1114 ອຄ.ກຄພນ
ໃນຕອນບ່າຍຂອງ ວັນທີ 23 ສິງຫາ 2022, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ ພະແນກ ອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ. ການພົບປະ ແລະ ເຮັດວຽກ ຄັ້ງນີ້ ປະກອບມີຜູ້ເຂົ້າຮ່ວມ ຄື: ທ່ານຫົວໜ້າຫ້ອງການ, ບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ ຈາກກະຊວງອຸດສາຫະກຳ ແລະ ການຄ້າ ມີຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຫົວໜ້າຂະແໜງ, … Continue reading →
ໃນຕອນເຊົ້າເວລາ 11:00 ໂມງ ຂອງວັນທີ 22 ສິງຫາ 2022, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ລີ ຢົງ ຊົນ, ເອກອັກຄະລັດຖະທູດ ສປປ ເກົາຫລີ ປະຈໍາ ສປປ ລາວ ໃນໂອກາດເຂົ້າພົບປະເນື່ອງໃນໂອກາດທີ່ທ່ານໄດ້ຮັບການແຕ່ງຕັ້ງ ເປັນລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຜູ້ໃໝ່ ແລະ … Continue reading →
ໃນຕອນເຊົ້າເວລາ 10:30 ໂມງ ຂອງວັນທີ 18 ສິງຫາ 2022, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ Santi Lattanabouanvone, ເອກອັກຄະລັດຖະທູດ ອົດສາຕຣາລີ ປະຈໍາ ສປປ ລາວ … Continue reading →
ໃນຕອນເຊົ້າເວລາ 9:30 ໂມງ ຂອງວັນທີ 18 ສິງຫາ 2022, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ Yasushi KIKUCHI, ຫົວໜ້າອົງການສົ່ງເສີມການຄ້າຢີ່ປຸ່ນ ປະຈໍາ ສປປ ລາວ ໃນໂອກາດເຂົ້າພົບປະປຶກສາຫາລືທົບທວນຄືນດ້ານການຄ້າ-ການລົງທຶນພື້ນຖານໂຄງລ່າງ ຢູ່ສປປ ລາວ … Continue reading →
ໃນຕອນແລງ ເວລາ 17:00 ໂມງ ຂອງວັນທີ 16 ສິງຫາ 2022, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ Michael W. Michalak ຮອງປະທານອາວຸໂສ ສະພາທີີ່ປຶກສາທຸລະກິດອາຊຽນ-ອາເມລິກາປະຈໍາ ສິງກະໂປ … Continue reading →
ກົມສົົ່ງເສີມ ວິສາຫະກິດຂະໜາດນ້ອຍ ແລະ ກາງ (ກສວ), ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດ ກອງປະຊຸມປຶກສາຫາລື ການສ້າງແຜນແມ່ບົດຜະລິດຕະພາບແຫ່ງຊາດ ສະບັບທໍາອິດຂຶ້ນໃນວັນທີ 15 ສິງຫາ 2022 ທີ່ ໂຮງແຮມອໍາມະລີ, ເມືອງ ວັງວຽງ, ແຂວງວຽງຈັນ ເປັນເວລາ 1 ວັນ ພາຍໃຕ້ການເປັນປະທານ ຂອງ ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ ທ່ານໄດ້ກ່າວເຖິງຄວາມເປັນມາຂອງແຜນແມ່ບົດ ດັ່ງກ່າວທີ່ຖືວ່າເປັນແຜນແມ່ບົດສະບັບທໍາອິດຂອງ ສປປ ລາວ ໄດ້ມີການສ້າງເປັນສະບັບພາສາອັງກິດຈາກທີມງານຊ່ຽວຊານ … Continue reading →
ໃນຕອນເຊົ້າ ວັນທີ 11 ສິງຫາ 2022 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມເຜີຍແຜ່ດໍາລັດວ່າດ້ວຍລົດລັດ ສະບັບເລກທີ 599/ລບ, ລົງວັນທີ 29 ກັນຍາ 2021, ເຜີຍແຜ່ຄໍາແນະນໍາການຈັດຕັ້ງປະຕິບັດດໍາລັດ ເລກທີ 599/ລບ ສະບັບເລກທີ 02/ຫສນຍ, ລົງວັນທີ 30 ທັນວາ 2021, ຄໍາແນະນໍາ ກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ລົດບໍລິຫານຂອງລັດ ສະບັບເລກທີ 0393/ກງ, ລົງວັນທີ 04 ກຸມພາ 2022 ແລະ ຕິດກາໝາຍລົດລັດຮັບໃຊ້ວຽກທາງລັດຖະການ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ. ໃຫ້ກຽດເຂົ້າຮ່ວມເປັນປະທານ … Continue reading →
ໃນຕອນເຊົ້າ ວັນທີ 10 ສິງຫາ 2022 ເວລາ 08:30 ໂມງ ທີ່ໂຮງແຮມຄຣາວພລາຊາ, ນະຄອນຫຼວງວຽງຈັນ ໄດ້ມີ ກອງປະຊຸມເຜີຍແຜ່ສັນຍາຄູ່ຮ່ວມມືເສດຖະກິດແບບຮອບດ້ານລະດັບພາກພື້ນ (Regional Comprehensive Economic Partnership – RCEP) ສໍາລັບນັກທຸລະກິດຂອງ ສປປ ລາວ ໂດຍການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ເປັນກຽດເຂົ້າຮ່ວມມີ ເອກອັກຄະລັດຖະທູດອົດສະຕາລີ, ຕາງໜ້າຈາກສະຖາບັນຄົ້ນຄ້ວາເສດຖະກິດອາຊຽນ ແລະ ອາຊີຕາເວັນອອກ ແລະ ແຂກຈາກພາກສ່ວນຕ່າງໆ. ທ່ານ ລັດຖະມົນຕີ … Continue reading →