ໃນວັນທິີ 17 ຕຸລາ 2023, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຮ່ວມກັບ ກອງເລຂາອາຊຽນ ແລະ ອົງການຊັບສິນທາງປັນຍາໂລກ ໄດ້ຮ່ວມກັນຈັດກອງປະຊຸມ ລະດົມຄວາມຄິດ ເພື່ອສ້າງແຜນປະຕິບັດງານການຮ່ວມມືດ້ານ ຊັບສິນທາງປັນຍາອາຊຽນ 10 ປີ (2026-2035) ແລະ ເພື່ອຍົກລະດັບສັນຍາຂອບວຽກອາຊຽນວ່າດ້ວຍ ການຮ່ວມມືດ້ານຊັບສິນທາງປັນຍາ, ໃນລະຫວ່າງວັນທີ 17-20 ຕຸລາ 2023 ທີ່ໂຮງແຮມເມືອງແທ້ງ, ນະຄອນຫຼວງວຽງຈັນ, ສປປ ລາວ ໂດຍການເປັນປະທານຂອງ ທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ, ອຄ ແລະ ມີຜູ້ຕາງໜ້າຈາກ ອົງການຊັບສິນທາງປັນຍາໂລກ, … Continue reading →
ໃນວັນທີ 16 ຕຸລາ 2023, ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ, ລະຫວ່າງ ສະຖາບັນອຸດສາຫະກໍາ ແລະ ການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ແລະ ມູນນິທິເອເຊຍ ປະຈໍາ ສປປ ລາວ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ MOU ພາຍໃຕ້ໂຄງການ “ການສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງເສດຖະກິດຂັ້ນແຂວງ ໂດຍສານຕໍ່ຂໍ້ລິເລີ່ມ ການອໍານວຍຄວາມສະດວກຂັ້ນແຂວງຕໍ່ກັບການຄ້າ ແລະ ການລົງທຶນ” ມີທ່ານ ພຸດທະວັນ ນັນທະວົງ ຫົວໜ້າກົມກວດກາ, ກະຊວງ ອຄ, ທ່ານ ປອ ແກ້ວມໍລະກົດ ສິດລາກອນ ຫົວໜ້າ ສະຖາບັນອຸດສາຫະກໍາ … Continue reading →
ໃນຕອນເຊົ້າຂອງວັນທີ 16 ຕຸລາ 2023 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ. ກົມມາດຕະຖານ ແລະ ວັດແທກ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີຖະແຫຼງຂ່າວສະເຫຼີມສະຫຼອງ ວັນມາດຕະຖານໂລກ 14 ຕຸລາ 2023 ຄົບ 76 ປີ. ໂດຍໃຫ້ກຽດເປັນປະທານ ແລະ ຖະແຫຼງຂ່າວ ໂດຍ ທ່ານ ນາງ ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍບັນດາກົມ, ຫ້ອງການ ແລະ ສະຖາບັນພາຍໃນກະຊວງ ເຂົ້າຮ່ວມ. ຈຸດປະສົງຂອງການສະເຫຼີມສະຫຼອງ ວັນມາດຕະຖານໂລກ … Continue reading →
ໃນວັນທີ 12 ຕຸລາ 2023, ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໄດ້ຈັດພິທີ ປະກາດຍົກຍ້າຍ, ແຕ່ງຕັ້ງ ຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງ ແລະ ຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງອັດຕະປື ຜູ້ໃໝ່, ໂດຍການປະທານຂອງ ທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງແຂວງອັດຕະປື, ມີພະນັກງານ ການນໍາ ພາກສ່ວນກ່ຽວຂ້ອງຂອງແຂວງເຂົ້າຮ່ວມ. ໃນພິທີປະກາດການຍົກຍ້າຍ, ແຕ່ງຕັ້ງ ຫົວໜ້າພະແນກ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຜ່ານຂໍ້ຕົກລົງ ຂອງເຈົ້າແຂວງແຂວງອັດຕະປື ສະບັບເລກທີ 1328/ຈຂອປ, ລົງວັນທີ 11 … Continue reading →
ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມ ເປີດກວ້າງເພື່ອເຜີຍແຜ່ຂໍ້ມູນຂ່າວສານ ກ່ຽວກັບການນໍາເຂົ້າ-ສົ່ງອອກ, ຜ່ານແດນ, ເຄື່ອນຍ້າຍ ແລະ ຂົນສົ່ງສິນຄ້າ ຜ່ານທາງລົດໄຟລາວ-ຈີນ, ຈຸດປະສົງເພື່ອໃຫ້ທຸກພາກສ່ວນຮັບຮູ້ ແລະ ເຂົ້າເຖິງຂໍ້ມູນກ່ຽວກັບການບໍລິການຂົນສົ່ງສິນຄ້າຜ່ານທາງລົດໄຟລາວ-ຈີນ ແລະ ແນໃສ່ເຮັດໃຫ້ການນຳເຂົ້າ-ສົ່ງອອກ, ຜ່ານແດນ, ເຄື່ອນຍ້າຍ ແລະ ຂົນສົ່ງ ສິນຄ້າ ຜ່ານທາງລົດໄຟລາວ-ຈີນ ຫຼາຍຂຶ້ນ ແລະ ໝູນໃຊ້ສິ່ງອໍານວຍຄວາມສະດວກດັ່ງກ່າວ, ເພື່ອເພີ່ມຄວາມສາມາດໃນການແຂ່ງຂັນດ້ານການຄ້າ ຂອງ ສປປ ລາວ ກັບ ປະເທດເພື່ອນບ້ານ, ພາກພື້ນ ແລະ ສາກົນ. ກອງປະຊຸມຈັດຂື້ນໃນວັນທີ 13 ຕຸລາ 2023, ທີ່ຫ້ອງປະຊຸມໃຫຍ່ກະຊວງ … Continue reading →
ກົມການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມຄະນະຊີ້ນໍາວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ຄັ້ງທີ່ 05 (ຕາມຂໍ້ຕົກລົງ126/ນຍ ຄັ້ງທີ່ 02) ແບບເຊິ່ງໜ້າ ແລະ ທາງໄກ ຂື້ນໃນວັນທີ 3 ຕຸລາ 2023 ທີ່ກະຊວງ ອຄ ໃຫ້ກຽດເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫັວນ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຂັ້ນສູນກາງມີບັນດາທ່ານຮອງລັດຖະມົນຕີ, ຫົວໜ້າກົມ ກ່່ຽວຂ້ອງ ແລະ ຂັ້ນທ້ອງຖິ່ນມີ ບັນດາຮອງເຈົ້າແຂວງ ແລະ ບັນດາພະແນກອຸດສາຫະກໍາ ແລະ ການຄ້າແຂວງ, … Continue reading →
ໃນລະຫວ່າງວັນທີ 19-20 ກັນຍາ 2023, ທີ່ເມືອງ ວັງວຽງ, ແຂວງ ວຽງຈັນ, ກົມການນໍາເຂົ້າ ແລະ ສົ່ງອອກ (ກົມ ຂອ), ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໃນນາມເປັນກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ (ກຄອຄຂ.ສ) ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ໃຫ້ແກ່ກອງເລຂາ ແລະ ໜ່ວຍງານອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນແຂວງ (ອນຄ.ສ) ທົ່ວປະເທດ ຄັ້ງທີ 1, ໃຫ້ກຽດເປັນປະທານ ໂດຍ ທ່ານ ປອ ມະໂນທອງ … Continue reading →
ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຮ່ວມກັບ ບໍລິສັດບໍລິສັດ ທິລລິກີ ແອນ ກິບບິນສ໌ ລາວຈໍາກັດ ໄດ້ຈັດກອງປະຊຸມສຳມະນາ ກ່ຽວກັບ ວຽກງານແກ້ໄຂຂໍ້ໍຂັດແຍ່ງຊັບສິນທາງປັນຍາ ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງໃນຂັ້ນຕອນການດຳເນີນການແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາ ໃຫ້ຫຼາຍຂື້ນ. ກອງປະຊຸມໄດ້ຈັດຂື້ນໃນລະຫວ່າງວັນທີ 21-22 ກັນຍາ 2023, ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນປະທານຮ່ວມຂອງ ທ່ານ ມາຄະ ຈັນທະລາ ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ດີໂນ້ ຊານຕາເນຍໂລ້ ຫົວໜ້າຫ້ອງການ ບໍລິສັດ ທິລລິກີ ແອນ ກິບບິນສ໌ ລາວຈໍາກັດ … Continue reading →
ລະຫວ່າງວັນທີ 20-21 ກັນຍາ 2023, ທີ່ຫ້ອງປະຊຸມ ນາປາກວາງ, ເມືອງແກ້ວອຸດົມ, ແຂວງວຽງຈັນ, ກົມກົດໝາຍ, ສະພາແຫ່ງຊາດ ຮ່ວມກັບ ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ), ຈັດກອງປະຊຸມກວດກາເນື້ອໃນຮອບດ້ານ ຮ່າງກົດໝາຍວ່າດ້ວຍທາງປັນຍາ (ສະບັບປັບປຸງ) ໂດຍໃຫ້ກຽດເປັນປະທານກອງປະຊຸມຂອງ ທ່ານ ສົມມາດ ພົລເສນາ, ຮອງປະທານສະພາແຫ່ງຊາດ. ໃນກອງປະຊຸມຄັ້ງນີ້ ມີທ່ານ ນ. ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ (ກອຄ), ທ່ານ ອໍາໄພ ຈິດມານົນ, ຮອງປະທານກໍາມາທິການກົດໝາຍ, ທ່ານ ກົງຈີ … Continue reading →
ໃນວັນທີ 18 ກັນຍາ 2023, ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມການນໍາເຂົ້າ ແລະ ສົ່ງອອກ ໄດ້ເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຂື້ນໂດຍການເປັນປະທານຂອງ ທ່ານ ນາງ ມະນີວອນ ວົງໄຊ, ຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ, ມີຄະນະກົມ, ຄະນະພະແນກ ພ້ອມດ້ວຍວິຊາການພາຍໃນກົມເຂົ້າຮ່ວມ. ທ່ານປະທານກອງປະຊຸມ ໄດ້ກ່າວວ່າ: ເພື່ອປະຕິບັດຕາມດຳລັດຂອງລັດຖະບານ ວ່າດ້ວຍການແຂ່ງຂັນແລະ ຍ້ອງຍໍ ສະບັບເລກທີ 116/ລບ, ລົງວັນທີ 22 ເມສາ 2019; ອີງຕາມ ເນື້ອໃນແຜນການຂໍ້ແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ … Continue reading →