ໃນວັນທີ 7 ສີງຫາ 2024 ຜ່ານມາ, ກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ແລະ ສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ໄດ້ມີກອງປະຊຸມພົບປະສອງຝ່າຍ ເພື່ອແລກປ່ຽນຄຳຄິດຄຳເຫັນ ແລະ ເພີ່ມທະວີການຮ່ວມມື ກໍ່ຄືການປະກອບສ່ວນໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ. ໃນທ່າມກາງບັນຍາກາດແຫ່ງຄວາມສະມັກຄີ, ມິດຕະພາບ, ດ້ວຍຄວາມຮັບຜິດຊອບສູງ ແລະ ພ້ອມກັນຮ່ວມມືພັດທະນາ, ບົນພື້ນຖານການປຶກສາຫາລື ໃນກອງປະຊຸມຄັ້ງນີ້ ຝ່າຍລາວ ນໍາໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ … Continue reading →
ສະຫະພັນແມ່ຍິງ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ ໃນວັນທີ 8 ສິງຫາ 2024 ທີ່ ໂຮງແຮມ ຄາວພາຊ້າ ເຂົ້າຮ່ວມຂອງທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງ ອຄ, ທ່ານ ແຟຼງ ທີບີທ້ານ ຫົງໜ້າໂຄງການ COMPETE II, ທ່ານ ນາງ ສົມໝາຍ ພົມມຸນິວົງ ປະທານສະຫະພັນແມ່ຍິງ ກະຊວງ ອຄ, ມີຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ, ບັນດາທ່ານຫົວໜ້າ, ຮອງຫົວໜ້າກົມ, ຫ້ອງການ, … Continue reading →
ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສະຖາບັນຄົ້ນຄວ້າເສດຖະກິດອາຊຽນ ແລະ ອາຊີຕາເວັນອອກ (ERIA) ໄດ້ຈັດກອງປະຊຸມສຳມະນາເຜີຍແຜ່ຜົນການຄົ້ນຄວ້າ ໃນວັນທີ 02 ສິງຫາ 2024 ທີ່ນະຄອນຫລວງ ວຽງຈັນ ຜົນການຄົ້ນຄວ້າແມ່ນເພື່ອປະກອບສ່ວນໃນການສ້າງແຜນພັດທະນາຂະແໜງອຸດສາຫະກຳ ແລະ ການຄ້າ ໄລຍະ 5 ປີ (2025-2030). ກອງປະຊຸມໄດ້ຮັບກຽດເຂົ້າຮ່ວມເປັນປະທານເປີດກອງປະຊຸມໂດຍ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ໄດ້ຮັບການຊີ້ນໍາກອງປະຊຸມໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ເທສຸຍາ ວາຕານາເບ … Continue reading →
ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ, ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ແລະ ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ສສ ຫວຽດນາມ ຮ່ວມກັນຈັດງານສະແດງສິນຄ້າ ລາວ-ຫວຽດນາມ ປະຈໍາປີ 2024 “Viet-Lao Trade Fair 2024” ຄັ້ງທີ 14, ຂຶ້ນໃນວັນທີ 25 ກໍລະກົດນີ 2024 ທີ່ສູນການຄ້າລາວ-ໄອເຕັກ, ນະຄອນຫຼວງວຽງຈັນ; ໃຫ້ກຽດເປັນປະທານຕັດແຖບຜ້າເປີດງານ ຝ່າຍລາວ: ທ່ານ ປອ. ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ … Continue reading →
ກະຊວງອຸດສາຫະກໍາ ແລະ ການຄ້າ ຈັດຝຶກອົບຮົບການກະກຽມ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ວັນທີ 25 ກໍລະກົດ 2024, ທີ່ກະຊວອຸດສາຫະກໍາ ແລະ ການຄ້າ ເປັນປະທານ ຂອງ ສະຫາຍ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານກພັກ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະຫາຍ ນ ຈັນສຸກ ແສງພະຈັນ, ເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີ ອຄ, ຄະນະປະຈໍາພັກ, ສະຫາຍ ຄໍາປ່ຽນ ແກ້ວສໍລະສິງ ກໍາມະການຄະນະພັກ, ຫົວໜ້າກົມກົງຈັກການຕັດຕັ້ງ ແລະ … Continue reading →
ກະຊວງອຸດສາຫະກຳ ແລະ ການຄ້າ ປິດຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ 3 ເດືອນ ຊຸດທີ I ປະຈໍາປີ 2024 ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ໃນວັນທີ 19 ກໍລະກົດ 2024. ໃຫ້ກຽດເປັນປະທານຮ່ວມ ຂອງສະຫາຍ ນາງ ຈັນສຸກ ແສງພະຈັກ ຮອງເລຂາຄະນະພັກກະຊວງອຸດສາຫະກຳ ແລະ ການຄ້າ, ສະຫາຍ ນາງ ບຸນມີ ຈຸນລະຈັກ ຮອງເລຂາຄະນະພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີບັນດາສະຫາຍ ຄະນະປະຈຳພັກກະຊວງ, ເລຂາໜ່ວຍພັກ, ບັນດາສະຫາຍແຂກສອງພາກສ່ວນກ່ຽວຂ້ອງ ແລະ ນັກສໍາມະນາກອນ … Continue reading →
ຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຈັດຕັ້ງຂະບວນການ ວາງສະແດງ ແລະ ຂາຍສິນຄ້າ ສ້າງຄວາມເຂັ້ມແຂງໃຫ້ສະມາຊິກແມ່ຍິງ ກະຊວງອຸດສາຫະກໍາ ແລະ ການຄ້າ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ (ວັນທີ 20 ກໍລະກົດ 1995 – 20 ກໍລະກົດ 2024) ທີກະຊວງອຸດສາຫະກໍາ ແລະ ການຄ້າ ໃຫ້ກຽດເຂົ້າຮ່ວມງານຂອງທ່ານ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຄ, ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງ … Continue reading →
ວັນທີ 18 ກໍລະກົດ 2024 ທີ່ກະຊວງອຸດສາັະກໍາ ແລະການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນ ຕີກະຊວງ ອຄ ຕ້ອນຮັບການເຂົ້າຢ້ຽມອໍາລາຂອງທ່ານ ນ. ອິນາ ມາຈູລໍນິແຕ Ms. Ina MARCIULIONYTE, ເອກອັກຄະລັດຖະທູດ ແຫ່ງສະຫະພາບເອີຣົບ ປະຈໍາ ສປປ ລາວ ມີທ່ານຫົວໜ້າຫ້ອງການ, ຫົວໜ້າກົມ, ຄະນະກົມ ພ້ອມດ້ວຍພະນັກງານທັງສອງພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ຈຸດປະສົງແມ່ນເພື່ອເຂົ້າຢ້ຽມຂ່ໍານັບອໍາລາ ໃນໂອກາດສໍາເລັດໜ້າທີ່ການທູດຢູ່ ສປປ ລາວ ແລະ ເພື່ອລາຍງານຄວາມຄືບໜ້າໃຫ້ທ່ານລັດຖະມົນຕີກະຊວງ ອຄ ຊາບກ່ຽວກັບການຈັດຕັ້ງປະຕິບັດໂຄງການໃໝ່ໃນປີ 2025 ແລະ ເພື່ອແຈ້ງໃຫ້ຊາບກ່ຽວກັບ EU … Continue reading →
ວັນທີ 15 ກໍລະກົດ 2024 ຜ່ານມາ ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ ກະຊວງອຸດສາຫະກໍາ ແະ ການຄ້າ ຈັດພິທີ ທຳລາຍສິນຄ້າທີ່ລອກຮຽນແບບ ແລະ ລະເມີດເຄື່ອງໝາຍການຄ້າ ປະເພດເຄື່ອງສໍາອາງ ຄລີມທາຜິວ ເຂົ້່າຮ່ວມພິທີທຳລາຍ ຂອງ ທ່ານ ພູວຽງ ພົງສາ ຫົວໜ້າກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ, ມີຄະນະກົມ, ຄະນະພະແນກ ພ້ອມດ້ວຍວິຊາການ ກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮວມ. … Continue reading →
ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມຮັບຜິດຊອບເສົາຄໍ້າເສດຖະກິດອາຊຽນ ໄດ້ເປັນເຈົ້າພາບ ແລະ ເປັນປະທານກອງປະຊຸມເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ ທັງໝົດ 14 ກອງປະຊຸມ ປະກອບດ້ວຍ ກອງປະຊຸມເຈົ້າໜ້າທີ່ອາວຸໂສເສດຖະກິດປະເທດ CLMV ຄັ້ງທີ 27, ກອງປະຊຸມເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ ຄັ້ງທີ 3/55 (SEOM), ກອງປະຊຸມປຶກສາຫາລືລະຫວ່າງເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ ແລະ ຄູ່ຮ່ວມເຈລະຈາຄື: ສປ ຈີນ, ສ. ເກົາຫຼີ, ຍີ່ປຸ່ນ, ອາຊຽນ+3, ຮົງກົງ, ອິນເດຍ, ອົດສະຕາລີ-ນິວຊີແລນ, ສະຫະພາບເອີຣົບ, ຣັດເຊຍ, ອັງກິດ, ການາດາ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສເສດຖະກິດອາຊີຕາເວັນອອກ ເຊິ່ງເລີ່ມແຕ່ວັນທີ 09 ກໍລະກົດ … Continue reading →