ນະຄອນຫຼວງວຽງຈັນ, 24 ກໍລະກົດ 2020 ກອງປະຊຸມກາງປີ ຂອງໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນໄດ້ຈັດຂຶ້ນທີໂຮງແຮມ ແລນມາກ, ນະຄອນຫຼວງວຽງຈັນ, ເພື່ອປຶກສາຫາລືກ່ຽວກັບຜົນກະທົບຂອງການລະບາດ ພະຍາດອັກເສບປອດຈາກເຊື້ອຈຸລະໂລກ ສາຍພັນໃໝ່ ຫຼື ໂຄວິດ-19 ຕໍ່ກັບເສດຖະກິດຂອງ ສປປ ລາວ ກອງປະຊຸມໄດ້ໃຫ້ກຽດເປັນປະທານໂດຍ ທ່ານ ສົມຈິດ ອິນທະມິດ, ຮອງລັດຖະມົນຕີ, ກະຊວງອຸດສະຫະກໍາ ແລະ ການຄ້າ, ແລະ ເປັນປະທານຮ່ວມໂດຍ ທ່ານ Leo Faber, ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈໍາ ສປປ ລາວ ແລະ … Continue reading →
ຕອນເຊົ້າ ເວລາ 10: 00 ໂມງ ຂອງວັນທີ 17 ກໍລະກົດ 2020ຜ່ານມາ, ທີ່ຫ້ອງປະຊຸມທາງໄກ ຊັ້ນ 3 ກະຊວງອຸດສາຫະກຳ ແລະ ການຄ້າ ທ່ານ ສົມຈິດ ອິນທະມິດ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມ “The Joint Session of the 13th Mekong-Japan Industry and Government Dialogue and … Continue reading →
ກອງປະຊຸມໄດ້ຈັດຂື້ນ ໃນວັນທີ 13 ກໍລະກົດ 2020 ທີ່ ແຂວງ ອຸດົມໄຊ ພາຍໃຕ້ການເປັນປະທານຂອງທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ແລະ ປະທານຮ່ວມ ໂດຍ ທ່ານ ຄຳພຽງ ຢ່າຈົງວ່າ ຮອງເຈົ້າແຂວງ ອຸດົມໄຊ ພ້ອມດ້ວຍຜູ້ເຂົ້າຮ່ວມຈຳນວນ 40 ກ່ວາທ່ານ,ຕາງໜ້າຈາກບັນດາກົມ, ຂະແໜງການພາຍໃນກະຊວງອຸດສາຫະກຳ ແລະ ການຄ້າ, ພະແນກອຸດສາຫະກຳ ແລະ ການຄ້າຈາກ 3 ແຂວງພາກເໜືອຄື: ອຸດົມໄຊ, ຫຼວງນໍ້າທາ … Continue reading →
ວັນທີ 24 ມິຖຸນາ 2020 ຜ່ານມາ, ຢູ່ເມືອງວັງວຽງ ແຂວງວຽງຈັນ ໄດ້ເປີດກອງປະຊຸມປຶກສາຫາລື ແລະ ແລກປ່ຽນຄໍາຄິດ ຄໍາເຫັນຕໍ່ໂຄງການ ສຶກສາການສົ່ງເສີມການປຸງແຕ່ງສິນຄ້າກະສິກໍາ ຕາມທິດສີຂຽວພາຍໃຕ້ມາດຕະຖານ GMP: ກໍລະນີສຶກສາໂຮງສີເຂົ້າ 5 ແຂວງ (ພາກເໜືອ, ພາກກາງ ແລະ ພາກໃຕ້) ໂດຍການເປັນປະທານ ຂອງທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ຊຶ່ງມີຜູ້ຕາງໜ້າຈາກ ສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າ, ກົມອຸດສາຫະກໍາ ແລະ ຫັດຖະກໍາ, ກົມ SME, ກົມສົ່ງເສີມການຄ້າ ຂອງກະຊວງ ແລະ ຂະແໜງການກ່ຽວຂ້ອງ … Continue reading →
ຕອນບ່າຍ ເວລາ 2: 00 ໂມງ ຂອງວັນທີ 30 ມິຖຸນາ 2020 ທີ່ຫ້ອງປະຊຸມໃຫຍ່ຊັ້ນ I ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມເພື່ອປຶກສາຫາລືແຜນໂຄງການຮ່ວມມືພາຍໃຕ້ແຜນແມ່ບົດພັດທະນາແລວທາງເສດຖະກິດ ລາວ-ຈີນ ໂດຍການເປັນປະທານ ຂອງ ທ່ານ ພູວຽງ ພົງສາ ຫົວໜ້າກົມແຜນການ ແລະ ການການຮ່ວມມື ໃນນີ້ມີຜູ້ເຂົ້າຮ່ວມຮອງຫົວໜ້າຫ້ອງການ ຮອງຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກຳ ແລະ ການຄ້າ ແລະ ມີຫົວໜ້າພະແນກ ຮອງຫົວໜ້າພະແນກ ວິຊາການຕາງໜ້າຈາກ ຕົວແທນຂອງແຕ່ລະກົມຈໍານວນໜຶ່ງ ອ້ອມຂ້າງກະຊວງອຸດສາຫະກຳ ແລະ ການຄ້າ ມີຜູ້ເຂົ້າປະມານ … Continue reading →
ຕອນເຊົ້າ 9: 00 ໂມງ ຂອງວັນທີ 29 ມິຖຸນາ 2020 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບ ຂອງທີມງານ ຊຶ່ງນໍາພາໂດຍ ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ ແຫ່ງ ສປປ ລາວ ແລະ ທ່ານ ຫວງ ຢ້ຽນເຕີ ປະທານສະພາການຄ້າຈີນ … Continue reading →
ວັນທີ 22 ມິຖຸນາ 2020 ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຜົ້ງສາລີ ໄດ້ເປີດກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ວາງທິດທາງ 6 ເດືອນທ້າຍປີ 2020 ທີ່ພະແນກອຸດສາຫະກໍາ ແລະ ການຄ້າແຂວງຜົ້ງສາລີ (ພອຄ.ຜລ) ໃຫ້ກຽດເປັນປະທານໂດຍ ທ່ານ ທະນູຄຳ ປິດຈະວົງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ແລະ ມີ ທ່ານ ບຸນລົມ ຫົງຄຳ ຮອງຫົວໜ້າພະແນກ, ບັນດາຫົວໜ້າ- ຮອງຫົວໜ້າຫ້ອງການອຸດສາຫະກຳ ແລະ … Continue reading →
ຕອນເຊົ້າ ເວລາ 9: 00 ໂມງ ຂອງວັນທີ 23 ມິຖຸນາ 2020, ທີ່ຫ້ອງປະຊຸມທາງໄກ ຊັ້ນ 3 ກະຊວງອຸດສາຫະກຳ ແລະ ການຄ້າ ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ພ້ອມທັງເປັນລັດຖະມົນຕີເສດຖະກິດອາຊຽນ ຂອງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມກາງສະໄໝ ແບບທາງໄກ ຂອງບັນດາລັດຖະມົນຕີ ການເປັນຄູ່ຮ່ວມມືທາງເສດຖະກິດແບບຮອບດ້ານ ລະດັບພາກພື້ນ ຄັ້ງທີ 10 (The … Continue reading →