0843-ອຄ.ກຄພນ
ໃນວັນທີ 2 ກັນຍາ 2021, ທີ່ຫ້ອງປະຊຸມທາງໄກຊັ້ນ 3, ຫ້ອງການກະຊວງອຸດສາຫະກໍາ ແລະ ການຄ້າໄດ້ຈັດກອງປະຊຸມເຜີຍແຜ່ທາງໄກຂຶ້ນ ໂດຍຈຸດປະສົງຕົ້ນຕໍ ຂອງກອງປະຊຸມເພື່ອເຜີຍແຜ່ແນະນຳ ກ່ຽວກັບບັນດານິຕິກຳໃນຂົງເຂດວຽກງານຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ, ເພື່ອສ້າງຄວາມເຂົ້າໃຈ ພາຍຫຼັງຍ້າຍມາຂຶ້ນກັບກະຊວງອຸດສາຫະກຳ ແລະ ການຄ້າແລ້ວ ຈະສືບຕໍ່ຈັດຕັ້ງປະຕິບັດຄືແນວໃດ; ພ້ອມນີ້ ກໍ່ແນະນຳກ່ຽວກັບ ຈັດຕັ້ງປະຕິບັດລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ສະບັບປັບປຸງໃໝ່ ໂດຍອີງໃສ່ແຈ້ງການຄື: … Continue reading →
ທ່ານ ຄໍາແພງ ໄຊສົມແພງ, ກໍາມະການສູນກາງພັກ, ເລຂາຄະນະບໍລິ ຫານງານພັກ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນໃນວັນທີ 30 ສິງຫາ 2021 ທີ່ຊັ້ນ 4 ກະຊວງອຸດສາ ຫະກໍາ ແລະ ການຄ້າ ໂດຍປະຕິບັດຕາມແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 120/ຄຈສພ ລົງວັນທີ 19 ກໍລະກົດ 2021 ກ່ຽວກັບການໃຫ້ບັນດາກະຊວງອົງການຮີບຮ້ອນສືບຕໍ່ກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຄັ້ງທີ V ຂອງຕົນ ດັ່ງນັ້ນ, ຄະນະພັກກະຊວງໄດ້ແຕ່ງຕັ້ງບັນດາອານຸກໍາມະການຕ່າງໆເພື່ອຮັບຜິດຊອບກະກຽມແຕ່ລະໜ້າວຽກ ເຊັ່ນ: ຄະນະຮັບຜິດຊອບຊີ້ນໍາລວມ, ອະນຸກໍາມະການບຸກຄະລາກອນ, ອະນຸກໍາມະການເນື້ອໃນ, … Continue reading →
ໃນວັນທີ 14 ສິງຫາ, 2021 ທາງພະແນກຄົ້ນຄວ້ານະໂຍບາຍການຄ້າ, ສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າ ໄດ້ສໍາເລັດບົດຄົ້ນຄວ້າຫຍໍ້ດ້ານນະໂຍບາຍການຄ້າຫົວຂໍ້: ການສຶກສາຜົນກະທົບຂອງໂຄວິດ-19 ຕໍ່ຜູ້ຜະລິດສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP) ຊຶ່ງມີລາຍລະອຽດດັ່ງນີ້: 0297-ອຄ.ສອຄ
ເດືອນສິງຫາ, 2021 ທາງພະແນກຄົ້ນຄວ້ານະໂຍບາຍການຄ້າ, ສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າ ໄດ້ສໍາເລັດບົດຄົ້ນຄວ້າຫຍໍ້ດ້ານນະໂຍບາຍການຄ້າຫົວຂໍ້: ການພັດທະນາການຄ້າເອເລັກໂຕຣນິດ(E-Commerce) ຢູ່ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້: 0287-ອຄ.ສອຄ
0791-ອຄ.ກຄພນ
ທ່ານ ປອ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ(ອຄ) ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ຄະນະຜູ້ແທນ ສສ ຫວຽດນາມ ນຳໂດຍ ທ່ານ ຫງວຽນ ຫົງ ຢຽນ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ສສ ຫວຽດນາມ ໃນວັນທີ 9 ສິງຫາ 2021 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໃນໂອກາດ ທ່ານ … Continue reading →
ໃນວັນທີ 9 ສິງຫາ 2021 ທີ່ໂຮງແຮມເມືອງແທ່ງ ນະຄອນຫລວງວຽງຈັນ ໄດ້ມີກອງປະຊຸມ ພົບປະ ສອງຮອງນາຍົກລັດຖະມົນຕີ ກ່ຽວກັບຂົງເຂດວຽກງານເສດຖະກິດ, ໃນໂອກາດ ທ່ານ ຫງວຽນ ຊວນ ຟຸກ ປະທານປະເທດ ແຫ່ງ ສສ ຫວຽດນາມ ຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ ໂດຍພາຍໃຕ້ການເປັນປະທານຮ່ວມ ຂອງຄະນະຜຸ້ແທນຝ່າຍລາວ ນໍາໂດຍ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະການລົງທຶນ, ປະທານຄະນະກຳມະການຮ່ວມມື ລາວ-ຫວຽດນາມ, … Continue reading →
0727-ອຄ.ກຄພນ
ໃນວັນທີ 3 ສິງຫາ 2021 ຜ່ານມາ ທ່ານ ປອ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມທ່າບົກທ່ານາແລ້ງ ແລະ ເຂດໂລຈິດສຕິກ ນະຄອນຫຼວງວຽງຈັນ ຢູ່ເຂດບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃຫ້ການຕ້ອນຮັບໂດຍ ທ່ານ ຈັນທອນ ສິດທິໄຊ ປະທານ ບໍລິສັດ ວຽງຈັນໂລຈິດສຕິກ ພາກ ຈຳກັດ, ມີ ທ່ານ ອາລຸນແກ້ວ ກິດຕິຄຸນ ປະທານກໍາມະການຍຸດທະສາດ ແລະ ການວາງແຜນ ບໍລິສັດ ພີທີແອວໂຮນດິ້ງ … Continue reading →