Author

ໂດຍ: Miss Phetpakai SISOMBOUN ວັນທີ 23 Feb, 2024 ເວລາ 05:34 PM | ແຍກຕາມຫມວດ ຂ່າວພາຍໃນ, ອື່ນໆ | % ຄຳເຫັນ 0 Comments
CCF_000072_page-0001

ລົງຂ່າວ: ເພັດປະກາຍ ສີສົມບູນ

ໂດຍ: Miss Phetpakai SISOMBOUN ວັນທີ 20 Feb, 2024 ເວລາ 06:41 PM | ແຍກຕາມຫມວດ ຂ່າວ, ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0143

  ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມຮັບຜິດຊອບເສົາຄໍ້າເສດຖະກິດອາຊຽນ ໄດ້ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີີ່ສະເພາະກິດລະດັບສູງ ເພືີ່ອການເຊືີ່ອມໂຍງເສດຖະກິດອາຊຽນ (HLTF-EI) ຄັ້ງທີ 45 ໃນລະຫວ່າງວັນທີ 20-21 ກຸມພາ 2024, ທີ່ ເມືອງວັງວຽງ, ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນຫົວໜ້າເຈົ້າໜ້າທີີ່ສະເພາະກິດລະດັບສູງ ເພືີ່ອການເຊືີ່ອມໂຍງເສດຖະກິດອາຊຽນ ຂອງ ສປປ ລາວ. ກອງປະຊຸມຄັ້ງນີ້ ມີບັນດາເຈົ້າໜ້າທີີ່ສະເພາະກິດລະດັບສູງ ເພືີ່ອການເຊືີ່ອມໂຍງເສດຖະກິດອາຊຽນ, ຕິມໍແລັດສເຕ (ໃນຖານະປະເທດສັງເກດການ), ທ່ານຮອງເລຂາທິການໃຫຍ່ອາຊຽນ ແລະ ບັນດາຄະນະຜູ້ແທນຈາກປະເທດສະມາຊິກອາຊຽນເຂົ້າຮ່ວມ. ໃນກອງປະຊຸມຄັ້ງນີ້ ຍັງໄດ້ມີການພົບປະລະຫວ່າງຄະນະເຈົ້າໜ້າທີ່ສະເພາະກິດລະດັບສູງເພື່ອການເຊື່ອມໂຍງເສດຖະກິດອາຊຽນ … Continue reading

ໂດຍ: Miss Phetpakai SISOMBOUN ວັນທີ 20 Feb, 2024 ເວລາ 09:51 AM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ, ຂ່າວ | % ຄຳເຫັນ 0 Comments
9

               ສະຖາບັນອຸດສາຫະກໍາ ແລະ ການຄ້າ, ກະຊວງ ອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ລະດົມຄຳຄິດເຫັນຕໍ່ກັບການຄົ້ນຄວ້າໃນຫົວຂໍ້: “ການປະເມີນຄວາມພ້ອມຂອງທຸລະກິດລາວ ກ່ອນ ສປປ ລາວ ອອກຈາກສະຖານະພາບປະເທດດ້ອຍພັດທະນາປີ 2026 (Least Developed Countries – LDCs) ”, ໃນຕອນເຊົ້າ ຂອງວັນທີ 16 ກຸມພາ 2024 ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໂດຍໃຫ້ກຽດການເປັນປະທານຂອງທ່ານ ບຸນເຖິງ … Continue reading

ໂດຍ: Miss Phetpakai SISOMBOUN ວັນທີ 16 Feb, 2024 ເວລາ 03:42 PM | ແຍກຕາມຫມວດ ຂ່າວພາຍໃນ, ຂ່າວ | % ຄຳເຫັນ 0 Comments
IMG_0001

                     ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານການກະກຽມກອງປະຊຸມໃຫຍ່ ສະຫະພັນແມ່ຍິງກະຊວງອຸດສາຫະກຳ ແລະ ການຄ້າ ໃນຕອນເຊົ້າ ຂອງວັນທີ 14 ກຸມພາ 2024 ທີ່ ກະຊວງ ອຄເຊິ່ງໃຫ້ກຽດການເປັນປະທານຂອງທ່ານ ນາງ ສົມໝາຍ ພົມມຸນີວົງ ປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ອຄ ແລະ ປະທານຮ່ວມທ່ານ ນາງ ມະນີວອນ ວົງໄຊ ຮອງປະທານ, ປະທານກວດກາຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ອຄ ພ້ອມນີ້​ໄດ້​ມີ​ຄະນະ​ບໍລິຫານ​ງານ​ສະຫະພັນ​ແມ່ຍິງ​ກະຊວງ ອຄ … Continue reading

ໂດຍ: Miss Phetpakai SISOMBOUN ວັນທີ 7 Feb, 2024 ເວລາ 05:17 PM | ແຍກຕາມຫມວດ ຂ່າວພາຍໃນ, ຂ່າວ | % ຄຳເຫັນ 0 Comments
1

             ທ່ານ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຕ້ອນຮັບການເຂົ້າຢ້ຽມຢາມ ຂອງ ທ່ານ Prarshant Agrawal (ປຣາຊານ ອາເກີ່ວາລ),  ເອກອັກຄະລັດຖະທູດ ອິນເດຍ ທີ່ມາຮັບໜ້າ ໃໝ່ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ແລະ ຕາງໜ້າຂອງກົມກ່ຽວຂ້ອງຈາກກະຊວງອຸດສາຫະກຳ ແລະ ການຄ້າກໍ່ໄດ້ເຂົ້າຮ່ວມ ໃນຕອນເຊົ້າ ຂອງວັນທີ 06 ກຸມພາ 2024 ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ. ເຊິ່ງໂອກາດການພົບປະໃນຄັ້ງ ທ່ານ … Continue reading

ໂດຍ: Miss Phetpakai SISOMBOUN ວັນທີ 25 Dec, 2023 ເວລາ 10:39 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
6

  ວັນທີ 21 ທັນວາ 2023 ເວລາ 08:30 ທີ່ ໂຮງແຮມເມືອງແທັງ, ນະຄອນຫຼວງວຽງຈັນ ຈັດຝຶກອົບຮົມເພື່ອສ້າງຂີດຄວາມອາດສາມາດເຕັກນິກການສ້າງນິຕິກຳ ໃຫ້ແກ່ພະນັກງານຂອງກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍການເປັນປະທານຂອງທ່ານ ນາງ ຄໍາພັດ ພູນສຸກ, ຮອງຫົວໜ້າຫ້ອງການກະຊວງອຸດສາຫະກໍາ ແລະ ການຄ້າ. ຈຸດປະສົງແມ່ນ ເພື່ອແນ່ໃສ່ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນ ແລະ ສ້າງຄວາມຮັບຮູ້ ກ່ຽວກັບຂັ້ນຕອນ, ເຕັກນິກການສ້າງນິຕິກໍາ ໃຫ້ແກ່ພະນັກງານຫຼັກແຫ່ງຂອງກະຊວງອຸດສາຫະກໍາ ແລະ ການຄ້າ ໃຫ້ເຂົ້າໃຈຢ່າງເລິກເຊິງ, ຖືກຕ້ອງຕາມຫຼັກການ ແລະ ຂັ້ນຕອນການສັາງນິຕິກໍາ, ການກໍານົດເປົ້າໝາຍ ເຫດຜົນຂອງການສ້າງ/ປັບປຸງນິຕິກໍາຢ່າງຈະແຈ້ງ, ການຈັດລຽງບູລິມະສິດ ແລະ ຄວາມຈໍາເປັນ ນິຕິກໍາທີ່ຈະສ້າງ … Continue reading

ໂດຍ: Miss Phetpakai SISOMBOUN ວັນທີ 18 Dec, 2023 ເວລາ 10:12 AM | ແຍກຕາມຫມວດ ຂ່າວພາຍໃນ, ຂ່າວ | % ຄຳເຫັນ 0 Comments
ແກ້ໄຂ7

                             ໃນວັນທີ 14 ທັນວາ 2023 ທີ່ ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ ໄດ້ຈັດງານສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດໃຫ້ແກ່ແມ່ຍິງ ຄັ້ງທີ 2 ໃນຫົວຂໍ້: “ບົດບາດຂອງເພດຊາຍໃນການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ” ພາຍໃຕ້ການສະໜັບສະໜູນຈາກໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ, ສະມາຄົມນັກທຸລະກິດຍິງ ແລະ ບັນດາວິທະຍາກອນ ໂດຍໃຫ້ກຽດເປັນປະທານຂອງທ່ານ ປອ ມະໂນທອງ … Continue reading

ໂດຍ: Miss Phetpakai SISOMBOUN ວັນທີ 2 Dec, 2023 ເວລາ 03:38 PM | ແຍກຕາມຫມວດ ຂ່າວ, ຂ່າວສຳຄັນ | % ຄຳເຫັນ 0 Comments
1

ໃນຕອນບ່າຍ ເວລາ 13 : 30 ໂມງຂອງວັນ​ທີ 01 ທັນວາ 2023  ທີ່ ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງ ທ່ານ ນ. ອິນາ ມາຈູລໍນິແຕ (Ms. Ina Marčiulionytė), ເອກອັກຄະລັດຖະທູດ ສະຫາພາບເອີຣົບ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ແລະ ມີຜູ້ຕາງໜ້າ​ຈາກສອງຝ່າຍເຂົ້າຮ່ວມ ຈໍານວນປະມານ 18 … Continue reading

ໂດຍ: Miss Phetpakai SISOMBOUN ວັນທີ 16 Nov, 2023 ເວລາ 07:27 PM | ແຍກຕາມຫມວດ ຂ່າວພາຍໃນ, ຂ່າວສຳຄັນ | % ຄຳເຫັນ 0 Comments
6.ແປງ

                     ໃນຕອນເຊົ້າ ຂອງວັນທີ 16 ພະຈິກ 2023 ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດຕັ້ງພິທີປະກາດການຈັດຕັ້ງຂັ້ນຫົວໜ້າກົມ ສັງກັດກະຊວງຂຶ້ນ ພາຍໃຕ້ການເປັນປະທານ ແລະ ຊີ້ນຳຂອງທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີບັນດາທ່ານຄະນະນຳກະຊວງ, ບັນດາທ່ານ ຫົວໜ້າ/ຮອງຫົວໜ້າຫ້ອງການ, ບັນດາກົມ, ສະຖາບັນ, ສະມາຊິກພັກ-ພະນັກງານຫຼັກແຫ່ງ, ຜູ້ຕາງໜ້າຈາກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ,ບັນດາລັດວິສາຫະກິດ, ບໍລິສັດທີ່ຂຶ້ນກັບກະຊວງອຸດສາຫະກຳ ແລະ … Continue reading

ໂດຍ: Miss Phetpakai SISOMBOUN ວັນທີ 26 Oct, 2023 ເວລາ 03:52 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
7

ໃນວັນທີ 20 ຕຸລາ 2023 , ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດຕັ້ງພິທີປະດັບຫຼຽນໄຊແຮງງານ ຊັ້ນ 2, ຊັ້ນ 3, ຫຼຽນກາແຮງງານ ແລະ ໃບຍ້ອງຍໍ ໃຫ້ກົມກອງ ແລະ ບຸກຄົນ ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນເຂົ້າຮ່ວມງານວາງສະແດງໂລກ ປະຈຳປີ 2020 ຢູ່ດູໄບ (ສະຫະລັດ ອາຣັບ ເອເມເຣດ). ມອບໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໂດຍມີ ທ່ານ ຄຳແພງ ໄຊສົມແພງ ເຈົ້າແຂວງຫົວພັນ … Continue reading