Author

ໂດຍ: admin ວັນທີ 4 Feb, 2022 ເວລາ 10:19 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_6778

     9 ປີຂອງການເປັນສະມາຊິກອົງການໆຄ້າໂລກ (ອຄລ), ສປປ ລາວ ໄດ້ສຳເລັດການຈັດຕັ້ງປະຕິບັດບັນດາພັນທະ ແລະ ປະກອບສ່ວນເຂົ້າໃນການເຈລະຈາບັນດາຂໍ້ລິເລີ່ມຕ່າງໆ, ໄດ້ສ້າງສະພາບແວດລ້ອມທີ່ເອື້ອອຳນວຍຄວາມສະດວກໃນການດຳເນີນທຸລະກິດ, ຊ່ວຍດຶງດູດການລົງທຶນໂດຍກົງຈາກຕ່າງປະເທດເພີ່ມຂຶ້ນ 34% ທຽບໃສ່ກ່ອນການເຂົ້າເປັນສະມາຊິກ.      ​ໃນ​ວັນ​ທີ 2 ກຸມພາ 2022 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້​ມີ​ການຈັດກອງປະຊຸມແລກປ່ຽນຄຳຄິດເຫັນ ເນື່ອງໃນໂອກາດການເຂົ້າເປັນສະມາຊິກອົງການການຄ້າໂລກ ຂອງ ສປປ ລາວ ຄົບຮອບ 9 ປີ ( 02/02/2013 – 02/02/2022 ) ໃນຫົວຂໍ້ “ຄວາມສຳຄັນຂອງຂໍ້ລິເລີ່ມກ່ຽວກັບການອຳນວຍຄວາມສະດວກດ້ານ ການລົງທຶນເພື່ອການພັດທະນາໃນຂອບອົງການການຄ້າໂລກ … Continue reading

ໂດຍ: admin ວັນທີ 4 Feb, 2022 ເວລາ 10:05 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
WhatsApp Image 2022-02-03 at 8.35.09 AM (1)

      ກອງປະຊຸມເຜີຍແຜ່ວຽກງານເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ ຂອງ ສປປລາວ ໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 02-03 ກຸມພາ 2022 ທີ່ແຂວງ ອຸດົມໄຊ ໂດຍການເປັນປະທານ ຮ່ວມ ຂອງທ່ານ ອ່ອນແກ້ວ ອຸນອາລົມ ຮອງເຈົ້າແຂວງອຸດົມໄຊ ແລະ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ, ກະຊວງ ອຸດສາຫະກໍາ ແລະ ການຄ້າ, ມີບັນດາຜູ້ຕາງໜ້າຈາກພາກລັດ ແລະ ພາກທຸລະກິດ 08 ແຂວງພາກເໜືອເຂົ້າຮ່ວມ.       ກອງປະຊຸມໄດ້ເຜີຍແຜ່ຂໍ້ມຸນຂ່າວສານ-ຄວາມຄືບໜ້າ ແລະ ການແກ້ໄຂຂໍ້ຂ້ອງໃຈໃຫ້ພາກລັດ ແລະ … Continue reading

ໂດຍ: admin ວັນທີ 3 Feb, 2022 ເວລາ 11:00 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_3419.1

                      ໃນວັນທີ 2​ ກຸມພາ 2022 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ມີພິທີປະກາດການຈັດຕັ້ງຍົກຍ້າຍພະນັກງານການນຳຂັ້ນຫົວໜ້າກົມຄື ທ່ານ ວາລະໄຊ ເລັ່ງສະຫວັດ ຫົວໜ້າກົມການຄ້າພາຍໃນ, ກະຊວງ ອຄ ຈະໄດ້ຍົກຍ້າຍໄປປະຕິບັດໜ້າທີ່ໃໝ່ ຢູ່ຄະນະພົວພັນຕ່າງປະເທດສູນກາງພັກ ໂດຍການເປັນປະທານຂອງ ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຄ, ມີ ທ່ານຮອງລັດຖະມົນຕີ, ຜູ້ຕາງໜ້າຈາກຄະນະຈັດຕັ້ງສູງກາງພັກ, ຫົວໜ້າ-ຮອງຫົວໜ້າກົມ ແລະ … Continue reading

ໂດຍ: admin ວັນທີ 31 Jan, 2022 ເວລາ 11:54 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
60

           ວັນທີ 28 ມັງກອນ 2022, ທ່ານ ປອ. ຄຳ​ແພງ ໄຊ​ສົມ​ແພງ, ກຳມະການສູນກາງພັກ, ເລຂາຄະນະບໍລິິຫານງານພັກກະຊວງ, ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ (ອຄ) ພ້ອມດ້ວຍບັນດາຫົວຫນ້າກົມອ້ອມຂ້າງກະຊວງ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບ ພະແນກ ອຸດສາຫະກໍາ ແລະ ການຄ້າແຂວງໄຊສົມບູນ, ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ພາທໍ່ ຕົ່ງເຢີທໍ່, ຫົວໜ້າພະແນກ ອຄ ແຂວງໄຊສົມບູນ, ມີຄະນະພະແນກ ແລະ ພະນັກງານວິຊາການອ້ອມຂ້າງພະແນກ ອຄ … Continue reading

ໂດຍ: admin ວັນທີ 27 Jan, 2022 ເວລາ 10:19 AM | ແຍກຕາມຫມວດ ຂ່າວ, ອື່ນໆ | % ຄຳເຫັນ 0 Comments
098574f7b387414998c01da568c1ab3f-0001

0094-ອຄ.ກຄພນ

ໂດຍ: admin ວັນທີ 27 Jan, 2022 ເວລາ 10:14 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_4432

ໃນຕອນເຊົ້າ, ວັນທີ 26 ມັງກອນ 2022,  ທ່ານ ປອ. ຄຳ​ແພງ ໄຊ​ສົມ​ແພງ, ກຳມະການສູນກາງພັກ, ລັດ​ຖະ​ມົນ​ຕີ​ ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ໄດ້ນຳພາ​ຄະນະ ໂດຍປະກອບມີບັນ​ດາ​ຫົວ​ໜ້າ​ກົມ, ຮັກສາການຫົວໜ້າຫ້ອງການ, ຫົວໜ້າພະແນກ ພ້ອມດ້ວຍວິຊາການ ໄດ້ພົບປະຢ້ຽມຢາມ ກັບ ​​​ທ່ານ ຄໍາພັນ ສິດທິດໍາພາ, ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າ​ແຂວງ  ແຂວງວຽງຈັນ ພ້ອມ​ດ້ວຍຄະນະ ໂດຍມີ​​ຫົວ​ໜ້າ​ຫ້ອງວ່າ​ການປົກຄອງ​ແຂວງ, ຫົວ​ໜ້າ​ພະ​ແນກ​ ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ ແຂວງ ແລະ​ ຄະ​ນະ ຢູ່​ທີ່​ຫ້ອງວ່າ​ການ​ປົກ​ຄອງ​ແຂວງ ແຂວງວຽງຈັນ, ໃນໂອກາດດັ່ງກ່າວນີ້ … Continue reading

ໂດຍ: admin ວັນທີ 19 Jan, 2022 ເວລາ 03:23 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
867e806522624a2087297ba3d789d020-0001

     ໃນວັນທີ 13 ມັງກອນ 2022, ທາງສະຖາບັນອຸດສາຫະກໍາ ແລະ ການຄ້າ ພະແນກຄົ້ນຄວ້ານະໂຍບາຍອຸດສາຫະກໍາ ແລະ ຫັດຖະກໍາ, ໄດ້ຄົ້ນຄວ້າຫຍໍ້ ດ້ານນະໂຍບາຍຜົນກະທົບ ແລະ ການປັບຕົວຂອງຜູ້ປະກອບການອຸດສາຫະກໍາໂຮງແຮມ ແລະ ຮ້ານອາຫານໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ເພື່ອຮອງຮັບການເປີດປະເທດຮັບນັກທ່ອງທ່ຽວ; ຊຶ່ງບົດຄວາມນີ້ມີຈຸດປະສົງເພື່ອນໍາສະເໜີພາບລວມບາງສ່ວນ ຂອງຜົນກະທົບໂຄວິດ-19 ຕໍ່ອຸດສາຫະກໍາໂຮງແຮມ, ຮ້ານອາຫານ ແລະ ການປັບຕົວເພື່ອສ້າງພູມຄຸ້ມກັນພ້ອມຮັບມືກັບວິກິດໃນອະນາຄົດ. ພ້ອມທັງສະເໜີແນະແນວທາງ ການປັບຕົວຂອງທຸລະກິດໂຮງແຮມ ແລະ ຮ້ານອາຫານໃນໄລຍະປ່ຽນຜ່ານ ໃຫ້ສາມາດຮອງຮັບການເປີດປະເທດເພື່ອຮັບນັກທ່ອງທ່ຽວ ແລະ ທັງເປັນຊ່ອງທາງໃນການຟື້ນຕົວຂອງທຸລະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງຂອງລາວ ໂດຍສະເພາະແມ່ນທຸລະກິດທີ່ເປັນຕ່ອງໂສ້ກັບອຸດສາຫະກໍາທ່ອງທ່ຽວ.   ສອຄ

ໂດຍ: admin ວັນທີ 19 Jan, 2022 ເວລາ 10:05 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0704

       ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມ ແກ້ໄຂສະພາບຫຍຸ້ງຍາກຂອງການສົ່ງອອກສິນຄ້າໄປ ສປ ຈີນ ຜ່ານດ່ານສາກົນບໍ່ເຕັນ-ບໍ່ຫານ ທີ່ກະໍຊວງອຸດສາຫະກໍາ ແລະ ການຄ້າ(ອຄ) ໄດ້ຈັດຂຶ້ນໃນວັນທີ 26-27 ທັນວາ 2021, ທີ່ດ່ານບໍ່ເຕັນ ແຂວງຫຼວງນໍ້າທາຜ່ານມາ, ໂດຍເນັ້ນຍົກລະດັບການຂົນສ່ົ່ງຜ່ານທາງລົດໄຟ ລາວ-ຈີນ ໃຫ້ມີປະສິດທິພາບສູງສຸດ ເພື່ອຫຼຸດຜ່ອນຄວາມກົດດັນໃນການຂົນສົ່ງທາງບົກ.        ໃນວັນທີ 18 ມັງກອນ 2022 ນີ້ ທ່ານ ປອ. ຄໍາແພງ ໄຊສົມແພງ, ລັດຖະມົນຕີກະຊວງ ອຄ ພ້ອມດ້ວຍຄະນະ ແລະ ພາກທຸລະກິດ ໄດ້ລົງຢ້ຽມຢາມ, ຕິດຕາມ, … Continue reading

ໂດຍ: admin ວັນທີ 18 Jan, 2022 ເວລາ 09:19 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
18.1

           ກຸ່ມຜະລິດກະສິກຳຂະໜາດນ້ອຍ ແລະ ກາງ ຂອງແຂວງເຊກອງ, ສາລະວັນ ແລະ ບໍລິຄຳໄຊ ໄດ້ຮັບການຊ່ວຍເຫຼືອລ້າຈາກອົງການຜະລິດຕະພາບແຫ່ງອາຊີ (Asian Productivity Organization ຫຼື APO) ທີ່ຈັດສັນໃຫ້ແຕ່ລະປະເທດສະມາຊິກຈາກງົບປະມານພິເສດເພື່ອຊ່ວຍຮັບມືຜົນກະທົບຈາກໂຄວິດ-19. ສະເພາະ ສປປ ລາວ ໄດ້ຮັບການສະໜັບສະໜູນການຈັດຊື້ເຮືອນຮົ່ມມີມູນຄ່າທັງໝົດແມ່ນ 90.000 ໂດລາສະຫະລັດ ຫຼື ປະມານ 900 ກວ່າລ້ານກີບ ໂດຍໄດ້ຄັດເລືອກເອົາກຸ່ມຜູ້ຜະລິດກະສິກຳຂະໜາດນ້ອຍ ແລະ ກາງ(ກຸ່ມປູກຜັກເປັນສິນຄ້າ) ຈຳນວນ 6 ກຸ່ມຢູ່ໃນ 6 ແຂວງປະກອບດ້ວຍ ອຸດົມໄຊ, ວຽງຈັນ, ໄຊສົມບູນ, … Continue reading

ໂດຍ: admin ວັນທີ 10 Jan, 2022 ເວລາ 10:59 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
DSC_1560

                ເພື່ອເພີ່ມ​ທະ​ວີ​ການເປີດກວ້າງສາຍພົວພັນການຮ່ວມມືດ້ານເສດຖະ​ກິດ-ການຄ້າ, ບົນຈິດໃຈສະເໝີພາບ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ຄວາມສາ​ມັກຄີ​ມິດ​ຕະ​ພາບ​ແບບ​ພິ​ເສດ, ກະ​ຊວງ​ອຸດ​ສາຫະກຳ ແລະ ການຄ້າ (ອຄ) ແຫ່ງ ສປປ ລາວ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສສ ຫວຽດນາມ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບແຜນການຮ່ວມມື ປະ​ຈຳປີ 2022.        ພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ໄດ້ມີຂຶ້ນໃນໂອກາດ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ … Continue reading