ້າ​ໃຫ້​ເຫຼືອ 0% ​ໄດ້​ແກ່: ວັດຖຸ​ອຸປະກອນ, ​ເຄຶ່ອງຈັກ … Continue reading

ໂດຍ: Bounam chittanavong ວັນທີ 18 Jul, 2014 ເວລາ 01:10 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_2915

ພິທີເປີດບັ້ນແຂ່ງຂັນ 4 ບຸກຂອງຊາວໜຸ່ມກະຊວງອຸດສາຫະກຳ ແລະ ການຄ້າ (ອຄ)ໄດ້ຈັດຂື້ນໃນວັນທີ 16 ກໍລະກົດ 2014 ທີ່ຫ້ອງປະຊຸມໃຫຍ່ກະຊວງ ອຄ ພາຍໃຕ້ການເປັນປະທານຂອງທ່ານ ນາງ ເຂັມມະນີ ພົນເສນາ ເລຂາຄະນະພັກກະຊວງ ລັດຖະມົນຕີວ່າການກະຊວງ ອຄ, ທ່ານ ດຣ. ວິໄລວົງ ບຸດດາຄຳ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ຊປປລ), ທ່ານ ສົມລົງ ໂພຄຳເມືອງແສງ ເລຂາຊາວໜຸ່ມກະຊວງ ອຄ ມີຫົວໜ້າກົມສະມາຊິກກຊາວໜຸ່ມທົ່ວກະຊວງ ອຄ ເຂົ້າຮ່ວມ. ທີ່ປະຊຸມໄດ້ນຳເອົາແນວທາງ 4 ບຸກຄື: ບຸກດ້ານແນວຄິດ, ບຸກດ້ານການຝຶກຝົນຫຼໍ່ຫຼອມ, ບຸກດ້ານການກໍ່ສ້າງດ້ານການຈັດຕັ້ງ ແລະ ບຸກດ້ານວິຊາຊີບ-ສ້າງວຽກເຮັດງານທຳ. … Continue reading

ໂດຍ: Bounam chittanavong ວັນທີ 18 Jul, 2014 ເວລາ 01:17 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_2059

ໃນວັນທີ 17 ກໍລະກົດ 2014 ທີ່ ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ ໄດ້ມີພິທີເປີດສູນປະເມີນ ຜົນກະທົບຂອງຮ່າງນິຕິກໍາທີ່ກະຊວງຍຸຕິທໍາ ເພື່ອຊ່ວຍຊຸກຍູ້ການເຕີບໂຕຂອງພາກເອະກະຊົນ ແລະ ວິສາຫະກິດຂະ ໜາດນ້ອຍ ແລະ ກາງ ແລະ ປັບປຸງຄວາມອາດສາມາດໃນການແຂງຂັນຂອງເສດຖະກິດລາວ, ໂດຍສູນດັ່ງກ່າວຈະຊ່ວຍ ບັນດາອົງການຂອງລັດທີ່ກ່ຽວຂ້ອງໃນການເຮັດບົດປະເມີນຜົນກະທົບຂອງຮ່າງນິຕິກໍາຕໍ່ທຸລະກິດ, ສ່ວນບຸກຄົນ ແລະ ຕໍ່ ລັດຖະບານ ໂດຍຈະມີການໃຫ້ຄໍາແນະນໍາ, ການຝຶກອົບຮົມ ແລະ ການສ້າງຄວາມຮັບຮູ້ກ່ຽວກັບວຽກງານປະເມີນ ຜົນກະທົບຂອງຮ່າງນິຕິກໍາໃນ ສປປ ລາວ. ພິທີດັ່ງກ່າວໃຫ້ກຽດເປັນປະທານໂດຍ ທ່ານ ນາງ ເຂັມມະນີ ພົນເສນາ ລັດ ຖະມົນຕີວ່າການກະຊວງອຸດສາຫະກໍາ ແລະ ການຄ້າ ແລະ … Continue reading

ໂດຍ: Bounam chittanavong ວັນທີ 4 Jul, 2014 ເວລາ 08:42 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
Photos03July2014

ງານວາງສະແດງສິນຄ້າລາວຫວຽດນາມ 2014 ໄດ້ເປີດຂື້ນຢ່າງເປັນທາງການໃນວັນທີ03 ກໍລະກົດ 2014 ໂດຍການໃຫ້ກຽດເປັນປະທານເປີດຮ່ວມຂອງທ່ານ ສຽວສະຫວາດ ສະແຫວງສຶກສາ ລັດຖະມົນຕີຊ່ວຍວ່າການ ກະຊວງອຸດສາຫະກຳ ແລະ ການຄ້າລາວ ແລະ ທ່ານ ຫວຽນເກີ່ມຕູ ລັດຖະມົນຕີຊ່ວຍວ່າການ ກະຊວງອຸດສາຫະກຳ ແລະ ການຄ້າ ນອກນີ້ຍັງມີຕາງໜ້າຈາກພາກລັດ, ເອກະຊົນ, ອົງການຈັດຕັ້ງສາກົນ, ທຸຕານຸທູດ ແລະ ຊື່ມວນຊົນເຂົ້າຮ່ວມໃນພິທີເປີດ. ຈຸດປະສົງຂອງງານຄັ້ງນີ້ກໍ່ແມ່ນເພື່ອເປັນການສົ່ງເສີມການຮ່ວມມືທາງດ້ານການຄ້າ,ການລົງທຶນຂອງສອງປະເທດສະນັ້ນງານວາງສະແດງກໍ່ເປັນເວທີຫນຶ່ງທີ່ສ້າງໂອກາດໃຫ້ພາກທຸລະກິດຂອງສອງປະເທດໄດ້ແລກປ່ຽນຂໍ້ມູນຂ່າວສານເພື່ອຍົກລະດັບຄຸນນະພາບສິນຄ້າຂອງພາກທຸລະກິດທັງສອງປະເທດ ແລະ ສ້າງເງື່ອນໄຂໃຫ້ທຸລະກິດຊອກຫາຄູ່ຄ້າຮ່ວມກັນເພື່ອສ້າງຖານການຄ້າໃຫ້ນັບມື້ກວ້າງຂວາງຂື້ນ. ທັງເປັນການກະຕຸ້ນໃຫ້ພາກທຸລະກິດໄດ້ຮັບຮູ້ນະໂຍບາຍເຊື່ອມໂຍງສູ່ພາກພື້ນ ແລະ ສາກົນເພື່ອກະກຽມຄວາມພ້ອມໃນການເປັນປະຊາຄົມເສດຖະກິດອາຊຽນໃນປີ 2015. ຫົວໜ່ວຍທຸລະກິດທີ່ເຂົ້າຮ່ວມງານວາງສະແດງປີນີ້ມີຈຳນວນເພີ່ມຂື້ນລວມທັງໝົດ 350 ຫ້ອງ, ໃນນັ້ນທຸລະກິດລາວມຈໍານວນ 230 ຫ້ອງ ແລະ ທຸລະກິດຫວຽດນາມມີຈຳນວນ … Continue reading