ຕອນເຊົ້າ ເວລາ 9: 00 ໂມງ ຂອງວັນທີ 05 ທັນວາ 2019 ທີ່ໂຮງແຮມ ເສດຖາພາເລສ ນະຄອນຫລວງວຽງຈັນ ພະແນກ NIU, ກົມແຜນການ ແລະ ການຮ່ວມມື ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມ ທົບທວນຄືນການຈັດຕັ້ງປະຕິບັດຂອງ ໂຄງການເຊື່ອມໂຍງເສດຖະກິດ ອາຊຽນ ຂອງ ສປປ ລາວ ເພື່ອພັດທະນາດ້ານທຸລະກິດ ແລະ ການຄ້າ ແລະ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ພາຍໃຕ້ຂອບລິເລີ່ມການເຊື່ອມໂຍງອາຊຽນ(COMPETE ) ຄັ້ງທີ 9 … Continue reading →
ຕອນເຊົ້າ ເວລາ 9: 00 ໂມງ ຂອງວັນທີ 29 ພະຈິກ 2019 ທີ່ຫ້ອງປະຊຸມໃຫຍ່ຊັ້ນ I ກະຊວງອຸດສາຫະກໍາ ແລະ ການຄ້າ; ໄດ້ຈັດພິທີລະນຶກວັນສາກົນ ເພື່ອຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງຂຶ້ນ ພາຍໃຕ້ຫົວຂໍ້: “ຄວາມສະເໝີພາບຍຸກໃໝ່ ໂດຍບໍ່ປະໃຜໄວ້ຂ້າງຫຼັງ ແລະ ຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ” ມີຜູ້ຕາງໜ້າຈາກບັນດາກົມ, ຫ້ອງການ, ສະຖາບັນ ແລະ ບັນດາບໍລິສັດທີ່ຂຶ້ນກັບກະຊວງ ອຄ ເຂົ້າຮ່ວມປະມານ 90 ກວ່າທ່ານ. ໃຫ້ກຽດເປັນປະທານ ໂດຍ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ … Continue reading →
ເພື່ອຈັດຕັ້ງຜັນຂະຫຍາຍມະຕິຕົກລົງ ຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 51/ນຍ, ລົງວັນທີ 30/8/2019, ວ່າດ້ວຍການສົ່ງເສີມການຊົມໃຊ້ຜະລິດຕະພັນທີ່ຜະລິດໄດ້ຢູ່ພາຍໃນ ແລະ ຄຸ້ມຄອງການນຳເຂົ້າສິນຄ້າອຸປະໂພກ-ບໍລິໂພກ ໃຫ້ນັບມື້ຫລຸດລົງ, ເພື່ອປູກຈິດສຳນຶກໃຫ້ປະຊາຊົນ, ອົງການຈັດຕັ້ງພາກລັດ ແລະ ເອກະຊົນໄດ້ຊົມໃຊ້ສິນຄ້າທີ່ຄົນລາວຜະລິດພາຍໃນປະເທດຫລາຍຂຶ້ນເວົ້າລວມ, ເວົ້າສະເພາະກໍ່ເພື່ອສົ່ງເສີມການຜະລິດພາຍໃນໃຫ້ມີບ່ອນຈຳຫນ່າຍ, ສ້າງເງື່ອນໄຂສະດວກແກ່ຜູ້ຜະລິດ ແລະ ຜູ້ຊື້ໄດ້ມີການພົບປະແລກປ່ຽນຂໍ້ມູນຮ່ວມກັນເພື່ອເຈລະຈາຊື້-ຂາຍໃນຕໍ່ຫນ້າ ເພື່ອກະຕຸ້ນເສດຖະກິດພາຍໃນປະເທດໃຫ້ມີບັນຍາກາດຄຶກຄື້ນ, ອີກຢ່າງໜຶ່ງກໍ່ເປັນການສ້າງຂະບວນການຂ່ຳນັບຕ້ອນຮັບກອງປະຊຸມສະໄຫມສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII ຢ່າງເປັນທາງການ ແລະ ທັງເປັນການຂ່ຳນັບຮັບຕ້ອນວັນຊາດທີ 2 ທັນວາ, ທາງກອງເລຂາຄະນະສະເພາະກິດສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນທີ່ຜະລິດໄດ້ຢູ່ພາຍໃນ (ຈາກກະຊວງ … Continue reading →
ຕອນເຊົ້າ ເວລາ 9: 00 ໂມງ ຂອງວັນທີ 28 ພະຈິກ 2019 ທີ່ຫ້ອງປະຊຸມໃຫຍ່ຊັ້ນ I ກະຊວງອຸດຫະກໍາ ແລະ ການຄ້າ; ໄດ້ຈັດກອງປະຊຸມສຳມະນາ ແລກປ່ຽນຂໍ້ມູນກ່ຽວກັບເງື່ອນໄຂ ແລະ ມາດຕະຖານການຊື້-ຂາຍ ຂອງບັນດາຮ້ານຄ້າຂາຍຍົກ-ຂາຍຍ່ອຍ ແລະ ບັນດາຜູ້ຜະລິດຢູ່ນະຄອນຫລວງວຽງຈັນ ຈັດໂດຍກົມແຜນການ ແລະ ການຮ່ວມມື ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ມີບັນດາກົມທີ່ກ່ຽວຂ້ອງ ແລະ ຕົວແທນຫ້າງຮ້ານປະມານ 45 ກວ່າທ່ານເຂົ້າຮ່ວມ. ໃຫ້ກຽດເປັນປະທານ ໂດຍ … Continue reading →
ຕອນເຊົ້າ 10: 30 ໂມງ ຂອງວັນທີ 25 ພະຈິກ 2019 ທີ່ສູນການຄ້າ ລາວ-ໄອເຕັກ ນະຄອນຫຼວງວຽງຈັນໄດ້ມີພິທີເປີດງານວາງສະແດງຂຶ້ນ ໄດ້ໃຫ້ກຽດເຂົ້າຮ່ວມເປັນປະທານຕັດແຖບຜ້າໂດຍ ທ່ານ ບຸນມີ ມະນີວົງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ທ່ານ ນາງ ສື ຕົງຫຼີ ຮອງຫົວໜ້າກົມສົ່ງເສີມການຄ້າ ແລະ ການລົງທຶນ ສະພາສົ່ງເສີມການຄ້າສາກົນ ສປ ຈີນ ພ້ອມດ້ວຍຕາງໜ້າທັງສອງຝ່າຍຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມຫຼາຍກວ່າ 30 ທ່ານ. … Continue reading →
ໃນວັນທີ 18-20 ພະຈິກ 2019, ຄະນະຜູ້ແທນລາວ ນໍາໂດຍທ່ານນາງ ເຂັມມະນີ ພົນເສນາ, ລັັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເຂົ້າຮ່ວມກອງປະຊຸມການທົບທວນນະໂຍບາຍການຄ້າ ຂອງ ສປປ ລາວ ທີ່ເຈນີວາ, ປະເທດສະວິດເຊີແລນ ຊຶ່ງມີເອກອັກຄະລັດຖະທູດຟີລິບປິນ ປະຈຳອົງການການຄ້າໂລກ (ອຄລ) ເປັນປະທານ, ເອກອັກຄະລັດຖະທູດຝຣັ່ງ ເປັນຜູ້ນຳພາການສົນທະນາ. ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອທົບທວນນະໂຍບາຍການຄ້າຂອງ ສປປ ລາວ ໃນນາມສະມາຊິກ ອຄລ ໂດຍອີງຕາມພັນທະສັນຍາ ຊຶ່ງທຸກສະມາຊິກ ຕ້ອງໄດ້ທົບທວນນະໂຍບາຍການຄ້າຂອງຕົນ; ໃນນັ້ນ ສະມາຊິກທີ່ມີສ່ວນແບ່ງທາງການຄ້າໃນ 4 ອັນດັບຕົ້ນຂອງໂລກ ແມ່ນຈະໄດ້ຮັບການທົບທວນນະໂຍບາຍການຄ້າທຸກໆ 3 ປີ; … Continue reading →
ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຜົ້ງສາລີ ໃນວັນທີ 21 ພະຈິກ 2019 ຜ່ານມາ ໃຫ້ກຽດຕ້ອນຮັບໂດຍທ່ານ ທະນູຄຳ ປີດຈະວົງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງຜົ້ງສາລີ, ມີ ບັນດາທ່ານຮອງຫົວໜ້າພະແນກ, ຫົວໜ້າ ຂະແໜງ, ຮອງຫົວໜ້າຂະແໜງ ແລະ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ບັນດາເມືອງ ເຂົ້າຮ່ວມ ຈໍານວນ 37 ທ່ານ … Continue reading →
ລະຫວ່າງວັນທີ 13-14 ພະຈິກ 2019 ທີ່ຜ່ານມາ, ທີ່ໂຮງແຮມ ຊະນະແກ້ວ ບູຕິກ, ແຂວງຫຼວງພະບາງ ກົມນະໂຍບາຍການຄ້າຕ່າງປະເທດ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມທາບທາມ (ຮ່າງ) ດໍາລັດວ່າດ້ວຍການຄ້າທາງເອເລັກໂຕຣນິກ (E-commerce) ຂອງ ສປປ ລາວ. ຊຶ່ງໃຫ້ກຽດເປັນປະທານໂດຍ ທ່ານ ບຸນມີ ມະນີວົງ, ຮອງລັດຖະມົນຕີກະຊວງ ອຸດສາຫະກໍາ ແລະ ການຄ້າ ທັງເປັນຫົວໜ້າຄະນະຮັບຜິດຊອບຮ່າງດໍາລັດດັ່ງກ່າວ ແລະ ປະທານຮ່ວມ ທ່ານ ສຸກັນ ບຸນຍົງ ຮອງເຈົ້າແຂວງ ແຂວງຫຼວງພະບາງ. … Continue reading →