ຕອນບ່າຍໃນ ເວລາ 3: 30 ໂມງ ຂອງວັນທີ 28 ກັນຍາ 2020 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບອໍາລາ ຂອງ ທ່ານ Jean-Bemard Carrasco, ເອກອັກຄະລັດຖະທູດ ແຫ່ງ ອົດສະຕຣາລີ ປະຈຳ ສປປ ລາວ ໃນໂອກາດສໍາເລັດໜ້າທີ່ທູດ ຢູ່ສປປ ລາວ … Continue reading →
ວັນທີ 22 ກັນຍາ 2020 ຜ່ານມາ, ທີ່ສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄດ້ເປີດຊຸດຝຶກອົບຮົມພາຍໃຕ້ຫົວຂໍ້ ““ສ້າງຄວາມເຂັ້ມແຂງວຽກງານອຸດສາຫະກຳ ແລະ ການຄ້າ ໃຫ້ພະນັກງານອຸດສາຫະກຳ ແລະ ການຄ້າ ຂັ້ນເມືອງ” ຄັ້ງທີ X ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານ ຂອງທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ມີຜູ້ເຂົ້າຮ່ວມທັງໝົດ 64 ທ່ານ. … Continue reading →
ຕອນເຊົ້າ ເວລາ 11 : 00 ໂມງ ຂອງວັນທີ 23 ກັນຍາ 2020, ທີ່ຫ້ອງຮັບແຂກຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ທັງເປັນປະທານຄະນະກໍາມະການຮ່ວມມື ລາວ-ຈີນ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບອໍາລາ ຂອງ ທ່ານ Wang QiHui ທີ່ປຶກສາດ້ານເສດຖະກິດການຄ້າ ແຫ່ງ ສປ ຈີນ ປະຈໍາສປປ ລາວ … Continue reading →
ຕອນເຊົ້າ ເວລາ 11:30 ໂມງ ຂອງວັນທີ 11 ກັນຍາ 2020 ທີ່ຫ້ອງຮັບແຂກຊັ້ນ IV ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ Peter SZIJJARTO, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ແຫ່ງ ປະເທດ ຮົງກາລີ ພ້ອມດ້ວຍຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມຢາມ … Continue reading →
ຕອນບ່າຍ ເວລາ 15:00 ໂມງ ຂອງວັນທີ 09 ກັນຍາ 2020 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 04 ກະຊວງ ອຄ, ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງທ່ານ ດໍາຣົງ ໃຄ່ຄວນ , ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳສປປ ລາວ ແລະ ມີຜູ້ຕາງໜ້າເຂົ້າຮ່ວມທັງສອງຝ່າຍ ປະມານ 10 ທ່ານ. … Continue reading →
ໃນວັນທີ 28 ສິງຫາ 2020 ຜ່ານມາ, ຢູ່ທີ່ສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມທາງໄກ ເຜີຍແຜ່ຜົນການຄົ້ນຄວ້າໂຄງການຮ່ວມມືລະດັບພາກພື້ນ ໃນຫົວຂໍ້: “ການຄ້າສິນຄ້າກະສິກໍາ ລະຫວ່າງ ສປ ຈີນ ແລະ ບັນດາປະເທດລຸ່ມແມ່ນໍ້າຂອງ: ການວິເຄາະຕ່ອງໂສ້ມູນຄ່າ (Agricultural Trade between China and the GMS Countries: Value Chain Analysis) ໂດຍຮັບການສະໜັບສະໜູນຈາກສະຖາບັນແຫ່ງການພັດທະນາ ຂອງປະເທດກຳປູເຈຍ (CDRI) ພາຍໃຕ້ກອງທຶນເເມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ. ສໍາລັບຕາງໜ້າຄະນະຄົ້ນຄວ້າຂອງ … Continue reading →
ຕອນເຊົ້າເວລາ 9:00 ໂມງ ຂອງວັນທີ 03 ກັນຍາ 2020 ທີ່ສະຖາບັນ ຄົ້ນຄວ້າເສດຖະກິດອຸດສາຫະກຳ ແລະ ການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີສະຫຼຸບການຈັດຕັ້ງປະຕິບັດວຽກງານການຮຽນການສອນປະຈຳສົກຮຽນ 2019-2020 ແລະ ວາງທິດທາງແຜນການ ໃນສົກຮຽນ 2020-2021 ຂອງວິທະຍາໄລການຄ້າ ມີຜູ້ເຂົ້າຮ່ວມ ທ່ານຫົວໜ້າຫ້ອງການ ແລະ ຕາງໜ້າບັນດາກົມ, ພະແນກ ແລະ ນັກສຶກສາ ທັງໝົດປະມານ 150 ກວ່າທ່ານ. ພິທີສະຫຼູບສົກຮຽນຄັ້ງນີ້ ເປັນກຽດເຂົ້າຮ່ວມ ໂດຍທ່ານ … Continue reading →
ໃນວັນທີ 01 ກັນຍາຜ່ານມາ, ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການ ກ່ຽວກັບການສືບຕໍ່ປະຕິບັດບັນດາມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ 19 ໃນໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ; ຈຸດປະສົງເພື່ອປະຕິບັດຕາມແຈ້ງການ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ຄໍາແນະນໍາ ຂອງຄະນະສະເພາະກິດຂັ້ນສູນກາງ ວາງອອກໃນແຕ່ລະໄລຍະ ໃນການດໍາເນີນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດຂອງພະຍາດໂຄວິດ 19. ແຫຼ່ງຂ່າວ: ກົມອຸດສາຫະກໍາ ແລະ ຫັດຖະກໍາ ຮຽບຮຽງ: ນ ຖື ແຫວນວົງສົດ ສູນສະຖິຕິ … Continue reading →
ໃນຕອນເຊົ້າຂອງວັນທີ 27 ສິງຫາ 2020, ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ນຳພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມທາງໄກ (8th RCEP Ministerial Meeting) ບັນດາລັດຖະມົນຕີຂອງສັນຍາການຮ່ວມມືທາງເສດຖະກິດແບບຮອບດ້ານລະດັບພາກພື້ນ ຄັ້ງທີ 8 ທີ່ ກະຊວງອຸດສາຫະກໍາ ແລະ ການຄ້າ, ກອງປະຊຸມໄດ້ຈັດຂຶ້ນພາຍໃຕ້ການເປັນປະທານໂດຍພະນະທ່ານ Tran Tuan Anh, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ສສ ຫວຽດນາມ ແລະ ທ່ານ Vangelis Vitalis, … Continue reading →