Author

ໂດຍ: admin ວັນທີ 12 Dec, 2023 ເວລາ 02:20 PM | ແຍກຕາມຫມວດ ຂ່າວດ່ວນ, ຂ່າວ | % ຄຳເຫັນ 0 Comments

ໃນວັນທີ 6 ທັນວາ 2023, ກົມການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການປັບລາຄານໍ້າມັນເຊື້ອໄຟດັ່ງນີ້: ແອັດຊັງພິເສດປັບລົງ 690ກີບ/ລິດ, ແອັດຊັງທໍາມະດາປັບລົງ 350 ກີບ/ລິດ, ສ່ວນນໍ້າມັນກາຊວນປັບລົງ 360 ກີບ/ລິດ ລາຍລະອຽດໃນແຈ້ງການລຸ່ມນີ້: ແຈ້ງການ 1196/ກຄພນ   

ໂດຍ: admin ວັນທີ 1 Dec, 2023 ເວລາ 03:32 PM | ແຍກຕາມຫມວດ ຂ່າວດ່ວນ, ຂ່າວ | % ຄຳເຫັນ 0 Comments

ໃນວັນທີ 29 ພະຈິກ 2023, ກົມການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ອອກແຈ້ງການປັບລາຄານໍ້າມັນເຊື້ອໄຟດັ່ງນີ້: ແອັດຊັງພິເສດປັບຂຶ້ນ 190ກີບ/ລິດ, ແອັດຊັງທໍາມະດາປັບລົງ 70 ກີບ/ລິດ, ສ່ວນນໍ້າມັນກາຊວນປັບຂຶ້ນ 290 ກີບ/ລິດ ລາຍລະອຽດໃນແຈ້ງການລຸ່ມນີ້: ແຈ້ງການ 1183 ກຄພນ  

ໂດຍ: admin ວັນທີ 24 Nov, 2023 ເວລາ 10:14 AM | ແຍກຕາມຫມວດ ຂ່າວຕ່າງປະເທດ | % ຄຳເຫັນ 0 Comments
402103902_728387829322317_7694447787790849157_n

 ນະຄອນຫຼວງວຽງຈັນ, ສປປ ລາວ — ໃນວັນທີ 21 ພະຈິກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ ຄັ້ງທີ 21 ເຊິ່ງເປັນເວທີ ປຶກສາຫາລື ລະຫວ່າງ ພາກລັດ, ພາກທຸລະກີດ ລວມທັງ ທຸລະກິດຂະໜາດນ້ອຍ ແລະ ກາງ ແລະ ຄູ່ຮ່ວມພັດທະນາ ເພື່ອຮ່ວມກັນ ປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ແລະ ສົ່ງເສີມການລົງທຶນ ໃນ ສປປ ລາວ. ກອງປະຊຸມ ຄັ້ງທີ 21 ນີ້ ໄດ້ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຖິງ … Continue reading

ໂດຍ: admin ວັນທີ 28 Aug, 2023 ເວລາ 03:04 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_2351

ໃນວັນທີ 25 ສິງຫາ 2023, ທີ່ ຫ້ອງປະຊຸມຫ້ອງວ່າສໍານັກງານປະທານປະເທດ ແຫ່ງ ສປປ ລາວ ມີກອງປະຊຸມເຜີຍແຜ່ ວຽກງານຊັບສິນທາງປັນຍາ ໃຫ້ແກ່ພາກລັດ, ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ນ. ເຂັມມະນິພົນເສນາ, ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ແຫ່ງ ສປປ ລາວ ແລະ ທ່ານ ນ. ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ. ໃນກອງປະຊຸມຄັ້ງນີ້ ມີບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ແຫ່ງ ສປປ ລາວ, ທ່ານຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, … Continue reading

ໂດຍ: admin ວັນທີ 19 Aug, 2023 ເວລາ 07:57 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
WhatsApp Image 2023-08-19 at 15.57.36

ໃນລະຫວ່າງວັນທີ 18 ຫາ 22 ສິງຫາ 2023, ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ທັງເປັນລັດຖະມົນຕີເສດຖະກິດອາຊຽນ ຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ເສດຖະກິດອາຊຽນ (AEM) ຄັ້ງທີ 55 ແລະ ກອງປະຊຸມກ່ຽວຂ້ອງ, ເຊິ່ງຈັດຂື້ນທີ່ເມືອງເຊີມາຮັງປະເທດ ອິນໂດເນເຊຍ ພາຍໃຕ້ການເປັນປະທານ ຂອງ ທ່ານ Zulkifli Hasan, ລັດຖະມົນຕີກະຊວງການຄ້າ ຂອງ ອິນໂດເນເຊຍ ໃນນາມເປັນປະທານໝູນວຽນອາຊຽນ ໃນປີ 2023 ໂດຍມີບັນດາທ່ານລັດຖະມົນຕີ … Continue reading

ໂດຍ: admin ວັນທີ 17 Jul, 2023 ເວລາ 01:50 PM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ, ຂ່າວພາຍໃນ | % ຄຳເຫັນ 0 Comments
WechatIMG35-edit

ໃນວັນທີ 13-14 ກໍລະກົດ 2023 ທີ່​  ເມືອງວັງວຽງ, ແຂວງວຽງ​ຈັນ ກົມແຜນການ ແລະ ການຮ່ວມມື ໄດ້ຈັດຝຶກອົບຮົມຫຼັກສູດຕໍ່ເນື່ອງ ກ່ຽວກັບ ການເຊື່ອມສານບົດບາດຍິງ-ຊາຍເຂົ້າໃນຂະແໜງການຄ້າ. ພາຍໃຕ້ໂຄງ​ການ​ສົ່ງ​ເສີມ​ຄວາມ​ສາ​ມາດ​ໃນ​ການ​ແຂ່ງ​ຂັນ ແລະ ການ​ຄ້າ ຂອງ    ສ​ປ​ປ ລາວ – LCT . ໂດຍການເປັນປະທານຂອງທ່ານ ແສງພະນົມຈອນ ອິນທະສານ ແລະ ພ້ອມດ້ວຍປະທານຮ່ວມທ່ານ ນາງ ສົມໝາຍ ພົມມຸນິວົງ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງອຸດສາຫະກຳ ແລະ ການຄ້າ, ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ແລະ ຕາງໜ້າຈາກກົມອ້ອມຂ້າງກະຊວງ ອຄ ແລະ … Continue reading

ໂດຍ: admin ວັນທີ 10 Apr, 2023 ເວລາ 10:17 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
WhatsApp Image 2023-04-07 at 21.15.45 (2)

ໄລຍະບຸນປນໃໝ່ລາວປີນີ້ ພະແນກອຸດສະຫະກໍາແລະການຄ້າແຂວງອັດຕະປື​ ຈະໄດ້ເພີ່ມທະວີການຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫຼາດ ເພື່ອປົກປ້ອງສິດ​ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ຊົມໃຊ້ ພ້ອມທັງຫຼີກເວັ້ນການສວຍໂອກາດຂຶ້ນລາຄາສິນຄ້າ ຕາມລຳພັງ ໃຈຂອງຜູ້ປະກອບການໃນໄລຍະການສະເຫຼີມສະຫຼອງບຸນປີໃໝ່ລາວ.ໂດຍການວາງລະບຽບການ,ມາດຕະການໃນການຄວບຄຸມລາຄາສິນຄ້າຢູ່ຕາມທ້ອງຕະຫຼາດໃຫ້ເປັນເອກະພາບກັນໃນທົ່ວແຂວງ. ທ່ານ ເພັດສະຫມອນ ແກ້ວພິມພອນ ຮອງຫົວໜ້າຂະແໜງ ການຄ້າພາຍໃນ ຊີ້ນໍາວຽກງານ ຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ພະແນກອຸດສາຫະກຳແລະການຄ້າແຂວງອັດຕະປື​ ໄດ້ໃຫ້ສຳພາດຕໍ່ສື່ມວນຂອງແຂວງ ໃນວັນທີ 7ເມສາ 2023 ນີ້ວ່າ: ໃນໄລຍະບຸນປີໃໝ່ລາວ ປີ ພສ 2566 ນີ້ທາງພະແນກອຸດສາ ຫະກຳ ແລະ ການຄ້າແຂວງອັດຕະປື ໄດ້ເອົາໃຈໃສ່ຕິດ ຕາມ,ຄວບຄຸມ ລາຄາສິນຄ້າຕາມທ້ອງຕະຫຼາດພາຍໃນແຂວງ ເພື່ອປ້ອງກັນການສວຍໂອກາດຂື້ນລາຄາສິນຄ້າຂອງບັນດາຜູ້ປະກອບການຄ້າຂາຍ,ໂດຍໃນເບື້ອງຕົ້ນນັ້ນ ແມ່ນຈະໄດ້ເອົາໃຈໃສ່ຄຸ້ມຄອງ ລາຄາສິນຄ້າ ປະເພດສະບຽງອາຫານ ເຊັ່ນ: … Continue reading

ໂດຍ: admin ວັນທີ 4 Apr, 2023 ເວລາ 04:46 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
72ae51cd-5b93-4959-9956-cf7c54a66747

  ໃນຕອນເຊົ້າຂອງວັນທີ 04 ເມສາ 2023 ທີ່ ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມພົບປະລະຫວ່າງການນຳຂອງ ທຫລ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໂດຍການເປັນປະທານຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການ ທຫລ ແລະ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະນຳ, ຄະນະກົມຂອງທັງ 2 ຝ່າຍເຂົ້າຮ່ວມຢ່າງພ້ອມພຽງ. ໃນກອງປະຊຸມໄດ້ຮັບຟັງລາຍງານສະພາບການປະຕິບັດແຜນເງິນຕາຂອງ ໄຕມາດທີ I ແລະ ທິດທາງແຜນການຂອງ ໄຕມາດທີ … Continue reading

ໂດຍ: admin ວັນທີ 2 Mar, 2023 ເວລາ 10:49 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0210

       ເພື່ອເປັນການສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານຜ່ານມາ ຕິດພັນກັບການຊຸກຍູ້ສົ່ງເສີມວຽກດີຄົນເດັ່ນ, ສ້າງຂະບວນການແຂ່ງຂັນທີ່ກ້າວໜ້າ ມີຄວາມທັນສະໄໝ ຕາມທິດສີຂຽວ ແລະ ຍືນຍົງ. ກະຊວງ ອຄ ໄດ້ຈັດພິທີສະຫຼຸບ ແລະ ເປີດຂະບວນການວຽກງານແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ 5 ປີ (2016-2020) ແລະ ທິດທາງແຜນການຮອດປີ 2025. ພິທີດັ່ງກ່າວຈັດຂຶ້ນໃນ​ວັນ​ທີ 28 ກຸ​ພາ​ 2023 ທີ່​ຫ້ອງ​ປະ​ຊຸມ ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ (ອຄ) ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ ທ່ານ ມະ​ໄລ​ທອງ ກົມ​ມະ​ສິດ ລັດ​ຖະ​ມົນ​ຕີກ​ະ​ຊວງ​ອຸດ​ສາ​ຫະ​ກຳ ແລະ​ ການ​ຄ້າ; … Continue reading

ໂດຍ: admin ວັນທີ 28 Feb, 2023 ເວລາ 10:28 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
WhatsApp Image 2023-02-28 at 16.30.38

  ໃນຕອນບ່າຍຂອງວັນທີ 27 ກຸມພາ 2023 ສະຫະພັນກຳມະບານ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງ​ປະຊຸມສຳມະນາວິທະຍາສາດ ຂອງສະຫະພັນກຳມະບານ ຫົວຂໍ້ “ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ໃນຂົງເຂດເສດຖະກິດ (ອຸດສາຫະກຳ ແລະ ການຄ້າ)” ທີ່​ ຫ້ອງປະຊຸມໃຫຍ່ (ຊັ້ນ I) ຂອງກະຊວງອຸດສາຫະກໍາ ແລະ ການຄ້າ. ໂດຍໃຫ້ກຽດເປັນປະທານຮ່ວມຂອງ ສະຫາຍ ມະໄລທອງ ກົມມະສິດ ເລຂາຄະນະພັກ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ສະຫາຍ ນາງ ອາລີຍາວັນ ອັກຄະວົງ, ຮອງປະທານສູນກາງສະຫະພັນກໍາມະບານລາວ. ຊຶ່ງມີທ່ານ … Continue reading