ນະຄອນຫຼວງວຽງຈັນ, ວັນທີ 25 ມັງກອນ 2021. ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ຈັດກອງປະຊຸມຄະນະກໍາມະການຊີ້ນໍາແຜນງານຈັດຕັ້ງປະຕິບັດໂຄງການ ຄັ້ງທີ 13 ຂຶ້ນທີ່ໂຮງແຮມ ຄຣາວ ພຣາຊາ. ກອງປະຊຸມດັ່ງກ່າວໄດ້ຮັບກຽດການເປັນປະທານໂດຍທ່ານນາງ ເຂັມມະນີ ພົນເສນາ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ. ກອງປະຊຸມດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມໂດຍບັນດາທ່ານຕາງໜ້າຈາກຄູ່ຮ່ວມພັດທະນາ, ຄະນະຈັດຕັ້ງປະຕິບັດໂຄງການ ແລະ ຄູ່ຮ່ວມຈັດຕັ້ງປະຕິບັດໂຄງການຫຼາຍກວ່າ 100 ທ່ານ. ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ແມ່ນເພື່ອທົບທວນຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອດ້ານວິຊາການທີ່ຕິດພັນກັບການຄ້າທັງໝົດພາຍໃນປີ 2020 ແລະ ປຶກສາຫາລືກັບບັນດາຜູ້ເຂົ້າຮ່ວມກອງປະຊຸມກ່ຽວກັບຂົງເຂດບູລິມະສິດກ່ຽວກັບແຜນການພັດທະນາດ້ານການຄ້າ ແລະ ພາກເອກະຊົນສໍາລັບປີ 2021. … Continue reading →
ຕອນເຊົ້າ ເວລາ 11: 00 ໂມງ ຂອງວັນທີ 18 ມັງກອນ 2021 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງ ອຸດສາຫະກໍາ ແລະ ການຄ້າ ໄດ້ມີການຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ ອີນາ ມາຊຸຍລີອົງນີເຕ (Ina MACIULIONYTE), ເອັກອັກຄະລັດຖະທູດ ແຫ່ງ ສະຫະພາບເອີຣົບ (EU) ປະຈໍາ ສປປ ລາວ ເນື່ອງໃນໂອກາດການເຂົ້າຢ້ຽມຂໍ່ານັບຄັ້ງນີ້ ມີຜູ້ຕາງໜ້າຈາກທັງສອງຝ່າຍເຂົ້າຮ່ວມ ຈໍານວນ 10 ທ່ານ. … Continue reading →
ຕອນບ່າຍ ເວລາ 2: 00 ໂມງ ຂອງວັນທີ່ 18 ມັງກອນ 2021 ທີ່ກະຊວງປ້ອງກັນປະເທດ ທ່ານ ນາງເຂັມມະນີ ພົນເສນາ ລັດຖະມົນຕີກະຊວງ ອຸດສາຫະກໍາ ແລະ ການຄ້າ ພ້ອມຄະນະກົມ, ຄະນະຫ້ອງການ, ຕາງໜ້າບໍລິສັດເບຍລາວ, ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ແລະ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ(ສຄອຊ) ເຂົ້າອວຍພອນການນໍາກະຊວງປ້ອງກັນປະເທດ ເນື່ອງໃນໂອກາດສະເຫລີມສະຫລອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 72 ປີ; ຕ້ອນຮັບຄະນະໃນຄັ້ງນີ້ ໂດຍ ທ່ານ ພົນໂທ ທອງລອຍ ສີລິວົງ … Continue reading →
ຕອນເຊົ້າເວລາ 8:30 ໂມງ ຂອງວັນທີ 11 ມັງກອນ 2021 ທີ່ຫ້ອງປະຊຸມໃຫຍ່ຊັ້ນ I ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເປີດກອງປະຊຸມເຜີຍແຜ່ ເອກະສານກ່ຽວກັບການປ້ອງກັນກອງປະຊຸມໃຫຍ່ຂອງພັກ ແລະ ມີບັນດາທ່ານ ຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າ-ຮອງພະແນກ ຂອງບັນດາກົມ, ຫ້ອງການ, ສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າ, ຜູ້ຕາງໜ້າສະພາອຸດສາຫະກໍາ ແລະ ການຄ້າ ແຫ່ງຊາດລາວ, ບັນດາລັດວິສາຫະກິດ ແລະ ບໍລິສັດ ທີ່ຂຶ້ນກັບຄວາມຮັບຜິດຊອບ ຂອງກະຊວງ ອຄ ເຂົ້າຮ່ວມຮັບຟັງການເຜີຍແຜ່ ປະມານ 200 ທ່ານ. ກອງປະຊຸມຄັ້ງນີ້ ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ສົມຈິດ ອິນທະມິດ … Continue reading →
ນະຄອນຫຼວງວຽງຈັນ, ວັນທີ 30 ທັນວາ 2020, ທ່ານນາງ ເຂັມມະນີ ພົນເສນາ, ລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍ ຄະນະນໍາກະຊວງ ລົງຢ້ຽມຢາມ ປາຫວານຟາມ ແລະ ບໍລິສັດ ຈໍາປາຫອມ ການຄ້າ ຂາອອກ-ຂາເຂົ້າ ຈໍາກັດ, ເຊິ່ງທັງສອງບໍລິສັດນີ້ໄດ້ຮັບການສະໜັບສະໜູນຈາກທຶນສົມທົບເພື່ອສົ່ງເສີມທຸລະກິດ ໄລຍະສອງ (BAF II) ແມ່ນໜຶ່ງໃນອົງປະກອບຂອງໂຄງການສົ່ງເສີມຄວາມສາມາດໃນການແຂ່ງຈັນ ແລະ ການຄ້າ ຂອງ ສປປ ລາວ … Continue reading →
ໃນວັນທີ 23 ທັນວາຜ່ານມາ, ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການ ກ່ຽວກັບຫ້າມນໍາເຂົ້າຊົ່ວຄາວ ອາຫານທະເລສົດ ແລະ ແຊ່ແຂງທຸກປະເພດ ຈາກລາຊະອານາຈັກໄທ; ຈຸດປະສົງເພື່ອປ້ອງກັນຄວາມສ່ຽງ ວ່າພະຍາດພະຍາດໂຄວິດ-19 ອາດເຈືອປົນໃນອາຫານທະເລສົດ ແລະ ແຊ່ແຂງ ເພື່ອເປັນການສະກັດກັ້ນ, ຄວບຄຸມ ແລະ ຈໍາກັດ ການແຜ່ລະບາດຂອງພະຍາດໂຄວິດ-19 . ແຫຼ່ງຂ່າວ: ກົມການນໍາເຂົ້າ ແລະ ສົ່ງອອກ ຮຽບຮຽງ: ນ ຖື ແຫວນວົງສົດ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ … Continue reading →
ຕອນເຊົ້າ ເວລາ 9: 00ໂມງ ຂອງໃນວັນທີ 21-22 ທັນວາ 2020 ທີ່ຫ້ອງສ່ອງແສງຊັ້ນ III ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເປີດກອງປະຊຸມຄົບຄະນະບໍລິຫານງານພັກເປີດກວ້າງ ທ້າຍສະໄໝ ຂອງຄະນະບໍລິຫານງານພັກກະຊວງອຸດສາຫະກໍາ ແລະ ການຄ້າ ສະໄໝທີ lV ຂຶ້ນຢ່າງເປັນທາງການ. ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ເຂັມມະນີ ພົນເສນາ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ມີບັນດາສະຫາຍໃນຄະນະບໍລິຫານງານພັກກະຊວງ, ບັນດາສະຫາຍເລຂາຄະນະພັກຮາກຖານ ແລະ … Continue reading →
ໃນລະຫວ່າງວັນທີ 08 – 09 ທັນວາ 2020 ຜ່ານມາ, ທີ່ສະໂມສອນປົກຄອງເມຶີອງຜົ້ງສາລີ, ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ນໍາພາຄະນະວິຊາການ ລົງເຄື່ອນໄຫວວຽກງານ ແລະ ເຂົ້າຮ່ວມກອງປະຊຸມພົບປະແລກປ່ຽນ ແລະ ຖອດຖອນບົດຮຽນວຽກງານອຸດສາຫະກຳ ແລະ ການຄ້າ 7 ແຂວງພາກເໜຶີອ ຄັ້ງທີ Vl ໂດຍແບ່ງເປັນກອງປະຊຸມພາຍໃນຂະແໜງການ ໃນພາກບ່າຍຂອງວັນທີ 8 ທັນວາ … Continue reading →