ໃນຕອນເຊົ້າຂອງວັນທີ 14 ຕຸລາ 2022 ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມຊັບສິນທາງປັນຍາ, ໄດ້ຈັດກອງປະຊຸມເປີດກວ້າງ ທາບທາມ ຄໍາຄິດເເຫັນໃສ່ຮ່າງແຜນພັດທະນາຊັບສິນທາງປັນຍາ ຮອດປີ 2025 ແລະ ວິໄສທັດ 2030. ຂື້ນທີ່ໂຮງແຮມລາວພຣາຊາ, ໂດຍການເປັນປະທານຂອງ ທ່ານ ນ. ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ນ. ສີດາ ຢຸຕຼີຈັນທະຈັກ ຮັກສາການແທນຫົວໜ້າກົມຊັບສິນທາງປັນຍາ, ທ່ານ ໄຊບັນດິດ ໄຊຍະວົງຄໍາດີ ຮອງຫົວໜ້າກົມ ຊັບສິນທາງປັນຍາ ພ້ອມດ້ວຍພະແນກວິຊາການທີ່ກ່ຽວຂ້ອງ, ຜູ້ຕາງໜ້າຈາກກົມ, ສະຖາບັນ … Continue reading →
ໃນວັນທີ 14 ຕຸລາ 2022 ເວລາ 14:00 ໂມງ ໄດ້ມີພິທີ ເປີດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ໄລຍະສັ້ນ 45 ວັນ ຊຸດທີ X ທີ່ຫ້ອງປະຊຸມໃຫຍ່ ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍ ພາຍໃຕ້ການເປັນປະທານ ສະຫາຍ ນາງ ຈັນສຸກ ແສງພະຈັນ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ເປັນກຽດເຂົ້າຮ່ວມໃນພິທີ ຄັ້ງນີ້ມີແຂກ ແລະ ນັກສຳມະນາກອນ ເຂົ້າຮ່ວມທັງໝົດປະມານ 83 ສະຫາຍ. ສະຫາຍ ຮອງເລຂາຄະນະບໍລິຫານງານພັກ … Continue reading →
1411 ອຄ.ກຄພນ
ໃນເວລາ 11:00 ໂມງ ຂອງວັນທີ 12 ຕຸລາ 2022, ທີ່ຫ້ອງປະຊຸມທາງໄກ ຊັ້ນ 03 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ດຣ ອາມີ ເບຣາ (Dr. Ami … Continue reading →
1377 ອຄ.ກຄພນ
ສະຖາບັນອຸດສາຫະກໍາ ແລະ ການຄ້າ ໄດ້ຈັດຝຶກອົບຮົມຂຶ້ນໃນວັນທີ 27-30 ກັນຍາ 2022 ໃຕ້ຫົວຂໍ້ “ຝຶກອົບຮົມຄູຝຶກ” ໃຫ້ແກ່ພະນັກງານອຸດສາຫະກໍາ ແລະ ການຄ້າ ພາຍໃຕ້ການເປັນປະທານເປີດ ແລະ ປິດຊຸດຝຶກອົບຮົມ ໂດຍທ່ານ ປອ ແກ້ວມໍລະກົດ ສິດລະກອນ, ຫົວໜ້າສະຖາບັນອຸດສາຫະກໍາ ແລະ ການຄ້າ. ຊຸດຝຶກອົບຮົມຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດຈຳນວນ 13 ທ່ານ, ຍິງ 09 ທ່ານ ຈາກບັນດາກົມອ້ອມຂ້າງກະຊວງອຸດສາຫະກຳ ແລະ ການຄ້າ ແລະ ສະຖາບັນອຸດສາຫະກໍາ ແລະ ການຄ້າ . ສໍາລັບວິທະຍາກອນແມ່ນພະນັກງານຂອງສະຖາບັນອຸດສາຫະກຳ ແລະ ການຄ້າ … Continue reading →
ໃນວັນທີ 30 ກັນຍາ 2022, ທີ່ໂຮງແຮມແລນມາກ ແມ່ຂອງລີເວີໄຊ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມການຄ້າພາຍໃນ, ພະແນກຄຸ້ມຄອງການແຂ່ງຂັນທາງທຸລະກິດ ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍການແຂ່ງຂັນທາງທຸລະກິດ ໃຫ້ແກ່ພາກລັດ ແລະ ພາກທຸລະກິດ ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ (ປະທານຄະນະກຳມະການຄວບຄຸມການແຂ່ງຂັນທາງທຸລະກິດ ຄຂທ) ແລະ ທ່ານ Frank Tibitanzl ຫົວໜ້າໂຄງການ GIZ-COMPETE, ໂດຍການສະໜັບສະໜູນຈາກ … Continue reading →
ໃນຕອນເຊົ້າເວລາ 9 :00 ໂມງ ຂອງວັນທີ 30 ກັນຍາ 2022, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປລາວ ທີ່ຈະໄປປະຈໍາການ ຢູ່ສຳນັກງານຜູ້ຕາງໜ້າ ແຫ່ງ ສປປລາວ ປະຈຳຢູ່ຕ່າງປະເທດ ເປັນກຽດເຂົ້າຮ່ວມມີບັນດາ ທ່ານຫົວໜ້າ-ຮອງຫົວໜ້າກົມ … Continue reading →
ສະຖາບັນອຸດສາຫະກຳ ແລະ ການຄ້າໄດ້ລົງຝຶກອົບຮົມຫົວຂໍ້: ການຂຽນບົດຄົ້ນຄວ້າ ແລະ ຝຶກອົບຮົມທັກສະການເປັນຄູຝຶກ ລະຫວ່າງວັນທີ່ 19-20 ກັນຍາ 2022 ທີ່ພະແນກອຸດສາຫະກໍາ ແລະ ການຄ້າແຂວງບໍລິຄຳໄຊ ໂດຍການ ເປັນເຈົ້າພາບຈັດຂອງພະແນກອຸດສາຫະກໍາ ແລະ ການຄ້າ ແຂວງບໍລິຄໍາໄຊ ແມ່ນຄັ້ງທໍາອິດທີ່ພະແນກໄດ້ຈັດຂຶ້ນ ໂດຍການເປັນປະທານເປີດຝຶກອົບຮົມຂອງ ທ່ານ ຄອນສະຫວັນ ສຸກຂະເສີມ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງບໍລິຄຳໄຊ ແລະ ຕາງໜ້າສະຖາບັນເປັນປະທານຮ່ວມໂດຍ ທ່ານ ວຽງສະຫວ່າງ ທິບພະວົງ ຮອງຫົວໜ້າສະຖາບັນອຸດສາຫະກຳ ແລະ ການຄ້າ. ພະນັກງານເຂົ້າຮ່ວມຝຶກອົບຮົມຄັ້ງນີ້ແມ່ນມາຈາກພະແນກອຸດສາຫະກໍາ ແລະ ການຄ້າ 3 … Continue reading →
1303 ອຄ.ກຄພນ