ຕອນເຊົ້າເວລາ 8:30 ໂມງ ຂອງວັນທີ 16 ທັນວາ 2020 ທີ່ຫ້ອງປະຊຸມໃຫຍ່ຊັ້ນ I ກະຊວງ ອຄ ໄດ້ຈັດກອງປະຊຸມໂຄສະນາ-ປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ, ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 100ປີແລະ ເຜີຍແຜ່-ເຊື່ອມຊຶມມະຕິ 11 ສະໄໝທີ X ມີບັນດາສະຫາຍຄະນະບໍລິຫານງານພັກກະຊວງ, ບັນດາສະຫາຍຄະນະພັກຮາກຖານ, ເລຂາ, ຮອງເລຂາໜ່ວຍພັກ, ຄະນະໜ່ວຍພັກ, ບັນດາຫົວໜ້າ-ຮອງພະແນກ ສັງກັດບັນດາກົມ, ຫ້ອງການ, ສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າ, ບັນດາບໍລິສັດ – ລັດວິສາຫະກິດ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງກະຊວງ ອຄ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ຄະນະຮັບຜິດຊອບກອງປະຊຸມ … Continue reading →
ນະຄອນຫຼວງວຽງຈັນ, ໃນຕອນບ່າຍ ວັນທີ 10 ທັນວາ 2020, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມທົບທວນການຈັດຕັ້ງປະຕິບັດໂຄງການສະໜັບສະໜູນ ສປປ ລາວ ໃນການເຊື່ອມໂຍງພາກພື້ນອາຊຽນ (ARISE Plus) ທີ່ໂຮງແຮມ ແລນມາກ. ກອງປະຊຸມດັ່ງກ່າວໄດ້ໃຫ້ກຽດເປັນປະທານໂດຍ ທ່ານ ແສງພະນົມຈອນ ອິນທະສານ, ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ແວັງຊອງ ເວ່ຍ, ຫົວໜ້າຝ່າຍການຮ່ວມມື, ຫ້ອງການສະຫະພາບເອີຣົບປະຈໍາ ສປປ ລາວ. ກອງປະຊຸມດັ່ງກ່າວໄດ້ໃຫ້ກຽດເຂົ້າຮ່ວມ ໂດຍຜູ້ຕາງໜ້າຈາກກົມກອງອ້ອມຂ້າງກະຊວງອຸດສາຫະກໍາ ແລະ … Continue reading →
ໃນວັນທີ 30 ພະຈິກຜ່ານມາ, ທ່ານ ນ ບານສະຕິ ເທບພະວົງ ຫົວໜ້າຫ້ອງການ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການ ເຊີນຮ່ວມປະມູນສົມທຽບລາຄາ ກ່ຽວກັບການສະໜອງ ເຄື່ອງໃຊ້ຫ້ອງການ, ເຄື່ອງໄອທີ, ການສ້ອມແປງບໍາລຸງຮັກສາລະບົບແອເຢັນ ແລະ ພາຫະນະ ໃຫ້ກະຊວງ ອຄ ປະຈໍາປີ 2021 ຈຸດປະສົງ: ເພື່ອຕອບສະໜອງອຸປະກອນເຄື່ອງຮັບໃຊ້ຫ້ອງການ, ເຄື່ອງອານາໄມສໍານັກງານ, ເຄື່ອງຮັບແຂກການນໍາ, ເຄື່ອງຄອມພິວເຕີ, ອຸປະກອນບໍາລຸງຮັກສາສໍານັກງານ, ເຄື່ອງບໍາລຸງຮັກສາພາຫະນະ, ການບໍລິການສ້ອມແປງປ່ຽນຖ່າຍອາໄລ່ ແລະ ບໍາລຸງຮັກສາພາຫະນະ ຂອງກະຊວງ ອຄ ໃຫ້ສາມາດຮັບໃຊ້ການເຄື່ີອນໄຫວວຽກງານຢ່າງເປັນປົກກະຕິ. ແຫຼ່ງຂ່າວ: ຫ້ອງການ … Continue reading →
ຕອນເຊົ້າ 10: 00 ໂມງ ຂອງວັນທີ 27 ພະຈິກ 2020 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ນ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບຂອງ ທ່ານ Zhao Wenyu, ທີ່ປຶກສາທູດເສດຖະກິດ-ການຄ້າ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ຄົນໃໝ່ ພ້ອມດ້ວຍຄະນະ … Continue reading →
ຕອນເຊົ້າ ເວລາ 08:30 ມ ຂອງວັນທີ 26 ພະຈິກ 2020 ໄດ້ເປີດກອງປະຊຸມຕົວແທນສະມາຊິກພັກ ຂອງ ອົງຄະນະພັກ ກະຊວງອຸດສາຫະກຳ ແລະ ການຄ້າ ຂຶ້ນ ທີ່ຫ້ອງປະຊຸມໃຫຍ່ຊັ້ນ 01 ຂອງກະຊວງ ອຄ ໂດຍການເປັນປະທານ ຂອງສະຫາຍ ນ ເຂັມມະນີ ພົນເສນາ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ ອຄ, ລັດຖະມົນຕີກະຊວງ ອຄ ແລະ ປະທານຮ່ວມ ສະຫາຍ ສົມຈິດ … Continue reading →
ຕອນບ່າຍ 15: 00 ໂມງ ຂອງວັນທີ 25 ພະຈິກ 2020 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ນ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບຂອງ ທ່ານ Orhan Isik , ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ຕວກກີ ປະຈຳ ສປປ ລາວ ຄົນໃໝ່ ເນື່ອງໃນໂອກາດມາຮັບໜ້າທີ່ທາງການທູດປະຈໍາຢູ່ລາວ ແລະ ມີຜູ້ຕາງໜ້າເຂົ້າຮ່ວມທັງສອງຝ່າຍ … Continue reading →
ກອງປະຊຸມຄະນະກໍາມະການຮ່ວມມື ດ້ານເສດຖະກິດ-ການຄ້າ ແລະ ເຕັກນິກ ລາວ-ຈີນ ຄັ້ງທີ X ຈັດຂຶ້ນວັນທີ 19 ພະຈິກ 2020 ຜ່ານມາ, ທີ່ຫ້ອງປະຊຸມຂອງກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍຮູບແບບ ກອງປະຊຸມທາງໄກ (Video Conference) ພາຍໃຕ້ການເປັນ ປະທານຮ່ວມ ຂອງ ທ່ານ ນ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ປະທານຄະນະກໍາມະການຮ່ວມມື ລາວ-ຈີນ ແລະ ທ່ານ Li Chenggang … Continue reading →
ຕອນເຊົ້າເວລາ 9: 00 ໂມງ ຂອງວັນທີ 12 /11 /2020 ທີ່ຫ້ອງປະຊຸມທາງໄກ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມເຜີຍແຜ່ດໍາລັດວ່າດ້ວຍການຄຸ້ມຄອງທຸລະກິດຍານພາຫະນະທາງບົກ ເລກທີ 470/ນຍ, ເພື່ອເຜີຍແຜ່ໃຫ້ ພະນັກງານຂອງຂະແໜງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍພາກທຸລະກິດ ໃນຂອບເຂດທົ່ວປະເທດ ໃຫ້ຮັບຮູ້ ແລະ ເຂົ້າໃຈແຈ້ງ ຕໍ່ເນື້ອໃນຂອງ ດຳລັດດັ່ງກ່າວກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນ ໃນວັນທີ 12-13 ພະຈິກ 2020 ຢູ່ທີ່ຫ້ອງປະຊຸມ ກະຊວງອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ … Continue reading →