ໃນລະຫວ່າງວັນທີ 27-31 ພຶດສະພາ 2024 ຜ່ານມາ, ພະເເນກອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ ໄດ້ລົງເຄື່ອນໄຫວ ຈັດຝຶກອົບຮົມ ກ່ຽວກັບວຽກງານຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ ໃຫ້ພະນັກງານ ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືືອງ ແລະ ຜູ້ປະກອບການ ຢູ່ 3 ເມືອງ ຄື: ເມືອງແບງ, ເມືອງຮຸນ ແລະ ເມືອງປາກແບງ, ໂດຍການເປັນປະທານຂອງ ທ່ານ ມະນີກອນ ກິດຕິວົງ ຫົວໜ້າຂະເເໜງຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ, ພະແນກ … Continue reading →
ສະຫະພັນກໍາມະບານກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມ ສະຫຼຸບຂະບວນການແຂ່ງຂັນ, ຢັ້ງຢືນ ແລະ ຮັບຮອງກໍາມະບານ 5 ເປັນເຈົ້າ ປະຈໍາປີ 2023 ຂອງສະຫະພັນກໍາມະບານກະຊວງ ອຄ ໃນວັນທີ 5 ມິຖຸນາ 2024 ທີ່ກະຊວງ ອຄ ໂດຍການເປັນປະທານຂອງສະຫາຍ ນາງ ຈັນສຸກ ແສງພະຈັນ ຮອງເລຂາຄະນະບໍລິຫານງານພັກ ກະຊວງ ອຄ, ຜູ້ຊີ້ນໍາສາມອົງການຈັດຕັ້ງມະຫາຊົນ, ຮອງລັດຖະມົນຕີກະຊວງ ອຄ ໂດຍມີຜູ້ເຂົ້າຮ່ວມຈາກຄະນະບໍລິຫານງານສະຫະພັນກໍາມະບານກະຊວງ ອຄ, ຕາງໜ້າສະຫະພັນ ແລະ ກໍາມະບານຮາກຖານ ທີ່ຂຶ້ນກັບສະຫະພັນກໍາມະບານກະຊວງ ອຄ ເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມ … Continue reading →
ໃນວັນທີ 4 ມິຖຸນາ 2024, ທີ່ໂຮງແຮມລາວພາຊ້າ, ນະຄອນຫລວງວຽງຈັນ, ໄດ້ກອງປະຊຸມໂຕະມົນ ກ່ຽວກັບເຂດການຄ້າເສລີ ອາຊຽນ-ອົດສະຕຣາລີ-ນູແວນເຊລັງ (AANZFTA) ຄົບຮອບ 15 ປີ ເປັນປະທານຮ່ວມໂດຍ ທ່ານ ປອ ມະໂນທອງ ວົງໄຊຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ , ທ່ານ ແດນ ແຣລດອນ ຮອງເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາ ສປປ ລາວ ແລະ ທ່ານ ເອດຣຽນ ກິລເປິດ ອໍານວຍການໂຄງການສົ່ງເສີມການຄ້າ ເພື່ອການພັດທະນາລະດັບພາກພື້ນ ມີຜູ້ຕາງໜ້າຈາກ ບັນດາກະຊວງ ແລະ ພາກທຸລະກິດກ່ຽວຂ້ອງເຂົ້າຮ່ວມ. ຈຸດປະສົງກອງປະຊຸມຄັ້ງນີ້ ແມ່ນເພື່ອປະເມີນການຈັດຕັ້ງປະຕິບັດສັນຍາ … Continue reading →
ວັນທີ 03 ມິຖຸນາ 2024 ທີ່ ຫ້ອງປະຊຸມໃຫຍ່ ຊັ້ນ 1 ຂອງກະຊວງອຸດສາຫະກໍາ ເເລະ ການຄ້າ ໄດ້ຈັດກອງປະຊຸມພົບປະ ເເລະ ປຶກສາຫາລື ລະຫວ່າງ ກະຊວງອຸດສາຫະກໍາ ເເລະ ການຄ້າ ເເລະ ກະຊວງກະສິກໍາ ເເລະ ປ່າໄມ້ ພາຍໃຕ້ການເປັນປະທານຮ່ວມ ລະຫວ່າງ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກໍາ ເເລະ ການຄ້າ ເເລະ ທ່ານ ຮສ. ປອ. ລິນຄໍາ ດວງສະຫວັນ, ລັດຖະມົນຕີ ກະຊວງກະສິກໍາ ເເລະ … Continue reading →
ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມກອງເລຂາຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ (ກຄອຄຂ.ສ ຫຼື ກອງເລຂາຂັ້ນສຸນກາງ) ໄດ້ຈັດກອງປະຊຸມກອງເລຂາຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ທົ່ວປະເທດ ຄັ້ງທີ 02 ຂື້ນໃນວັນທີ 31 ພຶດສະພາ 2024, ທີ່ ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ ໃຫ້ກຽດເປັນປະທານໂດຍ ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ຫົວໜ້າກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຈາກພາກລັດ ທັງສູນກາງ ແລະ … Continue reading →
ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ), ຮ່ວມກັບ ມະຫາວິທະຍາໄລແຫ່ງຊາດ (ມຊ), ຈັດງານສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ ປະຈໍາປີ 2024, ທີ່ ສະໂມສອນໃຫຍ່ ມຊ, ຂື້ນໃນວັນທີ 30 ພຶດສະພາ 2024, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ພຸດທະວັນ ນັນທະວົງ, ຫົວໜ້າກົມກວດກາ ກະຊວງອຸດສາຫະກໍາ ເເລະ ການຄ້າ ແລະ ທ່ານ ຮສ. ປອ ເດຊານຸລາດ ແສນດວງເດດ, ວ່າການແທນອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ມີບັນດາທ່ານຫົວໜ້າ, ຮອງຫົວໜ້າ, ຫ້ອງການ, ກົມ, ສະຖາບັນ ອ້ອມຂ້າງກະຊວງ … Continue reading →
ວັນທີ 28 ພຶດສະພາ 2024, ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມຜັນຂະຫຍາຍເນື້ອໃນຈິດໃຈຂອງກອງປະຊຸມວຽກງານກວດກາທົ່ວປະເທດປະຈຳປີ 2023, ຄາດໝາຍສູ້ຊົນ ປີ 2024 ແລະ ຕີລາຄາການຈັດຕັ້ງປະຕິບັດວຽກງານກວດກາພັກ-ລັດ ກະຊວງ ອຄ ປີ 2023 ແລະ ທິດທາງແຜນການ ປີ 2024 ໂດຍການເປັນປະທານ ຂອງ ທ່ານ ພຸດທະວັນ ນັນທະວົງ ຄະນະປະຈໍາພັກ, ປະທານຄະນະກວດກາພັກ, ຫົວໜ້າກົມກວດກາ ກະຊວງ ອຄ ມີຄະນະໝ່ວຍພັກບັນດາກົມກອງອ້ອມຂ້າງກະຊວງ, ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ບັນດາລັດວິສາຫະກິດ … Continue reading →
ວັນທີ 27 ພຶດສະພາ 2024 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຕ້ອນຮັບການເຂົ້າພົບປະຂອງທ່ານ ຢາງ ໂຢຊິງ, ຮອງປະທານ ສະຫະພັນອຸດສາຫະກຳ ແລະ ການຄ້າແຫ່ງ ສປ ຈີນ ພ້ອມດ້ວຍຄະນະໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ. ໂອກາດນີ້ທ່ານ ມະໄລທອງ ກົມມະສິດ ໄດ້ສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມເຮັດວຽກຢູ່ ລາວ ຂອງຄະນະຜູ້ແທນ ຈາກສະຫະພັນອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປ … Continue reading →
ວັນທີ 20 ພຶດສະພາ 2024 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດພິທີຖະແຫຼ່ງຂ່າວເນື່ອງໃນວັນວັດແທກໂລກ ຄົບຮອບ 149 ປີ ໃຫ້ກຽດຖະແຫຼງຂ່າວຂອງທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ຈຸດປະສົງ ຂອງການສະເຫຼີມສະຫຼອງ ວັນວັດແທກໂລກ ແມ່ນເພື່ອສ້າງຈິດສຳນຶກ ແລະ ຄວາມຮັບຮູ້ ໃຫ້ແກ່ທຸກຄົນໃນສັງຄົມ ເປັນຕົ້ນແມ່ນຜູ້ສ້າງລະບຽບການ ແລະ ຄຸ້ມຄອງ ວຽກງານການວັດແທກ, ຜູ້ປະກອບການ, ນັກທຸລະກິດ, ຜູ້ຜະລິດ, ຜູ້ຄ້າຂາຍ ແລະ ຜູ້ຊົມໃຊ້ທັງໝົດ ໄດ້ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບບົດບາດ ແລະ … Continue reading →
ວັນທີ 20 ພຶດສະພາ 2024 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຕ້ອນຮັບການເຂົ້າພົບປະຂອງທ່ານ ຫຼີ ປີງຈິນ ເຈົ້າແຂວງກຸ້ຍໂຈວ ສປ ຈີນ ພ້ອມດ້ວຍຄະນະໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ. ໂອກາດນີ້ທ່ານ ມະໄລທອງ ກົມມະສິດ ໄດ້ສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມເຮັດວຽກຢູ່ ລາວ ຂອງຄະນະຜູ້ແທນ ແຂວງກຸ້ຍໂຈວ ຄັ້ງນີ້ຈະເປັນການປະກອບສ່ວນເພີ່ມທະວີການພົວພັນຮ່ວມມືລະຫວ່າງ ລາວ-ຈີນ ໂດຍສະເພາະລະຫວ່າງລາວ ແລະ ແຂວງກຸ້ຍໂຈວ ເປັນຕົ້ນແມ່ນການຮ່ວມມືທາງດ້ານການຄ້າ ແລະ … Continue reading →