ໃນຕອນບ່າຍ ວັນທີ 6 ກັນຍາ 2022 ທີ່ກະຊວງອຸດສະຫະກຳ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສະຫະກຳ ແລະ ການຄ້າ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງ ທ່ານ ນ. ດຣ ເພຍ ເຣເບວໂລ ບຣິດໂຕ ຜູ້ຕາງໜ້າອົງການ ສະຫະປະຊາຊາດ ສຳລັບເດັກ (UNICEF) ປະຈຳ ສປປ ລາວ ຖືໂອກາດນີ້ ທ່ານ ນາງ ດຣ ເພຍ ເຣເບວໂລ ບຣິດໂຕ … Continue reading →
ໃນວັນທີ 6 ກັນຍາ 2022 ຕໍ່ມາເວລາ 15 ໂມງ 30ນາທີ ທີ່ຫ້ອງຮັບແຂກ ກະຊວງອຸດສະຫະກຳ ແລະ ການຄ້າ ທ່ານ ມາໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຖດສາຫະກຳ ແລະ ການຄ້າ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະ ຜູ້ຕາງໜ້າອົງການ UNIDO ປະຈຳ ສປປ ລາວ ທ່ານ ສົມໝາຍ ຟ້າມິ່ງ ຊຶ່ງທ່ານຜູ້ຕາງໜ້າອົງການ UNIDO ໄດ້ກ່າວສະແດງຄວາມຊົມເຊີຍ ທີ່ທ່ານ ມະໄລທອງ ກົມມະສິດ ຖືກແຕ່ງຕັ້ງໃຫ້ມາຮັບໜ້າທີ່ເປັນລັດຖະມົນຕີ ກະຊວງອຸດສະຫະກຳ ແລະ … Continue reading →
ໃນຕອນເຊົ້າຂອງວັນທີ 6 ກັນຍາ 2022 ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊູມສໍາມະນາຫົວຂໍ້ “ວິທະຍາສາດການຄຸ້ມຄອງລາຄາສິນຄ້າ ໃນເງື່ອນໄຂທີ່ເສດຖະກິດ-ການເງິນມີຄວາມຫຍຸ້ງຍາກ” ໃຫ້ກຽດເຂົ້າຮ່ວມເປັນປະທານຮ່ວມ ຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດກົມການເມືອງສູນກາງພັກ, ອາດີດຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ, ລັດຖະ ມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ມີບັນດາທ່ານຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ຫົວໜ້າຫ້ອງການ, ຫົວໜ້າສະຖາບັນ, ຈາກບັນດາກະຊວງ, … Continue reading →
ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນລັດຖະມົນຕີເສດຖະກິດອາຊຽນຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີເສດຖະກິດອາຊຽນສະ ໄໝພິເສດກ່ຽວກັບການເຈລະຈາເພື່ອຍົກລະດັບສັນຍາການຄ້າເສລີອາຊຽນ-ອົດສະຕາລີ-ນິວຊີແລນ ໃນຮູບແບບທາງໄກ ໃນວັນທີ 01 ກັນຍາ 2022, ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ, ສປປ ລາວ. ກອງປະຊຸມຄັ້ງນີ້ ໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ Pan Sorasak, ລັດຖະມົນຕີກະຊວງການຄ້າ ກຳປູເຈຍ ໂດຍມີບັນດາທ່ານລັດຖະມົນຕີເສດຖະກິດອາຊຽນຈາກ 10 ປະເທດສະມາຊິກອາຊຽນ ແລະ ທ່ານເລຂາທິການໃຫຍ່ອາຊຽນເຂົ້າຮ່ວມ. ໂດຍມີຈຸດປະສົງເພື່ອຮັບຊາບກ່ຽວກັບຄວາມຄືບໜ້າຂອງການເຈລະຈາສັນຍາເຂດການຄ້າເສລີ ອາຊຽນ-ອົດສະຕາລີ-ນິວຊີແລນ ພ້ອມທັງ … Continue reading →
1163 ອຄ.ກຄພນ
ໃນຕອນເຊົ້າ ຂອງວັນທີ 30 ສິງຫາ 2022 ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມການສ້າງແຜນການແຜນກາໍນົດພະນັກງານນໍາພາ-ຄຸ້ມຄອງ (ຂັ້ນສູນກາງຄຸ້ມຄອງ) ໄລຍະປີ 2022-2025 ໃຫ້ກຽດເຂົ້າຮ່ວມເປັນປະທານ ໂດຍ ສະຫາຍ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງຫົວຫນ້າຄະນະຈັດຕັ້ງສູນກາງພັກ ທີ່ຫ້ອງປະຊຸມໃຫຍ່ກະຊວງອຸດສາຫະກໍາ ແລະ ການຄ້າ ມີບັນດາຄະນະພັກ-ຄະນະນໍາກະຊວງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ຄະນະໜ່ວຍພັກ … Continue reading →
ໃນຕອນບ່າຍຂອງວັນທີ 29 ສິງຫາ 2022 ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີມອບ-ຮັບເຮືອນຮົ່ມ ໃຫ້ແກ່ ບໍລິສັດ ອາກຣີລາວ ຈຳກັດ ໂດຍການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍໄດ້ກ່າວວ່າ ໂຄງການຈັດຊື້ເຮືອນຮົ່ມສະໜອງໃຫ້ຜູ້ປະກອບກິດຈະການກະສິກຳຂະໜາດນ້ອຍ ແລະ ກາງ ແມ່ນໜຶ່ງໃນໂຄງການຂອງບ້ວງຊ່ວຍເຫຼືອລ້າ ຈາກອົງການຜະລິດຕະພາບແຫ່ງອາຊີ ທີ່ຈັດສັນໃຫ້ແຕ່ລະປະເທດສະມາຊິກຈຳນວນເທົ່າກັນ ຈາກງົບປະມານພິເສດຈຳນວນ 3 ລ້ານໂດລາສະຫະລັດ. ຈຸດປະສົງແມ່ນເພື່ອຊ່ວຍປະເທດສະມາຊິກ ຮັບມືຜົນກະທົບຈາກໂຄວິດ-19 ສະເພາະບ້ວງ ສປປ … Continue reading →
ໃນຕອນເຊົ້າເວລາ 10:00 ໂມງ ຂອງວັນທີ 26 ສິງຫາ 2022, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍກົມກ່ຽວຂ້ອງພາຍໃນກະຊວງ ອຄ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນ. ລຽວ ຊິວ ລິນ (H.E Ms Leow Siu Lin) ເອກອັກຄະລັດຖະທູດ ສິງກະໂປ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ທີ່ຫ້ອງຮັບແຂກ … Continue reading →
ໃນຕອນບ່າຍເວລາ 8:30 ໂມງ ຂອງວັນທີ 26 ສິງຫາ 2022, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນ. ມາເຣຍ ເຣນາຕ້າ ຄາດັສ ເດ ເຈຊູສ (Ms. Maria Renata Caldas de Jesus) ເອກອັກຄະລັດຖະທູດ ສາທາລະນະລັດປະຊາທິປະໄຕ ຕີມໍເລສະເຕ ປະຈຳ ສປປ ລາວ ທີ່ຫ້ອງຮັບແຂກ ກະຊວງອຸດສາຫະກຳ ແລະ … Continue reading →
ໃນຕອນບ່າຍເວລາ 16:00 ໂມງ ຂອງວັນທີ 24 ສິງຫາ 2022, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ໂດ໊ ຖັງ ຫາຍ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ສສ ຫວຽດນາມ ທີ່ຫ້ອງຮັບແຂກ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະທັງສອງຝ່າຍມີຜູ້ເຂົ້າຮ່ວມທັງໝົດ 19 ທ່ານ. ຊຶ່ງທ່ານ ໂດ໊ ຖັງ ຫາຍ ຮອງລັດຖະມົນຕີ … Continue reading →