ຕອນບ່າຍ ເວລາ 14:00 ໂມງ ຂອງວັນທີ 08 ພະຈິກ 2019 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ບຸນມີ ມະນີວົງ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ Marinela Petkova , ເອກອັກຄະລັດຖະທູດ ແຫ່ງສາທາລະນະລັດ ບູນກາລີ ປະຈໍາ ສປປ ລາວ ຄົນໃໝ່ພ້ອມດ້ວຍທ່ານທີ່ປຶກສາທູດເສດຖະກິດການຄ້າ ເຊິ່ງມີສໍານັກງານສະຖານເອກອັກຄະລັດຖະທູດຕັ້ງຢູ່ ຮ່າໂນ້ຍ ສສ ຫວຽດນາມ ໃນໂອກາດມາຍື່ນສານຕາຕັ້ງຕໍ່ທ່ານປະທານປະເທດ ແຫ່ງ ສປປ … Continue reading →
ຕອນເຊົ້າເວລາ 9:00 ໂມງ ຂອງວັນທີ 07 ພະຈິກ 2019 ທີ່ຫ້ອງປະຊຸມໃຫຍ່ຊັ້ນ I ກະຊວງ ອຄ ໄດ້ເປີດກອງປະຊຸມເຜີຍແຜ່ ຄໍາສັ່ງຂອງກະຊວງປ້ອງກັນຄວາມສະຫງົບ, ວ່າດ້ວຍການນໍາໃຊ້ສື່ສັງຄົມອອນລາຍໃນໝູ່ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ແລະ ມີບັນດາທ່ານ ຮອງຫົວໜ້າກົມ, ຫົວໜ້າ-ຮອງພະແນກ ຂອງບັນດາກົມ, ຫ້ອງການ, ສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າ, ບັນດາລັດວິສາຫະກິດ, ບໍລິສັດ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງກະຊວງ ອຄ ເຂົ້າຮ່ວມຮັບຟັງການເຜີຍແຜ່, ເຊື່ອມຊຶມໂຄສະນາ, ສຶກສາອົບຮົມການເມືອງແນວຄິດນີ້ທັງໝົດ 60 ກວ່າທ່ານ. ກອງປະຊຸມຄັ້ງນີ້ ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ບຸນມີ ມະນີວົງ … Continue reading →
ຕອນບ່າຍ ເວລາ 14:30ມ ຂອງວັນທີ 05 ພະຈິກ 2019, ຢູ່ຫ້ອງຮັບແຂກຊັ້ນ 4 ຂອງກະຊວງ ອຄ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ Zhu Ning ອະດີດຮອງປະທານຄະນະກໍາມະການວຽກງານງົບປະມານ ສະພາຜູ້ແທນທົ່ວປະເທດ, ອະດີດປະທານ China UnionPay ພ້ອມດ້ວຍຄະນະຊ່ຽວຊານທາງດ້ານການເງິນ-ການທະນາຄານ ຂອງຈີນ ໃນໂອກາດທີ່ ໄດ້ເດີນທາງມາເຮັດວຽກຢູ່ ສປປ ລາວ ແລະ ມີຜູ້ຕາງໜ້າເຂົ້າຮ່ວມທັງສອງຝ່າຍ ປະມານ 25 ກວ່າທ່ານ. … Continue reading →
ຕອນບ່າຍ 13: 30 ໂມງ ຂອງວັນທີ 30 ຕຸລາ 2019 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ Leow Siu Lin, ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສິງກະໂປ ປະຈຳສປປ ລາວ ຄົນໃໝ່ ເນື່ອງໃນໂອກາດມາຮັບໜ້າທີ່ທາງການທູດປະຈໍາຢູ່ລາວ ແລະ ມີຜູ້ຕາງໜ້າເຂົ້າຮ່ວມທັງສອງຝ່າຍ ປະມານ 6 ກວ່າທ່ານ. … Continue reading →
ຕອນເຊົ້າ ຂອງວັນທີ 25 ຕຸລາ 2019, ຢູ່ສະຖານທີ່ໂຮງງານຕົ້ມກັ່ນນໍ້າມັນດໍາ ໃຈຍະຫວາດ, ບ້ານບໍ່ເຫຼັກ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໄດ້ຈັດພິທີທໍາລາຍສິນຄ້າປອມແປງ, ຮຽນແບບ ເຄື່ອງໝາຍການຄ້າຍີ່ຫໍ້ ຮອນດ້າ ປະເພດນໍ້າມັນເຄື່ອງ ທີ່ນໍາເຂົ້າມາ ແລະ ຈໍາໜ່າຍບໍ່ຖືກຕ້ອງສອດຄ່ອງ ກັບກົດໝາຍ ແລະ ລະບຽບການທີ່ ສປປ ລາວວາງອອກ, ໂດຍໃຫ້ກຽດເຂົ້າຮ່ວມພິທີທໍາລາຍໃນຄັ້ງນີ້ມີ: ທ່ານ ສູນທອນ ຈັນທິລາດ ຮອງຫົວໜ້າກົມການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າ, ບັນດາທ່ານຕາງໜ້າຈາກກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເທັກໂນໂລຊີ, … Continue reading →
ຕອນເຊົ້າ ເວລາ 11: 00 ໂມງ ຂອງວັນທີ 22 ຕຸລາ 2019 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ Staffan Herrstrom, ເອກອັກຄະລັດຖະທູດປະເທດ ສະວິດເດັນ ພ້ອມດ້ວຍຄະນະນັກທຸລະກິດ ທີ່ມີສໍານັກງານສະຖານທູດຕັ້ງຢູ່ບາງກອກປະເທດໄທ ແລະ ມີຜູ້ຕາງໜ້າເຂົ້າຮ່ວມທັງສອງຝ່າຍ ປະມານ 10 ກວ່າທ່ານ. ໂອກາດນີ້ ທ່ານ ສົມຈິດ ອິນທະມິດ ກໍ່ແດງຄວາມຍິນດີຕ້ອນຮັບ ທ່ານ … Continue reading →