Author

ໂດຍ: admin ວັນທີ 25 Aug, 2020 ເວລາ 10:24 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0169.1

                ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນລັດຖະມົນຕີເສດຖະກິດອາຊຽນຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມທາງໄກລັດ​ຖະມົນຕີ​ເສ​ດຖະກິດ​ອາ​ຊຽນ ຄັ້ງທີ 52 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ທີ່ກະຊວງອຸດສາຫະກຳ ແລະ ການຄ້າ, ສປປ ລາວ ຊຶ່ງເລີ່ມແຕ່ວັນທີ 24 ສິງຫາ 2020 ແລະ ກອງປະຊຸມຈະສືບຕໍ່ດໍາເນີນໄປຈົນເຖິງວັນທີ 29 ສິງຫາ 2020. … Continue reading

ໂດຍ: admin ວັນທີ 20 Aug, 2020 ເວລາ 10:05 AM | ແຍກຕາມຫມວດ ຂ່າວດ່ວນ, ອື່ນໆ | % ຄຳເຫັນ 0 Comments

0726-ອຄ.ກຄພນ

ໂດຍ: admin ວັນທີ 19 Aug, 2020 ເວລາ 09:37 AM | ແຍກຕາມຫມວດ ຂ່າວພາຍໃນ, ອື່ນໆ | % ຄຳເຫັນ 0 Comments
chengkan labour of IOH Department

      ໃນວັນທີ 13 ສິງຫາ 2020 ຜ່ານມາ, ທ່ານ ປອ ບົວວັນ ວິລະວົງ ຫົວໜ້າກົມອຸດສາຫະກໍາ ແລະ ຫັດຖະກໍາ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກ ແຈ້ງການ ກ່ຽວກັບການເກັບກໍາຂໍ້ມູນຄວາມຕ້ອງການແຮງງານ/ຕໍາແໜ່ງງານຫວ່າງ ຂອງຫົວໜ່ວຍທຸລະກິດພາຍໃນ ບັນດາແຂວງ ແລະ ນະຄອນຫຼວງວຽງຈັນ;       ຈຸດປະສົງເພື່ອເກັບກຳຂໍ້ມູນຄວາມຕ້ອງການແຮງງານ/ຕໍາແໜ່ງງານຫວ່າງ ຂອງຫົວໜ່ວຍທຸລະກິດ ຫຼື ໂຮງງານ ເພື່ອສົ່ງໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຊຸກຍູ້ ອໍານວຍຄວາມສະດວກໃຫ້ຜູ້ຫວ່າງງານໄດ້ເຂົ້າເຖິງ ແລະ ຮັບຮູ້ຂໍ້ມູນຂ່າວສານຕະຫຼາດແຮງງານລາວດ້ວຍຫຼາຍຮູບແບບ. ແຫຼ່ງຂ່າວ: ກົມອຸດສາຫະກໍາ … Continue reading

ໂດຍ: admin ວັນທີ 10 Aug, 2020 ເວລາ 12:48 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
list of company whole sale

       ໃນວັນທີ 24 ກໍລະກົດ 2020 ຜ່ານມາ, ທ່ານ ວາລະໄຊ ເລັ່ງສະຫວັດ ຫົວໜ້າກົມການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ແຈ້ງ ໃຫ້ບັນດາຫົວໜ່ວຍວິສາຫະກິດ ທີ່ໄດ້ຮັບໃບອະນຸຍາດດໍາເນີນທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍຈາກກົມການຄ້າພາຍໃນ ນັບແຕ່ວັນທີ 5/03/2019-30/10/2019 ເຂົ້າມາພົບ ແລະ ອະທິບາຍເຫດຜົນຕໍ່ເຈົ້າໜ້າທີ່ກົມການຄ້າພາຍໃນ ບໍ່ໃຫ້ກາຍວັນທີ 30 ກັນຍາ 2020 ; ຖ້າວິສາຫະກິດໃດຫາກບໍ່ເຂົ້າມາພົບ ຫຼື ບໍ່ມີເຫດຜົນພຽງພໍ ເຈົ້າໜ້າທີ່ກົມການຄ້າພາຍໃນ ຈະໄດ້ປະຕິບັດມາດຕະການແຈ້ງໂຈະ, ລົບລ້າງໃບອະນຸຍາດ ຕາມກົດໝາຍ ແລະ ລະບຽບການ.   … Continue reading

ໂດຍ: admin ວັນທີ 7 Aug, 2020 ເວລາ 11:12 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
WhatsApp Image 2020-08-07 at 10.04.27 AM

               ໃນ​ວັນ​ທີ 06 ສິງຫາ 2020, ກະຊວງ​ອຸດສາ​ຫະກຳ ​ແລະ ການ​ຄ້າ ໄດ້​​​ເປີດກອງ​ປະຊຸມ​ ຜ່ານ​ຮ່າງ​ເນື້ອ​ໃນ ​ແລະ ທາ​ບທາມບຸກຄະລາກອນ ​ເພື່ອ​ເປັນ​​ເປົ້າໝາຍ ຄະນະ​ບໍລິຫານງານພັກກະ​ຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ສະ​ໄໝທີ V, ຮອບ​ທີ II ຢ່າງ​ເປັນ​ທາງການ ​ ທີ່​ກະຊວງ​ອຸດສາ​ຫະກຳ ​ແລະ ການ​ຄ້າ ຊຶ່ງຈັດໃນຮູບແບບກອງ​ປະຊຸມ​ທາງ​ໄກ ໂດຍການເປັນປະທານ ຂອງ ທ່ານ ນາງ ເຂັມ​ມະນີ ພົນ​ເສນາ  ກໍາມະການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ​ກະຊວງ, … Continue reading

ໂດຍ: admin ວັນທີ 4 Aug, 2020 ເວລາ 03:08 PM | ແຍກຕາມຫມວດ ຂ່າວ, ອື່ນໆ | % ຄຳເຫັນ 0 Comments

0716-ອຄ.ກຄພນ

ໂດຍ: admin ວັນທີ 4 Aug, 2020 ເວລາ 12:22 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
advise of plastic

       ໃນວັນທີ 17 ກໍລະກົດ 2020 ຜ່ານມາ, ທ່ານ ນ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກ ຄໍາແນະນໍາ ກ່ຽວກັບການດໍາເນີນກິດຈະການໂຮງງານປຸງແຕ່ງ ສິ່ງເສດເຫຼືອຢາງປລາສະຕິກ;       ຈຸດປະສົງເພື່ອຮັບປະກັນໃຫ້ການຄຸ້ມຄອງ ການດໍາເນີນກິດຈະການໂຮງງານປຸງແຕ່ງ ສິ່ງເສດເຫຼືອຢາງປລາສະຕິກ ໃຫ້ໄດ້ຕາມເງື່ອນໄຂ ແລະ ມາດຕະຖານເຕັກນິກໂຮງງານ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ. ແນໃສ່ຫຼຸດຜ່ອນຜົນກະທົບຕໍ່ສຸຂະພາບ ຂອງຜູ້ອອກແຮງງານຢູ່ໃນໂຮງງານ ແລະ ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ, ປະກອບສ່ວນແກ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວ ແລະ ຍືນຍົງ. … Continue reading

ໂດຍ: admin ວັນທີ 3 Aug, 2020 ເວລາ 10:18 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_9848

     ໃນ​ວັນ​ທີ 30 ກໍລະກົດ 2020, ກະຊວງ​ອຸດສາ​ຫະກຳ ​ແລະ ການ​ຄ້າ ໄດ້​​​ເປີດກອງ​ປະຊຸມ​ປະຈຳ​ປີ 2019 ຂອງ​ຂະ​ແໜງອຸດສາຫະກຳ ​ແລະ ການ​ຄ້າ ຢ່າງ​ເປັນ​ທາງການ ​ ທີ່​ກະຊວງ​ອຸດສາ​ຫະກຳ ​ແລະ ການ​ຄ້າ ຊຶ່ງຈັດໃນຮູບແບບກອງ​ປະຊຸມ​ທາງ​ໄກ ໂດຍການເປັນປະທານ ຂອງ ທ່ານ ນາງ ເຂັມ​ມະນີ ພົນ​ເສນາ  ລັດຖະມົນຕີ​ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ. ກອງ​ປະຊຸມ​ຈະ​ດໍາ​ເນີນ​ເປັນ​ເວລາ 2 ວັນ. ມີທ່ານຮອງລັດຖະມົນຕີ, ຫົວໜ້າ​-ຮອງຫົວໜ້າກົມ, ຫົວໜ້າ-ຮອງພະແນກ ຈາກບັນດາກົມ, ສະຖາບັນ, ຫ້ອງການກະຊວງ, ປະທານ​ສະພາ​ບໍລິຫານນິຄົມ​ອຸດສາຫະກໍາ-​ການ​ຄ້າ … Continue reading

ໂດຍ: admin ວັນທີ 30 Jul, 2020 ເວລາ 10:02 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_9510

     ຕອນ​ບ່າຍ ເວ​ລາ 2: 00 ໂມງ ​ວັນທີ 29 ກໍລະກົດ 2020, ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ທັງເປັນລັດຖະມົນຕີເສດຖະກິດອາຊຽນຂອງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມທາງໄກສະໄໝພິເສດລັດຖະມົນຕີເສດຖະກິດອາຊຽນ ແລະ ຍີ່ປຸ່ນ ກ່ຽວກັບການຮັບມືກັບພະຍາດໂຄວິດ-19, ທີ່ ຫ້ອງປະຊຸມທາງໄກຂອງກະຊວງອຸດສາຫະກໍາ ແລະ ການຄ້າ, ນະຄອນຫຼວງວຽງຈັນ.ກອງປະຊຸມທາງໄກສະໄໝພິເສດຄັ້ງນີ້ ໄດ້ດໍາເນີນໄປພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ເຈິນ ຕ໋ວນ ແອັງ, ລັດຖະມົນຕີກະຊວງອຸດສາຫະກໍາ  ແລະ … Continue reading

ໂດຍ: admin ວັນທີ 29 Jul, 2020 ເວລາ 11:19 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
28.1

       ຕອນ​ບ່າຍ ເວ​ລາ 1: 30 ໂມງ ຂອງວັນທີ 27 ກໍລະກົດ 2020 ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມໃຫຍ່ຜູ້ແທນສະຫະພັນແມ່ຍິງ ກະຊວງ ອຄ ຄັ້ງທີ V ຂຶ້ນ ທີ່ສູນຝືກອົບຮົມສະຫະພັນແມ່ຍິງລາວ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ ຈັນສຸກ ແສງພະຈັນ ປະທານສະຫະພັນແມ່ຍິງ ກະຊວງ ອຄ ເປັນກຽດເຂົ້າຮ່ວມໂດຍ ທ່ານ ນາງ ເຂັມມະນີ ພົນເສນາ  ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງ ອຄ, … Continue reading