Author

ໂດຍ: admin ວັນທີ 11 Jun, 2021 ເວລາ 12:30 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_5273.1

        ຕອນເຊົ້າ ເວລາ 09: 00 ໂມງ ຂອງວັນທີ 11  ມິຖຸນາ 2021 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ປອ. ຄຳ​ແພງ ໄຊ​ສົມ​ແພງ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ  ນາງ Ina MARCIULIONYTE, ​ເອກ​ອັກ​ຄະ​ລັດຖະທູດ ​ແຫ່ງ ສະ​ຫະ​ພາບ​ເອີ​ຣົບ ປະ​ຈຳ ສປປ ລາວ ພ້ອມ​ດ້ວຍ​ຄະນະ, ​ ມີຜູ້ຕາງໜ້າເຂົ້າຮ່ວມທັງສອງຝ່າຍ ປະມານ 20 ທ່ານ.     … Continue reading

ໂດຍ: admin ວັນທີ 10 Jun, 2021 ເວລາ 12:29 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_5254 (2)

ຕອນເຊົ້າ ເວລາ 09: 00 ໂມງ ຂອງວັນທີ 10  ມິຖຸນາ 2021 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ປອ. ຄຳ​ແພງ ໄຊ​ສົມ​ແພງ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ Vladimir KALININ , ​ເອກ​ອັກ​ຄະ​ລັດຖະທູດ ​ແຫ່ງ ຣັດ​ເຊຍ ປະ​ຈຳ ສປປ ລາວ ພ້ອມ​ດ້ວຍ​ຄະນະ, ​ ມີຜູ້ຕາງໜ້າເຂົ້າຮ່ວມທັງສອງຝ່າຍ ປະມານ 15 ທ່ານ. … Continue reading

ໂດຍ: admin ວັນທີ 9 Jun, 2021 ເວລາ 11:24 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_5219

ຕອນເຊົ້າ ເວລາ 09: 00 ໂມງ ຂອງວັນທີ 09  ມິຖຸນາ 2021 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ປອ. ຄຳ​ແພງ ໄຊ​ສົມ​ແພງ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ Pablo Antonio Rodriguez Vidal, ​ເອກ​ອັກ​ຄະ​ລັດຖະທູດ ​ແຫ່ງ ສາທາ​ລະນະ​ລັດ ກູ​ບາ ປະ​ຈຳ ສປປ ລາວ, ​ ມີຜູ້ຕາງໜ້າເຂົ້າຮ່ວມທັງສອງຝ່າຍ ປະມານ 13 … Continue reading

ໂດຍ: admin ວັນທີ 8 Jun, 2021 ເວລາ 11:13 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
9

        ເນື່ອງໃນໂອກາດວັນເດັກນ້ອຍສາກົນ, ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 01 ມິຖຸນາ 2021, ຄະນະພັກ, ຄະນະນຳກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສ້າງຂະບວນການ ເພື່ອເປັນການສະໜັບສະໜູນວັນສຳຄັນດັ່ງກ່າວ ໃນຕອນເຊົ້າຂອງ ວັນທີ 01 ມິຖຸນາ 2021, ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ດ້ວຍຮູບແບບກະທັດຮັດ  ແລະ ປະຕິບັດຕາມມາດຕະການສະກັດກັ້ນ, ຄວບຄຸມພະຍາດໂຄວິດ-19 ທີ່ຄະນະສະເພາະກິດໄດ້ວາງອອກຢ່າງເຂັ້ມງວດ; ສະນັ້ນວິທີການມອບຂອງຂວັນວັນເດັກນ້ອຍສາກົນ ປີນີ້ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ, ປະທານຄະນະກຳມາທິການຄວາມກ້າວໜ້າແມ່ຍິງ ແລະ ແມ່-ເດັກ ກະຊວງອຸດສາຫະກຳ ແລະ … Continue reading

ໂດຍ: admin ວັນທີ 31 May, 2021 ເວລາ 08:51 AM | ແຍກຕາມຫມວດ ຂ່າວ, ອື່ນໆ | % ຄຳເຫັນ 0 Comments

0396-ອຄ.ກຄພນ

ໂດຍ: admin ວັນທີ 21 May, 2021 ເວລາ 01:24 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
new of DIH

  ໃນວັນທີ 21 ພຶດສະພາ 2021, ທ່ານ ສົມຈິດ ອິນທະມິດ ຮອງລັດຖະຸມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ຫົວໜ້າຄະນະສະເພາະກິດ ໄດ້ອອກແຈ້ງການ ການເພີ່ມທະວີ ມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19(COVID-19) ໃນໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ຈຸດປະສົງ: ເພື່ອສືບຕໍ່ຜັນຂະຫຍາຍຄໍາສັ່ງນາຍົກລັດຖະມົນຕີ ເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ແນໃສ່ເພີ່ມທະວີມາດຕະການສະກັດກັ້ນ, ປ້ອງກັນ, ຄວບຄຸມ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ພ້ອມດ້ວຍມາດຕະການຄວບຄຸມ, ຕິດຕາມ ແລະ ກວດກາ ເພື່ອປ້ອງກັນການກັກຕຸນສິນຄ້າ … Continue reading

ໂດຍ: admin ວັນທີ 21 May, 2021 ເວລາ 12:28 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
new update covid

   ໃນວັນທີ 21 ພຶດສະພາ 2021, ທ່ານ ສົມຈິດ ອິນທະມິດ ຮອງລັດຖະຸມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ,ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ອອກແຈ້ງການ ການອະນຸຍາດດໍາເນີນກິດຈະການຮ້ານຄ້າຂາຍຍົກ-ຂາຍຍ່ອຍ  ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຈຸດປະສົງເພື່ອສືບຕໍ່ຜັນຂະຫຍາຍຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ເລກທີ 15/ນຍ ລົງວັນທີ 21/4/2021  ແລະ ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດຂອງຂະແໜງ ອຄ ໃນການຕິດຕາມ, ກວດກາ ແລະ ການຄຸ້ມຄອງ ຮ້ານຄ້າຂາຍຍົກ-ຂາຍຍ່ອຍເປັນຕົ້ນ: ຕະຫຼາດ, ສູນການຄ້າ, ຮ້ານສັບພະສິນຄ້າ, ຮ້ານສະດວກຊື້ ແລະ ຮ້ານຄ້າທົ່ວໄປ ທີ່ມີຄວາມຈໍາເປັນ. ແຫຼ່ງຂ່າວ: ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ … Continue reading

ໂດຍ: admin ວັນທີ 17 May, 2021 ເວລາ 02:42 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_5168

           ຕອນເຊົ້າເວລາ 8:30 ໂມງ ຂອງວັນທີ 17 ພຶດສະພາ 2021 ທີ່ຫ້ອງປະຊຸມ​ທາງ​ໄກ ກະຊວງອຸດສາ​ຫະກໍາ ​ແລະ ການຄ້າ ທ່ານ​ສົມ​ຈິດ ອິນ​ທະ​ມິດ ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ, ທັງເປັນຮອງຫົວໜ້າຄະນະສະເພາະກິດຮັບ​ມື​ການ​ແຜ່​ລະບາດ​ ຂອງ​ພະຍາດ​ໂຄ​ວິດ-19 ນໍາພາ​ຄະນະ​ ຊຶ່ງຕາງໜ້າ​ຈາກ​ຫ້ອງການ, ກົມ​ການ​ຄ້າ​ພາຍ​ໃນ, ກົມການ​ນໍາ​ເຂົ້າ ​ແລະ ສົ່ງ​ອອກ, ກົມ​ອຸດສາຫະກໍາ ​ແລະ ຫັດຖະ​ກໍາ, ກົມ​ສົ່ງ​ເສີມ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ, ກົມ​ແຜນການ ​ແລະ ການ​ຮ່ວມ​ມື ​ແລະ ສະ​ຖາ​ບັນ​ຄົ້ນຄວ້າ​ເສດຖະກິດ​ອຸດສາຫະກໍາ ​ແລະ ການ​ຄ້າ ກະຊວງ ​ອຄ ​ເຂົ້າຮ່ວມ​ປະຊຸມ ປະມານ 10 … Continue reading

ໂດຍ: admin ວັນທີ 14 May, 2021 ເວລາ 11:55 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_5143

         ຕອນເຊົ້າ ເວລາ 09: 00 ໂມງ ຂອງວັນທີ 14 ພຶດ​ສະ​ພາ 2021 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ; ທ່ານ ປອ ຄຳ​ແພງ ໄຊ​ສົມ​ແພງ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບ​ພົບ​ປະ ຂອງ ທ່ານ ນາງ  Florence Jeanblanc-Risler,  ​ເອກ​ອັກ​ຄະ​ລັດຖະທູດຜູ້ມີອໍານາດເຕັມ​ແຫ່ງ ປະເທດ ​ຝ​ຣັ່ງ ຊຶ່ງມີສໍານັກງານສະຖານທູດທີ່ຕັ້ງຢູ່ ສປປ ລາວ ​ໃນໂອກາດການປະຕິບັດໜ້າທີ່​ວຽກ​ງານ … Continue reading

ໂດຍ: admin ວັນທີ 12 May, 2021 ເວລາ 02:36 PM | ແຍກຕາມຫມວດ ຂ່າວ, ອື່ນໆ | % ຄຳເຫັນ 0 Comments

0354-ອຄ.ກຄພນ