ໃນວັນທີ 01 ພະຈິກ 2023, ກົມການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ອອກແຈ້ງການປັບລາຄານໍ້າມັນເຊື້ອໄຟດັ່ງນີ້: ແອັດຊັງພິເສດປັບລົງ 50ກີບ/ລິດ, ແອັດຊັງທໍາມະດາປັບລົງ 110 ກີບ/ລິດ, ສ່ວນນໍ້າມັນກາຊວນປັບລົງ 490 ກີບ/ລິດ ລາຍລະອຽດໃນແຈ້ງການລຸ່ມນີ້: ແຈ້ງການ 1108 ກຄພນ
ໃນວັນທີ 24 ຕຸລາ 2023 ທີ່ຊັ້ນIII ກະຊວງ ອຄ. ລົງນາມໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຄ. ທ່ານ ປອ. ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ເຂົ້າຮ່ວມມີຮອງ ລັດຖະມົນຕີກະຊວງອຄ. ຮອງເຈົ້າແຂວງ ແລະ ການນໍາຂອງສອງພາກສ່ວນເຂົ້າຮ່ວມ.ກະຊວງໃອຸດສາຫະກໍາ ແລະ ການຄ້າ ໄດ້ລົງນາມບົດບັນທຶກການຮ່ວມມື ກັບແຂວງບໍລິຄໍາໄຊ ເພື່ອພ້ອມກັນລົງເລີກວຽກຈຸດສຸມຂອງຂະແໜງການໃຫ້ມີການຈັດຕັ້ງປະຕິບັດໂດຍໄວເພື່ອຊຸກຍູ້ສົ່ງເສີມຫົວໜ່ວຍການຜະລິດໃຫ້ມີຄວາມເຂັ້ມແຂງ ແລະ ຢຶນຍົງ. ທ່ານ … Continue reading →
ໃນວັນທີ 20 ຕຸລາ 2023 , ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດຕັ້ງພິທີປະດັບຫຼຽນໄຊແຮງງານ ຊັ້ນ 2, ຊັ້ນ 3, ຫຼຽນກາແຮງງານ ແລະ ໃບຍ້ອງຍໍ ໃຫ້ກົມກອງ ແລະ ບຸກຄົນ ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນເຂົ້າຮ່ວມງານວາງສະແດງໂລກ ປະຈຳປີ 2020 ຢູ່ດູໄບ (ສະຫະລັດ ອາຣັບ ເອເມເຣດ). ມອບໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໂດຍມີ ທ່ານ ຄຳແພງ ໄຊສົມແພງ ເຈົ້າແຂວງຫົວພັນ … Continue reading →
ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ອົງການຊັບສິນທາງປັນຍາໂລກ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການສ້າງຍຸດທະສາດທາງດ້ານຕະຫຼາດໃຫ້ແກ່ຜູ້ຜະລິດຜ້າໄໝຖິ່ນກຳເນີດ ຂອງແຂວງ ຫົວພັນ ແລະ ແຂວງ ຫຼວງພະບາງ ໃນວັນທີ 24 – 26 ຕຸລາ 2023 ທີ່ ຫ້ອງປະຊຸມສະພາ, ແຂວງ ຫຼວງພະບາງ. ໂດຍການເປັນປະທານຮ່ວມຂອງ ທ່ານ ໄຊບັນດິດ ໄຊຍະວົງຄຳດີ ຮອງຫົວໜ້າກົມຊັບສິນທາງປັນຍາ, ທ່ານ ເຢມິນ ຕັນ ເຈົ້າໜ້າທີ່ອາວຸໂສອົງການຊັບສິນທາງປັນຍາໂລກ ແລະ ທ່ານ ຊົມຊື່ນ ໄຊເກີຢ່າຈົງຕົວ ຫົວໜ້າພະແນກອຸດສາຫະກໍາ … Continue reading →
ໃນວັນທີ 25 ຕຸລາ 2023, ກົມການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ອອກແຈ້ງການປັບລາຄານໍ້າມັນເຊື້ອໄຟດັ່ງນີ້: ແອັດຊັງພິເສດປັບຂຶ້ນ 580ກີບ/ລິດ, ແອັດຊັງທໍາມະດາປັບຂຶ້ນ 210 ກີບ/ລິດ, ສ່ວນນໍ້າມັນກາຊວນປັບລົງ 230 ກີບ/ລິດ ລາຍລະອຽດໃນແຈ້ງການລຸ່ມນີ້: ແຈ້ງການ 1088 ກຄພນ
ຕອນເຊົ້າ ເວລາ 11:45 ໂມງ ຂອງວັນທີ 25 ຕຸລາ 2023 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງ ອຸດສາຫະກໍາ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະຢ້ຽມຂໍ່ານັບ ຂອງ ທ່ານ HU LIANGBO ປະທານກຳມະບານ ຂອງກຸ່ມບໍລິສັດພັດທະນາກະສິກຳຢຸນນານ ສປ ຈີນ ພ້ອມດ້ວຍຄະນະ ເນື່ອງໃນໂອກາດການເຂົ້າຢ້ຽມຂໍ່ານັບຄັ້ງນີ້ ເພື່ອເປັນການປຶກສາຫາລືໃນວຽກງານການຄ້າ, … Continue reading →
ກອງປະຊຸມ ໄດ້ຮັບຟັງການລາຍງານໂຄງການອາຊຽນ-ຮົງກົງ ອີໂກເທັກ (AHKFTA-ECOTECH) ຈາກກອງເລຂາອາຊຽນ, ນໍາສະເໜີກ່ຽວກັບຈຸດປະສົງ ຂອງໂຄງການກອງປະຊຸມສໍາມະນາດ້ານນະໂຍບາຍລະດັບພາກພື້ນຮ່ວມກັບ ບັນດາປະເທດອາຊຽນ ແລະ ຮົງກົງ, ສປ ຈີນພາຍໃຕ້ຂອບສັນຍາອາຊຽນ-ຮົງກົງ, ສປ ຈີນ ປີ2023, ການນໍາສະເໜີຜົນການຄົ້ນຄວ້າກ່ຽວກັບໂຄງການໄລຍະຜ່ານມາ; ນອກຈາກນັ້ນ, ຍັງມີການປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນດ້ານວິຊາການຕໍ່ກັບທິດທາງ ແລະ ຮູບແບບການຄົ້ນຄວ້າຂອງໂຄງການປີ 2023. ໃນວັນທີ 18 ຕຸລາ 2023, ສະຖາບັນອຸດສາຫະກໍາ ແລະ ການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມປຶກສາຫາລືການຮ່ວມມື ລະຫວ່າງ ສະຖາບັນຈາກອາຊຽນ ແລະ ຮົງກົງ, ສປ ຈີນ … Continue reading →
ຕອນບ່າຍ ເວລາ 02:30 ໂມງ ຂອງວັນທີ 11 ຕຸລາ 2023 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງ ອຸດສາຫະກໍາ ແລະ ການຄ້າ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະຢ້ຽມຂໍ່ານັບ ຂອງ ທ່ານ ຫຼີ ເຊິນຢາງ ຫົວໜ້າພະແນກການຄ້າແຂວງຢຸນນານ ສປ ຈີນ ພ້ອມດ້ວຍຄະນະ ເນື່ອງໃນໂອກາດການເຂົ້າຢ້ຽມຂໍ່ານັບຄັ້ງນີ້ ເພື່ອເປັນການປຶກສາຫາລືໃນວຽກງານການຄ້າ ແລະ ການລົງທຶນຢູ່ລາວ, ມີຜູ້ຕາງໜ້າຈາກທັງສອງຝ່າຍເຂົ້າຮ່ວມ ຈໍານວນ 19 … Continue reading →
ໂດຍອີງຕາມແຜນວຽກຂອງກົມຈັດຕັ້ງ ແລະ ພະນັກງານ ປະຈໍາປີ 2023 ແລະ ອີງຕາມ ຂໍ້ຕົກລົງ ຂອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ວ່າດ້ວຍການ ແລະ ແຕ່ງຕັ້ງຄະນະຮັບຜິດຊອບຈັດຝຶກອົບຮົມປະເມີນຜົນ ພະນັກງານ-ລັດຖະກອນ ກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 1309/ອຄ, ລົງວັນທີ 14 ສິງຫາ 2023. ໃນວັນທີ 11 ຕຸລາ 2023 ກົມຈັດຕັ້ງ ແລະ ພະນັກງານ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດຝຶກອົບຮົມກ່ຽວກັບ ການປະເມີນຜົນ … Continue reading →
ຕອນໃນບ່າຍເວລາ 2: 00 ໂມງ ຂອງວັນທີ 27 ກັນຍາ 2022, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໂນທອງ ວົງໄຊ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ທ່ານ ນ. Heather Wheeler MP, ອັງກິດ ໃນໂອກາດເຂົ້າພົບປະປຶກສາຫາລືທົບທວນຄືນດ້ານການຄ້າ-ການລົງທຶນພື້ນຖານໂຄງລ່າງ ຢູ່ສປປ ລາວ … Continue reading →